ປະຕິບັດຄວາມສາມັກຄີສາກົນຕາມພິໄນກຳຂອງປະທານ ໂຮ່ຈີມິນ


(vovworld) - ໃນ 45 ປີ​ທີ່​ຜ່ານ​ມາ, ປະຊາຊົນ​ຫວຽດນາມ​ ໄດ້​ຜັນ​ຂະຫຍາຍ​ການ​ປະຕິບັດພິ​​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ໃນ​ນັ້ນ​ມີ​ເນື້ອ​​ໃນກ່ຽວ​ກັບ​ຄວາມ​ສາມັກຄີ​ສາກົນ​. ​ໂດຍ​ປະຕິບັດຕາມ​ຄຳ​ຕັກ​ເຕືອນ​ຂອງ​ເພິ່ນ​ແລ້ວ, ຊາວ​ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ໃນ​ຂະ​ບວນການ​ກອມ​ມູນ​ນິດ​ສາກົນ.

ປະຕິບັດຄວາມສາມັກຄີສາກົນຕາມພິໄນກຳຂອງປະທານ ໂຮ່ຈີມິນ - ảnh 1

        ​ໃນ​ພິ​​ໄນ​ກຳ​, ​ປະທານ ​ໂຮ່ຈີ​ມິນ ​ໄດ້​ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ທີ່​ມີ​ຕໍ່​ຂະ​ບວນການ​ກອມ​ມູນິດ​ໂລກ. ​ເພິ່ນ​ຂຽນ​ວ່າ: “ຂ້າພະ​ເຈົ້າ​ຫວັງ​ວ່າ, ພັກ​ເຮົາ​ຈະ​ອອກ​ແຮງ​ເຄື່ອນ​ໄຫວ, ປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ລະຫວ່າງ​ບັນດາ​ພັກ​ອ້າຍ​ນ້ອງ​ບົນ​ພື້ນຖານ​ລັດທິ​ມາກ - ​ເລ​ນິນ ​ແລະ ລັດທິ​ກອມ​ມູນິດ​ສາກົນຢ່າງ​ສົມ​ເຫດ​ສົມ​ຜົນ“. ​ເພິ່ນ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ “ບັນດາ​ພັກ​ອ້າຍ​ນ້ອງ ​ແລະ ບັນດາ​ປະ​ເທດ​ອ້າຍ​ນ້ອງ​ຕ້ອງ​ສາມັກຄີ​ກັນ​ຢ່າງ​ແນ່ນອນ“.

        ຊາຕາກຳ​ຂອງ​ຊາດ​ຕ້ອງ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ມະນຸດ

        ​ໂດຍປະຕິບັດຕາມ​ແນວ​ຄິດ​ຂອງ​ປະທານ​ ​ໂຮ່ຈີ​ມິນ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ອອກ​ແຮງ​ປັບປຸງ, ຟື້ນ​ຟູ​ຄວາມ​ສາມັກຄີ​ໃນ​ຂະ​ບວນການ​ກອມ​ມູນິດ​ຂອງ​ໂລກ. ດຣ​. ຈູ​ດຶກ​ຕິ໋ງ, ອະດີດ​ຜູ້ອຳນວຍການ​ຫໍພິພິດທະພັນ ​ໂຮ່ຈີ​ມິນ, ​ເນັ້ນ​ໜັກ​ວ່າ:

        “ພັກ​ເຮົາ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ມີ​ຄວາມ​ຮັບຜິດຊອບ​ກັບ​ຂະ​ບວນການ​ກອມ​ມູນິດ​ໂລກ​ກັບ​ອ້າຍ​ນ້ອງ, ​ເພື່ອນ​ມິດ. ສະ​ເພາະ​ເລື່ອງ​ພັກ​ເຮົາ​ຍືດໝັ້ນ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ ​ໂຮ່ຈີ​ມິນ, ທຳ​ການປ່ຽນ​ໃໝ່ຢູ່​ຫວຽດນາມ​ສຳ​ເລັດ​ຜົນ​ຄື​ແນວນັ້ນ, ​ໄດ້​ເປັນ​ການ​ກະທຳ​ທີ່​ແທດ​ຈິງ​ເພື່ອ​ປົກ​ປັກ​ຮັກສາ​ຂະ​ບວນການ​ກອມ​ມູນິດ​ສາກົນ“.

        45 ປີຜ່ານມາ, ​ໃນ​ນະ​ໂຍບາຍ​ແລະ​ວຽກ​ງານ​ທັງ​ໝົດ, ພັກ​ກອມ​ມູນິດ​ຫວຽດນາມ​ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ສາມັກຄີ​ສາກົນ, ສາມັກຄີ​ກັບປະ​ເທດ​ຕ່າງໆ. ຈາກ​ປະ​ເທດ​ໜຶ່ງ​ທີ່​ຖືກ​ປິດ​ລ້ອມ, ຄວ້ຳ​ບາດ, ຫວຽດນາມ​ ນັບ​ມື້​ນັບ​ເຊື່ອມ​ໂຍງ​​ທຸກ​ດ້ານ​ໃນ​ຊີວິດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ​ໂລກຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ, ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ມີ​ການ​ພົວພັນ​ຕ່າງປະ​ເທດ​ກັບ 180 ກວ່າ​ປະ​ເທດ​ຢູ່​ໃນ​ໂລກ, ມີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ 200 ກວ່າ​ປະ​ເທດ, ​ເຂດ​ແຄວ້ນ. ຫວຽດນາມ ຍັງ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ພິ​ເສດ​ແມ່ນ​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ປະຊາ​ຊາດ, ຂອງ​ອາ​ຊຽນ. ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ພັດທະນາ​ເສດຖະກິດ, ສັງຄົມ, ວັດທະນະທຳ, ຮັກ​ສາ​ສະຖຽນ​ລະ​ພາບດ້ານ​ການ​ເມືອງ, ຫວຽດນາມ​ ໄດ້ ​​ແລະ ພວມ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ໂລກ​ນີ້​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ, ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ພັດທະນາ.

        ​ເພີ່ມ​ທະວີສັນຕິ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ

        ປະຈຸ​ບັນ, ສະພາບ​ການ​ໂລກ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ຂະ​ບວນການ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ​ມີ​ທ່າ​ອ່ຽງ​ໃໝ່​ຫຼາຍ​ຢ່າງ, ​ແຕ່ພັກ​ກອມ​ມູກິດ​ຫວຽດນາມ ຍັງ​ຄົງ​ມີ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ; ຫັນ​ການ​ພົວພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ກັບ​ສາກົນ; ​ເປັນ​ເພື່ອນ​ມິດ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປັນ​ສະມາ​ຊິກ​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ… ນີ້​ແມ່ນ​ການ​ໝູນ​ໃຊ້​ແຜນ​ນະ​ໂຍບາຍ​ສາມັກຄີ​ກັບ​ສາກົນ​ໃນ​ພິ​ໄນ​ກຳ​ຂອງ​ປະທານ​ ​ໂຮ່ຈີ​ມິນ ຢ່າງມີ​ຫົວຄິດ​ປະດິດ​ສ້າງ​​. ຮອງ​ສາດສະດາຈານ, ດຣ. ຟ້າ​ມງອກ​ແອ​ງ, ຮອງ​ຫົວໜ້າ​ວິທະຍາຄານ ​ໂຮ່ຈີ​ມິນ ​ແລະ ບັນດາ​ການ​ນຳ​ຂອງ​ພັກ, ​ສັງກັດ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ໋ມິນ, ຊີ້​ແຈ້ງວ່າ:

        “ພວກ​ເຮົາ​ຫວັງ​ວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຢ່າງ​ມີ​ໄຫວ​ພິກ, ຄ່ອງ​ແຄ້ວ​ ຂອງ​ພັກ​ກອມ​ມູນ​ນິດ​ຫວຽດນາມ ບົນ​ພື້ນຖານ​ຄວາມ​ເປັນ​ທຳ​​ຂອງຊາດ, ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ໂລກ​ເຂົ້າ​ໃຈ​ພວກ​ເຮົາ​ກວ່າ. ​ ບົນ​ພື້ນຖານ​ຜົນ​ປະ​ໂຫຍ​ດທີ່​ສົມ​ເຫດ​ສົມ​ຜົນ, ປອງ​ດອງ​ກັນ​ລະຫວ່າງ​ຊາດ​ຕ່າງໆ, ພວກ​ເຮົາ​ຕ້ອງ​ພະຍາຍາມ​ເພື່ອ​​ເຮັດ​ໃຫ້ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ໃຫ​ຍ່​ກາຍ​ເປັນ​ຄວາມບໍ່​ລົງ​ລອຍ​ກັນ​ນ້ອຍ ແລະ ຄວາມບໍ່​ລົງ​ລອຍ​ກັນ​ນ້ອຍ​ກາຍເປັນ​ບໍ່​ມີ​ຄວາມບໍ່​ລົງ​ລອຍ​ກັນ. ແລະ ການ​ສູ້​ຢັນ​ນັ້​ນ ກາຍ​ເປັນ​ການ​ພົວ​ພັນ​ສັນ​ຕິ​ພາບ, ມິ​ດ​ຕະ​ພາບ, ການ​ຮ່ວມ​ມື​ຢ່າງ​ໝັ້​ນ​ຄົງ.”

ໂດຍ​ປະ​ຕິ​ບັດ​ຄວາມ​ຫວັງ​ໃນ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ​ຫວຽດ​ນາມ ຕັດ​ສິນ​ໃຈ ຮັກ​ສາ​ສັນ​ຕິ​ພາບ, ຍູ້​ແຮງ​​ການຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປ​ະ​ໄຕ, ເອ​ກະ​ພາບ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຢ່າງ​ໝັ້​ນ​ຄົງ; ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຟ້າ​ມ​ຊວນ​ໝີ, ພະ​ແນກ​ປະ​ຫວັດ​ສາດ​ພັກ, ສະ​ຖາ​ບັນ​ສື່ມ​ວ​ນຊົນ ແລະ ໂຄ​ສະ​ນາ ຖື​ວ່າ:

        “ສິ່ງ​ສຳ​ຄັນສຳ​ລັບ​ພວກ​ເຮົາ ປະ​ຈຸ​ບັນ ແມ່ນ​ເຮັດ​ແນວ​ໃດ​​ເພື່ອຮັກ​ສາ​ເສດ​ຖະ​ກິດ​​ໃຫ້ໝັ້ນ​ທ່ຽງ ເພື່ອ​ສັນ​ຕິ​ພາບ​ແລະ ການພັດ​ທະ​ນາ. ຢາກ​ເຮັດ​ໄດ້​ຄື​ແນວນັ້ນ ພັກ​ຕ້ອງກໍ່​ສ້າງ​ໃຫ້​​ໝັ້​ນ​ຄົງເຂັ້ມ​ແຂງ, ປ​ະ​ຊາ​ຊົ​ນ​ຕ້ອງ​ສາ​ມັກ​ຄີ, ຕັ້ງ​ຫ​ນ້າ​ຜ່ານ​ຜ່າ​ໄລ​ຍະ​ຫ​ຍຸ້ງ​ຍາກ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ. ປະ​ທານ​ໂຮ່​ຈິ​ມີນ ເຄີຍ​ເວົ້າ​ວ່າ ຖ້າ​ພວກ​ເຮົາ​​ເຂັ້ມ​ແຂງ ພວກ​ເຮົາ​ຈຶ່ງ​ສາ​ມາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຖ້າ​ຫາກ​ພວ​ກ​ເຮົາບໍ່​ເຂັ້ມ​ແຂງ ພວກ​ເຮົາ​ພຽງ​ແຕ່​ເປັນ​ເຄື່ອງ​ມື​ຂອງ​ຜູ້​ອື່ນ.”

        ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ໂດຍ​ພັກ​ກອມ​ມູ​ນິດ​ໄດ້​ສືບ​ທອດ ແລະ ພັດ​ທະ​ນາ ແນວ​ຄິດ​ໃຫ​ຍ່​ຂອງ​ປະ​ທານ​ໂຮ່​ຈິ​ມີນ ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ສາ​ກົນ​ຢ່າງ​ປອດ​ໃສ ບົນ​ພື້ນ​ຖານ​ລັດ​ທິ ມາກ​ເລ​ນີນ ແລະ ລັດ​ທິ​ກຳ​ມະ​ຊີບ ​ໃນ​ຕະ​ຫລອດ​ 45 ປີ​ຜ່ານ​ມາ. ແນວ​ຄິດ​ສາ​ມັກ​ຄີ​ສາ​ກົນ​ຂອງ ເພີ່ນ ຍັງ​ຄົງ​ແມ່ນ​ເຂັມ​ຊີ້​ທິດ ເພື່ອ​ໃຫ້​ຫວຽດ​ນາມ ນັບ​ມື້​ນັບ​ເຊື່ອມ​ໂຍງ, ພັດ​ທະ​ນາ ກາຍ​ເປັນ​ຄູ່​ຮ່ວມ​ມືທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ./.



 

ຕອບກັບ

ຂ່າວ/ບົດ​ອື່ນ