ປະຕິຮູບລະບຽບການບໍລິຫານເພື່ອຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ

ໂດຍຖັດຈາກມະຕິ​ເລກທີ 19 ຂອງ​ລັດຖະບານ​ຊຶ່ງ​ປະກາດ​ໃຊ້​ເມື່ອ​ເດືອນ 3/2014 ກ່ຽວ​ກັບ​ບັນດາ​ໜ້າທີ່, ວິທີ​ການ​ແກ້​ໄຂ​ຕົ້ນຕໍ​ເພື່ອ​ປົວ​ແປງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ, ຕົ້ນ​ເດືອນ 8 ທີ່​ຜ່ານ​ມາ, ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ອອກ​ຄຳ​ສ່ັງ​ເລກທີ 24 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ພາສີ, ສ່ວນ​ສາ​ອາກອນ. ວຽກ​ງານ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ໃນ​ການສ້າງສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດທີ່​ສະ​ເໝີ​ພາບ, ອຳນວຍ​ຄວາມ​ສະດວກ​ເພື່ອ​ແນ​ໃສ່​ຫຼຸ​ກຜ່ອນ​ວັນ​ເວລາ ​ແລະ ​ເງິນ​ໃຊ້​ຈາ​ຍຂອງ​ບັນດາ​ວິ​ສາ​ຫະກິດ. 

ປະຕິຮູບລະບຽບການບໍລິຫານເພື່ອຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ - ảnh 1
(ພາບປະກອບ)

   ຕາມ​ຕົວ​ເລກ​ສະ​ຖີຕິ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດຂອງ​ທະ​ນາຄານ​ໂລກກ່ຽວ​ກັບ​ຈຳນວນ​ເທື່ອ​ເສຍພາສີ ​ອາກອນ, ສຳ​ເນົາ​ເອກະສານ​ຕ້ອງ​ຍືນ, ຈຳນວນ​ຊົ່ວ​ໂມງ​ຕ້ອງເສຍພາສີ​ອາກອນ, ຫວຽດນາມ​ຢືນ​ອັນ​ດັບ​ທີ 149/190 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ​ໃນ​ຂົງ​ເຂດ​ພາສີ, ຫວຽດນາມ​ຢືນ​ອັນທີ 65 ດ້ວຍ​ການ​ປະຕິບັດ​ລະບຽບ​ການ​ສົ່ງ​ອອກ, ນຳ​ເຂົ້າ​ສິນຄ້າ​ປະມານ 21 ວັນ. ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ຄວາມ​ຈິງ​ນີ້ ຮຽກຮ້ອງ​ໃຫ້​ຫວຽດນາມ​ຕ້ອງ​ປະຕິ​ຮູບ, ​ໂດຍ​ສະ​ເພາະ​ແມ່ນ 2 ດັດຊະນີ​ນີ້ ​ແມ່ນ​ກ່ຽວຂ້ອງ​ເຖິງ​ຄ່າ​ໃຊ້​ຈາ​ຍ, ຄວາມ​ສ່ຽງ​ໃນ​ການ​ດຳ​ເນີນທຸລະ​ກິດ​ຂອງ​ວິ​ສາ​ຫະກິດ.

   ຕອບ​ສະໜອງ​ຕາມ​ທຳນຽມ​ສາກົນ

ທ້າ​ຍ​ໄຕ​ມາດ 1 ປີ​ນີ້, ລັດຖະບານ​ປະກາດ​ໃຊ້​ມະຕິ ສະ​ເໜີ​ວ່າ​ໄລຍະ​ເວລາ​ປະຕິບັດ​ລະບຽບ​ການ​ພາສີ​ແມ່ນ​ຕ້ອງ​ຫຼຸດ​ລົງ​ເຫຼືອ​ພຽງ 14 ວັນ ​ແລະ ລະບຽບ​ການ​ພາສີ​ອາກອນ​ລົງ​ເຫຼືອ​ພຽງ 171 ຊົ່ວ​ໂມງ​ໃນ​ປີ 2015. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ໂດຍ​ບັງຄັບ​ເພື່ອ ຕອບ​ສະໜອງ​ຕາມ​ທຳນຽມ​ສາກົນ. ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ຖື​ວ່າ ຖ້າ​ຫາກ​ສິ່ງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະຕິບັດ ຈະສົ່ງຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ເຖິງ ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ທາງ​ດ້ານ​ການ​ຄ້າ, ກົດໝາຍ, ຫຼຸດຜ່ອນ​ຄ່າ​ໃຊ້​ຈາ​ຍຕິດ​ຕໍ່​ພົວພັນ​ໃຫ້​ແກ່​ວິ​ສາ​ຫະກິດ. ​ເມື່ອ​ສາມາດ ຫຼຸດຜ່ອນ​ຄ່າ​ໃຊ້​ຈາ​ຍຕິດ​ຕໍ່​ພົວພັນ​ໃຫ້​ແກ່​ວິ​ສາ​ຫະກິດ​ໄດ້​ນັ້ນ, ​ເປັນ​ທີ່​ຈະ​ແຈ້​ງວ່າຈະ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ. ຕາມ​ການ​ຄິດ​ໄລ່​ຂອງ​ຜູ້​ຊ່ຽວຊານ​ສາກົນ ​ໄດ້​ໃຫ້​ເຫັນ​ວ່າ ຖ້າ​ຫາກ​ຫຼຸດຜ່ອນ​ເວລາ​​ໄດ້ 1 ວັນ​ກ່ຽວ​ກັບ​ລະບຽບ​ການ​ພາສີ​ສຳລັບ​ສິນຄ້າຜ່ານ​ຊາຍ​ແດນ, ຫວຽດນາມ​ກໍ​ສາມາດ​ຫຼຸດຜ່ອນ 1% ຍອດ​ວົງ​ເງິນ​ກ່ຽວ​ກັບ​ຄ່າ​ໃຊ້​ຈາ​ຍດ້ານ​ຂາ​ອອກ​ຂາ​ເຂົ້າ​ໃນ 1 ປີ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ ດິງຕ້ຽນຢຸງ ​ໃຫ້​ຮູ້​ວ່າ 

  “ ​ແນ່ນອນ​ວ່າ ​ແຕ່​ນີ້​ຫາ​ຕົ້ນ​ເດືອນ 9/2014, ກະຊວງ​ການ​ເງິນ​ຈະ​ຫຼຸດຜ່ອນ​ບັນດາ​ລະບຽບ​ການ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະກິດ. ພວກ​ຂ້າພະ​ເຈົ້າ​ຈະ​ກວດກາ, ລົບ​ລ້າງ​ບັນດາ​ລະບຽບ​ການທີ່​ບໍ່​ຈຳ​ເປັນ, ກໍ່​ຄວາມ​ຫຍຸ້ງ​ເຫຍືອງ​ໃຫ້​ແກ່​ຜູ້​ເສຍ​ພາສີ​ອາກອນ, ຫຼຸດຜ່ອນ​ເວລາ​ແຈ້ງ​ລະບຽບ​ການ ​ແລະ ​ເສຍ​ພາສີ​ອາກອນ ກໍ​ຄື​ຫຼຸດຜ່ອນ​ເວລາ​ເຮັດ​ລະບຽບ​ການ​ຜ່ານ​ແດນ​​ໃຫ້​ແກ່​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຂາ​ອອກ​ຂາ​ເຂົ້າ. ສູ້​ຊົນ​ຫຼຸດຜ່ອນ​ເວລາ​ລົງ​ລະອຽດ​ແມ່ນ 201 ຊົ່ວ​ໂມງ. ທີ 2 ​ແມ່ນ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ລາຍ​ຮັບ​ບັນຊີ ​ແລະ ລາຍ​ຮັບ​ໂດຍ​ຄິດ​ໄລ່​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດຈະ​ຫຼຸດ​ລົງ​ປະມານ 35 ຊົ່ວ​ໂມງ. ທີ 3 ​ແມ່ນ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນກ່ຽວ​ກັບ​ການ​ຮັບ​ຮູ້​ລະຫວ່າງ​ຄ່າ​ໃຊ້​ຈາ​ຍບັນຊີ ກັບ​ຄ່າ​ໃຊ້​ຈາ​ຍຄິດ​ໄລ່​ພາສີ​ອາກອນ ຫຼຸດ​ໄດ້ປະມານ 10 ຊົ່ວ​ໂມງ ​ແລະ ທີ 4 ​ແມ່ນ​ຍູ້​ແຮງ​ການ​ແຈ້ງ​ເອກະສານ​ເສຍ​ພາສີ​ອາກອນທາງ​ເອ​ເລັກ​ໂຕ​ນິກ ຈະ​ຫຼຸດຜ່ອນ​ໄດ້​ປະມານ 23 ຊົ່ວ​ໂມງ. ”

    ຜັນ​ຂະຫຍາຍ​ຢ່າງຕັ້ງໜ້າ.

   ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ໄລຍະ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ປະຕິບັດ ການປະຕິ​ຮູບ​ລະບຽບ​ການ​ບໍລິຫານກ່ຽວ​ກັບ​ພາສີ​ອາກອນ ​ແນ​ໃສ່​ຫຼຸດຜ່ອນ​ເວລາ​ແຈ້ງເສຍພາສີ​ອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ.​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື​້ນນັ້ນ, ເວລາ​ແຈ້ງເສຍພາສີ​ອາກອນ​ໃຫ້​ແກ່​ວິ​ສາ​ຫະກິດຍັງ​ສູງ​ຢູ່. ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ ດິງຕ້ຽນຢຸງ ​ໃຫ້​ຮູ້​ວ່າ ​ເພື່ອ​ປະຕິບ​ັດມະຕິ​ຂອງ​ລັດຖະບານ ​ແລະ ການ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ, ກະຊວງ​ການ​ເງິນ​ຫວຽດນາມ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ກັບ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ, ສະຫະ​ສະມາຄົມ​ທີ່​ປຶກສາ​ດ້ານ ​​ພາສີ​ອາກອນ​ເພື່ອ​ກວດກາ​ບັນດາ​ໂຄງການ​ດຳ​ເນີນ​ງານ​ລະອຽດ ​ແນ​ໃສ່​ຫຼຸດຜ່ອນ​ຈຳນວນ​ເທື່ອ ​ແຈ້ງ​ລະບຽບ​ການ ​ແລະ ​ຫຼຸດຜ່ອນ​ເວລາ​ແຈ້ງເສຍພາສີ​ອາກອນ, ພ້ອມ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ກ່ຽວ​ກັບ​ປະຕິ​ຮູບ​ລະບຽບ​ການ​ພາສີ ​ແລະ ພາສີ​ອາກອນ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ ດິງຕ້ຽນຢຸງ ​ໃຫ້​ຮູ້​ວ່າອີກ​ວ່າ

   “ກະຊວງ​ການ​ເງິນ​ຫວຽດນາມ​ໄດ້​ຍືນ​ສະ​ເໜີ​ລັດຖະບານ ມະຕິ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ທີ່​ຄ້າງ​ຄ່າ, ຍູ້​ແຮງ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ, ​ໃນ​ນັ້ນ​ເລັ່ງ​ໃສ່​​ເນື້ອໃນການປະຕິ​ຮູບ​ລະບຽບ​ການ​ບໍລິຫານດ້ານ​ພາສີ ແລະ ພາສີອາກອນ, ສູ້​ຊົນ​ຫຼຸດຜ່ອນ​ເວລາ​ແຈ້ງ​ເສຍ​ພາສີ​ອາກອນ 290 ຊົ່ວ​ໂມງ​ໃນ​ຍອດ​ຈຳນວນ 537 ຊົ່ວ​ໂມງ​ຕາມ​ການ​ຄະດ​ໄລ່​ຂອງ​ທະນາຄານ​ໂລກ​ໃນ​ປີ 2012. ພວກ​ຂ້າພະ​ເຈົ້າ​ເລັ່ງ​ໃສ່ 3 ໝວດ​ມາດ​ຕະການ​ຕົ້ນຕໍ: ທີ 1 ​ແມ່ນ​ຫຼຸດຜ່ອນ​ຈຳນວນ​ເທື່ອ​ແຈ້ງເສຍ​ພາສີອາກອນ; ທີ 2 ກວດກາ, ລົບລ້າງ​ບັນດາ​ລະບຽບ​ການ​ບໍ່​ຈຳ​ເປັນ​ເມື່ອ​ວິ​ສາ​ຫະກິດ​ຕ້ອງ​ແຈ້ງເສຍພາສີ​ອາກອນ ​ແລະ ທີ 3 ​ແມ່ນ​ບັນດາມາດ​ຕະການ​ກວດກາ​ດ້ານ​ກົດໝາຍ”

   ດ້ວຍ​ຄວາມ​ຕັດສິນ​ໃຈປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ຍົກ​ສູງ​ຄວາມ​ສາມາດ ແກ່ງ​ແຍ້​ງ​ແຫ່ງ​ຊາດຂອງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ, ຫວຽດນາມ​ມີ​ຄວາມ​ປາດ​ຖະໜາ​ປົວ​ແປງ​ທີ່​ຕັ້ງ​ບົດບາດ​ແກ່ງ​ແຍ້​ງ​ໃນ​ກຸ່ມ​ບັນດາ​ປະ​ເທດ​ອາ​ຊຽນ ພ້ອມ​ທັງ​ປົວ​ແປງ ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດຢ່າງ​ຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ