ປະທານາທິບໍດີ B.Obama ສ້າງຂີດໝາຍ ໃນໄລຍະທາງສຸດທ້າຍຂອງອາຍຸການປະທານາທິບໍດີ

ສິ່ງ​ທີ່​ກີດ​ຂວາງ​ຢ່າງ​ໃຫຍ່ຫຼວງ​ສຳ​ລັບ​ສັນ​ຍາ​ນິວ​ເຄຼຍ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ​ອີ​ຣານ​ກັບ​ກຸ່ມ P5+1 , ສຸ​ດທ້າຍກໍ​ຖືກ​ຍົກເລີກເມື່ອບໍ່​ດົນ​ມານີ້. ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ຈຳ​ເປັນ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດ​ພັກ​ສາ​ທາ​ລະ​ນະ​ຝ່າຍ​ຄ້ານ. ດ້ວຍ​ໄຊ​ຊະ​ນະ​ນີ້, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ໄດ້​ສ້າງ​ຂີດ​ໝາຍ​ຕື່ມ​ອີກ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ໃນ​ອາ​ຍຸ​ການ​ທີ 2 ຂອງ​ຕົນ, ໃນ​ເບື້ອງ​ຕົ້ນ ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ຜູ້​ສືບ​ທອດ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ໄລ​ຍະ​ຍາວ.

ປະທານາທິບໍດີ B.Obama ສ້າງຂີດໝາຍ ໃນໄລຍະທາງສຸດທ້າຍຂອງອາຍຸການປະທານາທິບໍດີ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama

     ບໍ່​ຮອດ 16 ເດືອນ​ອີກ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ຈະ​ອອກ​ຈາກ​ທຳ​ນຽບ​ຂາວ​ຢ່າງ​ເປັນ​ທາງ​ການ, ຊຶ່ງ​ເປັນ​ສິ້ນ​ສຸດ​ພາ​ລະ​ກຳ 8 ປີລວມ 2 ອາ​ຍຸ​ການເປັນປະ​ທາ​ນາ​ທິ​ບໍ​ດີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ລຳ​ບາກ ແລະ ທົດ​ສອບຫຼາຍ​ປະ​ການ. ຂີດ​ໝາຍ​ແຫ່ງຜົນ​ສຳ​ເລັດ​ດີ​ທີ່​ສຸດຊຶ່ງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ບັນ​ລຸ​ມາ​ໄດ້, ນັ້ນ​ແມ່ນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ, ພ້ອມ​ທັງ​ຮັກ​ສາ​ທີ່​ຕັ້ງ​ບົດ​ບາດ​ເປັນ​ການ​ນຳ​ຂອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ອັນ​ດັບ​ໜຶ່ງ​ໃນ​ໂລກ.

     ບັນ​ດາ​ຄະ​ແນນບວກ​ໃນ​ອາ​ຍຸ​ການ​ທີ 2

 ນັບ​ແຕ່​ເລີ່ມ​ເຂົ້າ​ເຮັດ​ວຽກ​ໃນ​ອາ​ຍຸ​ການ​ທີ 2, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ໄດ້​ນຳ​ແຜນ​ການ ຟື້ນ​ຟູ​ເສດ​ຖະ​ກິດ ແລະ ປະ​ຕິ​ຮູບ​ສັງ​ຄົມ​ເຂົ້າ​ໃນ​ທີ່​ຕັ້ງ​ສຳ​ຄັນ​ແຖວ​ໜ້າ, ສຸມ​ແຫຼ່ງ​ກຳ​ລັງ​ຕົ້ນ​ຕໍ​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຢູ່​ພາຍ​ໃນ​ປະ​ເທດ ແລະ ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈາຍ​ດ້ານ​ການ​ປ້ອງ​ກັນ​ຊາດ. ໜຶ່ງ​ໃນ​ບັນ​ດາ​ຜົນ​ງານ​ໃຫຍ່ກວ່າ​ໝູ່​ໃນອາ​ຍຸ​ການ​ທີ 2 ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama, ນັ້ນ​ແມ່ນ​ການ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ກັບ​ຄືນ​ສູ່​ສະ​ພາບ​ພັດ​ທະ​ນາ​ປົກ​ກະ​ຕິ. ຕ​າມ​ການ​ສະ​ຖີ​ຕິຄັ້ງຫຼ້າ​ສຸດ​ແລ້ວ, ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ເມ​ລິ​ກາ​ບັນ​ລຸ 3,7% ໃນ​ໄຕ​ມາດ​ທີ 2, ອັດ​ຕາ​ການ​ວ່າງ​ງານຫຼຸດ​ລົງ​ເຫຼືອ​ພຽງ 5,1% ໃນ​ຂະ​ນະ​ທີ​່ເງິນ​ເຟີ້ຫຼຸດ​ລົງຫຼາຍ​ພໍ​ສົມ​ຄວນ. ໃນ​ຂົງ​ເຂດ​ປະ​ຕິ​ຮູບ​ສັງ​ຄົມ, ກໍ​ມີ​ບັນ​ດາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຄົນ​ເຂົ້າ​ເມືອງ, ສ້າງວຽກ​ເຮັດງານ​ທຳ​ໃຫ້​ຊາວ​ໜຸ່ມ, ປະ​ກັນ​ສຸ​ຂະ​ພາບ. ໜຶ່ງ​ໃນ​ບັນ​ດາ​ການ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ທີ່​ສຸດ, ແມ​່ນ​ຕ້ອງ​ເວົ້າ​ເຖິງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ການ​ປະ​ຕິ​ຮູບ​ຄັ້ງ​ໃຫຍ່​ສຸດ​ໃນ​ລະ​ບົບ ການ​ເບິ່ງ​ແຍງ​ສຸ​ຂະ​ພາບຂອງ​ອາ​ເມ​ລິ​ກາ​ນັບ​ຕັ້ງ​ແຕ່​ປີ 1965 ເປັນ​ຕົ້ນ​ມາ, ອັນ​ໄດ້​ນຳ​ໂອ​ກາດ​ທີ່​ດີເພື່ອ​ຊົ​ມ​ໃຊ້​ການ​ບໍ​ລິ​ການ​ການ​ແພດມາ​ສູ່​ປະ​ຊາ​ຊົນ​ທີ່​ຂຶ້ນ​ກັບ​ຊົນ​ຊັ້ນ​ມີ​ລາຍ​ຮັບ​ຕ່ຳ​ໃນ​ສັງ​ຄົມ.

     ສຳ​ລັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ໂດຍ​ມີ​ຄວາມ​ແຕກ​ຕ່າງ​ກັບ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາສະ​ໄໝ​ກ່ອນ ທີ່​ເຄີຍ​ມີ​ຖະ​ແຫຼງ​ການ​ທີ່​ຫ້າວ​ຫັນ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ນຳ​ໃຊ້​ກຳ​ລັງ​ແຮງ​ຂອງ​ອາ​ເມ​ລິ​ກາ ແນ​ໃສ່​ເຮັດ​ໃຫ້​ໂລກ​ປ່ຽນ​ແປງ, ໃນອາ​ຍຸ​ການ​ທີ 2, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ພັດ​ຮັກ​ສາ​ທັດ​ສະ​ນະ​ຂອງ​ອາ​ເມ​ລິ​ກາ ແມ່ນ​ຕ້ອງ​ຫັນ​ທິດ​ສູ່​ພາຍ​ໃນ​ປະ​ເທດ ແທນ​ທີ່​ສິ້ນ​ເປືອງ​ກຳ​ລັງ​ແຮງ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຂອງ​ໂລກ. ເພາະ​ສະ​ນັ້ນ, ການ​ຢຸດ​ຕິ​ສົງ​ຄາມຢູ່​ອີ​ຣັກ, ອາບ​ກາ​ນິ​ສ​ຖານ ແມ່ນນອນ​ໃນ​ສິ່ງ​ຮັບ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຂອງປະ​ທາ​ນາ​ທິ​ບໍ​ດີ​ Barak Obama . ໂດຍ​ໄດ້ຍຶດ​ໝັ້ນ​ທັດ​ສະ​ນະ ແນວ​ທາງ​ການ​ທູດ​ຂອງອາ​ເມ​ລິ​ກາ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ອີດ​ເທື່ອ​ໜຶ່ງ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ບັນ​ລຸ​ສັນຍາ​ນິວ​ເຄຼຍຄັ້ງ​ປະ​ຫວັດ​ສາດ​ກັບ​ອີ​ຣານ, ອັນ​ໄດ້​ໄຂ​ໄລ​ຍະ​ຮ່ວມ​ມື​ໃໝ່​ກັບ​ປະ​ເທດ​ຢູ່​ຕາ​ເວັນ​ອອກກ​າ​ງ​ທີ່​ຮັ່ງ​ມີ​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ​ນີ້.

    ເຫດ​ຫານ​ຫັນ​ການ​ພົວ​ພັນ​ກັບ​ກູ​ບາ​ເປັນ​ປົກ​ກະ​ຕິ ກໍ​ໄດ້​ຮັບ​ຖື​ວ່າ ແມ່ນບ​າດ​ກ້າວ​​ສືບຕໍ່​ໄປ​ໃຫ້ແກ່​ບັນ​ດາ​ຜົນ​ສຳ​ເລັດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ກ່ຽວ​ກັບ​ແນວ​ທາງ​ການ​ຕ່າງ​ປະ​ເທດ, ເພີ່ມ​ຄວາມ​ໃວ້​ເນື້ອ​ເຊື່ອ​ໃຈ​ໃນ​ອາ​ຍຸ​ການ​ທີ 2 ຂອງປະ​ທາ​ນາ​ທິ​ບໍ​ດີ Barak Obama.

     ສ້າງ​ບັນ​ດາ​ຂີດ​ໝາຍ​ເປັນ​ຮູບ​ປະ​ທຳ​ພາຍຫຼັງ​ອອກ​ຈາກ​ທຳ​ນຽບ​ຂາວ

ພ້ອມ​ກັນ​ນັ້ນ, ທ່ານ​ປະທານາທິບໍດີ B.Obamad ກໍ​ໄດ້​ສ້າງ​ຂີດໝາຍ ດ້ວຍບັນດາ​ຜົນງານດ້ານການ​​ຕ່າງປະ​ເທດ​ສຳຄັນ​ອື່ນໆຄື: ບັນລຸ​ໄດ້​ສິດ​ເຈລະຈາ​ໄວ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມປາຊີ​ຟິກ (TPP), ມານະ​ພະຍາຍາມ​ດຳ​ເນີນບັ້ນ​ຮົບ​ຕ້ານ​ກຳລັງ​ລັດ​ອິດສະລານ (IS) ອ້າງ​ຊື່​ເອງ ຫລື ປັບປຸງ​ບັນດາ​ສາຍ​ພົວພັນ​ກັບປະ​ເທດພັນ​ທະ​ມິດ​ຂອງ ອາ​ເມ​ລິ​ກາ, ປັບປຸງ​ສາຍ​ພົວພັນ​ກັບ​​ໂລກ ອິດສະ​ລານ. ບໍ່​ວ່າ​ຜົນສຳ​ເລັດຢ່າງ​ໃດ ​ໃນ​ຈຳນວນ​ຜົນງານດັ່ງ​ກ່າວ​ແມ່ນ​ນ້ອຍ. ​ໃນ​ໄລຍະ​ສຸດ​ທ້າຍ​ຂອງ​ອາຍຸ​ການປະທານາທິບໍດີ, ທ່ານ  B.Obamad​ ໄດ້ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ​ເມື່ອ​ຂຶ້ນ​ກຳ​ອຳນາດ ຍ້ອນມີ​ນະ​ໂຍບາຍຍືດໝັ້ນ: ພ້ອມ​ແລ້ວ​ຈະ​​ເຈລະຈາ, ນັບ​ທັງ​ກັບບັນດາ​ກຳລັງ​ມີຄວາມ​ບໍ່​ລົງ​ລອຍກັນ​ດ້ານ​ທັດສະນະ ​ແລະ ​ເປັນ​ປໍ​ລະ​ປັກ​ກັບ ອາ​ເມ​ລິ​ກາ.

        ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ຍັງ​ມີ​ຄວາມ​ເຫັນ​ບໍ່ລົງ​ລອຍ​ກັນຫລາ​ຍຢ່າງ ກ່ຽວ​ກັບ​ບັນດາຜົນງານດ້ານ​​​ນະ​ໂຍບາຍ​ຂອງ​ປະທານາທິບໍດີ B.Obamad ກໍ​ຕາມ, ​ແຕ່​ບໍ່​ມີ​ໃຜ​ອາດຈະປະຕິ​ເສດ​​ວ່າ: ນະ​ໂຍບາຍການ​ຕ່າງປະ​ເທດ​ນີ້ ​​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫລວງ​ໃຫ້​ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ. ທ່ານ​ປະທານາທິບໍດີ B.Obamad ​ໄດ້​ປະກອບສ່ວນ​ຢ່າງ​ບໍ່ໜ້ອຍ​ເພື່ອຊ່ວຍອາ​ເມ​ລິ​ກາ ຮັກສາ​ທີ່​ຕັ້ງບົດບາດ​ເປັນ​ການ​ນຳ​ຂອງ​ໂລກ, ຮັກສາ​ພາບ​ພົດ​ເປັນ​ປະ​ເທດ​ມະຫາ​ອຳນາດ​ສຳຄັນ ​ແລະ ຮັ່ງມີ​ທີ່​ສຸດ​ໃນ​ໂລກ. ບັນດາ​ຜົນງານ​ນີ້​ສ້າງ​ບັນດາ​ຂີດ​ໝາຍ​ເປັນ​ຮູບ​ປະ​ທຳ ຊຶ່ງ​ທ່ານ B.Obamad ປະ​ໄວ້​ພາຍຫລັງຂຶ້ນກຳ​ອຳນາດ​​ໃນ 2 ອາຍຸ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ