ປະເທດອັງກິດຊອກຫາກາລະໂອກາດຢູ່ທາງທິດຕາເວັນອອກ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ພວມ​ທຳ​ການ​ຢ້ຽມ​ຢາມ 4 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຊັ່ນ : ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຫວຽດ​ນາມ ແລະ ສິງ​ກະ​ໂປ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຢູ່​ບໍ​ລິ​ເວນນອກ​ພາກ​ພື້ນ​ເອີ​ລົບ ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ນັ​ບ​ຕັ້ງ​ແຕ່​ໄດ້​ຮັບ​ການ​ເລືອກ​ຕັ້ງເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດຄືນ​ໃໝ່​ເມື່ອ​ເດືອນ 5 ທີ່​ຜ່ານ​ມາ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ນອກ​ຈາກ​ຈຸດ​ປະ​ສົງ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້​ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນັ້ນ, ອັງ​ກິດ​ຍັງ​ມີ​ຄວາມ​ຫວັງ​ຢາກ​ຊອກ​ຫາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື ຕ້ານກໍ່​ການ​ຮ້າຍ, ການ​ເດີນ​ທະ​ເລ, ການ​ບິນ…

ປະເທດອັງກິດຊອກຫາກາລະໂອກາດຢູ່ທາງທິດຕາເວັນອອກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ້​ຢຸງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron

     ໂດຍ​ສັງ​ເກດ​ໃນ​ທຸກ​ແງ່​ມຸມ​ແລ້ວ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປະ​ຈຸ​ບັນ, ຍັງ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ ແລະ ການ​ລົງ​ທຶນ​ທີ່​ສຳ​ຄັນ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ອັນ​ດັບໜຶ່ງ​ໃນ​ໂລກ. ໄລ​ຍະ​ມໍ່ໆ​ມານີ້, ບັນ​ດາ​ປະ​ເທດ​ໃຫຍ່ ລ້ວນ​ແຕ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ທີ່​ຈະ​ແຈ້ງໂດຍ​ຫັນ​ຈຸດ​ສຸມ​ໄປ​ຍັງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ, ໃນ​ນັ້ນ ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ບົດ​ບາດ​ຂອງ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​. ສຳ​ລັບ​ອາ​ເມ​ລິ​ກາ ແມ່ນ​ນະ​ໂຍ​ບາຍ​ຫັນ​ຈຸດ​ສຸມ, ອິນ​ເດຍ ແມ່ນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ, ລັດ​ເຊຍ ແມ່ນ​ນະ​ໂຍ​ບາຍ​​ໃຫ້​ບຸ​ລິ​ມະ​ສິດ​ແກ່​ພາກ​ພື້ນ, ສ່ວນ​ສະ​ຫະ​ພາບ​ເອີ​ລົບ ແມ່ນ​ນະ​ໂຍ​ບາຍ​​ແຊກ​ແຊງ​ດ້ວຍ​ກຳ​ລັງ​ແຮງ​ແບບ​ອ່ອນ​ໂຍນ. ເພາະ​ສະ​ນັ້ນ, ລັດ​ຖະ​ບານ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ກໍ​ບໍ່ຢາກຊັກ​ຊ້າ​ໃນ​ການ​ແຂ່ງ​ຂັນ​ຊອກ​ຫາ​ບັນ​ດາ​ໂອ​ກາດ​ຮ່ວມ​ມື​ຢູ່​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນນີ້.

   ຈຸດ​ໝາຍ​ເສດ​ຖະ​ກິດ​ແມ່ນ​ສຳ​ຄັນ​ກວ່າ​ໝູ່

      ປະ​ຈຸ​ບັນ, ການ​ແລກ​ປ່ຽນການ​ຄ້າ​ລະ​ຫວ່າງ​ອັງ​ກິດ​ກັບ​ບັນ​ດາ​ປະ​ເທດພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ພຽງ​ບັນ​ລຸ​ໃນ​ລະ​ດັບ​ບໍ່​ສູງ​ປານ​ໃດ. ການ​ສົ່ງ​ອອກ​ຂອງ​ອັງ​ກິດ​ໄປ​ຍັງ​ພາກ​ພື້ນນີ້ ພຽງ​ຢຸດ​ຢູ່​ໃນ​ລະ​ດັບ​ປະ​ມານ 10 ຕື້​ປອນ(ສະ​ກຸນ​ເງິນ​ອັ​ງ​ກິດ) ເທົ່າ​ກັບ​ປະ​ມານ 15 ຕຶ້ USD. ໃນ​ສະ​ພາ​ວະ​ທີ່​ພື້ນ​ຖານ​ເສດ​ຖະ​ກິດ​ເອີ​ລົບໃນ​ມໍ່​ມານີ້ ໄດ້​ປະ​ສົບ​ກັບຫ​ລາຍ​ບັນ​ຫາທີ່​ຈຳ​ເປັນ​ຕ້ອງ​ແກ້​ໄຂ, ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຕົນ ແລະ ເຖິງ​ເວ​ລາ​ແລ້ວ ທີ່​ອັງ​ກິດ​ໄດ້​ຮັບ​ຮູ້​ວ່າ ບໍ່​ອາດ​ເລັ່ງ​ໃສ່​ພຽງ​ແຕ່​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເອີ​ລົບ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ​ໃໝ່​ໃນ​ທົ່ວ​ໂລກ​ອີກ​ດ້ວຍ. ​ດັ່ງ​ນັ້ນ, ການເດີນ​ທາງ​ຢ້ຽມ​ຢາມ 4 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ໄດ້​ສົ່ງ​ສານ​ຢ່າງ​ຈະ​ແຈ້ງວ່າ ອັງ​ກິດ​ຈະ​ຫັນ​ບັນ​ດາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ຂອງ​ຕົນ​ເປັນຫຼາຍ​ຮູບຫຼາຍ​ແບບ ແລະ ພ້ອມ​ແລ້ວ​ທີ່​ຈະ​ປ່ຽນ​ແປງ. ການ​ເປີດ​ກ້​ວາງ​ການ​ເຄື່ອນ​ໄຫວການ​ຄ້າ​ໄປ​ຍັງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ກໍ​ເປັນ​ການ​ຊ່ວຍ​ອັງ​ກິດ​ຫັນ​ຄວາມ​ພະ​ຍາ​ຍາມ​ຍົກ​ສູງ​ມຸນ​ຄ່າ​ການ​ສົ່ງ​ອອກ​ຂອງ​ປະ​ເທດ​ອັງ​ກິດ​ຂຶ້ນ​ເຖິງ 1000 ຕື້​ປອນ​ໃນ​ປີ 2020 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ເພາະ​ສະ​ນັ້ນ, ບໍ່​ມີ​ຫຍັງ​ທີ່​ປະຫຼາດ​ໃຈ​ຕໍ່​ເລື່ອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ໄດ້​ນຳ​ພາ​ວິ​ສາ​ຫະ​ກິດອັນ​ດັບ​ໜຶ່ງກວ່າ 30 ແຫ່ງຂອງ​ອັງ​ກິດໄປ​ຢ້ຽມ​ຢາມອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ແລະ ຄາດ​ວ່າ​ຈະ​ເຊັນ​ສັນ​ຍາຫຼາຍ​ສະ​ບັບ​ລວມ​ມຸນ​ຄ່າ​ປະ​ມານ 750 ລ້ານ​ປອນ( ປະ​ມານ 1,2 ຕື້ USD )

     ຢູ່​ປະ​ເທດ​ອິນ​ໂດ​ເນ​ເຊຍຊຶ່ງ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ເດີນ​ທາງນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ໄດ້​ໝັ້ນ​ໝາຍ​ສະ​ໜອງ​ບັນ​ດາ​ບ້ວງ​ເງິນ​ກູ້​ລວມ​ມູນ​ຄ່າ​ເຖິງ 1ຕື້​ປອນ( ປະ​ມານ 1,5 ຕື້ USD ) ໃຫ້​ແກ່​ບັນ​ດາ​ໂຄງການກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ​ຢູ​່​ອິນ​ໂດ​ເນ​ເຊຍ. ພ້ອມ​ກັນ​ນັ້ນ, 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນ​ຍາຫຼາຍໆ​ສະ​ບັບ​ກ່ຽວ​ກັບ​ຂົງ​ເຂດ​ການ​ເດີນ​ທະ​ເລ, ຄົ​້ນຄ້​ວາ ແລະ ຂະ​ແໜງ​ອາ​ວະ​ກາດ​ພົນ​ລະ​ເຮືອນ.

    ຖັດ​ຈາກ​ອິນ​ໂດ​ເນ​ເຊຍ, ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ຮ່າ​ໂນ້ຍ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ຫງວ​ນ​ເວ​ລາ​ສ່ວນຫຼາຍ​ເພື່ອ​ພົບ​ປະ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ປະ​ຈຸ​ບັນ, ອັງ​ກິດ​ພວ​ມ​ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ EU ທີ່​ລົງ​ທຶນ​ເຂົ້າ​ຫວຽດ​ນາມ, ດ້ວຍ 204 ໂຄງ​ການ​ທີ່​ມີ​ຍອດ​ເງິນ​ລົງ​ທຶນ​ເກືອບ 3,2 ຕື້ USD . ໂດຍ​ຖື​ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເລັ່ງ​ໃສ່​ປຶກ​ສາ​ຫາ​ລື​ການ​ຊຸກ​ຍູ້​ການ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ອາ​ຊຽນ ແລະ EU  ແລະ ຖ້າ​ຫາກວ່າ​ສັນ​ຍານີ້​ໄດ້​ຮັບ​ການ​ລົງ​ນາມ ກໍ​ສາ​ມາດ​ນຳ​ລາຍ​ໄດ້ 4,5 ຕື້ USD ມາ​ໃຫ້​ອັງ​ກິດ​ໃນ​ແຕ່​ລະ​ປີ​ຈາກ​ການ​ສົ່ງ​ອອກ.

    ເຂົ້າ​ຮ່ວມ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ ທົ່ວ​ໂລກຫຼາຍ​ຂຶ້ນ

   ໃນການ​ຢ້ຽມ​ຢາມ 4 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນັ້ນ, ຫົວ​ເລື່ອງ​ຮ່ວມ​ມື​ຕ້ານ​ອົງ​ການ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ ກໍ​ຖືກທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ເຕື້ອງ​ເຖິງ​ຢູ່ 2 ປະ​ເທດ​ອິດ​ສະ​ລາມ​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນຫຼາຍ​ກ່​ວາ​ໝູ່​ໃນ​ໂລກ, ນັ້ນ​ແມ່ນອິນ​ໂດ​ເນ​ເຊຍ ແລະ ມາ​ເລ​ເຊຍ. ໃນ​ສະ​ພາ​ວະ​ໃນ​ມໍ່ໆ​ມານີ້, ຈຳ​ນວນ​ພົນ​ລະ​ເມືອງຂອງ 2 ປະ​ເທດ​ນີ້​ໄດ້​ຖືກ IS ດຶງ​ດູດ​ໄປ​ຍັງ​ຕາ​ເວັນ​ອອກ​ກາງ​ເພື່ອ​ເຂົ້າ​ຮ່ວມ​ກຳ​ລັງ​ທຳ​ສົງ​ຄາມ​ສັກ​ສິດ​ທີ່​ນັ​ບມື້​ນັບ​ເພີ່ມ​ທ​ະ​ວີ​ຂຶ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ໄດ້​ໝັ້ນ​ໝາຍ​ຈະ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ທັງ​ທາງ​ດ້ານ​ການ​ເມືອງ ແລະ ເຕັກ​ໂນ​ໂລ​ຢີ​ໃຫ້​ແກ່​ລັດ​ຖະ​ບານ​ບັນ​ດາ​ປະ​ເທດນີ້, ແນ​ໃສ່​ສະ​ກັດ​ກັ້ນ​ການ​ຄັດ​ເລືອກຮັບສະ​ໝັກ​ສະ​ມາ​ຊິກ​ຫົວ​ຮຸນ​ແຮງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ.

    ໃນ​ການ​ຢ້ຽມ​ຢາມຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron  ອີກ​ເທື່ອ​ໜຶ່ງ​ໄດ້​ເນັ້ນ​ໜັກ​ເຖິງ​ດ້ານຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ອັງ​ກິດ​ກ່ຽວ​ກັບບັນ​ຫາ​​ທະ​ເລຕາ​ເວັນ​ອອກ​. ທ່ານ​ຢືນ​ຢັນ​ວ່າ ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ຢູ່ ທະ​ເລຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ ແລະ ບໍ່​ວ່າ​ການ​ກະ​ທຳ​​ເກາະ​ຜິດພຽງລຳ​ພັງ​ຝ່າຍ​ດຽວ​ໃດໆ ກໍ​ອາດ​ຈະ​ເປັນ​ໄພ​ນາບ​ຂູ່​ຕໍ່​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ກໍ​ຄື​ວັດ​ທະ​ນາ​ຖາ​ວອນ​ໃນ​ທົ່ວ​ໂລກ.

     ດ້ວຍ​ການ​ເດີນ​ທາງ​ຢ້ຽມ​ຢາມ 4 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ນີ້, ອັງ​ກິດ​ຫວັງ​ຮ່ວມ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ກັບບັນ​ດາ​ຕະຫຼາດ​ທີ່​ມີ​ການ​ເຕີບ​ໂຕ​ສູງ​ໃນ​ພາກ​ພື້ນ ເພື່ອ​ຫັນ​ຄວາມ​ໃຝ່​ຝັນ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່ກວ່າ​ໝູ່​ຢູ່​ຝ່າຍຕາ​ເວັນ​ຕົກໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ