ຜູກຮັດຊາວຫວຽດນາມອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ

ເຕົ້າ​ໂຮມ ​ແລະ ດຶງ​ດູດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດກັບ​ມາ​ສ້າງສາ​ປະ​ເທດ​ຊາດ, ຍາມ​ໃດ​ກໍ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນັບ​ຕັ້ງ​ແຕ່​ວັນ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ. ນີ້​ກໍ​ແມ່ນ​ປະກົດ​ການ​ລະອຽດ​ຂອງ​ການ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສາມັກຄີ​ຂອງ​ທັງ​ຊາດ​ໃນ​ລະດັບ​ສູງ​ສຸດ. ທີ່​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 8 ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 25-27/9, ມີເນື້ອໃນຫຼາຍປະການ ຈະຖືກນຳມາ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ແນ​ໃສ່​ເສີມ​ຂະຫຍາຍ​ແຫຼ່ງກຳລັງ ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຫຼາຍ​ກ່ວາ​ອີກ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ , ຜູກ​ຮັດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມື​ອງ​ນອນ​ຢ່າງ​ແໜ້ນ​ແຟ້ນ.

ຜູກຮັດຊາວຫວຽດນາມອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ - ảnh 1
(ພາບປະກອບ)

     ປະ​ຈຸ​ບັນ, ຫວຽດນາມ ມີ ​ຊາວ​ຫວຽດນາມ​ກວ່າ 4,5 ລ້ານ​ຄົນ​ພວມ​ດຳລົງ​ຊີວິດ​ຢູ່ກວ່າ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ດ້ວຍ​ບົດບາດ​ຜູກ​ຮັດ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ໃນ​ນັ້ນ​ມີ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດນັ້ນ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ ​ແນ​ໃສ່​ຂົນຂວາຍ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ. ທີ່​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 8 ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 25-27/9, ​ວຽກ​ງານຂົນຂວາຍ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ຈະ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມບູນ​ແບບ​ກວ່າ​ອີກ.

   ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ທີ່​ສຳຄັນ​ໃນ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ.

   ​ໃນ​ໄລຍະ​ທີ່​ຜ່ານ​ມາ, ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ. ຊຸມ​ປີ​ມໍ່​ມາ​ນີ້, ​ແຕ່ລະ​ປີ​ມີ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດປະມານ 5 ​ແສນ​ເທື່ອ​ຄົນ​ກັບ​ເມືອ​ປະ​ເທດ, ​ໃນ​ນັ້ນ​ມີ​ຜູ້​ຊ່ຽວຊານ​, ນັກ​ປັນ​ຍາຊົນກວ່າ 300 ຄົນມາ​ເຮັດ​ວຽກ ​ແລະ ອີກ​ນັບ​ພັນ​ຄົນ​ກັບ​ເມ​ືອຊອກ​ຮູ້​ກາລະ​ໂອກາດ​ລົງທຶນ​ດຳ​ເນີນ​ທຸລະ​ກິດ. ປະຈຸ​ບັນ, ມີ​ກວ່າ 3.500 ວິ​ສາ​ຫະກິດ​ຢູ່​ພາຍ​ໃນ​ປະ​ເທດ​ໂດຍ​ແມ່ນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດສ້າງ​ຕັ້ງ​ຫຼື​ປະກອບ​ທຶນຮອນ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ປະມ​ານ 8,4 ຕື້​ USD . ​ເງິນ​ທຶນ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ເມືອປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ສະ​ເລຍ​ແຕ່ 10 ຫາ 15%/ປີ. ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຍາມ​ໃດ​ກໍ​ສາມັກຄີ​ກັນ, ຕັ້ງໜ້າ​ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ; ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກຍູ້​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເພີ່ມ​ທະວີສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ກັບ​ໂລກ.

      ສ່ວນ​ປະກອບ​ຂອງ​ຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ອາຍຸ​ການທີ 7, ມີ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ 17 ຄົນ​ເຂົ້າ​ຮ່ວມ. ​ເຂົາ​ເຈົ້າ​ເປັນ​ຕົວ​ແທນ​ແກ່​ຖັນ​ແຖວ​ນັກທຸລະ​ກິດ, ປັນຍາ​ຊົນ, ​ຜູ້​ອອກ​ແຮງ​ງານ, ​ຊາວ​ຫວຽດນາມດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ. ພວກ​ເຂົາ​ເຈົ້າ​ຕ່າງ​ກໍ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ເປັນ​ຢ່າງ​ດີ, ​ເປັນ​ຂົວ​ຕໍ່​ສື່​ຂ່າວ​ລະຫວ່າງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ນີ້​ກໍ​ແມ່ນ​ຮູບ​ການ​ຜູ້​ຮັດ​ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ ຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​, ດັ່ງ​ທີ່​ແຜນ​ນະ​ໂຍບາຍ, ນະ​ໂຍ​ບາຍຂອງ​ພັກ, ລັດ ​ແລະ ລັດຖະທຳ​ມະນູນ​ຫວຽດນາມ​ນາມ​ໄດ້​ລະບຸ​ວ່າ : ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແມ່ນ​ຕົວ​ແທນ, ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ແລະ ຖືກຕ້ອງ​ຂອງ​ປະຊາຊົນ, ​ໃນ​ນັ້ນ, ມີຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດນາມ​ໄດ້. ຕີ​ລາຄາ​ກ່ຽວ​ກັບການປະກອບສ່ວນຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ທ່ານ​ຫງວຽນ​ທ້ຽນ​ເຍີນ ປະທານຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຢືນຢັນ​ວ່າ : 

  “ ພວກ​ຂ້າພະ​ເຈົ້າ​ເຄົາລົບ​ນັບຖືຕໍ່ການປະກອບສ່ວນຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ອະທິປະ​ໄຕ, ປະກອບສ່ວນ​ເຮັດ​ວຽກ​ງານ​ເພື່ອ​ກຸສົນ, ​ເຂົ້າ​ຮ່ວມການ​ສິດສອນ, ຄົ້ນຄ້ວາວິທະຍາສາດ. ພວກ​ຂ້າພະ​ເຈົ້າ​ຢືນຢັນ​ວ່າ ຢູ່​ແຕ່ລະ​ແຫ່ງ​ໃນ​ປະ​ເທດ​ຊາດ​ຫວຽດນາມ, ຢູ່​ໄສ​ມີແນວ​ໂຮມ​ປະ​ເທດ​ຊາດນັ້ນ, ຢູ່​ແຫ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າກໍ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ຟັງ, ສົມທົບ​ກັບ​ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເພື່ອ​ເຮັດ​ໃຫ້​ຊີວິດ​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ ກໍ​ຄື​ຊ່ວຍ​ພໍ່​ແມ່​ພີ​ນ້ອງມີ​ເງື່ອນ​ໄຂ​ປະ​ກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ”

    ຫັນວຽກ​ງານ​ຂົນຂວາຍ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ເພື່ອ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ

   ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມອາຍຸ​ການ​ທີ່​ຈະ​ມາ​ເຖິງ​ບັນລຸ​ບັນດາ​ໝາກຜົນ​ທີ່​ແທດ​ຈິງ​ນັ້ນ, ​ໃນ​ອາຍຸ​ການ​ທີ່​ຈະ​ມາ​ເຖິງ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມປ່ຽນ​ແປງ​ໃໝ່, ຫັນວຽກ​ງານ​ຂົນຂວາຍ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບກວ່າ​ອີກ, ມີ​ຄວາມສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ບັນດານະ​ໂຍບາຍ​ຄື ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ສັນ​ຊາດ, ກົດ​ໝານ​ທີ່​ດິນ​, ​ເຄຫາ​ສະຖານ, ກົດໝາຍ​ວ່າ​ດ້ວຍ​ການລົງທຶນ ​ແລະ ຕ້ອງ​ຢັ້ງຢືນ​ໄດ້​ເຖິງ​ບັນດາ​ເນື້ອ​ໃນ​ຊຶ່ງ​ລັດຖະທຳມະນູນ​ຫວຽດນາມ​ໄດ້​ເຕື້ອງ​ເຖິງ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາ​ຄົມ ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຢ່າງ​ດີ. ທ່ານ ຫງວຽນ​ຮ່ວາຍ​ບັກ ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ກາ​ນາ​ດາ ຖື​ວ່າ :

   “ ກົນ​ໄກ ​ແລະ ນະ​ໂຍບາຍ​ຕ້ອງ​ເອື້ອ​ອຳນວຍ​ຄວາມ​ສະດວກ​ກວ່າ​ອີກ ຈຶ່ງ​ຈະ​ສາມາດ​ດຶງ​ດູດ​ກຳ​ລັງ​ບົ່ມ​ຊ້ອນ​ຂອງ ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ​ໄລຍະ​ທີ່​ຜ່ານ​ມາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ເຮັດ​ຫຼ້ອນ​ໜ້າ​ທີ່​ບົດບາດ​ຂອງ​ຕົນ​ທີ່​ມີ​ຕໍ່ ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ເພາະສະ​ນັ້ນ, ຂ້າພະ​ເຈົ້າ​ປາຖະໜາ​ວ່າ ພາຍຫຼັງກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 8, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຈະ​ມີ​ບັນດາ​ແຜນ​ຮ່າງ​ລະອຽດ​ເພື່ອ​ໃຫ້​ລັດ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ສຳລັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດທີ່​ດີ​ກ່ວາ. ”

    ​ເມື່ອ​ເຕື້ອງ​ເຖິງ​ການ​ເຂົ້າ​ຮ່ວມ​ຂອງ ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ ຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ອາຍຸ​ການ​ທີ່​ຈະ​ເຖິງ, ທ່ານ​ຫງວຽນ​ທ້ຽນ​ເຍີນ ປະທານຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຢືນຢັນ​ວ່າ : 

  “ ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ພາຍ​ໃນ​ປະ​ເທດ​ທັງ​ໝົດ, ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດບໍ່​ມີ​ຜູ້​ແທນ​ເຂົ້າ​ຮ່ວມ, ​ແຕ່​ສະ​ເພາະ​ຢູ່ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມພັດ​ມີ​ຜູ້​ແທນ​ເຂົ້າ​ຮ່ວມ. ສິ່ງ​ນີ້​ເປັນ​ການຢັ້ງຢືນ​ວ່າ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດນາມ​ໄດ້. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມພ້ອມ​ແລ້ວ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໜູນ​ຊ່ວຍ​ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຜູກ​ຮັດ​ກັບ​ບ້ານ​ເກີດ​ເມືອງ​ນອນ​ປະ​ເທດ​ຊາດ” .

    ​ແລະ​ກໍທີ່​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 8, ຍັງ​ຈະ​ອອກ​ຄຳ​ຮຽກຮ້ອງ​ໃຫ້​ທົ່ວ​ປວງ​ຊົນ, ​ໃນ​ນັ້ນ, ມີ​ທັງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ ຫງວຽນ​ລາມ ຮອງປະທານຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​​ໃຫ້​ຮູ້ວ່າ :

   “ ຄຳ​ຮຽກຮ້ອງ​ແມ່ນ​ເລັ່ງ​ໃສ່​ບັນດາ​ວຽກ​ງານ​ທີ່​ສຳຄັນ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ບັນດາ​ເນື້ອ​ໃນ​ທີ່​ມີ​ຕໍ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ຈົ່ງ​ຮັກສາ​ສີສັນ​ຊາດ, ອວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ​ຊາດ”

     ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ຍາມ​ໃດ​ກໍ​ແມ່ນ​ໜ້າທີ່ສຳຄັນ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ​ເລື່ອງແນວ​ໂຮມ​ປະ​ເທດ​ຊາດ​​ເອົາ​ໃຈ​ໃສ່​ເຖິງ​ໜ້າ​ທີ່​ນີ້​ຫຼາຍ​ກ່ວາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ຈະ​ຜູກ​ຮັດ​ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດກັບປະ​ເທດ​ຊາດ​ຍິ່ງ​ກວ່າ​ອີກ, ສະ​ແດງ​ໃຫ້​ເຫັນ​ແຈ້ງ​ບົດບາດ​ເປັນ​ຕົວ​ແທນ, ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ແລະ ຖືກຕ້ອງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ