ຜູກຮັດລະຫວ່າງປະຊາຊົນໃນປະຊາຄົມອາຊຽນ

ຕາມ​ແຜນ​ການ​ແລ້ວ, ປະ​ຊາ​ຄົມ​ອາ​ຊຽນ​ຈະ​ຖະ​ແຫຼງ​ປະ​ກາດ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີນີ້. ປະ​ຊາ​ຄົມ​ລວມ, ກຸ່ມ​ເສດ​ຖະ​ກິດ​ເປັນ​ເອ​ກະ​ພາບ, ຕະຫຼາດ​ເປີດ​ກ້​ວາງ, ສີ​ສັນ​ວັດ​ທະ​ນະ​ທຳ​ເປັນ​ເອ​ກະ​ລັກ​ສະ​ເພາະອາ​ຊຽນ, ກໍ​ແມ່ນ​ຈຸດ​ໝາຍ​ທີ່ອາ​ຊຽນມຸ່ງ​ໄປ​ເຖິງ. ແຕ່ປະ​ຊາ​ຄົມ​ອາ​ຊຽນ​ພຽງ​ແຕ່​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແທ້​ຈິງ ຂະ​ນະ​ທີ່​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາ​ກປະ​ຊາ​ຊົນ. ດັ່ງ​ນັ້ນ, ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ກຸ່ມ​ອາ​ຊຽນກ່ຽວ​ກັບ ປະ​ຊາ​ຄົມ, ກ່ຽວ​ກັບ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຊຶ່ງ ປະ​ຊາ​ຄົມ​ນຳ​ມາ​ໃຫ້​ນັ້ນ ກໍ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງອາ​ຊຽນໃນ​ປີ 2015 ນີ້.

            

ຜູກຮັດລະຫວ່າງປະຊາຊົນໃນປະຊາຄົມອາຊຽນ - ảnh 1
(ພາບ​ປະ​ກອບ)

      ດ້ວຍ​ມາດ​ຖານ “ອາ​ຊຽນກຸ່ມ​ໜຶ່ງ​ຖື​ມະ​ນຸດ​ເປັນ​ໃຈ​ກາງ”. ປະ​ຊາ​ຄົມ​ອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 31/12/2015 ຈະ​ກາ​ຍ​ເປັນ​ເຄື່ອງ​ມື​ທີ່​ແຂງ​ແຮງກວ່າ​ເພື່ອ​ປະ​ຕິ​ບັດ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ. ນັ້ນ​ແມ່ນ​ພື້ນ​ຖານ​ການ​ປົກ​ຄອງ, ບໍ​ລິ​ຫານ​ທີ່​ດີ, ບັນ​ລຸ​ມາດ​ຖານ​ການ​ດຳ​ລົງ​ຊີ​ວິດ​ສູງກວ່າ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ອັນ​ໄດ້​ສ້າງ​ກາ​ລະ​ໂອ​ກາດ​ໃຫຍ່ກວ່າ​ໃຫ້​ແກ່​ໝົດ​ທຸກ​ຄົນ. ມາ​ຮອດ​ປະ​ຈຸ​ບັນ, ທຸກໆ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ ໄດ້​ສຳ​ເລັດ​ວຽກ​ງານ​ກະ​ກຽ​ມ​ໃຫ້​ແກ່ ການ​ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນ, ໃນ​ນັ້ນເອົາ​ໃຈ​ໃສ່​ເຖິງ ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບປະ​ຊາ​ຄົມ​ອາ​ຊຽນໂດຍ​ຜ່ານ​ບັນ​ດາ​ຮູບ​ການ​ໂຄ​ສະ​ນາ​ທີ່​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບ, ສອດ​ຄ່ອງ​ກັບ​ສະ​ພາບ​ການ, ເງື່ອນ​ໄຂ​ຂອງ​ແຕ່​ລະ​ປະ​ເທດ.

   ບັ້ນ​ໂຄ​ສະ​ນາ​ດ້ວຍຫຼາຍ​ຮູບຫຼາຍ​ແບບ.

  ປີ 2015, ມາ​ເລ​ເຊຍ​ໄດ້​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານກຸ່ມ​ອາ​ຊຽນ. ດ້ວຍ​ຫົວເລື່ອງ​ຂອງ​ປີອາ​ຊຽນ 2015 ແມ່ນ “ ປະ​ຊາ​ຊົນ​ຂອງ​ພວກ​ເຮົາ, ປະ​ຊາ​ຄົມ​ຂອງ​ພວກ​ເຮົາ, ວິ​ໄສ​ທັດ​ຂອງ​ພວກ​ເຮົາ ”. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ເລ​ເຊຍ​ປະ​ຈຳ​ຫວຽດ​ນາມ Azmil Mohd Zabidi ໃຫ້​ຮູ້​ວ່າ ສິ່ງ​ທີ່​ຮັບ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດນີ້​ເມື່ອ​ ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານກຸ່ມ​ອາ​ຊຽນປີນີ້ ແມ່ນ​ຊັກ​ຈູງ​ອາ​ຊຽນມຸ່ງ​ໄປ​ສູ່ ການ​ສ້າງ​ຕັ້ງ ປະ​ຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີນີ້ ດ້ວຍ​ມາດ​ຖານ “ປະ​ຊາ​ຄົມ​​ໜຶ່ງ​ຖື​ມະ​ນຸດ​ເປັນ​ໃຈ​ກາງ” ດັ່ງ​ນັ້ນ, ມາ​ເລ​ເຊຍ​ໄດ້​ມີ​ການ​ກະ​ກຽມ​ໂດຍ​ໄວ​ທີ່​ສຸດໃຫ້​ແກ່ປີອາ​ຊຽນ 2015, ກ່ຽວ​ກັບປະ​ຊາ​ຄົມ​ອາ​ຊຽນ ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ເພີ່ມ​ທະ​ວີ ສະ​ຕິ​ຄວາມ​ຮັບ​ຮູ້​​ກ່ຽວ​ກັບ ປະ​ຊາ​ຄົມ​ອາ​ຊຽນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ເລ​ເຊຍ​ປະ​ຈຳ​ຫວຽດ​ນາມ Azmil Mohd Zabidi ໃຫ້​ຮູ້​ວ່າ :

 “ ມາ​ເລ​ເຊຍ​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ໃນ​ການ​ສຶກ​ສາ, ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ກ່ຽວ​ກັບ​ອາ​ຊຽນ, ການ​ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນໂດຍ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບູນ. ແຕ່​ເດືອນ 1 ຫາ 11/2014, ​ມີ 44 ລາຍ​ການ​ໂຄ​ສະ​ນາ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ມາ​ເລເຊຍຄື ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ, ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ກອງ​ປະ​ຊຸມ​ສຳ​ມະ​ນາ, ງານ​ວາງ​ສະ​ແດງ, ການ​ເປີດ​ເວບ​ໄຊ… ລາຍ​ການ​ເຫຼົ່ານີ້ໄດ້​ໃຫ້​ຂ່າວ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບອາ​ຊຽນ, ການ​ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນເຖິງ​ປະ​ຊາ​ຊົນ”

   ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ກໍ​ລ້ວນ​ແຕ່​ມີຫຼາຍ​ຮູບ​ການ​ໂຄ​ສະ​ນາ​ທີ່​ອຸ​ດົມ​ສົມ​ບູນ. ສິງ​ກະ​ໂປ​ໄດ້​ສ້າງ​ຕັ້ງ​ກອງ​ທຶນອາ​ຊຽນ ແນໃສ່ຊ່ວຍ​ໜູນ​ເງິນ​ໃຊ້​ຈາຍ​ໃຫ້​ແກ່​ວຽກ​ງານ​ໂຄ​ສະ​ນາ​ສື່​ສານ, ການ​ເຊື້ອ​ເຊີນ​ນັກ​ຮຽນ​ຮູ້​, ນັກ​ຂ່າວ​ບັນ​ດາ​ປະ​ເທດອາ​ຊຽນໄປ​ຍັງ​ສິງ​ກະ​ໂປ. ລາວ​ກໍ​ເພີ່ມ​ທະ​ວີ​ລົງ​ພິມ, ສະ​ເໜີ​ບັນ​ດາ​ບົດ​ໜັງ​ສື​ພິມ​ຂອງ​ຕ່າງ​ປະ​ເທດ​ກ່ຽວ​ກັບອາ​ຊຽນ​ຜ່ານ​ສື່ມວນ​ຊົນ​ລາວ, ສ​ະ​ໜອງ​ສິ່ງ​ພິ​ມ​ໃຫ້​ແກ່​ບັນ​ດາ​ຫໍ​ສະ​ໝຸດ, ໂຮງ​ຮຽນ ແລະ ປະ​ຊາ​ຊົນ, ປະ​ສົມ​ປະ​ສານ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ກັບອາ​ຊຽນໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກິ​ລາ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ. ໄທ​ໄດ້​ກໍ່​ສ້າງ​ຫໍ​ສະ​ໝຸດ​ກ່ຽວ​ກັບອາ​ຊຽນຢູ່​ບັນ​ດາ​ໂຮງ​ຮຽນ​ໃຫ້​ແກ່​ນັກ​ສຶກ​ສາ, ລາຍ​ການ​ກະ​ຈາຍ​ສຽງ​ກ່ຽວ​ກັບອາ​ຊຽນ. ບ​ຣູ​ໄນ ກໍ​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ໜຸ່ມ, ງານ​ວາງ​ສະ​ແດງ​ກ່ຽວ​ກັບປະ​ຊາ​ຄົມ​ອາ​ຊຽນ. ລັດ​ຖະ​ບານ​ຟີ​ລິບ​ປີນ​ໄດ້​ຜະ​ລິດ​ຟິມ​ຮູບ​ເງົາ​ເອ​ກະ​ສານ​ໂທ​ລະ​ພາບ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ ແລະ ການ​ຂະ​ຫຍາຍ​ຕົວ​ຂອງອາ​ຊຽນ ແລະ ບັນ​ດາ​ເອ​ກະ​ສານ​ຂອງ 10 ປະ​ເທດອາ​ຊຽນ, ລາຍ​ການ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຄ້າຍ​ຄື​ກັນ​ຂອງ​ອາ​ຊຽນກ່ຽວ​ກັບ​ດົນ​ຕີ, ວາດ​ຟ້ອນ, ຊຸດ​ອາ​ພອນ​ປະ​ຈຳ​ຊາ​ດ ແລະ ເຄຶື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ. ອີນ​ໂດ​ເນ​ເຊຍ​ກໍ​ເອົາ​ໃຈ​ໃສ່​ຈຸດ​ໝາຍ​ຖະ​ແຫຼງ​ຂ່າວ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຜູກ​ຮັດ​ລະ​ຫວ່າງ​ຊາວ​ອິນ​ໂດ​ເນ​ເຊຍ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດອາ​ຊຽນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຫວຽດ​ນາມ Mayefas ຢືນ​ຢັນ​ວ​່າ : ບັນ​ດາ​ລາຍ​ການ​ທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວ​ຂາດ​ຢູ່​​ແຕ່​ລະ​ປະ​ເທດເຊັ່ນ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງອາ​ຊຽນໃນ​ບັນ​ຫາກໍ່​ສ້າງປະ​ຊາ​ຄົມ​​ລວມ​ໂດຍຖື​ມະ​ນຸດ​ເປັນ​ໃຈ​ກາງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຫວຽດ​ນາມ Mayefas ຢືນ​ຢັນ​ວ​່າ :

   “ບັນ​ດາ​ປະ​ເທດອາ​ຊຽນພວມມາ​ນະ​ພະ​ຍາ​ຍາມເພື່​ປະ​ກອບ​ສ່ວນ​ໃຫ້ ປະ​ຊາ​ຄົມ​ລວມອາ​ຊຽນ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຊາວ​ອິນ​ໂດ​ເນ​ເຊຍ​ເວົ້າ​ສະ​ເພາະ ແລະ ອາ​ຊຽນເວົ້າ​ລວມ​ຈົ່ງ​ມີ ສະ​ຕິ​ຄວາມ​ຮັບ​ຮູ້​​ວ່າ ເຂົາ​ເຈົ້າ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ອາ​ຊຽນ”

    ຕັ້ງ​ໜ້າ​ເຊື​ອ່​ມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ ຍາມ​ໃດ​ກໍ​ແມ່ນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ

  ທັດ​ສະ​ນະ​ຂອງ​ຫວຽດ​ນາມກໍ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ວຽກ​ງານ​ໂຄ​ສະ​ນາ ແມ່ນບໍ່​ພຽງ​ແຕ່​ເພີ່ມ​ທະ​ວີ​ວຽກ​ງານ​ຖະ​ແຫຼງ​ຂ່າວ​, ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ໃຫ້​່​ແກ່​ປະ​ຊາ​ຊົນບັນ​ດາ​ປະ​ເທດອາ​ຊຽນກ່ຽວ​ກັບອາ​ຊຽນ, ການ​ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນ ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍປະ​ຊາ​ຄົມ​ອາ​ຊຽນມີ​ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ​ພາຍຫຼັງ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນອີກ​ດ້ວຍ. ທ່ານ​ຫງວຽນ​ວູ້​ຕູ້ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າອາ​ຊຽນ​ປະ​ຈຳ​ຫວຽດ​ນາມ ຖືວ​່າ :

   “ ເຮັດ​ແນວ​ໃດ​ເພື່ອ​ສົ່ງ​ຂ່າວ​ກ່ຽວ​ກັບ​ ປະ​ຊາ​ຄົມ​ອາ​ຊຽນເຖິງ​ປະ​ຊາ​ຊົນ. ເພື່ອ​ໃຫ້​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ​ສາ​ມາດເຂົ້າ​ໃຈ​ຄື​ແນວ​ໃດ​ແມ່ນ ປະ​ຊາ​ຄົມ​ ແລະ ປະ​ຊາ​ຄົມ​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ໃຫ້​ແກ່​ປະ​ຊາ​ຊົນ. ກ່ຽວ​ກັບ​ບັນ​ຫານີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຜູ້​ຕາງ​ໜ້າ 9 ປະ​ເທດ​ອາ​ຊ​ຽນ​ອື່ນ​ມາ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ສ້​າງ​ຕັ້ງ ປະ​ຊາ​ຄົມ​ອາ​ຊຽນ ແລະ ບົດ​ຮຽນ​ໃນ​ການ​ໂຄ​ສະ​ນາ​ສື່​ສານ​ເພື່ອ​ຍົກ​ສູງ​ລະ​ດັບ​ຄວາມ​ຮັບ​ຮູ້, ເພື່ອ​ໃຫ້​ປະ​ຊາ​ຊົນ​ຂອງ​ແຕ່​ລະ​ປະ​ເທດ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງວ່າ ປະ​ຊາ​ຄົມ​ອາ​ຊຽນ ແມ່ນ​ຫຍັງ ”

     ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ນີ້, ອາ​ຊຽນ​ໜຶ່ງ​ທີ່​ມາ​ມັກ​ຄີ, ຜູກ​ພັນ​ກັນ​ໃນ “ວິ​ໄສ​ທັດ​ດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ” ກໍ​ແມ່ນ​ສານ​ຂອງ ບັນ​ດາ​ປະ​ເທດອາ​ຊຽນ​ສົ່ງ​ເຖິງ​ປະ​ຊາ​ຄົມ​ໂລກ. ການ​ເຊື່ອມ​ໂຍງບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ບັນ​ຫາ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ແລະ ພົນ​ລະ​ເມືອງ​ແຕ່​ລະ​ຄົນ​ໃນ ປະ​ຊາ​ຄົມ​ອາ​ຊຽນ​ຕາງ​ກໍ​ຕ້ອງ​ມີ ສະ​ຕິ​ຄວາມ​ຮັບ​ຮູ້​​ລວມ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ​ຂອງ​ຕົນ​ເອງ​ເມື່ອ​ກາຍ​ເປັນ​ພົນ​ລະ​ເມືອງ​ອາ​ຊຽນ. ບັນ​ດາ​ຄຸນ​ຄ່າ​ທີ່​ມີ​ລັກ​ສະ​ນະ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແມ່ນ​ບັນ​ດາ​ຈຸດ​ລວມ​ເພື່ອ​ຮ​່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຊາດໃນ​ຊາຍ​ຄາ​ອາ​ຊຽນ

ຕອບກັບ

ຂ່າວ/ບົດ​ອື່ນ