ຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ 4 ຂອງສູນກາງພັກ: ວິທີການໃໝ່ເພື່ອຕີລາຄາພະນັກງານ

ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 12 ໄດ້​ຍົກ​ອອກ 4 ໝວດ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພັກ​ກວດ​ກາ ແລະ ຄວບ​ຄຸມ​ສິດ​ອຳ​ນາດ. ຫາງ​ສຽງ​ໄດ້​ຕີ​ລາ​ຄາ​ສູງ​ມະ​ຕິ​ ແລະ ບັນ​ດາ​ອົງ​ຄະ​ນະ​ພັກ​ຂັ້ນ​ຮາກ​ຖານ​ຊຶ່ງ​ໄດ້ ແລະ ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ປະ​ຕ​ິບັດມະ​ຕິ​ດັ່ງ​ກ່າວ.

 

ຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ 4 ຂອງສູນກາງພັກ:  ວິທີການໃໝ່ເພື່ອຕີລາຄາພະນັກງານ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 12

      ຈຸດ​ໃໝ່​ຂອງມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 12 ແມ່ນ​ໄດ້​ຊີ້​ແຈ້ງ​ເຖິງ 27 ຈຸດ​ໃນ 3 ກຸ່ມ, ຂົງ​ເຂດ​ກ່ຽວ​ກັບ​ກ່ຽວ​ກັບ​ການ​ເສື່ອມ​ເສຍ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ ແລະ ກ່ຽວ​ກັບ​ປະ​ກົດ​ການ “ ຜັນ​ແປ​ເອງ”, “ ຫັນ​ປ່ຽນ​ເອງ”ໃນ​ໝູ່​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ນີ້​ແມ່ນ​ຈຸດ​ທີ່​ສຳ​ຄັນ​ທີ່​ສຸດ​ເພື່ອ​ຮັບ​ປະ​ກັນ​ການ​ຍືນ​ຍົງ​ຄົງ​ຕົວ ແລະ ພັດ​ທະ​ນາ​ຂອງ​ພັກ, ຮັບ​ປະ​ກັນ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ ແລະ ຜົນ​ສະ​ທ້ອນ​ຂອງ​ລັດ.

    ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ.

  ເລື່ອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊີ້​ແຈ້ງ​ເຖິງບັນ​ດາ​ປະ​ກົດ​ການເສື່ອມ​ເສຍ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດຂອງ​ພະ​ນັກງານ, ສະ​ມາ​ຊິກ​ພັກ​ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຊື່​ຕົງໃນ​ການ​ສັງ​ເກດ​ຕີລາ​ຄາຕົວ​ຈິງ​ຊຶ່ງ​ພວມ​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ພັກ​ປະ​ຈຸ​ບັນ​ເທົ່າ​ນັ້ນ, ຫາກ​ຜ່ານນັ້ນ ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ພັກ​ຂັ້ນ​ຮາກ​ຖານ​ຜັນ​ຂະ​ຫຍາຍ​ການ​ຕຳ​ໜິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ໜິ​ຕິ​ຊົມກັນ ພ້ອມ​ທັງ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ. ທ່ານ​ຮອງ​ສາ​ດ​ສະ​ດາ​ຈານ, ປອ ຫງວຽນ​ຈ້ອງ​ຟຸກ ສັງ​ກັດ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ໄຈ້​ແຍກວ່າ : 

    “ ຄື​ດັ່ງ​ທ່ານ​ປະ​ທານໂຮ່​ຈິ​ມິນ​ໄດ້​ເຄີຍ​ຕັກ​ເຕືອນ​ວ່າ ຖ້າ​ຫາກ​ມີ​ຈຸດ​ອ່ອນ ແມ່ນ​ຕ້ອງຍອມ​ຮັບ ແລະ ຕັດ​ສິນ​ໃຈ​ແກ້​ໄຂ. ສຳ​ລັບ​ຜູ້​ໃດ​ບໍ່​ລະ​ເມີດ, ກໍ​ຕ້ອງ​ຮູ້​ເພື່ອຫຼີກ​ລ້ຽງ​ການ​ລະ​ເມີດ, ຈາກນັ້ນ ເພື່ອ​ກ້າວ​ໜ້າ ແລະ ພັດ​ທະ​ນາ​ຕົນ​ເອງ. ຜ່ານນັ້ນ, ກໍ​ຍົກ​ສູງ​ລັກ​ສະ​ນະ​ລະ​ບຽບ​ວິ​ໄນ, ລັກ​ສະ​ນະ​ພັກ, ລັກ​ສະ​ນະ​ຕໍ່​ສູ້​ໃນ​ການ​ດຳ​ເນີນ​ຊີ​ວິດ​ພັກ. ດຳ​ເນີນ​ການ​ສຳຫຼວດກວດ​ຄືນ, ສັງ​ເກດ​ຕີ​ລາ​ຄາ, ຈາກນັ້ນ ຈຶ່ງ​ສ້າ​ງ​ຄຸນ​ນະ​ພາບ​ການ​ນຳ​ພາ​ຂອງ​ອົງ​ການ​ຈັດ​ຕັ້ງ​ພັກ ”

      ທ່ານ ເຈືອງ​ມິນ​ຮ່​ວາງ ຮອງ​ຫົວ​ໜ້າ​ຄະ​ນະ ສ.ສ.ຊ ສະ​ເພາະ​ກິດ​ແຂວງ ກາ​ເມົາ ຖື​ວ່າ ຄວນ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 12 ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ລົງ​ສູ່​ແຕ່​ລະອົງ​ການ​ຈັດ​ຕັ້ງ​ພັກ, ໜ່ວຍ​ພັກ ແລະ ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ໃນ​ວຽກ​ງານກໍ່​ສ້າງ​ພັກ. ທ່ານ ເຈືອງ​ມິນ​ຮ່​ວາງ ຮອງ​ຫົວ​ໜ້າ​ຄະ​ນະ ສ.ສ.ຊ ສະ​ເພາະ​ກິດ​ແຂວງ ກາ​ເມົາ ເວົ້າວ່າ:

     “ ມີ​ການ​ຫັນ​ປ່ຽນ​ໃນ​ຫມູ່​ພະ​ນັກ​ງານສະ​ມາ​ຊິກ​ພັກ​ນັ້ນ, ວຽກ​ງານກໍ່​ສ້າງ​ພັກ​ຈຶ່ງ​ປະ​ກົດ​ຜົນ​ເປັນ​ຈິງ. ເພາະ​ວ່າ​ໃນ​ແຕ່​ລະ​ຂັ້ນ, ແຕ່​ລະ​ເຫດ​ການ​ເມື່ອ​ເກີດ​ຂຶ້ນ, ດີຫຼືບໍ່​ດີ ກໍ​ລ້ວນ​ແຕ່​ຍ້ອນ​ພະ​ນັກ​ງານ. ມະ​ຕິ​ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​, ລະ​ອຽດ, ສືບ​ຕໍ່​ຮ່ຳ​ຮຽນ ແລະ ເຮັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ. ພ້ອມ​ກັນ​ນັ້ນ, ພະ​ນັກ​ງານ​ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນຕ້ອງ​ມີ​ໂຄງ​ການ​ເຄື່ອນ​ໄຫວ​ຝຶກ​ຝົນຫຼໍ່ຫຼອມ​ແກ່ຕົນ​ເອງໂດຍ​ລະ​ອຽດ. ຕ້ອງ ຝຶກ​ຝົນຫຼໍ່ຫຼອມ​ເປັນ​ປະ​ຈຳ, ໜ້າ​ທີ່ຮັບ​ຜິດ​ຊອບ​ວຽກ​ງານ​ຕໍ່​ມະ​ຫາ​ຊົນ​ຈຶ່ງ​ນັບ​ມື້​ນັບ​ດີ​ຂຶ້ນ ”

     ໃຫ້​ຄະ​ແນນ​ຕາມ​ມາດ​ຖານ​ເພື່ອ​ຕີ​ລາ​ຄາ​ພະ​ນັກ​ງານ

  ຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 12 ໃນ​ວຽກ​ງານກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ ແມ່ນ​ວຽກ​ງານ​ທີ່​ຫຍຸ້ງ​ຍາກ. ເພື່ອ​ໃຫ້​ມາດ​ຖານ​ຕີ​ລາ​ຄາ​ພະ​ນັກ​ງານ​ມີ​ຄຸນ​ນະ​ພາບ, ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້​ມີ​​ແຜນຮ່າງ “ ສ້າງ​ມາດ​ຖານຖາ​ນະ​ຕຳ​ແໜ່ງ​ພະ​ນັກ​ງານ, ມາດ​ຖານ​ຕີ​ລາ​ຄາ​ພະ​ນັກ​ງານ​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ກົມ​ການ​ເມືອງ, ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ”. ທ່ານ ມາຍ​ແທງ​ເຢີນ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ຄະ​ນ​ະ​ພັກ​ນະ​ຄອນ ເກີນ​ເທີ ຕີ​ລາ​ຄາວ່າ : 

     “ ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ພວກ​ເຮົາ​ພຽງ​ແຕ່ສຸມໃສ່ລົງ​ເລິກ​ການ​ຕີ​ລາ​ຄາພະ​ນັກ​ງານ​ບັນ​ດາ​ທ້ອງ​ຖິ່ນ ແລະ ຂັ້ນ​ຮາກ​ຖານ. ໃນ​ຄັ້ງ​ນີ້, ສູນ​ກາງ​ພັກ​ໄດ້​ຍົກ​ອອກ​ບັນ​ດາ​ມາດ​ຖານ​ລະ​ອຽດ​ເພື່ອ​ຕີລາ​ຄາຖັນ​ແຖວ​ພະ​ນັກ​ງານ​ໂດຍ​ສູນ​ກາງ​ພັກ​ຄຸ້ມ​ຄອງ. ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ເພື່ອ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ມີ​ເງື່ອນ​ໄຂ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຕີລາ​ຄາພະ​ນັກ​ງານ​ການ​ນຳ​ຄຸ້ມ​ຄອງ​ຂັ້ນ​ຕ່​າງໆ ”

    ແລະ ກໍ​ຕາມ​ແຜນ​ຮ່າ​ງ​ດັ່ງ​ກ່າວ, ບັນ​ຫາ​ທາງ​ດ້ານ​ມາດ​ຖານ, ວິ​ທີ​ການ, ຂັ້ນ​ຕອນ​ຕີ​ລາ​ຄາ​ພະ​ນັກ​ງານ; ກ່ຽວ​ກັບ​ມາດ​ຖານ, ຖາ​ນະ​ຕຳ​ແໜ່ງ​ພະ​ນັກ​ງານ, ການກວດ​ກາ, ເພີ່ມ​ເຕີມ​ການ​ວາງ​ແຜນກຳ​ນົດ​ຊັບ​ຊ້ອນ​ພະ​ນັກ​ງານ; ຂັ້ນ​ຕອນ​ການ​ແຕ່ງ​ຕັ້ງ, ແນະ​ນຳ​ພະ​ນັກ​ງານ​ອອກ​ສະ​ໝັກ​ເລືອກ​ຕັ້ງ… ກໍ​ຈະ​ຖືກ​ປັບ​ປຸງ, ເພີີ່ມ​ເຕີມ​ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ຄົບ​ຊຸດ, ບັນ​ລ​ຸ​ປະ​ສິດ​ທິ​ຜົນ​ສູງ.

    ການຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ​ຂອງສູນ​ກາງ​ພັກກ່ຽວ​ກັບ​ການ​ເພີີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ, ສະ​ກັດ​ກັ້ນ ແລະ ຍູ້​ຖອຍການ​ເສື່ອມ​ເສຍ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ “ ຜັນ​ແປ​ເອງ”, “ ຫັນ​ປ່ຽນ​ເອງ” ຢູ່​ພາຍ​ໃນ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ. ການຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ​ສູນ​ກາງ​ພັກໃຫ້​ເປັນ​ຢ່າງ​ດີນັ້ນ, ກໍ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄະ​ນະ​ພັກ​ຂັ້ນ​ຕ່າງໆ​ບູ​ລະ​ນະ​ຖັນ​ແຖວ​ພະ​ນັກ​ງານ​ໂດຍ​ຜ່ານ​ການ​ຈັດ​ຕັ້ງ​ວຽກ​ງານ​ວາງ​ແຜນ​ກຳ​ນົດ​ຊັບ​ຊ້ອນ​ພະ​ນັກ​ງານ, ບຳ​ລຸງ​ສ້າງ, ແຕ່ງ​ຕັ້ງ ແລະ ນຳ​ໃຊ້​ພະ​ນັກ​ງານ​ຢ່າງ​ເປີດ​ເຜີຍ, ກະ​ຈ່າງ​ແຈ້ງ ແລະ ມີ​ປະ​ຊາ​ທິ​ປະ​ໄຕ. ຜ່ານນັ້ນ ກໍ​ເປັນ​ການ​ປະ​ກອບ​ສ່ວນ​ສ້າງ​ຖັນ​ແຖວ​ພະ​ນັກງານ​ທີ່ມີ​ຄວາມ​ຮູ້, ຄວາມ​ສາ​ມາດ, ຄຸນ​ສົ​ມ​ບັດ​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ການ​ພັດ​ທະ​ນາ ແລະ ການ​ຍືນ​ຍົງ​ຄົງ​ຕົວ​ຂອງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ