ຜົນປະໂຫຍດແລະທີ່ຕັ້ງບົດບາດຂອງຊາດໂດຍສັງເກດຈາກບັນດາການພົວພັນ ຄູ່ຮ່ວມມືຍຸດທະສາດ


(vovworld)-ນັບ​ແຕ່​ເມື​່ອ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ທຳ​ອິດ​ກັບ​ລັດ​ເຊຍ​ເມື່ອ​ປີ 2001 ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ສ້າງການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 14 ປະ​ເທດ, ໃນ​ນັ້ນ ມ​ີ 2 ປະ​ເທດ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ບັນ​ດາ​ຂອບ​ເຂດ​ການ​ພົວ​ພັນ​ນີ້​ໄດ້​ປະ​ກອບ​ສ່ວນ​ຕັ້ງ​ຫນ້າ​ເຂົ້າໃນ​ການ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຮ່ວມ​ມື​ທຸກ​ດ້ານ​ຂອງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ, ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ກ່ຽວ​ກັບ​ເສດ​ຖະ​ກິດ, ຜ່ານ​ການ​ສ້າງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຄູ່​ຮ່ວມມື​ຮອບ​ດ້ານ, ທີ່​ຕັ້ງ​ບົດ​ບາດ​ຫວຽດ​ນາມ​ນັບ​ມື້​ນັບ​ໄດ້​ຮັບ​ການຢັ້ງ​ຢືນ​ໃນ​ເວ​ທີ​ສາ​ກົນ.
ຜົນປະໂຫຍດແລະທີ່ຕັ້ງບົດບາດຂອງຊາດໂດຍສັງເກດຈາກບັນດາການພົວພັນ ຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາ​ຍົກ​
ລັດ​ຖະ​ມົນ​ຕີ ລັດ​ເຊຍ D. Medvedev
ພາບ: VGP

        ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​​ຢັ້ງ​ຢືນ​ຕາມ​ບັນ​ດາ​ລະ​ດັບ, ຈາກ​ຄູ່​ຮ່ວມ​ມື​ສອງ​ຝ່າຍ, ຄູ່​ຮ່ວມ​ມື​ພາກ​ພື້ນ​ຕະ​ຫລອດ​ຮອດ​ຄູ່​ຮ່ວມ​ມື​ຮອບ​ດ້ານ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ຕາ​ມນ​ັ້​ນ​ແລ​້ວ, ສອງ​​ຝ່າຍ​ກຳ​ນົດ​ການ​ຜູກ​ມັດ​ດ້ານ​ຜ​ົນ​ປະ​ໂຫຍດ​ຍາວ​ນານ, ຫນູນ​ຊ່ວຍ​ເຊິ​່ງ​ກັນ ແລະ​ກັນ ແລະ ຊຸກຍ​ູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ຮອບ​ດ້ານ ໃນ​ບັນ​ດາ​ຂົງ​ເຂດ ຊື່ງ​ບັນ​ດາ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ພ້ອມ​ທັງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ​ກັນ ໃນ​ຂັ້ນ​ຍຸດ​ທະ​ສາດ.

        ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ສ້າງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ 2 ປະ​ເທດ ນັ້ນ​ແມ່ນ ສະ​ຫະ​ພັນ​ລັດ​ເຊຍ ແລະ​ຈີນ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 11 ປະ​ເທດ ນັ້ນ​ແມ່ນ ຍີ່​ປຸ່ນ, ອິນ​ເດຍ, ສ​ເກົາ​ຫລີ, ແອ​ດ​ສະ​ປາຍ, ອັງ​ກິດ, ເຢຍ​ລະ​ມັນ, ອິ​ຕາ​ລ​ີ, ອິນ​ໂດ​ເນ​ເຊຍ, ໄທ, ສິງ​ກະ​ໂປ ແລະ ຝ​ລັ່ງ. ຫວຽດ​ນາມ ມີ​ການ​ພົວ​ພັນ​ກັບ​ຕະ​ຫລາດ​ຂອງ 13 ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ທີ່​ມີ​ພົນ​ລະ​ເມືອງ 3,5 ຕຶ້ື້​ຄົນ, ​ດ້ວຍ GDP ບັນ​ລຸ​ເກືອບ 34.000 ຕື້ USD(ສູງ​ທົບ​ກວ່າ 200 ເທົ່າ​ເມື່​ອ​ທຽບ​ໃສ່ GDP ຂອງ​ຫວຽດ​ນາມ). ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ຫວຽດ​ນາມ ຢູ່​ລະ​ດັບ​ແຕກ​ຕ່າງ​ກັນ ລ້ວນ​ແຕ່​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ​ກັບ​ຄູ່​ຮ່ວມ​ມືກໍ​ຄື​ດຳ​ເນີນການ​ເຈ​ລະ​ຈາ​ລວມ​ຂອງ​ຫວຽດ​ນາມ.

        ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ

        ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄດ້​ສ້າງ​ຫລາຍ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮັບ​ໃຊ້​ການ​ພັດ​ທະ​ນາ. ກ່ອນ​ອື່ນ ອາດ​ຈະ​ຢືນ​ຢັນ​ວ່າ ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແມ່ນ​ແຫລ່ງ​ກຳ​ລັງ​ສຳ​ຄັນ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຫວຽດ​ນາມ. ໂຄງ​ການ​ຈຸດ​ສຸມ​ແຫ່ງ​ຊາດ​ສ່ວນ​ຫລາຍ​ແມ່ນ​ໂຄງ​ການ​ຮ່ວມ​ມື​ກັບ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຕົວ​ຢ່າງ​ຄື: ໂຄງ​ການ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ເລກ 1 ກັບ​ລັດ​ເຊຍ, ເລກ 2 ກັບ​ຍີ່​ປຸ່ນ; ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ - ສ​ເກົາ​ຫລີ; ການ​ຮ່ວມ​ມື​ນ້ຳ​ມັນ​ອາຍ​ແກ​ສ​ກັບ​ສະ​ຫ​ະ​ພັນ ລັດ​ເຊຍ; ຈີນ ແມ່ນ​ຜູ້​ຮັບ​ເໝົາ​ກິດ​ຈະ​ກຳ​​ພື້ນ​ຖານ​ໂຄງ​ລ່າງ​ໃຫຍ່​ຂອງ​ຫວຽດ​ນາມ.

        ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກວມ​ອັດ​ຕາ​ສ່ວນ​ໃຫຍ່​ໃນ​ຍອດ​ວົງ​ເງິນ​ການ​ຄ້າ​ຂອງ​ຫວຽດ​ນາມ ໃນ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ວົງ​ເງິນ​ການ​ຄ້າ​ຂອງ​ຫວຽດ​ນາມ ກັບ 14 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຄາດ​ວ່າ ກວມ​ 70-80% ຍອດ​ວົງ​ເງິນ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຫວຽດ​ນາມ. ເປັນ​ຫນ້າ​ສົນ​ໃຈ, ວົງ​ເງິນ​ການ​ຄ້າ​ຂອງ​ຫວຽດ​ນາມ ກັບ​ບ​ັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລ້ວນ​ແຕ່​ເພີ່ມ​ຂຶ້ນ 1,3-6 ເທົ່າ ເມື່ອ​ທຽບ​ໃສ່​ຈຸດ​ເວ​ລາກ​ອ່ນ​ທີ່​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

        ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກໍ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ບາງ ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ແລະ ພາກ​ພື້ນ​ໃຫຍ່. ​ຄຽງ​ຄູ່ກັບ​ບັນ​ດາ​ສັນ​ຍາ FTA ພ​ວມ​ມີຜົນ​ສັກ​ສິດ, ມາ​ຮອດ​ປະ​ຈຸ​ບັນ ຫວຽດ​ນາມ ໄດ້​ສ້າງ​ເຄືອ​ຂ່າຍ​ກັບ​ຄູ່​ຮ່ວມ​ມື FTA ເພື່ອ​ສ້າງ​ພື້ນ​ຖານ​ການ​ພົວ​ພັນ​ກັບ​ທຸກ​ສູນ​ເສດ​ຖະ​ກິດ​ຊັ້ນ​ນຳ​ຂອງ​ໂລກ.

        ປົກ​ປັກ​ຮັກ​ສາ​ອະ​ທິດ​ປະ​ໄຕແລະ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ,ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຊາດ

        ບັນ​ຫາ​ອະ​ທິ​ປະ​ໄຕ, ຊາຍ​ແດນ​ຜືນ​ແຜນ​ດິນ ຍາມ​ໃດ​ກໍແມ່ນ​​ບັນ​ຫາ​​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອ​ນ​ຄຽງ, ແມ່ນ​ບັນ​ຫາ​ສັບ​ສົນ​ຍາກ​ທີ່​ແກ້​ໄຂ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ມີ​ຄວ​າມ​ຂັດ​ແຍ້ງ, ແຕ່​ພັດ​ແມ່ນ​ຫົວ​ເລື່ອງ​ສະ​ດຸ້ງ​ໄວ​ສຳ​ລັບ​ບັນ​ດາ​ຝ່າຍບໍ່​ກ່ຽວ​ຂ້ອງ​ໂດຍ​ກົງ. ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຫວຽດ​ນາມ ໄດ້​ພ້ອມ​ກັບ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ໂດຍ​ກົງ ກໍ​ຄື​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສົນ​ໃຈ​ເຖິງ​ສັນ​ຕິ​ພາບ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເປັນ​ປົກ​ກະ​ຕິ​ແລະ​ຍາວ​ນານ, ບົນ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ສາ​ກົນ. ຫລັກ​ໝັ້ນ​ແນວ​ຄິດ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ ແລະ ເຫັນ​ດີ​ເຫັນ​ພ້ອມ​ຈາກ​ທຸກ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຍ້ອນ​ເຫດນັ້ນ ຫວຽດ​ນາມ ຍາດ​ແຍ່ງ​ໄດ້​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ປະ​ຊາ​ຄົມ​ໂລກ​ໃນ​ການ​ປົກ​ປັກຮັກ​ສາ​ອະທິ​ປະ​ໄຕ​ປະ​ເທດ​ຊາດ, ຮັກ​ສາ​ສັນ​ຕິ​ພາບ​ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ.

        ຜ່ານ​ບັນ​ດາ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຫວຽດ​ນາມ ໄດ້​ຍົກ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢ່າງ​ສະ​ເຫມີ​ພາບ. ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ສະ​ຫນັບ​ສະ​ຫນູນ ແລະ ຕີ​ລາ​ຄາ​ສູງ​ສຽງ​ເວົ້າ ແລະ ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ດາບ​ັນ​ຫາ​ລ​ວມ​ຂອງ​ປະ​ຊາ​ຄົມ​ໂລກ. ມີ​ປະ​ມຸກ​ລັດ​ຫລາຍ​ທ່ານ​ຂອງ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ໄດ້​ເລືອກ​ເຟັ້ນ​ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ມາ​ຢ້ຽມ​ຢາມ​ພາ​ຍ​ຫລັງ​ຮັບ​ດຳ​ລົງ​ຕຳ​ແຫນ່ງ.  ໃນ​ຂອບ​ເຂດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ ແມ່ນ​ປະ​ເທດ​ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ຂອງ​ບັນ​ດາ​ປະ​ເທດ​ສຳ​ລັບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟີກ, ສ​ປ​ຊ ແລະ ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ. ພິ​ທີ​ການ​ຊື່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ​ຈ້ອງ ໃນ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຫວ່າງ​ແລ້ວນ​ີ້ ໄດ້​ຢືນ​ຢັນ​ເຖິງ​ສິ່ງ​ດັ່ງ​ກ່າວ. 13 ປີ​ພາຍ​ຫລັງ​ຫວຽດ​ນາມ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ, ຫວຽດ​ນາມ​ໄດ້ ແລະ ພວມ​ກາຍ​ເປັນ​ເພື່ອນ​ມິດ, ແມ່ນ​ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ

ຕອບກັບ

ຂ່າວ/ບົດ​ອື່ນ