ມື້ນີ້, ວັນທີ 03 ກຸມພາ, ແມ່ນວັນສ້າງຕັ້ງພັກກອມມູນິດ ຫວຽດນາມຄົບຮອບ 96 ປີ (03 ກຸມພາ 1930 – 03 ກຸມພາ 2026). ເກືອບໜຶ່ງສະຕະວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ, ການພົວພັນລະຫວ່າງພັກ ກັບປະຊາຊົນ ແມ່ນບັນຫາແກ່ນສານ, ມີຄວາມໝາຍເປັນຕາຍ. ພັກຢູ່ໃນໃຈປະຊາຊົນໄດ້ກາຍເປັນໄມ້ວັດແທກທີ່ມີຊີວິດຊີວາແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຫັນດີເຫັນພ້ອມໃນສັງຄົມ ແລະ ແມ່ນກຳລັງແຮງຂອງຊາດໃນໄລຍະພັດທະນາໃໝ່.
ລະດູບານໃໝ່ປີ 1930, ເມື່ອສ້າງຕັ້ງພັກກອມມູນິດ ຫວຽດນາມ, ຜູ້ນຳ ຫງວຽນອາຍກວັກ - ໂຮ່ຈີມິນ ໄດ້ຊີ້ແຈ້ງອຸດົມຄະຕິ, ເປົ້າໝາຍຍຸດທະສາດຂອງພັກ ແລະ ຂອງຊາດແມ່ນ: ເຮັດໃຫ້ປະເທດ ຫວຽດນາມ ເປັນເອກະລາດຢ່າງສົມບູນ, ເພື່ອກ້າວຂຶ້ນສັງຄົມກອມມູນິດ. ເພື່ອບັນລຸໄດ້ເປົ້າໝາຍອັນສູງສົ່ງນັ້ນ, ພັກຕ້ອງອີງໃສ່ກຳລັງແຮງຂອງປະຊາຊົນ, ຊີ້ນຳທົ່ວປວງຊົນໃຫ້ໄດ້.
ຄຸນຄ່າຫຼັກ, ເປັນຕາຍ
ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນແມ່ນເພື່ອປະຊາຊົນ, ເພື່ອປະເທດຊາດ; ອຸດົມຄະຕິຂອງພັກກໍ່ເລີ່ມມາຈາກຄວາມຄາດຫວັງເອກະລາດຊົນຊາດ ແລະຄວາມຜາສຸກຂອງປະຊາຊົນ. ຍ້ອນເຫດນັ້ນ, ຜົນປະໂຫຍດຂອງປະຊາຊົນ ກໍ່ແມ່ນຜົນປະໂຫຍດຂອງພັກ, ແມ່ນເປົ້າໝາຍສູ້ຊົນຕະຫຼອດຂອງພັກຜ່ານທຸກໄລຍະປະຫວັດສາດ.
ໂດຍເກີດມາຈາກປະຊາຊົນ, ພັກຖືເອົາເລື່ອງຮັບໃຊ້ປະຊາຊົນເປັນເປົ້າໝາຍເປັນຕາຍໃຫ້ແກ່ຕົນ. ບັນດານະໂຍບາຍຊີ້ຂາດຂອງພັກໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ຍ້ອນມັນຕິດພັນໂດຍກົງກັບສິດຜົນປະໂຫຍດຂອງປະຊາຊົນ: ສະຫວັດດີການສັງຄົມ, ການສຶກສາ, ສາທາລະນະສຸກ, ວຽກເຮັດງານທຳ, ລາຍຮັບ ແລະ ຄຸນນະພາບການດຳລົງຊີວິດ… ລ້ວນແຕ່ແມ່ນພະຍານຫຼັກຖານທີ່ມີຊີວີດຊີວາພິສູດໃຫ້ເຫັນຄຸນນະທາດເພື່ອປະຊາຊົນຂອງພັກ. ທ່ານ ເລຕຽນເຈົາ, ເລຂາຄະນະພັກນະຄອນ ຫາຍຟ່ອງ ເນັ້ນໜັກວ່າ:
“ເມື່ອບັນດາແຜນນະໂຍບາຍຂອງພັກ ແລະ ບັນດານະໂຍບາຍຊີ້ຂາດຂອງລັດ ຍາມໃດກໍ່ຖືປະຊາຊົນເປັນໃຈກາງ, ຖືປະຊາຊົນເປັນເປົ້າໝາຍ, ແມ່ນກຳລັງໜູນເພື່ອສ້າງບັນດານະໂຍບາຍ. ບັນດານະໂຍບາຍໄດ້ຮັບການປະກາດໃຊ້ນັ້ນ ກໍ່ເພື່ອແນໃສ່ຮັບໃຊ້ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ. ຍ້ອນປະຊາຊົນເປັນເຈົ້າ, ປະຊາຊົນເປັນເຈົ້າຂອງ”.
(ທ່ານ ໂຮ່ກວາງເລີ້ຍ, ອະດີດຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນ ຮ່າໂນ້ຍ) |
ຜ່ານບັນດາໄລຍະທີ່ຫຍຸ້ງຍາກ, ການທົດສອບ, ຊ້ຳບໍ່ໜຳແມ່ນໄລຍະອັນຫຍຸ້ງຍາກລຳບາກທີ່ສຸດ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ພັດທະນາຍ້ອນວ່າ ພັກຢູ່ໃນໃຈປະຊາຊົນ, ໄດ້ຮັບການປົກປ້ອງ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ. ຕາມທ່ານ ໂຮ່ກວາງເລີ້ຍ, ອະດີດຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນ ຮ່າໂນ້ຍແລ້ວ, ການຊີ້ນຳຂອງພັກບໍ່ພຽງແຕ່ໄດ້ກຳນົດໃນເອກະສານນິຕິກຳເທົ່ານັ້ນ, ຫາກສິ່ງທີ່ມີຄວາມໝາຍສັກສິດກວ່າ, ເປັນຕາຍກວ່າ ນັ້ນແມ່ນ ພັກຢູ່ໃນໃຈຂອງປະຊາຊົນ.
“ຜົນປະໂຫຍດຂອງປະຊາຊົນ ກໍ່ແມ່ນຜົນປະໂຫຍດຂອງພັກ, ແມ່ນເປົ້າໝາຍສູ້ຊົນຕະຫຼອດຂອງພັກຜ່ານທຸກໄລຍະປະຫວັດສາດ. ຜ່ານບັນດາໄລຍະຫຍຸ້ງຍາກ, ລຳບາກ, ຊ້ຳບໍ່ໜຳຜ່ານໄລຍະລຳບາກທີ່ສຸດ, ພັກຍັງຄົງຕົວ ແລະ ພັດທະນາ, ຍ້ອນພັກຢູ່ໃນໃຈຂອງປະຊາຊົນ, ໄດ້ຮັບການປົກປ້ອງ ແລະ ເຊື່ອໝັ້ນຂອງປະຊາຊົນ.”
ເສີມຂະຫຍາຍກຳລັງແຮງສາມັກຄີໃນສັງກາດໃໝ່
ປະເທດ ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດອັນໃຫຍ່ຫຼວງເພື່ອບຸກທະລຸ, ໃນສະພາບທີ່ໂລກພວມມີການປ່ຽນແປງຢ່າງວ່ອງໄວຍ້ອນການປະຕິວັດອຸດສາຫະກຳຄັ້ງທີ 4, ພິເສດແມ່ນປັນຍາປະດິດ (AI) ແລະ ບັນດາເຕັກໂນໂລຊີໃໝ່. ຖ້າພາດໂອກາດ, ບໍ່ສ້າງບາດກ້າວບຸກທະລຸກະໂດດຂັ້ນ, ຄວາມສ່ຽງແມ່ນຈະຖືກຕົກຖອຍຫຼັງຢ່າງແນ່ນອນ.
ໃນການເດີນທາງນັ້ນ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກແມ່ນຊັບສົມບັດອັນລ້ຳຄ່າ. ເພື່ອຮັກສາ ແລະ ເສີມຂະຫຍາຍຊັບສົມບັດນັ້ນ, ພັກຕ້ອງມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ປັບຕົວເອງ, ເດັດດຽວຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟູມເຟືອຍ, ສິ່ງຫຍໍ້ທໍ້, ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ສະໜິດຕິດພັນເລືອດເນື້ອກັບປະຊາຊົນ.
“ຂ້າພະເຈົ້າເຊື່ອໝັ້ນວ່າ, ບັນດາສະຫາຍຈະນຳພາການປະຕິວັດຂອງພວກເຮົາຍາດເອົາໄຊຊະນະອັນໃຫຍ່ຫຼວງກວ່າ, ປະຕິບັດບັນດານະໂຍບາຍຊີ້ຂາດ, ບັນດາແນວທາງເຊິ່ງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກໄດ້ວາງອອກຢ່າງມີໄຊ”.
“ໃນປີຕໍ່ໜ້າ, ປະເທດຈະພັດທະນາ, GDP ເພີ່ມຂຶ້ນ 2 ຕົວເລກ. ນັ້ນແມ່ນສິ່ງທີ່ປະຊາຊົນໄດ້ຕັ້ງຄວາມຫວັງ. ປະຊາຊົນຈະໄດ້ຊົມໃຊ້ບັນດາຜົນງານໂດດເດັ່ນແຫ່ງການພັດທະນາເສດຖະກິດຂອງປະເທດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ຖັນແຖວການນຳໃໝ່ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະນຳເອົາພູມປັນຍາ ຄວາມສຸດຈິດສຸດໃຈ, ແລະ ຄວາມສາມາດຂອງຕົນເພື່ອຮັບໃຊ້ພັກ, ຮັບໃຊ້ປະຊາຊົນ”.
ເສັ້ນທາງຂ້າງໜ້າແມ່ນເຫັນໄດ້ແຈ້ງແລ້ວ: ເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ, ເສັ້ນທາງເຊິ່ງພັກ ແລະ ປະທານ ໂຮ່ຈິມິນ ໄດ້ຄັດເລືອກ ແລະ ໄດ້ຮັບການພິສູດຜ່ານພຶດຕິກຳຕົວຈິງແມ່ນຖືກຕ້ອງ. ດ້ວຍຄຸນນະທາດຂອງພັກ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຫວຽດນາມ ມີພື້ນຖານຢ່າງສົມບູນເພື່ອຫັນຄາດຫວັງທີ່ວ່າປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.