ພັດທະນາການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ

(vovworld)- ຕອນ​ເຊົ້າ​ວັນ​ທີ 18/8, ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ລາຊະ​ອານາ​ຈັກ ກຳປູ​ເຈຍ ​ໂດຍ​ທ່ານ Heng Samrin, ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ນຳ​ຫນ້າ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້ ​​ແມ່ນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນຄຽງອັນ​ດີງາມ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ໝັ້ນຄົງ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພ​າ​ແຫ່ງ​ຊາດ, ສອງ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ພ້ອມ​ທັງ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ຊື່​ງສອງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ ກໍ​ຄື ການ​ສົມທົບ​ກັນຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ພັດທະນາການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ - ảnh 1
ທ່ານ Heng Samrin, ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ
photo:TTXVN

        ຫວຽດນາມ ​ແລະ ກຳປູ​ເຈຍ ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ. ວັນ​ທີ 24/6/1967, ຫວຽດນາມ ​ແລະ ກຳປູ​ເຈຍ ​​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ​ເປັນ​ຂີດ​ໝາຍ​ຫນ້າ​ປະຫວັດສາດ​ໃຫມ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບ້ານ​​ໃກ້​ເຮືອ​ນຄຽງ. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ນັບ​ການ​ປັບປຸງ ​ແລະ ພັດທະນາ​ໃນ​ທຸກຂົງ​ເຂດ.

        ການ​ພົວພັນ​ຫວຽດນາມ -ກຳປູ​ເຈຍ ພັດທະນາ​ຢ່າງຮອບດ້ານ.

        ​ໃນ​ຂົງ​ເຂດ​ການ​ເມືອງ, ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ແມ່ນ​ດຳ​ເນີນ​ໄປ​ເປັນ​ປະຈຳ.   ທ້າຍ​ປີ 2013, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdech Hunsen ​ໄດ້​ເລືອກ​ເຟັ້ນຫວຽດນາມ ​ແມ່ນ​ປະ​ເທດທຳ​ອິດມາ​ຢ້ຽມຢາມ ພາຍຫລັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ ກຳປູ​ເຈຍ ອາຍຸ​ການ​ທີ 5 ຄືນ​ໃຫມ່. ຕໍ່​ຈາກ​ນັ້ນ, ຕົ້ນ​ປີ 2014, ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີ​ນຢູງ ກໍ​ໄດ້​ໄປ​ຢ້ຽມຢາມ ລາຊະ​ອານາຈັກ ກຳປູ​ເຈຍ ​ໃນ​ການ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ​ທຳ​ອິດ​ຂອງ​ທ່ານ ​ໃນ​ປີ 2014.

        ຕົ້ນ​ປີ 2014, ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 35 ​ປີ​ແຫ່ງ​ວັນຊະນະລະບອບ​ດັບ​ສູນ​ເຊື້ອ​ຊາດ​ຢູ່ ກຳປູ​ເຈ​ຍ (7/1/1979-7/1/2014), ຊື່​ງ​ແມ່ນ​ວັນ​ທີ່ປະຊາຊົນ​ສອງ​ປະ​ເທດ ພ​​້ອມກັນ​ໂຄ່ນລົ້ມ​ລະບອບ​ດັບ​ສູນ​ເຊື້ອ​ຊາດ Polpot, ກູ້​ເອົາ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ກຳປູ​ເຈຍ ​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ວິນາດສະກຳດັບ​ສູນ​ເຊື້ອ​ຊາດ.

        ກ່ຽວ​ກັບດ້ານ​ເສດຖະກິດ, ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ ສືບ​ຕໍ່​ພັດທະນາ​ຢ່າ​ງວ່ອງ​ໄວ, ສະ​ເພາະ ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປີ 2013 ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ປະມານ 3,5 ຕື້ USD. ຫວຽດນາມ ລົງທຶນ​ເຂົ້າ ກຳປູ​ເຈຍ ກວ່າ 100 ​ໂຄງການ, ສຸມ​ໃສ່​ບາງ​ຂົງ​ເຂດ​ຄື: ປູກ​ຕົ້ນ​ໄມ້​ອຸດສາຫະກຳ; ຂຸດ​ຄົ້ນ​ບໍ່​ແຮ່; ຂຸດ​ຄົ້ນ, ສຳ​ຫລວດ, ຊອກ​ຫາ ​ແລະ ດຳ​ເນີນ​ທຸລະ​ກິດ​ຜະລິດ​ຕະພັນ​ອາຍ​ແກ​ສ; ພັດທະນາ​ແຫ​ລ່ງ​ໄຟຟ້າ; ​ໂທລະ​ຄົມມະນາຄົມ; ການ​ເງິນ, ທະນາຄານ.

        ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນຊາ​ດ ລະຫວ່າງ​ສອງ​ປະ​ເທດ ​ກໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ, ​ເປັນ​ຕົ້ນ ​ແມ່ນ​ສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໃນ​ການ​ແກ້​ໄຂ​ບັນດາ​ກໍລະນີ​ທີ່​ເກີດ​ຂຶ້ນ​ຢູ່​ຊາຍ​ແດນ​ເປັນ​ຢ່າງ​ດີ ກໍ​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ບຳລຸງ​ສ້າງ, ຮັກສາ​ການ​ລາດຕະ​ເວັນ​ຮ່ວມ​ບົນ​ທະ​ເລ, ພ້ອມ​ທັງ​ຮ່ວມ​ມື​ຢ່າງ​ແຫນ້ນ​​ແຟ້ນ​ໃນ​ວຽກ​ງານ​ຊອກ​ຫາ, ທອ້ນ​ໂຮມ ​ແລະ ສົ່ງ​ອັດຖິທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​ເສຍສະຫລະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່ ກຳປູ​ເຈຍ ກັບ​ເມືອ​ປະ​ເທດ. ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ສຳຄັນ ນັ້ນ​ແມ່ນ​ວຽກ​ງານ​ຂີດ​ຂັ້ນ​ປັກ​ຫລັກ​ໝາຍ​ຊາຍ​ແດນ ຫວຽດນາມ -ກຳປູ​ເຈຍ ສືບ​ຕໍ່​ໄດ້​ຮັບ​ການ​ສົມທົບກັນ​ຜັນ​ຂະຫຍາຍ​ຈາກ​ສອງ​ຝ່າຍ​ຢ່າງ​ຕັ້ງຫນ້າ ​ແລະ ພ້ອມ​ກັນ​ຢືນຢັນ ຄວາມ​ຕັດສິນ​ໃຈ​ຍູ້​ແຮງ​ການ​ຮ່ວມ​ມື​ເພ່ືອສຳ​ເລັດ​ວຽກ​ງານ​ນີ້​ໂດຍ​ໄວ, ປະກອບສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ. ທ່ານ​ປະທານ ສະພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ Heng Samrin ຕີ​ລາຄາ​ວ່າ:

        “ຍາມ​ໃດ ຫວຽດນາມ -ກຳປູ​ເຈຍ ກໍ​ມານະ​ພະຍາຍາມ​ສ້າງສາ​ຍພົວພັນ​ອັນ​ດີງາມ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ສະຫນັບສະຫນູນ​ເຊິ່ງກັນ ​ແລະ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ. ​ໃນ​ອາຍຸ​ການ​ຊີ້​ນຳ​ນຳພາ​ຂອງ​ລັດຖະບານ​ສອງ​ປະ​ເທດ​ປະຈຸ​ບັນ, ກຳປູ​ເຈຍ ​ແລະ ຫວຽດນາມ ​ໄດ້​ສຳ​ເລັດ​ການ​ລົງ​ນາມ​ໃນ​ສັນຍາ​ສ້າງ​ເສັ້ນ​ຊາຍ​ແດນ​ທາງ​ບົກ ​ແລະ ສ້າງ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ນັບ​ມື້​ນັບ​ພັດທະນາ ບົນ​ພື້ນຖານ​ເຄົາລົບ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ.”

        ການ​ຮ່ວມ​ມື​ລັດຖະ​ສະພາ​ແມ່ນ​ຊ່ອງ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທ​ດ

        ​​ໃນ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ, ການ​ແລກປ່ຽນ​ຄະນະ​ຜູ້​ແທນຂັ້ນ​ສູງ​ລະຫວ່າງ 2 ພັກ ​ແລະ ລັດ, ສະພາ​ແຫ່ງ​ຊາດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂອງ ກຳປູ​ເຈຍ ​ກັບ ຫວຽດນາມ ບັນລຸ​ໄດ້​ບາດກ້າວ​ເປັນ​ຫນ້າ​ຈົດ​ຈຳ. ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ຫລາຍ​ກອງ​ປະຊຸມ​ສຸມ​ໃສ່​ບັນດາ​ບັນຫາ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ສະພາ​ແຫ່ງ​ຊາດ ສອງ​ປະ​ເທດ ​ແລະ ລັດຖ​ະສະພາ​ພາກ​ພື້ນ, ພິ​ເສດ ການ​ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ​​ເໝາະ​ສົມກັບທັດສະນະ, ຫລັກໝັ້ນຂອງລັດຖະບານແຕ່ລະປະເທດ. ຍາມ​ໃດ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ກໍ​ກຳ​ແຫນ້ນ​ຫລັກການ​ປັບປຸງ​ນຳ​້​ໃຈ​ມິດຕະພາບ, ກາ​ນຮ່ວມ​ມື ຜ່ານ​ການ​ເຂົ້າ​ຮ່ວມກົນ​ໄກ​​ເຈ​ລະ​ຈາ​ເປັນ​ປະຈຳ, ຕັ້ງຫນ້າ​, ດ້ວຍ​ຈິດ​ໃຈ​ຮັບຜິດຊອບ​ສູງ ​ເພື່ອ​ປັບປຸງ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ລັດຖະສະພາ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຕອບສະຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ ​ແລະ ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ປະທານ ສະພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ Heng Samrin ​ໃຫ້​ຮູ້​ວ່າ :

          “ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ການ​ນຳ​ບັນດາ​ກຳມາ​ທິກ​ານສະ​ເພາະ​ກິດ ​ແລະ ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ​​ໄດ້​ເປີດ​ບັນດາ​ກາລະ​ໂອກາດ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ​ສອງ​ຝ່າຍ ​ແລ​ກປ່ຽນ​ບົດ​ຮຽນ, ຂໍ້​ມູນ​ຂ່າວສານ​ເພື່ອ​ຜົນ​ປະ​ໂຫຍ​ດສູງ​ສຸດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ ກຳປູ​ເຈຍ - ຫວຽດນາມ. ​ໃນ​ອາຍ​ຸການ​ຜ່ານ​ມາ, ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ໄດ້​ເຫັນ​ດີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ລະຫວ່າງ ສະພາ​ແຫ່ງ​ຊາດ​ລາຊະ​ອານາ​ຈັກ ກຳປູ​ເຈຍ ​ແລະ ຫວຽດນາມ,​ ຂໍ້​ຕົກລົງ​ການຮ່ວມ​ມືລະຫວ່າງ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ນັ້ນ​ແມ່ນ​ບັນດາ​ເອກະສານ​ສຳຄັນ​ເພື່ອ​ໃຫ້​ສອງ​ຝ່າຍ​ພ້ອມ​ກັນ​ມານະ​ພະຍາຍາມ, ປັບປຸງ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ, ການ​ຮ່ວມ​ມື ​ແລະ ພັດທະນາ​​ແບບ​ຍືນ​ຍົງ.”

        ຜ່ານ​ການ​ຜັນ​ແປ​ຂອງ​ປະຫວັດສາດ, ການ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ. ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ ສະພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ Heng Samrin ສືບ​ຕໍ່​ຢືນຢັນ​ເຖິງການ​ຖື​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ເປັນ​ສຳຄັນ, ຊຸກຍູ້​ສາຍ​ພົວພັນ​ສາມັກຄີ, ມິດ​ຕະພາບ ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ