ພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ ເພີ່ມພູນຄູນສ້າງມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ

   ນັບແຕ່ພັນປີມານີ້, ພິທີ​ໄຫວ້​ບູຊາບັນດາ​ເຈົ້າຊີວິດຮຸ່ງ, ຍາມໃດກໍຖືກ ປະຊາຊົນຫວຽດນາມ ຈັດຕັ້ງຂຶ້ນໃນແຕ່ລະປີຄືໃນວັນທີ 10 ເດືອນ 3 ໄລ່ຕາມ ຈັນທະປະຕິທິນ. ເພາະສະນັ້ນ, ການເຄື່ອນໄຫວ ໄຫວ້​ບູຊາບັນດາ​ເຈົ້າຊີວິດຮຸ່ງ ໄດ້ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ຂອງ​ຊາດ. ປີ​ນີ້, ພິທີ​ໄຫວ້​ບູຊາບັນດາ​ເຈົ້າຊີວິດຮຸ່ງ​ໂດຍ​ຄະນະ​ກຳມະການ​ປະຊາຊົນແຂວງ ຟູ້ເຖາະ ​ແມ່ນ​ຜູ້​ຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 4 ​ແຂວງ​ຄື ບັກ​ນິງ, ກວາງ​ບີ​ງ, ວິ້ງ​ລອງ ​ແລະ ລອງ​ອານ ຊຶ່ງ​ເປັນ​ການ​ເຊື່ອມ​ຕໍ່​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ຄະນະ​ຍາດ, ​ ເພີ່ມພູນຄູນສ້າງມູນເຊື້ອສາມັກຄີທົ່ວປວງຊົນ ທັງຊາດ.

ພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ  ເພີ່ມພູນຄູນສ້າງມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ - ảnh 1
ງານ​ບຸນ​ວິຫານ​ຮຸ່ງ​ໄດ້ກາຍເປັນເຫດການໃຫຍ່ຂອງຊາດ
(ພາບ:baophutho)

    ພິທີ​ໄຫວ້​ບູຊາບັນພະບຸລຸດ ​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ​ງານ​ບຸນ​ວິຫານ​ຮຸ່ງ​ 2014, ມຸ່ງ​ໄປ​ສູ່​ການ​ໂຄສະນາ​ເຜີຍ​ແຜ່​ມໍລະດົກ “ ຂັບ​ຊວານ​ຢູ່​ຟູ້​ເຖາະ” ​ແລະ “ການ​ເຫຼື້ອມ​ໄສໄຫວ້​ບູຊາບັນດາ​ເຈົ້າຊີວິດຮຸ່ງຢູ່​ຟູ້​ເຖາະ”. ການ​ເຄື່ອນ​ໄຫວ​ເປັນ​ຈຸດ​ໃຈກາງ​ແມ່ນ​ພິທີ​ຖະຫວາຍທູບ​ທຽນ​ບູຊາ​ໃນ​ວັນ​ທີ 9/4 (ກົງ​ກັບວັນທີ 10 ເດືອນ 3 ໄລຕາມຈັນທະປະຕິທິນ) . ກ່ອນ​ໜ້ານັ້ນຄື​ໃນຕອນ​ເຊົ້າ​ວັນ​ທີ 5/4, (ກົງ​ກັບວັນທີ 6 ເດືອນ 3 ໄລຕາມຈັນທະປະຕິທິນ), ຄະນະ​ຈັດ​ຕັ້ງພິທີ​ໄຫວ້​ບູຊາບັນດາ​ເຈົ້າຊີວິດຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ​ 2014 ​ໄດ້​ຕາງໜ້າ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດຈັດພິທີໄຫວ້ບູຊາພະບິດາ ຫຼາກລອງກວນ ແລະ ຖະຫວາຍດອກ​ໄມ້,​ໄຕ້ທູບທຽນ ບູຊາພະແມ່ ເອົາເກີ ຊຶ່ງ​ແມ່ນ​ຜູ້​ໄດ້​ໃຫ້​ກຳ​ເນີນ​ຊາວຫວຽດນາມ, ມີ​ຄຸນງາມຄວາມດີ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ ​ແລະ ຊ່ວຍ​ປະຊາຊົນ​ໃຫ້​ມີ​ຊີວິດ​ທີ່​ອີ່ມ​ໜຳ​ສຳລານ​ແລະ ຜາ​ສຸກ.

   ປະຊາຊົນຊຶ່ງ​ເປັນ​ເຈົ້າພາບ​ຈັດການ​ເຄື່ອນ​ໄຫວໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ

   ບັນດາ​ພິທີກຳ ​ແລະ ການ​ເຄ້ື່ອນ​ໄຫວ​ວັດທະນະທຳ​ໃນ​ວັນໄຫວ້​ບູຊາ ບັນພະບຸລຸດ​ເວົ້າ​ສະ​ເພາະ ​ແລະ ​ງານ​ບຸນ​ວິຫານ​ຮຸ່ງ​​ເວົ້າ​ລວມ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ບໍລິ​ເວນ​ກ້ວາງ​ຂວາງ. ທ່ານ​ຮ່າ​ເກ້​ຊານ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນແຂວງ ຟູ້ເຖາະ , ຫົວໜ້າຄະນະ​ຈັດ​ຕັ້ງພິທີ​ໄຫວ້​ບູຊາບັນດາ​ເຈົ້າຊີວິດຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ​ 2014ໃຫ້ຮູ້ວ່າ : 

    “​​ ຕົ້ນ​ຕໍ່​ແມ່ນ​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ປູຊະນີຍະສະຖານງານ​ບຸນ​ວິຫານ​ຮຸ່ງ​ ​ແລະ ນະຄອນ​ຫວຽດຈີ. ສຳລັບການຈັດຕັ້ງງານ​ບຸນ​ວິຫານ​ຮຸ່ງ, ພວກ​ຂ້າພະ​ເຈົ້າ​ເລ່ັງ​ໃສ່​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ, ​ໃນ​ນັ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາຊົນ​ເຂົ້າ​ຮ່ວມການ ໄຫວ້​ບູຊາບັນພະບຸລຸດ​ຫຼາຍ​ຂຶ້ນ, ​ເປັນ​ຕົ້ນ​ແມ່ນ​ການຈັດ​ພິທີ​ແຫ່​ວໍ​ໄປ​ຍັງ​ວິຫານ​ຮຸ່ງ​ເພື່ອ​ຖະຫວາຍ​ເຄື່ອງ​ຂອງ​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ. ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ​ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ຈາກ​ນະຄອນ​ຫວຽດຈີ​ຮອດວິຫານ​ຮຸ່ງ ” .

   ຕາມທ່ານ​ຮ່າ​ເກ້​ຊານ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນແຂວງ ຟູ້ເຖາະ , ຫົວໜ້າຄະນະ​ຈັດ​ຕັ້ງພິທີ​ໄຫວ້​ບູຊາບັນດາ​ເຈົ້າຊີວິດຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ​ 2014 ​ແລ້ວ, ງານ​ບຸນ​ວິຫານ​ຮຸ່ງນັບ​ມື້​ນັບຖື​ກຫັນ​ມາ​ເປັນ​ວຽກ​ງານ​ສັງຄົມ, ຕາມ​ນັ້ນ​ແລ້ວ, ລັດ​ແມ່ນ​ຜູ້​ສ້າງ​ລາຍການ, ໜູນ​ຊ່ວຍ​ປະຊາຊົນ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເພື່ອ​ຊ່ວຍ​ປະຊາຊົນ​ຊຶ່ງ​ແມ່ນ​ເຈົ້າພາບ​ຂອງ​ງານ​ບຸນ ປະຕິບັດ​ບັນດາ​ພິທີ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ. ງານ​ບຸນ​ວິຫານ​ຮຸ່ງບໍ່​ພຽງ​ແຕ່​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ປູຊະນີຍະສະຖານງານ​ບຸນ​ວິຫານ​ຮຸ່ງ​ແຂວງ​ຟູ້​ເຖາະ​ເທົ່າ​ນັ້ນ, ຫາກ​ຍັງ​ຖືກ​ຈັດ​ຂຶ້ນ​ຢູ່​ແຫ່ງ​ຕ່າງໆ​ທີ່​ມີ​ເຂດ​ປູຊະນີຍະສະຖານບູຊາ​​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ພິ​ເສດ, ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ປີ​ໃດ​ກໍ​ສົ່ງ​ຄະນະ​ຜູ້​ແທນ​ມາ​ຮ່ວມພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ.

 ເພີ່ມພູນຄູນສ້າງ ມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ

    ​ເລື່ອງ​ຈັດ​ຕັ້ງພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ ນັບ​ແຕ່​ໄລຍະ​ຂັ້ນ​ຕົ້ນ​ຂອງ​ປະຫວັດສາດ​ແຫ່ງ​ກາ​ນສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ໃນ​ປະຈຸ​ບັນ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ຊາດ​ຫວຽດນາມ​ໄດ້​ມີ​ສະຕິ​ຈິດ​ໃຈຕໍ່​ກົກ​ເຄົ້າ​ເຫງົ້າ​ກໍ​ໂດຍ​ໄວ, ພ້ອມ​ທັງເພີ່ມພູນຄູນສ້າງ, ສືບ​ທອດ​ບັນດາຄຸນຄ່າ​ວັດທະນະທຳ​, ຈິດ​ໃຈ​ຂອງ​ຊາດ. ​ແຕ່ລະ​ປີ, ຊາວ​ຫວຽດນາມ​ນັບ​ລ້ານ​ຄົນ​ໄດ້​ຫຼັ່ງ​ໄຫລ​ມາ​ເຕົ້າ​ໂຮມ​ຢູ່​ແຫ່ງ​ນີ້​ເພື່ອອາ​ໄລ​ຫາ​ບັນພະບຸລຸດ ດ້ວຍ​ການ​ເຂົ້າ​ຮ່ວມ​ ພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງຊຶ່ງ​ຖືກ​ດຳ​ເນີນ​ໃນ​ເວລາປະມານອາທິດ​ໜຶ່ງ, ນັບ​ແຕ່​ຕົ້ນ​ເດືອນ 3 ຫາວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ທັງ​ນີ້​ກໍ​ເປັນ​ການ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ປ້າ ​ໂຕ​ທິຕົນ ​ແຂ​ກທ່ອງ​ທ່ຽວ​ມາ​ຮ່ວມພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງປີ​ນີ້ ​ໃຫ້​ຮູ້​ວ່າ : 

    “ ປີ​ນີ້ ຂ້າພະ​ເຈົ້າ​ມີ​ອາຍຸ 70 ປີ​ແລ້ວ, ​ແຕ່​ປີ​ໃດກໍ​ເຊັ່ນ​ດຽວ​ກັນ, ຂ້າພະ​ເຈົ້າ​ກໍ​ລ້ວນ​ແຕ່​ເຂົ້າ​ຮ່ວມພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ ​ເພື່ອ​ໄຕ້​ທູບທຽນອາ​ໄລ​ຫາ​ບັນພະບຸລຸດ, ກົກ​ເຄົ້າ​ເຫງົ້າ​ກໍ. ຂ້າພະ​ເຈົ້າຫວັງ​ວ່າ ຄົນ​ລຸ່ນຫຼັງ​ຍາມ​ໃດ​ກໍ​ອາ​ໄລ​ຫາ​ເຖິງ​ບັນພະບຸລຸດ, ບັນດາ​ເຈົ້າ​ຊີວິດ​ຮຸ່ງ, ​ເພາະ​ມີ ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ຈຶ່ງ​ມີ​ພວກ​ເຮົາ​ໃນ​ປະຈຸ​ບັນ ”

    ພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ ​ແລະ ການ​ເຫຼື້ອມ​ໄສ​ບູ​ຊາ​ເຈົ້າ​ຊີວິດ​ຮຸ່ງ ​ ​ຖືກຈັດ​ຂຶ້ນໃນ​ວັນ​ທີ 10 ເດືອນ 3 ​ແຕ່ລະ​ປີ​ໂດຍໄລຕາມຈັນທະປະຕິທິນ​, ​ເຫດການ​ນີ້​ໄດ້​ເລີ່​ມມາ​ຈາກ​ຄວາມ​ມຸ່ງ​ຫວັງ​ຂອງ​ຊາວ​ຫວຽດນາມ​ຢູ່​ພາຍ​ໃນ​ປະ​ເທດ ​ເກືອບ 90 ລ້ານ​ຄົນ ​ແລະ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ 4,5 ລ້ານ​ຄົນ . ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ບັນດາ​ຄຸນຄ່າ​ພິ​ເສດສະ​ເພາະ ຊຶ່ງ​ໄດ້​ສ້າງ​ເປັນ​ກຳລັງ​ແຮງ​ຂອງ​ຊາດ​ຫວຽດນາມ​ຜ່ານ​ຫຼາຍ​ຍຸກ​ສະ​ໄໝ. ດ້ວຍ​ການຈັດພິທີ​ໄຫວ້​ບູຊາບັນພະບຸລຸດ​ນີ້, ການ​ເຫຼື້ອມ​ໄສ​ບູ​ຊາ​ເຈົ້າ​ຊີວິດ​ຮຸ່ງ ພັດ​ສືບ​ຕໍ່​ໄດ້​ຮັບ​ການ​ສືບ​ທອດ, ເພີ່ມພູນຄູນສ້າງ ມູນເຊື້ອສາມັກຄີ ​ແລະ ບັນດາ​ຄຸນຄ່າ​ຫວຽດນາມ​ໃນ​ຍຸກ​ສະ​ໄໝ​ໃໝ່ 

ຕອບກັບ

ຂ່າວ/ບົດ​ອື່ນ