ພາລະກິດປ່ຽນໃໝ່ນຳຫວຽດນາມພັດທະນາເທື່ອລະກ້າວ


(vovworld) - ​ໃນ​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ຜ່ານ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຫວຽດນາມ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ທີ່​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດ. ບັນດາ​ຜົນງານ​ຂອງ​ພາລະ​ກິດປ່ຽນ​ໃໝ່ ​ແລະ ບັນດາ​ບາດກ້າວ​ຕໍ່​ໄປ​ບົນ​ເສັ້ນທາງ​ນີ້ ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 10, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11, ​ເຊິ່ງດຳ​ເນີນ​ເມື່ອ​ຕົ້ນ​ເດືອນ 1/2015.

 ພາລະກິດປ່ຽນໃໝ່ນຳຫວຽດນາມພັດທະນາເທື່ອລະກ້າວ - ảnh 1

ກອງ​ປະຊຸມ​ຄັ້ງ​ທີ 10, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11

ປະ​ເທດຫວຽດນາມ​ ພວມ​ສືບ​ຕໍ່​ກ້າວ​ຂຶ້ນຢ່າງ​ໝັ້ນຄົງ​ບົນ​ເສັ້ນທາງ​ປ່ຽນ​ໃໝ່​ ​ເຊິ່ງພັກ​ກອມ​ມູນ​ນິດ​ຫວຽດນາມ​ໄດ້​ເລືອກ​ເຟັ້ນ, ນັບ​ແຕ່​ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດຄັ້ງ​ທີ 6 ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ເມື່ອ​ປີ 1986. ​​ເລື່ອງ​ສະຫຼຸບ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ, ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ຢັ້ງຢືນ, ນັ້ນ​ແມ່ນ​ຕີ​ລາຄາ​ສະພາບສາກົນ, ພາຍ​ໃນ​ປະ​ເທດ ​ແລະ ວິວັດ​ການ​ພັດະ​ນາ​ແນວທາງ​ປ່ຽນ​ໃໝ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ບັນດາ​ຜົນງານ, ສິ່ງຈຳກັດ, ສາຍ​ເຫດ, ບົດຮຽນ​ຂອງ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່ ​ແລະ ທິດ​ທາງ​ສືບ​ຕໍ່​ຍູ້​ແຮງ​ພາ​ລະ​ກິ​ດປ່ຽນ​ໃໝ່​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ພັກ ​ແລະ ​ໃນ​ສັງຄົມ.

ຜົນງານ​​ມີ​ຄວາມ​ໝາຍ​ປະຫວັດສາດ​ທີ່​ສຳຄັນ

ຜົນງານ​ໃນ​ເກືອບ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່​ຢູ່​ຫວຽດນາມ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ. ຫາງ​ສຽງ​ສາກົນ​ໄດ້​ຮັບ​ຮູ້ຫຼາຍ​ເທື່ອ​ແລ້ວ​ວ່າ, ​ໄຊຊະນະ​ແຫ່ງ​ການ​ປ່ຽນ​ໃໝ່​ຢູ່​ຫວຽດນາມ ​ໄດ້ປະກອບສ່ວນ​ຕັດສິນ​ອະນາຄົດ​ຂອງ​ລັດທິ​ສັງຄົມ​ນິຍົມ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ​ເປີດ​ແງ່​ຫວັງ​ແກ້​ໄຂ​ວິ​ກິດ​ການ, ຊຸກຍູ້​ການ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໂລກ​ໃໝ່​ທີ່​ມີ​ຄວາມ​ຍຸຕິ​ທຳ​ກວ່າ. ​ໃນ​ຂະນະ​ນັ້ນ, ທີ່​ກອງ​ປະຊຸມ​ຄັ້ງ​ທີ 10, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຕີ​ລາຄາ​ວ່າ, 30 ປີແຫ່ງ​ການ​ປ່ຽນ​ໃໝ່, ​ແມ່ນ​ໄລຍະ​ປະຫວັດສາດ​ສຳຄັນ​ໃນ​ວິວັດ​ແຫ່ງ​ກາ​ນພັ​ດທະນາ​ຂອງ​ປະ​ເທດ​ຊາດ, ​​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຕີບ​ໃຫຍ່​ທຸກ​ດ້ານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດ ​ແລະ ປະຊາຊົນ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ຊີ້​ແຈ້ງວ່າ:

ການ​ປ່ຽນ​ໃໝ່​ມີ​ຂອບ​ຂະໜາດ​ປະຫວັດສາດ ​ແລະ ມີ​ຄວາມ​ໝາຍ​ປະຕິວັດ​ຢ່າງ​ໃຫຍ່​ຫຼວງ, ​ແມ່ນ​ວິວັດ​ແຫ່ງ​ການ​ຫັນປ່ຽນ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ​ເຖິງ​ຖອງ, ​ແມ່ນ​ພາລະ​ກະ​ກິດ​ປະຕິວັດ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ຫວຽດນາມ. ​ເບິ່ງ​ລວມ​ແລ້ວ, ພາຍຫຼັງ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່, ປະ​ເທດ​ຫວຽດນາມ ​ບັນລຸ​ໄດ້​ບັນດາ​ຜົນງານ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ, ສ້າງ​ປະຖົມ​ປັດ​ໃຈ​ທີ່​ສຳຄັນ​ເພື່ອ​ນຳ​ຫວຽດນາມ​ ສືບ​ຕໍ່​ປ່ຽນ​ໃໝ່ ​ແລະ ພັດທະນາ​ຢ່າງ​ແຮງ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ“.

​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ດ້ວຍ​ຮູບ​ແບບ​ເສດຖະກິດ​ສັງ​ລວມ​ແມ່ນ ກໍ່ສ້າງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ຫວຽດນາມ ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ - ສັງຄົມ, ສ້າງ​ປະຖົມ​ປັດ​ໃຈ​ທີ່​ຈຳ​ເປັນ ​ເພື່ອ​ຫັນ​ໄປ​ສູ່​ໄລຍະ​ພັດທະນາ​ໃໝ່ - ​ໄລຍະ​ຍູ້​ແຮງ​ການ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ​ມາ​ຮອດ​ປະຈຸ​ບັນ, ​ເສດຖະກິດ​ຫວຽດນາມ ​ບັນລຸ​ລະດັບ​ເຕີບ​ໂຕ​ໄວ, ອົງ​ປະກອບ​ເສດຖະກິດ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ການຜະລິດຕິດ​ພັນ​ກັບ​ຕະຫຼາດ. ຫວຽດນາມ ​ໄດ້​ປະຕິບັດ​ແຜນ​ນະ​ໂຍບາຍ​ພັດທະນາ​ພື້ນຖານ​ເສດຖະກິດ​ຫຼາຍ​ພາກສ່ວນ​ສຳ​ເລັດ​ຜົນ, ​ເສີມ​ຂະ​ຫຍາ​ຍຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ນັບ​ມື້​ນັບ​ດີ​ຂຶ້ນ. ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ຄ່ອຍໆ​ປະກົດ​ຜົນ​ເປັນ​ຈິງ, ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ​​ໂດຍ​ພື້ນຖານ. ຫວຽດນາມ​ກໍ່​ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ​ເປັນ​ຢ່າງ​ດີ. ຊີວິດ​ຂອງ​ປະຊາຊົນ​ສ່ວນ​ຫຼາຍ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຈະ​ແຈ້ງ. ບັນດາ​ຜົນງານ​ຂອງ​ພາລະກິດ​ປ່ຽນ​ໃໝ່, ​ນັບ​ມື້​ນັບຢືນຢັນ​ໃຫ້​ເຫັນ​ການ​ຊີ້​ນຳ, ນຳພາ​ຢ່າງ​ຖືກຕ້ອງ​ຂອງ​ພັກ, ​ແມ່ນ​ປັດ​ໃຈ​ຕັດສິນ​ຜົນສຳ​ເລັດ​ຂອງ​ການ​ປ່ຽນ​ໃໝ່, ສົ່ງ​ເສີມ, ປຸກລະດົມ​ປະຊາຊົນ​ສືບ​ຕໍ່​ສະໜັບສະໜູນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດ - ສັງຄົມ​ໄວ້​ຢ່າງ​ໝັ້ນຄົງ, ສືບ​ຕໍ່​ຊຸກຍູ້​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ຢ່າງຮອບດ້ານ, ດ້ວຍ​ບາດກ້າວ​ພັດທະນາກວ່າ.

ປ່ຽນ​ໃໝ່​ລະຫວ່າງ​ການ​ເມືອງ ​ແລະ ​ເສດຖະກິດ​ຢ່າງ​ຄົບ​ຊຸດ​ກວ່າ

ບັນດາ​ການ​ຜັນ​ແປ​ໃໝ່​ສຸດ​ໃນ​ສະພາບ​ການ​ພາຍ​ໃນ ​ແລະ ສາກົນ, ທວງ​ໃຫ້​ຫວຽດນາມ ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ປ່ຽນ​ໃໝ່ກວ່າອີກ, ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຫຼາຍ​ຢ່າງ, ​ແນ​ໃສ່​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທີ່​ກອງ​ປະຊຸມ​ຄັ້ງ​ທີ 10, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຊີ້​ອອກ​ບັນດາ​ບັນຫາ​ສຳຄັນ​ເຊິ່ງພັກ​ກອມ​ມູນິດ​ຫວຽດນາມ, ​ໃນ​ບົດບາດ​ເປັນ​ຜູ້​ລິ​ເລີ່​ມພາລະກິດ​ປ່ຽນ​ໃໝ່, ຕ້ອງ​ສືບ​ຕໍ່​ຊີ້​ນຳ, ນຳພາ​ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ຫວຽດນາມ ​ໃຫ້​ບັນລຸ​ຜົນສຳ​ເລັດ, ​ໃນ​ນັ້ນ​ມີ​ເລື່ອງ​ສືບ​ຕໍ່​ລົງ​ເລິກ​ໄຈ້​ແຍກ​, ເຮັດ​ແຈ້ງ​ບັນດາ​ຂໍ້​ສະ​ເໜີ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ “ປ່ຽນ​ໃໝ່​ລະຫວ່າງ​ການ​ເມືອງ ​ແລະ ​ເສດຖະກິດ​ຢ່າງ​ຄົບ​ຊຸດກວ່າ“.

ຕ້ອງ​ກຳ​ແໜ້ນ ​ແລະ ຢືນຢັນ​ວ່າ: ປ່ຽນ​ໃໝ່​ດ້ານ​ການ​ເມືອງ​ບໍ່​ແມ່ນ​ເຮັດ​ໃຫ້​ລະບອບ​ການ​ເມືອງ​, ທາດ​ແທ້​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດ​ຫວຽດນາມ ປ່ຽນ​ແປງ, ຫາກ​ແມ່ນ​ການ​ປ່ຽນ​ໃໝ່​ກົນ​ໄກ, ນະ​​ໂຍບາຍ, ການຈັດ​ຕັ້ງ​ກົງຈັກ, ປັບປຸງ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ປ່ຽນ​ໃໝ່​ແບບ​ວິທີ​ປະຕິ​ບັດ​ງານ, ​ແບບ​ແຜນ​ເຮັດ​ວຽກ, ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ຕ້ານ​ໄພ​ອາດຍາ​ສິດ, ການ​ຟູມ​ເຟືອຍ, ການ​ສໍ້​ລາດ​ບັງ​ຫຼວງ, ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ປະຊາຊົນ, ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ຂອງ​ອົງການ​ຕ່າງໆ​ໃນ​ລະບົບ​ການ​ເມືອງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ​ສັງຄົມ, ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ“.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ​ ຖື​ວ່າ, ພັກ​ກອມ​ມູນິດ​ຫວຽດນາມ ​ຕ້ອງ​ສືບ​ຕໍ່​ໃກ້ຊິດຕິດ​ແທດ​ກັບ​ພຶດຕິ​ກຳ​ຕົວ​ຈິງ, ລົງ​ເລິກ​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ, ສະຫຼຸບ, ປຶກສາ​ຫາລື, ສ້າງ​ຄວາມ​ເຫັນ​ດີ​​ເປັນ​ເອກະ​ພາບ​ສູງ​ສຸດ​ ສຳລັບ​ບາງ​ບັນຫາ​ໃໝ່ ​ແລະ ຍາກ​ໃນ​ລະບົບ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​.

ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​​ເພື່ອ​ບັນລຸ​ໄດ້ຜົນ​ງານ​ໃນ​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ, ນັ້ນ​ແມ່ນພັກ​ກອມ​ມູນິດ​ຫວຽດນາມ​ ​ສ້າງ​ໄດ້​ທິດ​ສະ​ດີ​ປ່ຽນ​ໃໝ່​ວິທະຍາສາດ, ການ​ປະຕິວັດ​ເໝາະ​ສົມ​ກັບ​ຄວາມ​ຈິງ​ແຫ່ງ​ການ​ພັດທະນາ​ຂອງ​ຫວຽດນາມ. ຜ່ານ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​ສາມາດ​ຖອດ​ຖອນ​ບັນດາ​ບົດຮຽນ​ອັນ​ລຳ້​ຄ່າ ​ເພື່ອ​ໃຫ້​ປະຊາຊົນ​ທັງ​ຊາດ​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ສືບ​ຕໍ່​ພາລະກິດ​ພັດທະນາ​ປະ​ເທດ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ