ມະນຸດແມ່ນໃຈກາງ, ແມ່ນຈຸດໝາຍຂອງການພັດທະນາ

 

ມະນຸດແມ່ນໃຈກາງ, ແມ່ນຈຸດໝາຍຂອງການພັດທະນາ - ảnh 1

(vovworld)- “ຢູ່​ຫວຽດນາມ, ມະນຸດ​ແມ່ນ​ໃຈກາງ, ​ແມ່ນ​ຈຸດໝາຍ​ຂອງ​ການ​ພັດທະນາ​” ນັ້ນ​ແມ່ນ​ຄຳ​ຖະ​ແຫລ​ງຂອງ​ທ່ານ​ນາຍົກລັດ​ຖະມົນຕີ​ຫວຽດນາມ ​ຫງວຽນ​ເຕີນ​ຢູງ ທີ່​ເວທີ​ປາ​ໄສ​ສະມັດ​ຊາ​ໃຫຍ່ ສປຊ ທີ່​ນິວຢອກ​ ຊື່​ງດ​ຳ​ເນີນ​ໄປ​ໃນ​ວັນ​ທີ 27/9 ຜ່ານ​ມາ, ​ເມື່ອ​ທ່ານ​ນາຍົກລັດຖ​ະມົນຕີພິສຸດ​ໃຫ້ເຖິງ​ເລື່ອງ ຍາມ​ໃດ​ຫວຽດນາມ​ກໍ​ນຳ​ບັນດາ​​ເປົ້າໝາຍ​ພັດທະນາ​ສະຫັດ​ສະ​ວັດ​ເຂົ້າ​ໃນຍຸດ​ທະ​ສາດ​ພັດທະນາ​ຂອງ​ຕົນ. ດ້ວຍ​ທິດ​ນຳ​ນີ້ ຫວຽດນາມ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ, ຖະ​ແຫລ​ງຂ່າວ…​​ໃຫ້​ແກ່​ປະຊາຊົນ​ທຸກ​ຄົນ, ​ເປັນ​ຕົ້ນ​​ແມ່ນ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.. ຄື​ດັ່ງ​ວິທີ​ຢ່າງ​ແທດ​ຈິງ​ ເພື່ອ​ຮັບປະກັນ​ສິດທິ​ມະນຸດ.

        ບັນດາ​ນະ​ໂຍບາຍ​ອັນ​ຖືກຕ້ອງ

        ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ ກໍ​ຄື​​​ເສດຖະກິດພາຍໃນ​ປະ​ເທດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລັດຖະບານ ຫວຽດນາມ ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ, ຮັບປະກັນ​ບັນດາ​ສິດ​ພື້ນຖານ​ຂອງ​ພົນລະ​ເມືອງ​ທຸກ​ຄົນ. ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ​ຕິດ​ພັນ​ກັບການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວທຸກ​ຍາກ”.

        ນັບ​ແຕ່​ປີ 2005, ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ“ຍຸດ​ທະ​ສາດ​ຮອບດ້ານ​ກ່ຽວ​ກັບ​ການ​ຈະ​ເລີ​ນ​ເຕີບ​ໂຕ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ” ​ໃຫ້​ເໝາະ​ສົມ​ກັບ​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ (MDG) ຂອງ ສປຊ.

        ​ແຕ່​ປີ 2003 ຮອດ​ປີ 2012, ຍາມ​ໃດ​ຫວຽດນາມ ກໍ​ສະຫງວນ 51% ຍອດຈຳນວນ​ງົບປະມານ​ໃຫ້​ແກ່​ຈຸດໝາຍ​ຮັບປະກັນ​ຊີວິດ​ສັງຄົມ.

        ​ສ​ະ​ເພາະ​ໄລຍະ 2006-2012, ລັດຖະບານ ຫວຽດນາມ ​ໄດ້​ລົງທຶນ​ກວ່າ 700.000 ຕື້​ດົ່ງ​ພັນທະບັດ​ລັດຖະບານ​ໃຫ້​ແກ່​ເກືອບ 3.000 ​ໂຄງການ​ຄົມມະ​ນາຄົມ​, ຊົນລະ​ປະທານ, ສາທາລະນະ​ສຸກ, ການ​ສຶກສາ ​ເພື່ອ​ເພີ່ມ​ທະວີ​ການ​ຫນູນ​ຊ່ວຍ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ, ​ໃນ​ນັ້ນ ສະ​ເພາະ ບັນດາ​ເຂ​ດຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ແລະ ​ເຂດ​ພູດ​ອຍ​ໄດ້​ຮັບ​ການ​ລົງທຶນ​ຈາກ​ງົບປະມານ​ແຫ່ງ​ລັດ​ກວ່າ 54.770 ຕື້​ດົ່ງ.

        ​ແຕ່ລະ​ປີ, ລັດ​​ສະຫງວນ​ງົບປະມານ​ອຸດ​ຫນູນ​ສັງຄົມ​​ເປັນ​ປະຈຳ​ປະມານ 2% ​ຈຳນວນ​ພົນລະ​ເມືອງ, ອຸດ​ຫນູນ​ໂດ​ຍບັງ​ເອີນ​ປະມານ 0,5-0,6% GDP ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຢູ່​ບັນ​ດາ​ເຂດ​ຖືກ​ໄພ​ທຳ​ມະ​ຊາດ. ຫວຽດນາມ ຍັງ​ລະດົມ​ທັງ​ລະບົບ​ກາ​ນເມື​ອງ ​ແລະ ວົງ​ຄະນາ​ຍາດ ພ້ອມ​ກັນ​ປະ​ຕິ​ບັດ​ຈຸດໝາຍ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ເມື່ອ​ຖືວັນ​ທີ 17/10 ປະຈຳ​ປີ​ແມ່ນ​ວັນ​ເພື່ອ​ຜູ້​ທຸກ​ຍາກ ​ແລະ ຫັນ​ບັນດາ​ຂະ​ບວນການ​ເພື່ອ​ຜູ້​ທຸກ​ຍາກ​ພາຍ​ໃນ​ປະ​ເທດ​ເປັນ​ບັນຫາ​ຂອງ​ສັງຄົມ.

        ບັນດາ​ຕົວ​ເລກ​ມີ​ຄວາມ​ໝາຍ

        ຄວາມ​ຈິງ, ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ ສີ​ບໆ ​ໂຄງການ ​ແລະ ນ​ະ​ໂຍບາຍ​ລົງທຶນ, ​ໃຫ້​ກູ້​ຢືມ​ທຶນ​ເພ່ືອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ສ້າງ​ວຽກ​ເຮັດ​ງານ​ທຳ, ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ, ຄອບຄົວ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ວົງ​ຄະນາ​ຍາດ, ອຸມຊຸ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ວຽກ​ງານ​ກຸ້ສົນ, ຕອບ​ບຸນ​ແທນ​ຄຸນ.

        ສິ່ງ​ດັ່ງ​ກ່າວ​ໄດ້​ຊ່ວຍ​ຄວາມ​ສາມາດສຳ​ພັດ ​ແລະ ຊົມ​ໃຊ້​ບັນດາ​ບໍລິການ​ສັງຄົມ​ໂດຍ​ພື້ນຖານ​ຂອງ​ປະຊາຊົນ, ຫນຶ່ງ​ໃນ​ບັນດາ​ດັດ​ຊະນີ​ພື້ນຖານ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັງ​ປຸງ.

​        ​ໄລ່​ມາ​ຮອດ​ທ້າຍປີ 2012, ມີ​ກວ່າ 90% ຈຳ​ນວນ​ຄົວ​ຄອບ​ທຸກ​ຍາກ​ກວ່າ​ໝູ່​ຢູ່​ຫວຽດນາມ​ໄດ້​ນຳ​ໃຊ້​ໄຟຟ້າ, ກວ່າ85% ປະຊາຊົນ​ຢູ່​ເຂດ​ຊົນນະບົດ​ໄດ້​ຊົມ​ໃຊ້​ນຳ້​ສະອາດ, 100% ຈຳນວນ​ຕາ​ແສງ​ມີ​ສຸກສາລາ ​ແລະ ​ເສັ້ນທາງ​ຄົມມະນາຄົມ​ເຖິງ​ເຂດ​ໃຈກາງ.

        ​​ເຮືອນ​​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ນັບ​ພັນ​ໆຫລັງ ​ແລະ ​ໂຄງການ​ເຮືອນ​ຢູ່​ສັງຄົມ​ນັບ​ຮ້ອຍ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ, ປະກອບສ່ວນ​ຕອບ​ສະຫນອງ​ຄວາມ​ຕ້ອງ​ກ່ຽວ​ກັບ​ເຮືອນ​ຢູ່​ໃຫ້​ແກ່​ປະຊາຊົນ​ນັບ​ລ້ານ​ຄົນ​ທີ່​ຂຶ້ນ​ກັບ​ເປົ້າ​ໝາຍ​ນະ​ໂຍບາຍ. ຮອດ​ປີ 2010, ຫວຽດນາມ ສຳ​ເລັດ​ການ​ສຶກສາ​ ​ຊັ້ນ​ປະ​ຖົມ ພາກ​ບັງຄັບ ດ້ວຍ 100% ຈຳນວນ​ຕາ​ແສງ​ມີ​ໂຮງຮຽນ.

        ກ່ຽວ​ກັບ​ດ້ານການ​ສຶກສາ, ​ແຕ່ລະ​ປີ ຫວຽດນາມ ມີ​ຄົນ​ງານ 1,8 ລ້ານ​ຄົນ​ໄດ້​ຮຽນ​ວິຊາ​ຊີບ​, ນັກຮຽນທຸກຍາກໄດ້ຮັບການຍົກເວັ້ນຄ່າຮຽນ ແລະ ຫນູນຊ່ວຍຄ່າກິນ​ ​ອາຫານ​ທ່ຽງ.

            ກ່ຽວ​ກັບ​ດ້ານສາທາລະນະ​ສຸກ,  ຜູ້​ທຸກ​ຍາກ,​ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ​ໄດ້​ຊົມ​ໃຊ້​ບັນດາ​ລະບອບ ​ແລະ ສິດຜົນປະ​ໂຫຍດຢ່າງ​ທັນ​ການ, ຄົບ​ຖ້ວນ, ປອດ​ໄພ, ຖືກ​ກັບ​ການ​ກຳນົດ. ສະ​ເພາະ​ສອງ​ປີ 2011-2012, ງົບ​ປະມານ​ແຫ່ງ​ລັດ​ໄດ້​ຫນູນ​ຊ່ວຍ ກວ່າ 22.000 ຕື້​ດົ່ງ​ເພື່ອ​ອອກ​​ບັດ​ປະກັນ​ສຸຂະພາບ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເດັກນ້ອຍ​ຕຳ່​ກວ່າ 6 ປີ ​ແລະ​ ປະຊາຊົນ​ໃກ້​ຈະ​ຖືກ​ຈັດ​ຢູ່​ໃນ​ລະດັບ​ຄອບຄົວ​ທຸກ​ຍາກ ກວ່າ 29 ລ້ານ​ເທື່ອ​ຄົນ.

        ຍ້ອນ​ມີ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ຕັ້ງຫນ້າ ສະ​ນັ້ນ ອາຍຸ​ຍືນ​ສະ​ເລ່ຍຂອງຊາວ ຫວຽດນາມ ປະຈຸ​ບັນ​​ແມ່ນ 73-74 ປີ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ທັງ​ປະ​ເທດ​ຫລຸດຜ່ອນ​ຢ່າງ​ລຽນຕິດ, ລົງ​ເຫລືອ​ພຽງ​ເກືອບ 9,64% ​ໃນ​ທ້າຍ​ປີ 2012, ​ເມື່ອ​ທຽບ​ໃສ່ລະດັບ  22% ຂອງ​ປີ 2006. ລາຍ​ຮັບ​ສະ​ເລ່ຍ​ຂອງ​ຄອບຄົວ​ທຸກ​ຍາກ​ໃນ​ປີ 2010 ​ເພີ່ມ​ຂຶ້ນ 2,3 ​ເທົ່າ ​ເມື່ອ​ທຽບ​ໃສ່​ປີ 2005, GDP ສະ​ເລ່ຍ ​ເພ່ີມ​ຂຶ້ນ​ຈາກ 1.024 USD/ຄົນ​ໃນ​ປີ 2008 ຂຶ້ນ​ເຖິງ 1.540 USD/ຄົນ​ໃນ​ປີ 2012.

        ໝາກຜົນ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ ສຳ​ເລັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ທັງ​ໝົດທີ່​​ໄດ້ວາງ​ອອກ​ຮອດ​ປີ 2015 ກ່ອນ​ກຳນົດ​ເວລາ ສະ​ນັ້ນ ຫວຽດນາມ ​ຈື່ງໄດ້​ຮັບ​ລາງ​ວັນ​ບັນລຸ​ຜົນງານ​ດີ​ເດັ່ນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມ​ທຸ​ກຍາກ ຈາກ​ອົງການ​ອາຫານ ​ແລະ ການ​ກະ​ເສດ​ຂອງ​ໂລກ.

        ປີ 2012 ສປຊ ຕີ​ລາຄາ​ວ່າ ຫວຽດນາມ ​​ແມ່ນຫນຶ່ງ​ໃນ​ຈຳນວນ 8 ປະ​ເທດ​ບັນລຸ​ຄວາມ​ຄືບ​ຫນ້າ​ໃນການ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ MDG 4 ກ່ຽວ​ກັບຫລຸດຜ່ອນການ​ຕາຍ​ຂອງ​ເດັກ, ​ແມ່ນ 9 ປະ​ເທດ​ບັນລຸ​ຄວາມ​ຄືບ​ຫນ້າ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ MDG 5 ກ່ຽວ​ກັບ​ຫລຸດຜ່ອນການ​ຕາຍ​ຂອງ​ແມ່, ຖືກ​ຈັດ​ອັນ​ດັບ​ທີ 27 ​ໃນ​ຈຳ​ນວນ 101 ປະ​ເທດ​ພວມ​ພັດທະນາ​ກ່ຽວ​ກັບ​ກຳລັງ​ຄວາມ​ສາມາດ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ບັນດາ​ປະ​ເທດ​.

        ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຮັບປະກັນ​ຊີວິດ​ສັງຄົມ​ທົ່ວ​ປ​ວງຊົນ

        ນອກຈາກ​ບັນດາ​ຜົນງານ​ບັນລຸ​ໄດ້​ຊື່​ງ​ໄດ​້ຮັບ​ການ​ຮັບ​ຮູ້​ຈາກ​ໂລກ, ຫວຽດນາມ ພວມ​ຜັນ​ຂະຫຍາ​ຍຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ໄລຍະ 2011-2012, ​ໃນ​ນັ້ນ ວາງ​ຈຸດໝາຍ​ໃຈກາງ​ແມ່ນ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ສຳ​ພັດ ​ແລະ ​ຊົ​ມ​ໃຊ້​ບັນດາ​ບໍ​ລິ​ການ, ສະ​ຫວັດ​ດີກາ​ນສັງຄົມ​ຢ່າງ​ຍຸ​ຕິ​ທຳ, ບຸລິມະສິດ​ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜ່ົາ​ສ່ວນ​ຫນ້ອຍ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຈຳນວນ​ຫນຶ່ງ, ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ໃນ​ວົງ​ຄະ​ນາ​ຍາດ, ຫນູນ​ຊ່ວຍ​ດ້ານ​ກົດໝາຍ, ກຳລັງ​ຄວາມ​ສາມ​າດຂອງ​ອົງການ​ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ສິດທິ​ມະນຸດ.

        ຈາກ​ບັນດາ​ນະ​ໂຍບາຍ​ທີ່​ວາງ​ອອກ​ຕະຫລອດ​ຮອດ​ບັນດາ​ໂຄງການ​ດຳ​ເນີນ​ງານ​ໃນ​ພິດ​ຕິ​ກຳ​ຕົວ​ຈິງ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ຍາມ​ໃດ ພັກ ​ແລະ ລັດ ຫວຽດນາມ  ກໍ​ຖືມະນຸດ​ແມ່ນ​ຈຸດໝາຍ, ​ແມ່ນ​ໃຈກາງ​ຂອງ​ການ​ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ