ມະຫາສາມັກຄີທົ່ວປວງຊົນທັງຊາດໃນການປະຕິວັດ ເດືອນສິງຫາ-ບົດຮຽນສຳລັບວັນນີ້

ກົກ​ເຄົ້າ​ທີ່​ສຳ​ຄັນ​ເພື່ອ​ນຳ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945 ປະ​ສົບ​ຜົນ​ສຳ​ເລັດ​ນັ້ນ ກໍ​ແມ່ນ​ຍ້ອນ​ມີ​ການ​ເຕົ້າ​ໂຮ​ມ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ເຂົ້າ​ຮ່ວມ, ສ້າງ​ເປັນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ບົນ​ຮຽນ​ນີ້​ຍັງ​ມີ​ຄຸນ​ຄ່າ​ເໝືອນ​ເດີມ​ໃນ​ສະ​ພາ​ວະ​ປະ​ເທດ​ຊາດ​ພວມ​ເຊື​ອ່ມ​ໂຍງ​ເລິກ​ເຂົ້າ​ກັບ​ສາ​ກົນ.

   

ມະຫາສາມັກຄີທົ່ວປວງຊົນທັງຊາດໃນການປະຕິວັດ ເດືອນສິງຫາ-ບົດຮຽນສຳລັບວັນນີ້ - ảnh 1
ວັນ​ທີ 10/ 5/1941, ປະ​ທານ​ໂຮ່​ຈິ​ມິນ​ໄດ້​ຮຽ​ກໂຮມ ແລະ ເປັນ​ປະ​ທານກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ຢູ່​ປັກ​ປໍ້ ແຂວງ​ກາວ​ບັງ

          ຕໍ່​ໜ້າ​ການ​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ຂອງ​ສະ​ພາບ​ການ​ໂລກ, ເດືອນ 5/1941, ປະ​ທານ​ໂຮ່​ຈິ​ມິນ​ໄດ້​ຮຽ​ກໂຮມ ແລະ ເປັນ​ປະ​ທານກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ຢູ່​ປັກ​ປໍ້ ແຂວງ​ກາວ​ບັງ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ປະ​ທານ​ໂຮ່​ຈິ​ມິນ ແລະ ສູນ​ກາງ​ພັກ​ໄດ້​ມີ​ການ​ຫັນ​ທິດ​ຊີ້​ນຳ​ຍຸດ​ທະ​ສາດ, ຢືນ​ຢັນ​ການ​ປົດ​ປ່ອຍ​ຊາດ​ແມ່ນ​ໜ້າ​ທີ່​ແຖວ​ໜ້າ​ຂອງ ການ​ປະ​ຕິ​ວັດ​​ຫວຽດ​ນາມ​ໃນ​ຄາວນັ້ນ. ກອງ​ປະ​ຊຸມ​ໄດ້​ກຳ​ນົດ​ວ່າ : ໃນ​ຈຸດ​ເວ​ລານີ້, ສິດ​ຜົນ​ປະ​ໂຫຍດ​ຂອງ​ພາກ​ສ່ວນ, ຂອງ​ຊົນ​ຊັ້ນ​ຕ້ອງ​ຢູ່​ໃຕ້​ຄວາມ​ເປັນ​ຕາຍ ແລະ ການ​ຄົງ​ຕົວ​ຂອງ​ປະ​ເທດ​ຊາດ.

    ເສີມ​ຂະ​ຫຍາ​ຍ​ກຳ​ລັງ​ແຮງ​ຂອງ​ທັງ​ຊາດ ລຸກ​ຮື້​ຂຶ້ນ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ

   ຈາກ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດນັ້ນ, ພັກ​ກອ​ມມູ​ນິດຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມິນໄດ້​ຫັນ​ທິດ​ສ້າງ​ກຳ​ລັງ, ຊີ້​ນຳ​ແບບ​ວິ​ທີ ແລະ ສິ​ລະ​ປະ​ການ​ລຸກ​ຮື້​ຂຶ້ນ, ນຳ​ການ​ປະ​ຕິ​ວັດ​ກາຍ​ເປັນ​ການ​ລຸກ​ຮື້​ຂຶ້ນ​ທົ່ວ​ປວງ​ຊົນ, ເສີມ​ຂະ​ຫຍາ​ຍ​ກຳ​ລັງ​ແຮງ​ຂອງ​ທັງ​ຊາດ, ດຳ​ເນີນ​ການ​ເຄື່ອນ​ໄຫວ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ກູ້​ຊາດ, ສ້າງ​ຂະ​ບວນ​ການ​ຕໍ່​ສູ້​ຢ່າງ​ແຂງ​ແຮງ, ກະ​ກຽມ​ໃຫ້​ແກ່ການ ລຸກ​ຮື້​ຂຶ້ນ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປອ ຫງວຽນ​ຈ້ອງ​ຟຸກ ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິ​ນ ວິ​ເຄາະ​ວ່າ : 

    “ ໃນ​ຄຳ​ຮຽກ​ຮ້ອງ​ໃຫ້​ທຳ​ການ ລຸກ​ຮື້​ຂຶ້ນ​ຂະ​ໜາດ​ໃຫຍ່​ເພື່ອ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ, ປະ​ທານ​ໂຮ່​ຈິ​ມິນໄດ້​ເວົ້າ​ວ່າ : ພໍ່​ແມ່​ພີ້​ນ້ອງ​ຮ່ວມ​ຊາດ​ທຸກໆ​ຄົນ ຈົ່ງ​ລຸກ​ຂຶ້ນ, ສຸມ​ກຳ​ລັງ​ແຮງ​ເພື່ອ​ປົດ​ປ່ອຍ​ຕົນ​ເອງ. ປົດ​ປ່ອຍ​ຕົນ​ເອງໄດ້ ກໍ​ຍ້ອນ​ມີ​ແນວ​ທາງ​ຊີ້​ນຳ​ຂອງ​ພັກ, ພ້ອມ​ກັນ​ນັ້ນ ກໍ​ຍ້ອນ​ການ​ເຕົ້າ​ໂຮມ​ກຳ​ລັງ​ຂອງ​ແນວ​ໂຮມ​ຫວຽດ​ມິນ  ”

     ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງພັກ​ກອ​ມມູ​ນິດຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມິນ, ຜ່ານ​ແນວ​ໂຮມ​ຫວຽດ​ມິນ, ກຳ​ລັງ​ແຮງ​ສ​າ​ມັກ​ຄີ​ຂອງຊາວ​ຫວຽດ​ນາມກວ່າ 20 ລ້ານ​ຄົນ​ທ​ີ່​ຂຶ້ນ​ກັບ​ທຸກ​ຊົນ​ຊັ້ນ ໄດ້​ເສີມ​ຂະ​ຫຍາຍໃນ​ລະ​ດັບ​ສູງ​ສຸດ. ທົ່ວທັງ​ປະ​ເທດທຳ​ການ​ລຸກ​ຮື້​ຂຶ້ນ, ທັບ​ມ້າງ​ກົງ​ຈັກ​ຄອບ​ຄອງ​ຂອງ​ລ່າ​ເມືອງ​ຂຶ້ນ, ສັກ​ດີ​ນາ, ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ. ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາໄດ້​ດຳ​ເນີນ​ພາຍ​ໃນ 15 ວັນ, ແຕ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງວ່ອງ​ໄວ ແລະ ສົມ​ບູນ.

    ບົດ​ຮຽນ​ກ່ຽວ​ກັບ​ການ​ປັບ​ປຸງ, ເສີມ​ຂະ​ຫຍາ​ຍ​ກຳ​ລັງ​ແຮງກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

   71 ປີ​ພາຍຫຼັງ​ຍາດ​ໄດ້​ໄຊ​ຊະ​ນະ​ຢ່າງ​ຍິ່ງ​ໃຫຍ່​ຂອງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945, ຫວຽດ​ນາມ​ໄດ້​ກ້າວ​ເດີນ​ຍາວ​ໄກ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ຈາກ​ຊາດ​ໜຶ່ງ​ເປັນ​ຂ້າ​ທາດ, ທຸກ​ຍາກຫຼ້າຫຼັງ, ບໍ່​ມີ​ຊື່​ໃນ​ແຜນ​ທີ່​ໂລກ, ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ບັນ​ລຸ​ຜັນ​ງານ​ທີ່​ຍິ່ງ​ໃຫຍ່, ກະ​ໂດດ​ຂັ້ນ​ໃນ​ທຸກ​ດ້ານ, ມີ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ກ້​ວາງ​ຂວາງ​ກັບ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ແຕ່​ພ້ອມ​ກັນ​ນັ້ນ, ຫວຽດ​ນາມ​ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍບໍ່​ໜ້ອຍ ຈາກ​ການ​ມ້າງ​ເພ​ທຳ​ລາຍ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ເປັນ​ປໍ​ລະ​ປັກ, ພ້ອມ​ກັບ​ປະ​ກົດ​ການ “ ຜັນ​ແປ​ຕົນ​ເອງ” “ຫັນ​ປ່ຽນເອງ” ຢູ່​ພາຍ​ໃນ, ສະ​ພາບ​ການ​ເສືອມ​ທາດ​ຂາດ​ຄຸນ​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ຂອງ​ພະ​ນັກ​ງານ​ສະ​ມາ​ຊິກພັກ​ຈຳ​ນວນ​ໜຶ່ງ… ນີ້​ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳ​ລັບ​ກຸ່ມ​ກ້ອນ​ສາ​ມັກ​ຄີພາຍ​ໃນ​ພັກ ແລະ ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ຄວາມ​ຈິງນັ້ນ ຍິ່ງ​ຕ້ອງ​ຮຽກ​ຮ້ອງ​ໃຫ້ພັກ​ກອ​ມມູ​ນິດຫວຽດ​ນາມ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ໃນ​ລະ​ດັບ​ສູງ​ສຸດ ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ເປັນ​ຕົ້ນ​ແມ່ນ​ບົດ​ຮຽນ​ກ່ຽວ​ກັບ​ການ​ປັບ​ປຸງ, ເສີມ​ຂະ​ຫຍາ​ຍ​ກຳ​ລັງ​ແຮງ​ຂອງ​ທັງ​ຊາດ. ທ່ານ ຝ້າມ​ເທ້​ຢຽດ ອະ​ດີດ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ :

    “ ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ໃນ​ຈຸດ​ເວ​ລານີ້, ຢາກເສີມ​ຂະ​ຫຍາ​ຍ​​ໄດ້ກຳ​ລັງ​ແຮງມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດນັ້ນ, ພັກ​ຕ້ອງ​ສາ​ມັກ​ຄີ, ຕ້ອງ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ປະ​ຊາ​ຊົນ. ປະ​ຊາ​ຊົນ​ໄດ້​ຮຽກ​ຮ້ອງ​ພັກ​ປະ​ຕິ​ບັດ​ແນວ​ທາງ, ມະ​ຕິ​ທີ່​ໄດ້​ວາງ​ອອກ​ໃຫ້​ໄດ້. ເຮັດ​ໄດ້​ສິ່ງນັ້ນ​ເປັນ​ຢ່າງດີ, ພວກ​ເຮົາ​ຈຶ່ງ​ສືບ​ຕໍ່ເສີມ​ຂະ​ຫຍາ​ຍ​​ໄດ້ກຳ​ລັງ​ແຮງມະ​ຫາ​ສາ​ມັກ​ຄີເພື່ອ​ປະ​ຕິ​ບັດ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ”

   ສ່ວນ ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປອ ຝ້າມ​ຊວນ​ຮັ່ງ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ ຖື​ວ່າ : 

    “ ປຸກລະ​ດົມກຳ​ລັງ​ແຮງທັງ​ຊາດ​ໃນ​ໄລ​ຍະ​ປະ​ຈຸ​ບັນ, ພັກ​ຕ້ອງ​ເຊື່ອມ​ຕົວ​ເຂົ້າ​ສູ່​ແນວ​ໂຮມ​ຄື​ບັນ​ດາ​ໄລ​ຍະ​ຕໍ່​ສູ້​ອັນ​ດຸ​ເດືອດນັ້ນ ເພື່ອ​ເປັນ​ແກ່ນ​ສານ​ກຸ່ມ​ກ້ອນ ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ກຳ​ລັງ​ແຮງ​ກຸ່ມ​ກ້ອນ ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຈະ​ຕັດ​ສິນ​ບັນ​ຫາກໍ່​ສ້າງ​ກຳ​ລັງ​ພາຍ​ໃນຂອງຊາດ. ຈຸດ​ເວ​ລານີ້, ພັກ​ຄວນ​ສະ​ແດງ​ໃຫ້​ເຫັນ​ບົດ​​ບາດຂອງ​ຕົນ, ຕ້ອງ​ສາ​ມັກ​ຄີ, ກ່ອນ​ອື່ນ​ໝົດ​ຕ້ອງ​ເປັນ ແກ່ນ​ສານ​ກຸ່ມ​ກ້ອນ ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ໃນ​ນັ້ນ ພັກ​ແມ່ນ​ອົງ​ການ​ພາ​ຄີ​ພິ​ເສດ”

    ໃນ​ຕົວ​ຈິງ, ປະ​ຫວັ​ດສາດຂອງ​ຊາດ ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ເຖິງວ່າ ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ, ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງທ້າ​ທາຍອັນ​ໃຫຍ່ຫຼວງຄື​ແນວ​ໃດ​ກໍ​ຕາມ, ຄວາມ​ສາ​ມັກ​ຄີ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ທົ່ວ​ປວງ​ຊົນ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ ແມ່ນ​ກຳ​ລັງ​ແຮງ​ອັນ​ໃຫຍ່ຫຼວງ​ເພື່ອ​ໃຫ້​ປະ​ເທດ​ຊາດ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ, ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ຂອງ​ຊາວ​ຫວຽດ​ນາມກວ່າ 93 ລ້ານ​ຄົນ​ຢູ່​ພາຍ​ໃນ ແລະ  ແລະ ຊາວ​ຫວຽດ​ນາມກວ່າ 4,5 ລ້ານ​ຄົນ​ອາ​ໄສ​ຢູ່ຕ່າງ​ປະ​ເທດໃນ​ຈຸດ​ເວ​ລານີ້ ຈະ​ແມ່ນ​ແຫຼ່ງ​ກຳ​ລັງ​ແຮງ​ອັນ​ໃຫຍ່ຫຼວງ​ທີ່​ສຸດ​ເພື່ອ​ໃຫ້​ຫວຽດ​ນາມ​ກ້າວເດີນຢ່າງ​ໜັກ​ແໜ້ນບົນ​ເສັ້ນ​ທາງ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ