ມານະພະຍາຍາມສູ້ຊົນເພື່ອບັນລຸຄາດໝາຍເຕີນໂຕ

(vovworld) - ເຖິງວ່າ​​​ຕີ​ລາ​ຄາພື້ນ​ຖານ​ເສດ​ຖະ​ກິດ​ພ​ວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງກໍ​ຕາມ, ແຕ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ຍັງຢືນ​ຢັນ​ວ່າ, ໃນ​ຊຸ​ມ​ເດືອນ​ທ້າຍ​ປີ, ລັດ​ຖະ​ບານ​ຈະ​ບໍ​ລິ​ຫານ​​​​ຊີ​ນຳຢ່າງຂ້ຽວ​ຂາດ​ເພື່ອ​ບັນ​ລຸ​​ຄາດ​ໝາຍຍອດ​ຜະ​ລິ​ດ​ຕະ​ພັ​ນ​ພາຍ​ໃນ (GDP) ​ເພີ່ມ​ຂຶ້ນ 6,7% ໃນ​ປີ 2016. ບົດ​ຂຽນ​ຂອງ ຫວູ​ຢຸງ - ທູ​ຮ​ວາ ດ້ວຍ​ຫົວ​ຂໍ້​ວ່າ “ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ບັນ​ລຸຄາ​ດ​ໝາຍ​ເຕີນ​ໂຕໃຫ້​ໄດ້”.



ມານະພະຍາຍາມສູ້ຊົນເພື່ອບັນລຸຄາດໝາຍເຕີນໂຕ - ảnh 1
(ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 06 ຂອງ​ລັດ​ຖະ​ບານ)

     ທີ່​ວາ​ລະ​ອັດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 06 ຂອງ​ລັດ​ຖະ​ບານ​ເມື່ອ​ຕອນ​ບ່າຍ​ວັນ​ທີ 01/07, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ​ຈິດ​ໃຈ​​ລວມ​ຂອງ​ພັກ, ລັດ, ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົ​ນ, ບັນ​ດາ​ຂະ​ແໜງ​ການ, ທຸກ​ຂັ້ນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ມີ​ຄວາມ​ຂະ​ຫ​ຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີການ​ປ່ຽນ​ໃໝ່, ກ້າ​ເຮັດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ເພີ່ມ​ຂໍ້​ກຳ​ນົດກົ​ດ​ລະ​ບຽບ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອບັນ​ລຸ​​​​ຄາດ​ໝາຍ​​ທີ່ໄດ້​ວາງ​ອອກ​ໃນລະ​ດັບ​ສູງ​ສຸດ​​.

ບໍ່​ປັບ​ປຸ່ງ​ຄາດ​ໝາຍ​ເພີ່ມ GDP

        ເຖິງວ່າ​ໃນ 6 ເດືອນ​ຕົ້​ນ​ປີ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​ກໍ​ຕາມ, ແຕ່​ບັນ​ດາ​ຄວາມ​ສາ​ມາດເຕີິບ​ໂຕ​ດ້ານ​ເສດ​ຖະ​ກິ​ດ​ຂ​ອງ​ຫວຽດ​ນາມ ໃນ​ຊຸ​ມ​ເດືອນ​ຕົ້ນ​ປີ 2016 ຍັງ​ມີ​ຢູ່. ສຳ​ລັບ​ການ​ຜະ​ລິດ​ກະ​ສິ​ກຳ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດສະ​ເໜີ​ໃຫ້​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ເປີດກວ້າງ​​ ເນ​ື້ອ​ທີ່​ປູກ​ເຂົ້າ, ຜັກ​ພືດຕື່ມ​ອີກ 25.000 ແ​ຮັກ​ຕາ​, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ຫຼຸດ​ຜ່ອນ​ລາຍ​ຈາຍ​ໃນ​ການ​ຜະ​ລິດ​ເພື່ອ​ເພີ່ມ​ປະ​ສິດ​ທິ​ຜົນ. ຄຽງ​ຂ້າງນັ້ນແມ່ນ​ຍູ້​ແຮງ​ການ​ລ້ຽງ, ປູກ​ສິນ​ໃນ​ນ້ຳ, ໃນ​ນັ້ນ​ມີ​ການ​ລ້ຽງ​ກ​ຸ້ງ​ໃຫ້​ສະ​ມັດ​ຕະ​ພາບ​ເສດ​ຖະ​ກິດ​ສູງ. ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ກໍ​ໃຫ້​ຮູ້​ວ່າ, ​ການ​ສົ່ງ​ອອກ​​ໃນ​ 6 ເດືອນ​ທ້າຍປີ 2016 ມີ​​ກາ​ລະ​ໂອ​ກາດ​ເຕີບ​ໂຕ​, ພິ​ເສດ​ແມ່ນ​ຜະລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ ແລະ ການ​ສົ່ງ​ອອກ​ທັງ​ປີອາດ​ຈະ​ບັນ​ລຸ​ໄດ້ 8,5%. ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາວ​ິ​ສາ​ຫະ​ກິດ​ສຳ​ພັດ​ກັບ​ບ້ວງ​ສິນ​ເຊື່ອ, ທະ​ນາ​ຄານ​ແຫ່ງ​ລັດ​ຈະ​ຄວບ​ຄຸມໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກເປັນ​ປົກ​ກະ​ຕິ, ຮຽກ​ຮ້ອງ​​ບັນ​ດາ​ທະ​ນາ​ຄານ​ຫຼຸດ​ຜ່ອນ​​ລາຍ​ຈາຍ ເພື່ອ​ຫຼຸດ​ຜ່ອນດອ​ກ​ເບ້ຍ​ໃຫ້​ກູ້​ຢື່​ມ. ແນວ​ໂນ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ສະ​ເໜີ​ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ສະ​ຫະ​ກອນ, ເພື່​ອ​ຊຸກ​ຍູ້​ສະ​ຫະ​ກອນ​ພັດ​ທະ​ນາ, ພ້ອມ​ເສີມ​ຂະ​ຫຍາຍ​​ບົດ​ບາດຂອງ​ສະ​ຫະ​ກອນ​​ຕິ​ດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຢືນ​ຢັນ​ວ່​າ, ດ້ວຍ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ, ຫວຽດ​ນາມ ອາດ​ຈະ​ບັນ​ລຸ​ໄດ້​ຄາດ​ໝາຍ​ເຕີບ​ໂຕ 6,7% ໃນ​ປີ 2016.


ມານະພະຍາຍາມສູ້ຊົນເພື່ອບັນລຸຄາດໝາຍເຕີນໂຕ - ảnh 2
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ)

ກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການກໍ່​ສ້າງ​ເພື່ອຄາດ​ໝາຍ​ເຕີບ​ໂຕ

        ເພື່ອ​ບັນ​ລຸ​ໄດ​້​ຄາດ​ໝາຍ​ເຕີບ​ໂຕ GDP, ລັດ​ຖ​ະ​ບານ​ຕັດ​ສິນ​ໃຈ​ກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການກໍ່​ສ້າງພັດ​ທະ​ນາ, ​ສັດ​ຊື່​ບໍ​ລິ​ສຸດ, ຕ້ານ​ການ​ສ​ໍ້​ລາດ​ບັງ​ຫຼວງ, ມີ​ລະ​ບຽບ​ວິ​ໄນ, ເຄື່ອ​ນ​ໄຫວ​ດ້ວຍ​ຈິດ​ໃຈ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ; ສ້າງ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ເປັນ​ຢ່າງ​ດີກວ່າ ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ສ້າງ​​​ການເຕີບ​ໂຕ​​ທາງດ້ານ​ເສດ​ຖະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ.

        “ເພີ່ມ​ທະ​ວີ​ລັກ​ສະ​ນະ​​ໂປ່ງ​ໄສ ແລະ ​ຄວາມ​ຮັບ​ຜິດ​ຊອບ​​ໃນການ​ປະ​ຕິ​ບັດ, ສະ​ກັດ​ກັ້ນ ແລະ ​ກ້າວ​ໄປ​ເຖິງ​​ລົບ​ລ້າງກົນ​ໄກ​ຂໍ-ໃຫ້​ໃນ​ທຸກ​ຂົງ​ເຂດ​ຢ່າງ​ສຸດ​ຂີດ, ຕ້ານ​ຜົນ​ປະ​ໂຫຍດ​ພ​າກ​ສ່ວນ ແລະ ​ຜົນ​ປະ​ໂຫຍດ​ກຸ່ມ. ຍູ້​ແຮງ​ການ​ຫັນ​ເປັນ​ສັງ​ຄົມ, ສິ່ງ​ໃ​ດ​ຕະ​ຫຼາດ​​ເຮັດ​ໄດ້​ດີ​ກໍ​ໃຫ້​ຕະ​ຫຼາດ​ເຮັດ, ແທນ​ທີ່​ລັດ​​ຕ້ອງເຮັດ. ​ຂົງ​ເຂດ​​ລັດວິ​ສາ​ຫະ​ກິດ​​ຕ້ອງ​ເຮັດ​ແນວ​ໃດ​ໃຫ້ນັບ​ມື້​ນັບ​ນ້ອຍ​ລົງ ແລະ ມີ​ປະ​ສິດ​ທິ​ຜົນ​ສູງກວ່າ. ຖື​​ພາກ​ສ່ວນເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຂອງ​ການ​ເຕີບ​ໂຕ, ສ້າງວຽກ​ເຮັດ​ງານ​ທຳ​ໃໝ່. ບັນ​ດາ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ວິ​ທ​ະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ມີ​ແຜນ​ຮ່າງ​ຫັນ​ເປັນ​ສັງ​ຄົມ, ຊອກ​ຫາ​ແຫຼ່ງ​ທຶນ​ຈາກ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ”.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ, ລັດ​ຖ​ະ​ບານ​ໄດ້​ຍົກ​ອອກບາງແຜນ​ນະ​ໂຍ​ບາ​ຍ​ໃໝ່ ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຄື: ປະ​ກາດ​ໃຊ້​ບັນ​ດາ​ມະ​ຕິ, ດຳ​ລັດ​ຂອງ​ລັດ​ຖ​ະ​ບານ​​ເພື່ອແກ້​ໄຂ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ແນະ​ນຳ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້​ວນ​ການ​ລົງ​ທຶນ (ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ (ສະ​ບັບ​ປັບ​ປຸງ) ເພີ່ມ​ທະ​ວີ​ການ​ປະ​ຕິ​ຮູບ​ລະ​ບ​ຽບ​ການ​ບໍ​ລິ​ຫານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້​ນ​ໜັກ​ວ່າ.

   “ທີ 1 ແມ່ນ​ຕ້ອງ​​ປັບ​ປຸງ​ສະ​ພາບ​ແວດ​ລ້ອມແຫ່ງ​ການ​ລົງ​ທຶນ​ດຳ​ເນີ​ນ​ທຸ​ລະ​ກິດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າ​ງໆ ​ຕ້ອງປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຕົກ​ລົງເລກ​ທີ 01, 19, 35 ​ຂອງ​ລັດ​ຖະ​ບານ​ເປັນ​ຢ່າງ​ດີ. ທີ 2 ແມ່ນ​ຕ້ອງ​ຍູ້​ໄວ​ການ​ປ່ອຍ​ເງິນ​ລົງ​ທຶນ. ເລັ່ງ​ໃສ່​ຊ່ວຍ​ເຫຼືອ​ຊາວ​ກະ​ສີ​ກອນ​ຟື້ນ​ຟູ​ການ​ຜະ​ລິດ​ກະ​ສີ​ກຳ, ພິ​ເສດ​ແມ່ນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ເຂດ​ຕອນ​ໃຕ້​ພາກ​ກາງ, ເຂດ​ໄຕ​ງວຽນ. ໜູນ​ຊ່ວຍ​ຊາວ​ກະ​ສີ​ກອນ​ພັດ​ທະ​ນາ​ການ​ຜະ​ລິດ ບໍ່​ພຽງ​ແຕ່​ເພື່ອ​​ການ​ເຕີບ​ໂຕເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພື້ນ​ຖານ​ເພື່ອ​ຮັບ​ປະ​ກັນ​​ສະ​ຖຽນ​ລະ​ພາບ​ສັງ​ຄົມ ແລະ ​ຊີ​ວິດ​ສັງ​ຄົມ. ນຳ​ໃຊ້​ກາ​ລະ​ໂອ​ກາດ ແລະ ເປີດກວ້າງ​ບັນ​ດາ​ຕະ​ຫຼາດ​ສົ່ງ​ອອກ ແລະ ໃຊ້​​ສອຍ​ພາຍ​ໃນ​ປະ​ເທດອີກ​ດ້ວຍ”.

  ມີ​ໜ​້າ​ທີ່​ສຳ​ຄັນ​ໜຶ່ງ​ອີກ​ເຊິ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເນັ້ນ​ໜັກ​ເຖິງນັ້ນ​ແມ່ນ ​ຕ້ອງ​ແກ້​ໄຂ​​​ວຽກ​ງານ​ຍົ​ກ​ສູງ​ສະ​ມັດ​ຕະ​ພາບ, ປະ​ສິດ​ທິ​ຜົນ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ. ຕາມນັ້ນ​ແລ້ວ, ແຕ່​ລະ​ກະ​ຊວງ, ທ້ອງ​ຖິ່ນ​ຕ້ອງ​ມີ​ລາຍ​ການ​ເຄື່ອນ​ໄຫວ​ລະ​ອຽດ, ເໝາະ​ສົມ​ກັບ​ໜ້າ​ທີ່​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່. ພ້ອມ​ກັນ​ນັ້ນແມ່ນ​ຊຸກ​ຍູ້​ການ​​ດຳ​ເນີນ​ອາ​ຊ​ີບ. ການ​ດຳ​ເນີນອາ​ຊ​ີບ​ຕ້ອງ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ຮ່າ​ໂນ​້ຍ ແລະ ນະ​ຄອນ​ໂຮ່​ຈິ​ມິ​ນ ແລະ ບັນ​ດາ​ແຂວງ, ນະ​ຄອນ​ອື່ນໆ​ເພື່ອ​ແນ​ໃສ່​ບັນ​ລຸຄາດ​ໝາຍ​ເຕີບ​ໂຕທັງ​ປີໃຫ້​ໄດ້.

ຂ່າວ/ບົດ​ອື່ນ