ມຽນມາບົນເສັ້ນທາງສ້າງສາປະເທດຊາດໃຫ້ມີສະຖຽນລະພາບ

(vovworld)- ດ້ວຍ​ບັດ​ສະ​ຫນັບ​ສະ​ຫນູນ 360 ບັດ​ໃນ​ຍອດ​ຈຳ​ນວນ 652 ບັດ, ທ່ານ Htin Kyaw ຫາ​ກໍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ລັດ​ຖະ​ບານ​ພົນ​ລະ​ເຮືອນ​ທຳ​ອິດ​ຢູ່ ມ​ຽນ​ມາ. ພາຍ​ຫລັງ​ກວ່າ​ເຄິ່ງ​ສັດ​ຕະ​ວັດ ທີ່ກອງ​ທັບ​ກຳ​ອຳ​ນາດ, ອຳ​ນາດ​ການ​ປົກ​ຄອງ​ພົນ​ລະ​ເຮືອນ​ໂດຍ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ປະ​ຊາ​ຊົນ ຈະ​ເຮັດ​ໃຫ້​ເສັ້ນ​ທາງ​​ການປະ​ຕິ​ຮູບ​ຢູ່​ມຽນ​ມາ ມີ​ຄວາມ​ສະ​ດວກ​ຫລາຍກວ່າ.

 

ມຽນມາບົນເສັ້ນທາງສ້າງສາປະເທດຊາດໃຫ້ມີສະຖຽນລະພາບ - ảnh 1
ທ່ານ Htin Kyaw, ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ ​ຄົນ​ໃຫມ່​
ພາບ: AFP

        ທ່ານ Htin Kyaw ຂຶ້ນ​ກັບ​ພັກ​ສະ​ຫະ​ພັນ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ (NLD) ໂດຍ ​ ສະ​ພາ​ແຫ່ງ​ຊາດ ມຽນ​ມາ ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ ​ໃນ​ວັນ​ທີ 15/3 ແລະ ຄາດ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ ​ຄົນ​ໃຫມ່​ ຈະ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ໃນ​ວັນ​ທີ 1 / 4 ຈະ​ມາ​ເຖິງ. ດ້ວຍ​ເລື່ອງ ທ່ານ Htin Kyaw ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃຫມ່​ຂອງ ມຽນ​ມາ, ລະ​ບົບ​ການ​ເມືອງ​ໃຫມ່​ຂອງ​ປະ​ເທດນີ້ ໄດ້​ຮັບ​ການ​ ປັບ​ປຸງໂດຍ​ພື້ນ​ຖານ. ພັກ NLD ຈະ​ກຳ​ອຳ​ນາດ​ບໍ​ລິ​ຫານ​ລັດ​ຖະ​ບານ ແລະ ບັນ​ດາ​ຕຳ​ແຫນ່ງ ​ປະ​ທາ​ນາ​ທິ​ບໍ​ດີ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ລັດ​ຖະ​ມົນ​ຕີ ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສຳ​ເລັດ​ແລ້ວ. ເປັນ​ອັນ​ວ່າ, ເປັນ​ຄັ້ງ​ທຳ​ອິດ ມຽ​ນ​ມາ ມີ​ປະ​ທາ​ນາ​ທິ​ບໍ​ດີ​ພົນ​ລະ​ເຮືອນ ນັບ​ແຕ່​ປີ 1960. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ເດີນ​ສຳ​ເລ​ັດ​ຜົນ​ທີ່​ສຸດ​ໃນ​ກວ່າ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ​ຂອງ​ມຽນ​ມາ ເພື່ອ​ເຮັດ​ໃຫ້​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ມີ​ສະ​ຖຽນ​ລະ​ພາບ.

        ນຳ​ມາ​ເຊິ່ງ​ຄວາມ​ມຸ່ງ​ຫວັງ​ໃຫມ່​ໃຫ້​ແກ່​ປະ​ຊາ​ຊົນ

        ກ່ອນ​ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ປ່ອນ​ບັດ​ຢູ່​ສະ​ພາ​ແຫ່ງ​ຊາດ ມຽນ​ມາ ເມື່ອ​ວັນ​ທີ 15/3, ທ່ານ Htin Kyaw ໄດ້​​ຮັບຊະ​ນະ​ຕໍ່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ Sai Mauk Kham ຂອງ​ພັກ​ພັນ​ທະ​ມິດ​ສາ​ມັກ​ຄີ ແລະ ພັດ​ທະ​ນາ (USDP), ໃນ​ການ​ຊ່ວງ​ເສັງ​​ຄັດ ເລ​ືອກ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຫນຶ່ງ​ດຽວ​ຂອງ​ສະ​ພາ​ຕ່ຳ ເມື່ອ​ວັນ​ທີ 11/3. ໂດຍ​ແມ່ນ​ຜູ້​ໃຫ້​ຄຳ​ປຶກ​ສາ​ທີ່​ໃກ້​ຊິດ​ຂອງ​ທ່ານ​ນາງ Suu Kyi, ຊື່ງ​ແມ່ນຜູ້​ທີ່​ມີ​ຜົນ​ສະ​ທ້ອນ​ໃຫຍ່​ສຸດ​ໃນ​ຊີ​ວິດ​ດ້ານ​ການ​ເມືອງ​ຢູ່ ມຽນ​ມ​າ ປະ​ຈຸ​ບັນ, ຕາມ​ການ​ຕີ​ລາ​ຄາ​ແລ້ວ, ເລື່ອງ​ທ່ານ Htin Kyaw ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ສືບ​ຕໍ່​ເສັ້ນ​ທາງ​ປະ​ຕິ​ຮູບ​ປະ​ເທດ​ຊາດ​ຢ່າງ​ແຮງ ຕາມ​ທິດ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ສ້າງ​ບັນ​ດາ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ, ຕັດ​ສິນ​ໃຈ​ໃນ​ການຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ສ້າງ​ລັດ​ຖະ​ບານ​ໃຫ້​ໂປ່ງ​ໃສ, ກະ​ຈ່າງ​ແຈ້ງ ແລະ ສ້າງ​ສຳພັນ​ທະ​ມິດ​ສະ​ຫະ​ລັດ. ພາຍ​ຫລັງ​ທ່ານ Htin Kyaw ຍາດ​ໄຊ​ຊະ​ນະ, ມີປະ​ຊາ​ຊົນ ມຽນ​ມາ ຫລາຍ​ຄົນ ໄດ້​ແບ່ງ​ປັນ​ບັນ​ດາ​ຄວາມ​ຮູ້​ສຶກ​ພ້ອມ​ກັບ​ບັນ​ດາ​ຂໍ້​ຄວາມ​ທາງ​ເຄືອ​ຂ່າຍ​ສັງ​ຄົມອອນ​ໄລຄື: “Welcome Mr. President” (ຍີນ​ດີ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ) ແລະ We love our President Htin Kyaw (ພວກ​ຂ້າ​ພະ​ເຈົ້າ​ຮັກ​ປະ​ທາ​ນາ​ທິ​ບໍ​ດີ Htin Kyaw). ມີ​ພົນ​ລະ​ເມືອງ ມຽນ​ມາ​ຫລາຍ​ຄົນ ສະ​ແດ​ງ​ຄວາມ​ຫວັງ​ວ່າ: ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃຫມ່ ຈະ​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ​ໃຫ້​ແກ່​ເຂດ​ທີ່​ຍັງ​ເກີດ​ການ​ປະ​ທະ​ກັນ​​ເຜົ່າ​ພັນ, ສ້າງ​ຄວາມ​ປອງດອງ ແລະ ປັບ​ປຸງ​ມາດ​ຖານການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.

ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ

        ເຖິງວ່າ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ ແລະ ​ຄວາມເຊື່ອ​ໝັ້ນ​ອັນ​ໃຫຍ່​ຫລວງ​ຈາກ​ປະ​ຊາ​ຊົນ​ກໍ​ຕາມ ແຕ່​ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ: ລັດ​ຖະ​ບານ​ໃຫມ່​ຂອງ ມຽນ​ມາ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ກ່ອນ​ອື່ນ​ໝົດ, ນັ້ນ​ແມ່ນ ເຮັດ​ແນວ​ໃດ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​​ກ່ຽວ​ກັບເຜົ່າ​ພັນ ແລະ ສ້າງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ພັກ​ການ​ເມືອງ ແລະ ກຳ​ລັງ​ປະ​ກອບ​ອາ​ວຸດ ຢູ່ ມຽນ​ມາ. ນີ້​ແມ່ນ​ບັນ​ຫາ​ທີ່​ແກ້​ໄຂ​ຍາກ. ຕາມ​ລັດ​ຖະ​ທຳ​ມະ​ນູນ ມຽນ​ມາ, ວົງ​ການ​ການ​ທະ​ຫານ​ສືບ​ຕໍ່​ສວມ​ບົດ​ບາດ​ສຳ​ຄັນ​ເມື່ອ​ມີ​ສິດ​ແຕ່ງ​ຕັ້ງ 3 ຕຳ​ແຫນ່ງ​ລັດ​ຖະ​ມົນ​ຕີ ສຳ​ຄັນ​ນັ້ນ​ແມ່ນ: ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດນ. ສະ​ນັ້ນ ການ​ພົວ​ພັນ​ກັບ​ບັນ​ດາ​ນາຍ​ພົນ​​ທະ​ຫານ ແລະ ຕຳ​ຫລວດ ແນ່ນອນ​ວ່າ​ຈະ​ເປັນການບຸ​ລິ​ມະ​ສິດໃຫຍ່​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ Htin Kyaw. ຍ້ອນ​ການ​ພ​ົວ​ພັນ​ນີ້ ຈະ​ຕັດ​ສິນ​ຜົນ​ສຳ​ເລັດ​ຂອງ​ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຊາ​ທິ​ປະ​ໄຕ, ຄວາມ​ໄກ່​ເກ່ຍ​ປອງ​ດອງ ແລະ ສະ​ຖຽນ​ລະ​ພາບ​ຢູ່ ມຽນ​ມາ.

        ການ​ບຸ​ລິ​ມະ​ສິດ​ໃຫຍ່​ທີ​ສອງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ພົນ​ລະ​ເ​ຮືອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Htin Kyaw ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ, ນຳ​ພື້ນ​ຖານ​ເສດ​ຖະ​ກິດ ມຽນ​ມາ ພັດ​ທະ​ນາ. ໃນ​ຖະ​ແຫລງ​ການ​ທຳ​ອິດ​ພາ​ຍ​ຫລັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ Htin Kyaw ໃຫ້​ຮູ້​ວ່າ: ທ່ານ​ຈະ​ສ້າງ​ຕັ້ງກົງ​ຈັກ​ມີ​ສິດ​ອຳ​ນາດຢ່າງ​ແທ້​ຈິງ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ. ນີ້​ກໍ​ແມ່ນ​ຄວາມ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ ມຽນ​ມາ ເມື່ອ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ລະ​ດັບ​ຄອງ​ຊີບ​ຂອງ​ຊາວ​ມຽນ​ມາ ສ່ວນ​ຫລາຍຍັງ​ບໍ່​ທັນໄດ້​ຮັບ​ການ​ປ​ົວ​ແປງ​ເທື່ອ. ປະ​ຈຸ​ບັນ​, ມຽນ​ມາ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຸກ​ຍາກກວ່າ​ໝູ່​ຢູ່ ອາ​ຊີ ດ້ວຍ​ເກືອບ 1/3 ​ຍອດ​ຈຳ​ນວນພົນ​ລະ​ເມືອງ 60  ລ້ານ​ຄົນ​ພວມ​ດຳ​ລົງ​ຊີ​ວິດ​ໃນ​ສ​ະ​ພາບ​ອຶດ​ຫິວ​ທຸກ​ຍາກ.

ສື​ບ​ທອດ​ວິ​ວັດ​ການ​ປະ​ຕິ​ຮູບ

        ນັບ​ແຕ່​ເມື່ອ​ຍາດ​ເອົາ​ເອ​ກະ​ລາດໃນ​ປີ 1948, ສະ​ພາບ​ການ​ການ​ເມືອງ​ ແລະ ການ​ປະ​ທະ​ກັນ​​ກ່ຽວ​ກັບ​ເຜົ່າ​ພັນຢູ່ ມຽນ ຖືກຕົກ​ເຂົ້າ​ສູ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢ່າງ​ລຽ​ນ​ຕິດ. ປີ 2011 ແມ່ນ​ປີ​ທີ່​ເກີດ​ການ​ຫັນ​ປ່ຽນ​ຫລາຍ​ຢ່າງ​ໃນ​ຊີ​ວິດ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ຂອງ ມຽນ​ມາ ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ U Thein Sein ຂຶ້ນ​ກຳ​ອຳ​ນາດ. ໄລ​ຍະ 4 ປີ ພາຍ​ໃຕ້​ກາ​ນ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ເຄິ່ງ​ພົນ​ລະ​ເຮືອນ, ໄດ້​ມີ​ຫລາຍມາດ​ຕະ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ຊ່ວຍ​ໃຫ້​ປະ​ເທດ​ມຽນ​ມາ ດ້ວຍ​ພົນ​ລະ​ເມືອງກວ່າ 52 ລ້ານ​ຄົນ ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ. ຄຽງ​ຄູ່​ບັນ​ດາ​ຜົນ​ງານ​ທາງ​ດ້ານ​ເສດ​ຖະ​ກິດນັ້ນ, ອຳ​ນາດ​ການ​ປົກ​ຄອງ​ເຄິ່ງ​ພົນ​ລະ​ເຮ​ືອນຢູ່ ມຽນ​ມາ ຍັງ​ສ້າງ​ບາດ​ລ້ຽວ​ປະ​ຫວັດ​ສາດ​ໃນ​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ​ແຫ່ງ​ຊາດ. ເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່​ເມື່ອ​ຖະ​ແຫລງປະ​ກາດ​ເອ​ກະ​ລາດ​ໃນ​ປີ 1948, ລັດ​ຖະ​ບານ ມຽນ​ມາ ແລະ 8 ໃນ​ຈຳ​ນ​ວ​ນ 15 ​​ກຸ່ມຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ປະ​ກອບ​ອາ​ວຸດ ໄດ້​ລົງ​ນາມ​ໃນ​ຂ​ໍ້​ຕົກ​ລົງ​ຢຸດ​ຍິງ​ທົ່ວ​ປະ​ເທດ​ເມື່ອ​ເດືອນ 10/2015, ມ​ຸ້ງ​ໄປ​ເຖິງ​ການ​ສິ້ນ​ສຸດການ​ປະ​ທະ​ກັນ​ພົນ​ເຮືອນ​ໃນ​ເວ​ລາ 60 ກວ່າ​ປີ, ເປີດ​ຊ່ອງ​ທາງ​ສ້າງ​ສັນ​ຕິ​ພາບ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່ ມຽນ​ມາ.

        ເລື່ອງ ທ່ານ Htin Kyaw ໄດ້ຮັບ​ເລືອກ​ຕັ້ງເປັນ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ຊາ​ຊົນ ມຽນ​ມາ ກໍ​ຄື​ປະ​ຊາ​ຄົມ ສາ​ກົນ ມີ​ຫລາຍ​ເຫດ​ຜົນ​ເພື່ອ​ເຊື່ອ​ໝັ້ນ​ວ່າ: ວິ​ວັດ​ການ​ປະ​ຕິ​ຮູບ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ. ເພາະ​ ຄື​ດັ່ງ​ປະ​ທາ​ນາ​ທິ​ບໍ​ດີ U Thein Sein ໄດ້​ຖະ​ແຫລງວ່າ ວິ​ວັດ​ການ​ປະ​ຕິ​ຮູບ​ຍັງ​ຄົງ​ແມ່ນ​ທ່າ​ອ່ຽງ​ຕົ້ນ​ຕໍ​ ບໍ່​ວ່າ​ພັກ​ໃດ​ຂຶ້ນ​ກຳ​ອຳ​ນາດ ເພາະ​ວ່າ ນີ້​ແມ່ນ​ເສັ້ນ​ທາງ​ຫນຶ່ງ​ດຽວ​ເພື່ອ​ໃຫ້​ປະ​ເທດນີ້​ສາ​ມາດ​ເພີ່ມ​ລະ​ດັບ​ຄອງ​ຊີບ ແລະ ປົວ​ແປງ​ສະ​ຫວັດ​ດີ​ການ​ຂອງ​ປະ​ຊາ​ຊົນ​ຢ່າງ​ໝັ້ນ​ຄົງ, ພ້ອມ​ທັງ​ຟື້ນ​ຟູ​ຄືນ, ຍົກ​ສູງ​ບົດ​ບາດ​ສາ​ກົນ​ຂອງ​ຕົນ​ໃນ​ບັນ​ດາ​ທົດ​ສະ​ວັດ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ