ຢັ້ງ​ຢືນ​ພາ​ລະ​ກຳ​ນຳ​ໜ້າ​ຂອງ​ລຸ້ນ​ໜຸ່ມ​ໃນຍຸກ​ສະ​ໄໝ​ໃໝ່

(VOVWORLD) - ຢູ່ກອງປະຊຸມໃຫຍ່ນັກສຶກສາ ຫວຽດນາມ ຄັ້ງທີ XI ຫາກໍ່ດຳເນີນຢູ່ ຮ່າໂນ້ຍ (18 – 20 ທັນວາ), ຜູ້ແທນເກືອບ 700 ຄົນໄດ້ສະແດງເຈດຈຳນົງ,  ຄວາມມຸ່ງຫວັງຂອງໄວໜຸ່ມໃນການສ້າງສາປະເທດຊາດ ໃນຍຸກສະໄໝໃໝ່. ເຂົາເຈົ້າແມ່ນຜູ້ທີ່ນຳພາລະກຳ ນຳໜ້າເພື່ອໃຫ້ ຫວຽດນາມປະສົບຜົນສຳເລັດບົນເສັ້ນທາງພັດທະນາທີ່ຈະມາເຖິງ.

ຢັ້ງ​ຢືນ​ພາ​ລະ​ກຳ​ນຳ​ໜ້າ​ຂອງ​ລຸ້ນ​ໜຸ່ມ​ໃນຍຸກ​ສະ​ໄໝ​ໃໝ່ - ảnh 1ກອງປະຊຸມໃຫຍ່ສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ XI (ພາບ: VGP)

ປັດຈຸບັນ, ຫວຽດນາມ ມີນັກສຶກສາກ່ວາ 1,7 ລ້ານຄົນ ແມ່ນສະມາຊິກສະມາຄົມນັກສຶກສາ ຫວຽດນາມ. ເຂົາເຈົ້າແມ່ນພວກສ່ວນທີ່ດີເດັ່ນ, ຍາມໃດກໍ່ມີຄວາມຫ້າວຫັນ ແລະ ເຕັມໄປດ້ວຍພະລັງຊີວິດ, ມີຄວາມສາມາດບົ່ມຊ້ອນໃນການປະດິດຄິດສ້າງ, ມີຄວາມມຸ່ງຫວັງ. ເຂົາເຈົ້າກໍ່ແມ່ນປັນຍາຊົນໃນອະນາຄົດ, ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ສຳຄັນ ເພື່ອຮັບໃຊ້ການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຄວາມມຸ່ງຫວັງສ້າງສາອະນາຄົດ

ໃນແຕ່ລະໄລຍະພັດທະນາ, ນັກສຶກສາ ຫວຽດນາມ ລຸ້ນຕ່າງໆ ຍາມໃດກໍ່ຢາກປະຕິບັດສິ່ງທີ່ດີງາມໃຫ້ແກ່ປະເທດຊາດ, ຮ່ວມແຮງຮ່ວມໃຈກັບປະເທດຊາດ ປະຕິບັດສຳເລັດພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ປັດຈຸບັນ, ນັກສຶກສາ ຫວຽດນາມ ໄດ້ ແລະ ພວມສືບຕໍ່ເສີມຂະຫຍາຍຈຸດທີ່ດີ ແລະ ມູນເຊື້ອອັນດີງາມຂອງນັກສຶກສາລຸ້ນກ່ອນ, ແຂ່ງຂັນກັນຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ, ມີຄວາມເມົາມົວກັບການຄົ້ນຄ້ວາວິທະຍາສາດ, ເປັນເຈົ້າການໃນການຮັບຮູ້ຄວາມກ້າວໜ້າຂອງວິທະຍາສາດ, ເຕັກໂນໂລຢີ, ສ້າງລຸ້ນນັກສຶກສາ ສະຕະວັດ XXI ທີ່ມີຄວາມຂະຫຍັນຂັນເຄື່ອນ, ມີໄຫວພິບ ແລະ ມີພູມປັນຍາ. ນັກສຶກສາ ຍາມໃດກໍ່ມີຄວາມເອົາໃຈໃສ່ ແລະ ສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງເລິກເຊິ່ງ ຕໍ່ບັນດາບັນຫາຂອງບ້ານເກີດເມືອງນອນ, ປະເທດຊາດ ແລະ ສາກົນ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ພິເສດແມ່ນບັນດາການເຄື່ອນໄຫວອາສາສະໝັກໂດຍຄະນະຊາວໜຸ່ມ, ສະມາຄົມຈັດຂຶ້ນ. ເພື່ອນ ຮ່ວາງເລກິ່ງລວານ, ຮອງປະທານສະມາຄົມນັກສຶກສາ ມະຫາວິທະຍາໄລ ຮົ່ງດຶກ, ແບ່ງປັນວ່າ:

ສຳລັບນ້ອງແລ້ວ, ນ້ອງພວມມຸ່ງໄປເຖິງຮູບແບບຂອງຊາວໜຸ່ມ ທີ່ມີຄວາມສຸດຈິດສຸດໃຈ, ປະດິດຄິດສ້າງ, ຮັກການຮ່ຳຮຽນ, ຍາມໃດກໍ່ມີຄວາມຫວັງໃຫຍ່ ເພື່ອເດີນຕາມ, ພິຊິດຄວາມໃຝ່ຝັນຂອງຕົນ. ແບບຢ່າງທີ່ດີຂອງນ້ອງແມ່ນນັກສຶກສາຮອບດ້ານ. ນອກຈາກ 3 ປັດໄຈກ່ຽວກັບດ້ານຈິນຕະນາການ, ທ່າທີກິລິຍາ ແລະ ຄວາມສາມາດ ເພື່ອກາຍເປັນນັກສຶກສາຮອບດ້ານ, ນ້ອງຍັງໄດ້ວາງອອກອີກປັດໄຈໜຶ່ງສຳລັບຕົນເອງ, ນັ້ນແມ່ນຮັກສາສີສັນຊາດໃຫ້ໝັ້ນແກ່ນ. ຍ້ອນວ່າ, ບັນດາຄຸນຄ່າຂອງມູນເຊື້ອອັນດີງາມ ເມື່ອໄດ້ຮັກສາ ແລະ ເສີມຂະຫຍາຍຈະຊ່ວຍໃຫ້ພວກເຮົາຍາມໃດກໍ່ຮູ້ວ່າ ພວກເຮົາແມ່ນໃຜ, ພວກເຮົາຢູ່ໃສ ແລະ ພວກເຮົາມີຄວາມເອກອ້າງທະນົງໃຈທີ່ເປັນຊາວໜຸ່ມ ຫວຽດນາມ.

ສ່ວນເພື່ອນ ຢາບວັນເຟືອງ, ນັກສຶກສາ ມະຫາວິທະຍາໄລ ເຕັກນິກ ອຸດສາຫະກຳ ໄທງວຽນ ກ່າວວ່າ:

ດ້ວຍບັນຍາການທີ່ສະຫງ່າ ຂອງນັກສຶກສາໃນມື້ນີ້, ພວກນ້ອງຈະມານະພະຍາມປະຕິບັດສຳເລັດໜ້າທີ່ຂອງນັກສຶກສາ, ຮ່ຳຮຽນພັດທະນາປະເທດຊາດໃຫ້ ຂຶ້ນສູ່ລະດັບສູງໃໝ່ ແລະ ທຽບເທົ່າກັບ ອາຊຽນ ແລະ ໂລກ, ຍາມໃດກໍ່ຮ່ຳຮຽນ ແລະ ເຊື່ອໝັ້ນຕໍ່ກັບອຸດົມການຂອງປະທານໂຮ່ຈີມິນ.

ນັກສຶກສາແມ່ນເຈົ້າຂອງພູມປັນຍາ, ວິທະຍາສາດເຕັກໂນໂລຢີ

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ ສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ XI, ວັນທີ 19 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າຊາວໜຸ່ມ, ນັກສຶກສາ ແມ່ນກຳລັງສັງຄົມທີ່ໃຫຍ່ຫຼວງ, ໜຶ່ງໃນບັນດາປັດໄຈສຳຄັນຕັດສິນອະນາຄົດ, ຊະຕາກຳຂອງຊາດ. ຫວຽດນາມ ໄດ້ມີຫຼາຍແຜນນະໂຍບາຍການສຶກສາ, ບຳລຸງສ້າງ, ເສີມຂະຫຍາຍບົດບາດອັນໃຫຍ່ຫຼວງຂອງຊາວໜຸ່ມ, ນັກສຶກສາ ກາຍເປັນກຳລັງທີ່ຈົ່ງຮັກພັກດີ, ສືບທອດພາລະກິດແຫ່ງການປະຕິວັດຂອງພັກ ແລະ ຊົນຊາດ. ຕາມທ່ານປະທານປະເທດແລ້ວ, ເຄື່ອງມືເພື່ອໃຫ້ນັກສຶກສາກ້າວເດີນບົນເສັ້ນທາງກໍ່ຮ່າງສ້າງຕົວ ຕ້ອງແມ່ນພູມປັນຍາ ແລະ ຄຸນສົມບັດ ພ້ອມກັບມູນເຊື້ອປະຫວັດສາດ ອັນສະຫງ່າອົງອາດຂອງປະເທດຊາດ, ແມ່ນຄຸນຄ່າອັນສູງສົ່ງຂອງວັດທະນະທຳ ຫວຽດນາມ, ແມ່ນຈິດໃຈ ເຄົາລົບຄວາມເປັນທຳ, ມີຄວາມເມດຕາປານີ ຂອງຊົນຊາດທີ່ຍາມໃດກໍ່ຮັກຫອມສັນຕິພາບ, ມີຄວາມປອງດອງ, ມິດຕະພາບ ແລະ ເຄົາລົບທຸກຊົນຊາດ. ບັນດາມູນເຊື້ອ, ຄວາມເອກອ້າງທະນົງໃຈນັ້ນ, ຕ້ອງໄດ້ແຜ່ກະຈາຍ, ເຊື່ອມຊືມໃຫ້ນັກສຶກສາແຕ່ລະຄົນ, ເພື່ອໃຫ້ນັກສຶກສາແຕ່ລະຄົນຮູ້ສຶກມີຄວາມເອກອ້າງທະນົງໃຈ, ໝັ້ນໃຈໃນການດຳລົງຊີວິດ ແລະ ກ້າວອອກສູ່ໂລກ.

ຢັ້ງ​ຢືນ​ພາ​ລະ​ກຳ​ນຳ​ໜ້າ​ຂອງ​ລຸ້ນ​ໜຸ່ມ​ໃນຍຸກ​ສະ​ໄໝ​ໃໝ່ - ảnh 2ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: xaydungchinhsach.chinhphu.vn)

ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງວ່າ ຕໍ່ໜ້າບັນດາບັນຫາຂອງໂລກ, ພາກພື້ນ ແລະ ປະເທດຊາດ, ນັກສຶກສາຕ້ອງກຳນົດໄດ້ຖານະບົດບາດ, ຄວາມຮັບຜິດຊອບຂອງຕົນ ຕໍ່ປະເທດຊາດ, ພ້ອມທັງທົ່ວຊົນຊາດ ສະແດງໃຫ້ເຫັນຄວາມມຸ່ງຫວັງໃນການພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ມີຄວາມຜາສຸກ. ທ່ານໃຫ້ຮູ້ວ່າ:

ມີແຕ່ຮຽນໃຫ້ດີຈຶ່ງສາມາດເປັນຜູ້ທີ່ມີຄວາມເກັ່ງກ້າສາມາດ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຂອງປະເທດຊາດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຕົນເອງໄດ້. ການຮຽນຕ້ອງໄປຄຽງຄູ່ກັບຈິດໃຈເປັນເຈົ້າການ, ຮ່ຳຮຽນດ້ວຍຕົນເອງຂອງນັກສຶກສາແຕ່ລະຄົນ, ຕິດພັນກັບການຕັ້ງໜ້າ ຄົ້ນຄ້ວາ, ໝູນໃຊ້ຜົນສຳເລັດຂອງວິທະຍາສາດ - ເຕັກໂນໂລຢີເຂົ້າໃນຕົວຈິງ. ສະມາຄົມນັກສຶກສາ ຕ້ອງສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນ ແລະ ຄົ້ນຄວ້າວິທະຍາສາດ, ລະດົມກຳລັງໃຈ, ຊ່ວຍເຫຼືອ, ກຳນົດທິດໃຫ້ແກ່ນັກສຶກສາມີຄວາມຮັບຮູ້, ທ່າທີກິລິຍາໃນການຮ່ຳຮຽນໃຫ້ຖືກຕ້ອງ. ບັນດາຂະບວນການ, ໂຄງການ, ການເຄື່ອນໄຫວໜູນຊ່ວຍນັກສຶກສາ ຮ່ຳຮຽນ, ປະດິດຄິດສ້າງ, ຄົ້ນຄ້ວາວິທະຍາສາດ ຂອງສະມາຄົມຕ້ອງໄດ້ຮັບການສ້າງຂຶ້ນບົນພື້ນຖານ ເສີມຂະຫຍາຍບົດບາດເປັນເຈົ້າການ ຂອງນັກສຶກສາ. ນັກສຶກສາ, ປັນຍາຊົນໜຸ່ມໃນອະນາຄົດຕ້ອງແມ່ນຜູ້ຄົນທີ່ເປັນເຈົ້າຂອງພູມປັນຍາ, ວິທະຍາສາດ ແລະ ເຕັກໂນໂລຢີ.

ນັກສຶກສາແມ່ນກຳລັງເພີ່ມເຕີມໃຫ້ແກ່ຖັນແຖວປັນຍາຊົນ, ແມ່ນແຫຼ່ງຊັບພະຍາກອນມະນຸດ ສຳຄັນ ໃນວິວັດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. ຄວາມມຸ່ງຫວັງໃນການສ້າງສາອະນາຄົດ ພ້ອມກັບຄວາມສຸດຈິດສຸດໃຈຂອງຊາວໜຸ່ມນັ້ນແມ່ນພື້ນຖານເພື່ອໃຫ້ນັກສຶກສາ ຫວຽດນາມ ສ້າງສາປະເທດຊາດ ໃນສະພາບການໃໝ່, ໂລກໃໝ່, ອະນາຄົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ