ຢືດໝັ້ນ,ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຊາດໂດຍສັນຕິວິທີ


(vovworld)- ຄຽງ​ຄູ່​ກັບ​ຫນ້າ​ທີ່​ເປີດ​ຊ່ອງ​ທາງ​ສ້າງ​ບັນ​ດາ​ສາຍ​ພົວ​ພັນ​ກັບ​ຕ່າ​ງ​ປະ​ເທດ, ຂະ​ແຫນງ​ການ​ທູດ​ຫວຽດ​ນາມ ຍັງ​ແບກ​ຫາບ​ຫນ້າ​ທີ່​ອັນ​ໃຫຍ່​ຫລວງ, ສັບ​ສົນ​ທີ່​ສຸດ ນັ້ນ​ແມ່ນ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ແນວ​ທາງ​ການ​ຕ່າງ​ປະ​ເທດນີ້​ຖືກ​ລະ​ບ​ຸ​ໄວ້​ຢ່າງ​ຈະ​ແຈ້ງ​ໃນ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແລະ ອີກ​ຄັ້ງ​ຫນຶ່ງ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ ແລະ ຢືນ​ຢັນ​ຄືນ​ໃນ​ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 29 ຊື່ງພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ.

ຢືດໝັ້ນ,ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຊາດໂດຍສັນຕິວິທີ - ảnh 1
ກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະ​ມົງ​ຫວຽດ​ນາມ
ພາບ​ປະ​ກອບ:

        ສັນ​ຕິ​ພາບ, ເອ​ກະ​ລາດ​ຂອງ​ຊາດ, ປະ​ຊາ​ທິ​ປະ​ໄຕ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ ຍັງ​ຄົງ​ແມ່ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ປະ​ຈຸ​ບັນ. ແຕ່​ສະ​ພາບ​ການ​ການ​ເມືອງ - ຄວາມ​ໝັ້​ນ​ຄົງ​ໃນ​ໂລກ​ພວມ​ປ່ຽນ​ແປງ​ຢ່າງວ່ອງ​ໄວ ແລະ ​ການຜັນ​ແປ​ໄປ​ຍາກ​ທີ່​ຄາດ​ຄະ​ເນ​ໄດ້. ຢູ່ ອາ​ຊີ - ປາ​ຊ​ີ​ຟີກ ແລະ ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້ ກໍ​ພ​ວມ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ທີ່ສັບ​ສົນ​. ໃນ​ນັ້ນ ບັນ​ຫາ​ທະ​ເລ​ຕ​າ​ເວັນ​ອອກ​ພວມ​ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ບັນ​ຫາ​ສະ​ຖາ​ນະ​ການ​ທີ່​ຮ້ອນ​ເຮັ່ງ​ໂດຍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ພາຍ​ໃນ​ພາກ​ພື້ນ ແລະ ສາ​ກົນ, ເປັນ​ຕົ້ນ ​ນັບ​ແຕ່​ພາຍ​ຫລັງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ຄະ​ດີ​ຮ້ອງ​ຟ້ອງ​ລະ​ຫວ່າງ ຟີ​ລີບ​ປີນ ແລະ ຈີນ, ໃນ​ນັ້ນ ເຮັດ​ແຈ້​ງ​ບັນ​ດາທັດ​ສະ​ນະຍັງ​ມີ​ການ​ຖົກ​ຖຽງ​ກັນ​ໃນ​ສົນ​ທິ​ສັນ​ຍາ​ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຕໍ່​ຫນ້າ​ສະ​ພາບ​​ການຜັນ​ແປນັ້ນ, ທັດ​ສະ​ນະ​ຂອງ​ຫວຽດ​ນາມ ກ່ຽວ​ກັບບັນ​ຫາ​ອະ​ທິ​ປະ​ໄຕ ແລະ ສິດ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ ນັ້ນ​ແມ່ນ ທັງ​ຢືດ​ໝັ້ນ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​​ປະ​ເທດ​ຊາດ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຊາດ, ທັງ​ຕ້ອງ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື​ເພື່ອ​ພັດ​ທະ​ນາ.

        ຮັກ​ສາ​ຫລັກ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​​ໂດຍ​ສັນ​ຕິ​ວິ​ທີ​ຢ່າງ​ໝັ້ນ​ຄົງ

ບ​ັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແຕ່​ດົນ​ນານ​ແລ້ວ ຍາມ​ໃດ​ກໍ​ແມ່ນ​ບັນ​ຫາ​ຮ້ອນ​ເຮັ່ງ​ໃນ​ພາກ​ພື້ນ ແລະ ນັບ​ມື້​ນັບ​ເຄັ່ງ​ຕຶງ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ຍ້ອນ​ການ​​ຂັດ​ແຍ້ງຜືນ​ແຜ່ນ​ດິນ, ອະ​ທິ​ປະ​ໄຕ ແລະ ການ​ແກ້​ງ​ແຍ່ງ​ຍຸດ​ທະ​ສາດ ລະ​ຫວ່າງ​ປະ​ເທດ​ໃຫຍ່​ຈຳ​ນວນ​ຫນຶ່ງ, ກໍ່ຄວາມຂາດສະ​ຖຽນ​ລະ​ພາບ. ດ້ວຍ​ທີ່​ຕັ້ງ​ພູມ​ສາດ ມີ​ຝັ່ງ​ທະ​ເລ​ຍາວກວ່າ 3000 ກິ​ໂລ​ແມັດ, ຫວຽດ​ນາມ ແມ່ນ​ປະ​ເທດ​ຖືກ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ສະ​ພາບ​ແວດ​ລ້ອ​ມ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ​ແລ້ວ, ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ ແລະ ສິດ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ຢູ່ ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ​ຫລາຍ​ເທື່ອ​ແລ​້ວ, ໃນ​ນັ້ນ ເຈື່ອງ​ຊາ​ແມ່ນ​ເຂດ​ເກີດ​ການ​ຂັດ​ແຍ້ງ​ລະ​ຫວ່າງ 5 ປະ​ເທດ, 6 ຝ່າຍ ຢູ່ ບັນ​ດາ​ເກາະ​ຫີນ​ຢູ່​ໝູ່​ເກາະ​ແຫ່ງນີ້. ແລະ ຂະ​ແຫນງ​ການ​ທູດ ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ນັ້ນ​ແມ່ນ ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ດ້ວຍ​ສັນ​ຕິ​ວິ​ທີ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ ບົນ​ພື້ນ​ຖານ​ປືກ​ສາ​ຫາ​ລື, ເຈ​ລະ​ຈາ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

        “ທັດ​ສະ​ນະ​ຂອງ​ຫວຽດ​ນາມ ຕ້ອງ​ຮັບ​ປະ​ກັນ​ອະ​ທິ​ປະ​ໄຕ​ຢູ່​ບັນ​ດາ​ເກາະ​ຂອງ​ຫວຽດ​ນາມ​ ຊື່ງ​ປະ​ຈຸ​ບັນ​ພວມ​ຄຸ້ມ​ຄອງ, ຮັກ​ສາ​ອະ​ທິ​ປະ​ໄຕ​ຕາມ​ກົດ​ໝາຍ​ສາ​ກົນ​. ພວກ​ເຮົາ​ຕ້ອງ​ຮັບ​ປະ​ກັນ​ອະ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ ແມ່ນ 200 ໄມ​ທະ​ເລ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ, ຕາມ​ກົດ​ໝາຍ​ສາ​ກົນ. ບັນ​ດາ​ບັນ​ຫາຫຍັງ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ປະ​ເທດ​ຄວນ​ປຶກ​ສາ​ຫາ​ລື. ຄວາ​ມ​ຂັດ​ແຍ້ງ​ລະ​ຫວ່າງ​ຫລາຍ​ປະ​ເທດ, ຫລາຍ​ຝ່າຍ​ພ້ອມ​ກັນ​ເຂົ້າ​ຮ່ວມ​ແກ​້​ໄຂ.”

       ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ຜົນ​ປະ​ໂຫຍດ​ລວມ

        ຕໍ່​ຫນ້າ​ບັນ​ດາ​ຄຳ​ເຫັນ​​ເປັນ​ຫນ້າວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ເລື່ອງ​ປະ​ເທດ​ໃຫຍ່​ອາດ​ຈະ​ປີນ​ຂັ້ນ​ໄດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຖ້າ​ຫາກ​​ທຸກຝ່າຍບໍ່​ມີ​ບັນ​ດາ​ການ​ກະ​ທຳ​ແຂງ​ແຮງ​ຢ່າງ​ພຽງ​ພໍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ຖື​ວ່າ: ທະ​ເລ​ຕາ​ເວັນ​ອອກ ບໍ່​ແມ່ນ​ບັນ​ຫາ​ສະ​ເພາະ​ຂອງ​ພາກ​ພື້ນ. ບັນ​ດາ​ປະ​ເທດ​ຢູ່​ພາຍ​ໃນ​ພາກ​ພື້ນ ແລະ ນອກ​ພາກ​ພື້ນ ຕ້ອງ​ມີ​ຄວາມ​ຮັ​ບ​ຜິດ​ຊອບ​ລວມ ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ຄວາມປອດ​ໄພ​ໃນ​ການ​ເດີນ​ເຮືອ​ບົນ​ທະ​ເລ. ຍິ່ງ​​ເປັນປະ​ເທດ​ໃຫຍ່​ຍິ່ງ​ຕ້ອງມີ​ຄວາມ​ຮັບ​ຜິດ​ຊອບ​ໃຫຍ່ກວ່າ​ໃນ​ການ​ຮັບ​ປະ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ. ສິ່ງ​ທີ່​ຕ້ອງຢັ້ງ​ຢືນ​ປະ​ຈຸ​ບັນ ນັ້ນ​ແມ່ນ​ທຸກ​ຝ່າຍ​ຢູ່​ພາຍ​ໃນ​ພາກ​ພື້ນ ແລະ ນອກ​ພາກ​ພື້ນ ລ້ວນ​ແຕ່​ມີ​ຄວາມ​ປາດ​ຖະ​ຫນາ​ຢາກ​ມີ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ. ຖ້າ​ຫາກ​ປະ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ, ບໍ່​ມີ​ຝ່າຍ​ໃດ​​ຈະໄດ້​ຮັບ​ຜົນ​ປະ​ໂຫຍດ​ເທື່ອ, ອາດ​ຈະ​ກ​ີດ​ຂວາງວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ຜົນ​ສະ​ທ້ອນ​ເຖິງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຊາດ​ໃນ​ເວ​ທີ​ສາ​ກົນ. ມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ, ທ່ານ ດັ້ງ​ມີ​ຄູຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຈີນ ເນັ້ນ​ຫນັກ​ວ່າ:

        “ເຖິງວ່າ​ສະ​ພາບ​ການ​ຢູ່​ທະ​ເລ​ຕ​າ​ເວ​ັນ​ອອກ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າແມ່ນ​ສັບ​ສົນ ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ສະ​ພາບ​ການ​ຈະ​ແກ້​ໄຂ​ໄດ້. ປະ​ຈຸ​ບັນ ຈີນ​ແມ່ນ​ປະ​ເທດ​ໃຫຍ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຢ່າງ​ແຮງ ແລະ ການ​ເຕົ້າ​ໂຮມ​ກຳ​ລັງ​ໃນ​ໂລກ​ພວມ​ດຳ​ເນີນ​ດ້ວຍ​ຫລາຍ​ຂັ້ນ, ອາດ​ຈະ​ເວົ້າ​ໄດ້​ວ່າ ປະ​ເທດ​ໃຫຍ່​ທັງ​ໝົດ​ລ້ວນ​ແຕ່​ປາດ​ຖະ​ຫນາ​ຢາກ​ຮັກ​ສາ​ຂອບ​ເຂດ​ການ​ພົວ​ພັນ​ສັນ​ຕິ​ພາບ. ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ​ມີສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ກໍ​ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ຈີນ.”

        ຫວ່າງ​ແລ້ວນີ້, ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ມີ​ສັນ​ຍານ​ຕັ້ງ​ຫນ້າຫນຶ່ງ​ອີກ​ ເມື່ອ ອາ​ຊຽນ ແລະ ຈີນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ສຳ​ເລັດ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)​ໃຫ້​ສຳ​ເລັດ​ໂດຍ​ໄວ ຄາດ​ວ່າໃນ​ປີ 2017. ນີ້​ຈະ​ແມ່ນ​ເຄື່ອງ​ມື​ດ້ານ​ນິ​ຕິ​ທຳ ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື

        ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 29 ເມື່ອ​ວັນ​ທີ 22/8, ທ່າ​ນ​ຫງວຽນ​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊີ້​ແຈ້ງວ່າ:  ​ໃນໂລກ​ເກີດ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຫລາຍ​ຢ່າງ, ການ​ເຄື່ອນ​ໄຫວ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຕ້ອງ​ແມ່ນ​ມາດ​ຕະ​ການ​ສັນ​ຕິ​ພາບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັດ​ແຄບ​ຄວາມບໍ່​ລົງ​ລອຍ, ສະ​ກັດ​ກັ້ນການ​ປະ​ທະ​ກັນ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື, ເປ​ີດ​ຊ່ອງ​ທາງ​ໃຫ້​ບັນ​ດາ​ມາດ​ຕະ​ການ. ໂດຍ​ຊາບ​ຊ​ືມ​ທິດ​ທາງນີ້, ຂະ​ແຫນງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ພວມ​ສືບ​ຕໍ່​ກຳ​ແຫນ້ນ​ບັນ​ດາ​ທັດ​ສະ​ນະ​ຊີ້​ນຳ​ກ່ຽວ​ກັບ​ສາຍ​ກ່ຽວ​ພັນ​ລະ​ຫວ່າງ​ການ​ຮ່ວມ​ມື ແລະ ການ​ຕໍ່​ສູ້, ເດັດ​ດ່ຽວ​ກ່ຽວ​ກັບ​ຫລັກ​ການ, ມ​ີ​ ​ໄຫວ​ພິບ​ກ່ຽວ​ກັບ​ຍຸດ​ທະ​ສາດ, ຮັບ​ປະ​ກັນ​ການ​ຮ​ັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ເພ​ື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ