ລົງທຶນພັດທະນາເສດຖະກິດສັງຄົມຢູ່ເຂດຊົນເຜົ່າ,ເຂດພູດອຍຢ່າງມີຈຸດສຸມ


vovworld)- ຫວຽດ​ນາມ ມີ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ປະ​ມານ 12 ລ້ານ​ຄົນ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ພູ​ດອຍ, ກວມ​ປະ​ມ​ານ 13% ຈຳ​ນວນ​ພົນ​ລະ​ເມືອງ. ປີ 2014, ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ຫລາຍ​ໂຄງ​ການ, ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​, ລົບ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ກໍ​ຄື​ຈັດ​ແບ່ງ​ແຫລ່ງ​ກຳ​ລັງ​ໃຫ້​ແກ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ປີ 2015, ລັດ​ຖະ​ບານ ສືບ​ຕໍ່​ເລືອກ​ເຟັ້ນ​ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ ເພື່ອ​ລົງ​ທຶນ​ໃຫ້​ແກ່​ເຂດນີ້ ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງ​ໂສມ​ຫນ້າ​ໃຫມ່​ໃຫ້​ແກ່​ບັນ​ດາ​ຕາ​ແສງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ສ້​າງ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຂດ​ທຸກ​ຍາກກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ.

ລົງທຶນພັດທະນາເສດຖະກິດສັງຄົມຢູ່ເຂດຊົນເຜົ່າ,ເຂດພູດອຍຢ່າງມີຈຸດສຸມ - ảnh 1
ພາບ​ປະ​ກອບ:tuyengiaovn

        ປີ 2014, ຊີ​ວິດ​ການ​ເປັນ​ຢູ່​ຂ​ອງ​ປະ​ຊາ​ຊົນ​ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ ເບິ່ງ​ລວມ​ແລ້ວ​ມີ​ຄວາມ​ເປັນ​ປົກ​ກະ​ຕິ ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ. ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​ຫລຸດ​ລົງ ແຕ່ 2-4%, ສະ​ເພາະ​ບັນ​ດ​າ​ເມືອງ​ທຸກ​ຍາກ​ຫລຸດ​ລົງ​ກວ່າ 4%. ເພື່ອ​ນຳ​ມາ​ເຊິ່ງ​ໂສມ​ຫນ້າ​ໃຫມ່​ໃຫ້​ແກ່​ບັນ​ດາ​ບ້ານ, ຕາ​ແສງ​ຢູ່​ທີ່ນີ້, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ໄດ້​ສຸມ​ໃສ່​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ, ຫນູນ​ຊ່ວຍ​ປະ​ຊາ​ຊົນ​ພັດ​ທະ​ນາ​ການ​ຜະ​ລິດ.

ລົງ​ທຶ​ນ​ຢ່າງ​ຮອບ​ດ້ານ

ກ່ຽວ​ກັບ​ນະ​ໂຍ​ບາຍ, ປີ 2014, ມີ​ຫລາຍ​ນະ​ໂຍ​ບາຍ​ໃຫມ່​ໄດ້​ຮັບ​ການ​ປະ​ກາດ​ໃຊ້ ແລະ ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ສົ່ງ​ຜົນ​ກະ​ທົບ​ຢ່າງ​ຕ​ັ້ງ​ຫນ້າ, ເຮັດ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກວ່າ​ໝູ່​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ປະ​ກອບ​ສ່ວນ​ຊຸກ​ຍູ້​ເສດ​ຖະ​ກິດ ສັງ​ຄົມ​ຢູ່​ເຂດ​ຊົນ​ເຜົ່າ ແລະ​ເຂດ​ພູ​ດອຍ​ເທື່ອ​ລະ​ກ້າວ. ໂສມ​ຫນ້າ​ຊົນ​ນະ​ບົດ​ຢູ່​ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ, ເປັນ​ຕົ້ນ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ. ທ້ອງ​ຖິ່ນ​ຈຳ​ນວນ​ຫນຶ່ງ ໄດ້​ພັດ​ທະ​ນາ​ເສດ​ຖະ​ກິດ​ຕາມ​ທິດ​ຜະ​ລິດ​ເປັນ​ສິນ​ຄ້າ. ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍ​ຂອງ​ບັນ​ດາ​ແຂວງ​ຢູ່ ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ ແຕ່ 8-10%. ຂະ​ບວນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ພວມ​ໄດ້​ຮັບ​ການ​ຍູ້​ແຮງ. ຕາ​ຫນ່າງ​ສຸກ​ສາ​ລາ, ຫໍ​ວັດ​ທະ​ນະ​ທຳ, ໂຮງ​ຮຽນ, ເປັນ​ຕົ້ນ​ແມ່ນ​ໂຮງ​ຮຽນ​ມັດ​ທະ​ຍົມ​ກິນນອນ​ຊົນ​ເຜົ່າ, ໂຮງ​ຮຽນ​ມັດ​ທະ​ຍົມ​ເຄິ່ງ​ກິນນອນ​ຊົນ​ເຜົ່າ​ສືບ​ຕໍ່​ໄດ້​ຮັບ​ການ​ລົງ​ທຶນກໍ່​ສ້າງ.

    ກ່ຽວ​ກັບ​ແຫລ່ງ​ເງິນ​ລົງ​ທຶນ, ໄລ່​ສະ​ເພາະ​ປີ 2014, ເຖິງວ່າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ, ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດບໍ່​ທັນ​ຟື້ນ​ຕົວ ແຕ່​ລັດ​ຖະ​ບານ​ຍັງ​ຄົງ​ບຸ​ລິ​ມະ​ສິດ​ສະ​ຫງວນ​ຈຳ​ນວນ​ເງິນ 7.800 ຕື້​ດົງ​ໃຫ້​ແກ່ ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ, ກວມ 20%ຍອດ​ຈຳ​ນວນ​ແຫລ່ງ​ທຶນ​ຫນູນ​ຊ່ວຍ​ຕາມ​ຄາດ​ໝາຍ​ຈາກ​ທະ​ນາ​ຄານ​ແຫລ່ງ​ລັດ. ປີ 2015, ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮອງ​ເອົາ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕົກ​ລົງ​ມອບ​ຈຳ​ນວນ​ເງິນກວ່າ 8.900 ຕື້​ດົງ​ໃຫ້​ແກ່ ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ, ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ປີ​ກາຍ.ນັ້​ນບໍ່​ທັນ​ເວົ້າ​ເຖິງ​ແຫລ່ງ​ທຶນ​ຂ​ອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຫນູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່ ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ​ຜ່ານ​ບັນ​ດາ​ໂຄງ​ການ​ພິ​ເສດ​ສະ​ເພາະ.

ເລືອກ​ເຟັ້​ນ​ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ​ເພື່ອ​ຫນູນ​ຊ່ວຍ

       ເພື່ອ​ຕອ​ບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່ ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ, ເລື່ອງ​ເລືອກ​ເຟັ້ນ​ບັນ​ດາ​ຫນ້າ​ທີ່​ຈຸດ​ສຸມ​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ແມ່ນ​ຄວາມ​ຮຽກ​ຮ້ອງ​ທີ່​ຈ​ຳ​ເປັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ:

        “ຫນ​້າ​ທີ່​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຍັງ​ຫຍຸ້ງ​ຍາກ​ຢູ່, ເປັນ​ຕົ້ນ​ແມ່ນ​ຫລຸດ​ຜ່ອ​ນ​ຄວາມ​ທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ, ຮ​ຽກ​ຮ້ອງ​ຕ້ອງ​ປະ​ຕິ​ບັດ​ບັນ​ດາມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ, ຄົບ​ຊຸດ, ​ມີຈຸດ​ສຸມ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງກວ່າ. ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ 3 ຂົງ​ເຂດ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ ນັ້ນ​ແມ່ນ​ຫນູນ​ຊ່ວຍ​ຜູ້​ທຸກ​ຍາກ​ສຳ​ພັດ​ກັບ​ບັນ​ດາ​ບໍ​ລິ​ການ​ສັງ​ຄົມ, ພັດ​ທະ​ນາ​ການ​ຜະ​ລິດ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ນອກນັ້ນ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ມາດ​ຕະ​ການ​ຫນູນ​ຊ່ວຍ ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ທຸກ​ຍາກ​ບືນ​ຕົວ​ຂຶ້ນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.”

        ໃນ​ກາ​ນ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ພິ​ເສດ​ແມ່ນ​ຄະ​ນະ​ພັກ​ແຂວງ, ສ​ະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ຊົນ​ເຜົ່າ, ໃນ​ນັ້ນ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ເປັນຜູ້​ຄຸ້ມ​ຄອງ​ຂະ​ແຫນງ ພວກ​ຂ້າ​ພະ​ເຈົ້າ ຈະ​ແນະ​ນຳ​ກ່ຽວ​ກັບ​ບັນ​ຫາປະ​ຕິ​ບັດ​​ການບຳ​ລຸງ​ສ້າງ ແລະ ຊີ້​ນຳ​ກາ​ນ​ຈັດ​ຕັ້ງ, ມີ​ບາງວຽກ​ງານ​ອາດ​ຈະ​ປັບ​ປຸງ​ຄືນ ຈາກ​ລະ​ດັບ​ການ​ຫນູນ​ຊ່ວຍ, ວິ​ທີ​ການ​ຈັດ​ຕັ້ງ​ບຳ​ລຸງ​ສ້າງ​ຕ​ອ້ງ​ປັບ​ປຸງ​ໃຫ້​ດີກວ່າ ເພື່ອຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ບຳ​ລຸງ​ສ້າງ​​ຂອງຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.”

        ກ່ຽວ​ກັບ​ບັນ​ຫາ​ແກ້​ໄຂ​ທີ່​ດິນ​ທຳ​ການ​ຜະ​ລິດ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ:

         “ຮີບ​ເຮັ່ງ​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ຢ່າງວ່ອງ​ໄວຢູ່​ເຂດ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.ຫນູນ​ຊ່ວຍ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ເພື່ອ​ໃຫ້​ຊາວ​ຊົນ​ເຜົ່າ​ເພີ່ມ​ລາຍ​ຮັບ, ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.  ຄົ້ນ​ຄ້​ວາ​ເພີ່ມ​ລະ​ດັບ​ມອບ​ເໝົາ, ລະ​ດັບ​ຫນູນ​ຊ່ວຍ​ໃນ​ການ​ປົກ​ປັກ​ຮັກ​ສາ​ປ່າ ແລະ ປູກ​ປ່າ​ໄມ້. ພ້ອມ​ທັງ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ທີ່​ດິນ​ທຳ​ການ​ຜະ​ລິດ, ທີ່​ດິນ​ປຸກ​ສ້າງ​ເຮືອນ, ນ້ຳ​ສະ​ອາດ, ພັດ​ທະ​ນາ​ຂະ​ແຫນງ​ອາ​ຊີບ, ສົ່ງ​ເສີມ​ກະ​ສິ​ກອນ, ປ່າ​ໄມ້ ແລະ ໝູນ​ໃຊ້​ບັນ​ດາ​ຄວາມ​ກ້າວ​ຫນ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊ​ີ​ເຂົ້າ​ໃນ​ການ​ຜະ​ລິດ. ລັດ​ຖະ​ບານ​ໄດ້​ປຶກ​ສາ​ຫາ​ລື​ຮ່າງ​ດຳ​ລັດ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ດັ່ງ​ກ່າວ ແລະ ພວມ​ຊີ້​ນຳ​ການ​ປັບ​ປຸງ ແລະ ປະ​ກາດ​ໃຊ້​ດຳ​ລັດ​ດັ່ງ​ກ່າວ​ໂດຍ​ໄວ.”

        ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຍາມ​ໃດ​ກໍ​ແມ່ນ​ຫນ້າ​ທີ່​ສຳ​ຄັນ​ໃນ​ກິດ​ຈະ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ. ເລື່ອງ​ລັດ​ຖະ​ບານ​ສືບ​ຕໍ່​ສຸມ​ໃສ່​ແຫລ່ງ​ກຳ​ລັງ​ໃຫຍ່​ກວ່າ, ກົນ​ໄກໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ເໝາ​ະ​ສົມ​ກວ່າ, ໄຫວ​ພິບກວ່າ ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫ້​ບັນ​ດາ​ຕາ​ແສງ​ປະ​ສົບ​ກັບ​ຄວາ​ຫຍຸ້ງ​ຍາກ​, ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຢູ່​ທີ່ນີ້ ຫລຸດ​ຜົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ