ລະດູບານໃໝ່ອາຣັບບໍ່ທັນວຽນມາ

ກ່ອນນີ້ 5 ປີ ຄື​ໃນ​ກາງ​ເດືອນ 1 ປີ 2011, ການ​ປະ​ຕິ​ວັດ​ທວງ​ເອົາປະ​ຊາ​ທິ​ປະ​ໄຕ​ໄດ້​ເກີດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ-ຕາ​ເວັນ​ອອກ​ກາງ​ດ້ວຍ​ຊື່​ເອີ້ນ​ວ່າ “ລະ​ດູ​ບານ​ໃໝ່​ອາ​ຣັບ​”. 5 ປີ​ທີ່​ຜ່ານ​ມາ, ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງຢູ່ ອາ​ຟະ​ລິ​ກາ​ເໜືອ-ຕາ​ເວັນ​ອອກ​ກາງຍັງ​ບໍ່​ທັນ​ຮອດ​ວັນ​ສິ້ນ​ສຸດ​ເທື່ອ. ຜົນ​ກະ​ທົບ​ຈາກ“ລະ​ດູ​ບານ​ໃໝ່​ອາ​ຣັບ​” ດ້ວຍ​ກະ​ແສ​ຟອງ​ໃຊ້​ຄວາມ​ຮຸນ​ແຮງ, ເດີນ​ຂະ​ບວນ​ປະ​ທ້ວງ​ເພື່ອ​ໂຄ່ນ​ລົ້ມ​ລະ​ບອບ ໄດ້​ເຮັດ​ໃຫ້​ທັງ​ພາກ​ພື້ນ​ປ່ຽນ​ແປງ​ໄປ.

   

ລະດູບານໃໝ່ອາຣັບບໍ່ທັນວຽນມາ - ảnh 1
 ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງຢູ່ ອາ​ຟະ​ລິ​ກາ​ເໜືອ-ຕາ​ເວັນ​ອອກ​ກາງຍັງ​ບໍ່​ທັນ​ຮອດ​ວັນ​ສິ້ນ​ສຸດ​ເທື່ອ

       ກ່ອນນີ້ 5 ປີ, ບັນ​ດາ​ປະ​ເທດອາ​ຟະ​ລິ​ກາ​ເໜືອ-ຕາ​ເວັນ​ອອກ​ກາງ​ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ໄດ້​ດຳ​ເນີນ​ອັນ​ທີ່​ເອີ້ນວ​່າ “ກິດ​ຈະ​ການ​ປະ​ຕິ​ວັດ​ມຸ່ງ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ” ທີ່​ໃສ່​ຊື່​ວ່າ “ລະ​ດູ​ບານ​ໃໝ່​ອາ​ຣັບ​”. ແຕ່​ໃນ 5 ປີ​ທີ່​ຜ່ານ​ມາ, ສາຍ​ລົ​ມລະ​ດູ​ບານ​ໃໝ່​​ດັ່ງ​ກ່າວ ບໍ່​ໄດ້​ນຳ​ມາ​ເຊິ່ງ​ສິ່ງ​ທີ່​ດີ​ແຕ່​ຢ່າງ​ໃດ​ເລີຍ, ກົງ​ກັນ​ຂ້າມ ພັດ​​ພຽງ​ແຕ່ນຳ​ມາ​ເຊິ່ງ ​ສິ່ງ​ທີ່​ຮ້າຍ​ແຮງ​ເທົ່າ​ນັ້ນ. ຈາກ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ຊ້ຳ​ບໍ​ໜຳ​ແມ່ນ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ສຸດ​ຄື : ລີບີ, ຕຸຍ​ນິ​ຊີ ຫຼື ຊີ​ຣີນັ້ນ, ພາຍຫຼັງ​ໄດ້​ຜ່ານ​ຜ່າ“ລະ​ດູ​ບານ​ໃໝ່​ອາ​ຣັບ​”ນັ້ນ, ປະ​ເທດ​ເຫຼົ່າ​ນີ້​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​​ຮອບ​ດ້ານ​ກ່ຽວ​ກັບ​ດ້ານການ​ເມ​ືອງ, ເສດ​ຖະ​ກິດ-ສັງ​ຄົມ, ວັດທະ​ນະ​ທຳ ແລະ ຄວາມ​ໝັ້ນ​ຄົງ, ອັນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ຕ້ອງ​ປະ​ລະ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ​ເພື່ອ​ອົບ​ພະ​ຍົບ​ໄປ​ແຫ່ງ​ອື່ນເພື່ອ​ຊອກ​ຫາ​ຄວາມ​ປອດ​ໄພ.

     ວິ​ກິດ​ການ​ດ້ານ​ການ​ເມືອງ

    ທ້າຍ​ເດືອນ 12/2010, ໄດ້​ເກີດ​ກໍ​ລະ​ນີ​ຊາຍ​ໜຸ່ມ​ເລາະ​ຂາຍ​ເຄື່ອງ ເຜົາ​ຕົວ​ຕາຍ​ຢູ່​ຕຸຍ​ນີ​ຊີ​ເພື່ອ​ຄັດ​ຄ້ານ​ຕຳຫຼວດ​ຢຶດ​ເຄື​່ອງ​ຂອງ​ລາວ, ອັນ​ໄດ້ພາ​ໄປ​ເຖິງ​ເລື່ອງ​ເກີດ​ບັນ​ດາ​ກໍ​ລະ​ນີ​ລົງ​ຖະ​ໜົນ ເດີນ​ຂະ​ບວນ​ປະ​ທ້ວງ ແລະ ເກີດ​ການ​ຈາລະ​ຈົນໃນ​ທົ່ວ​ໂລກ​ອາ​ຣັບ.

     ພາຍຫຼັງ​ເກີດ​ການ​ຢູ່​ຕຸຍ​ນີ​ຊີ​ເປັນ​ເວ​ລາ 1 ເດືອນ, ກະ​ແສ​ຟອງ“ລະ​ດູ​ບານ​ໃໝ່​ອາ​ຣັບ​” ໄດ້​ແຜ່​ຂະ​ຫຍາຍ​ອອກ​ສູ່​ເກືອບ​ທັງ​ໝົດ 23 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ພາກ​ພື້ນອາ​ຟະ​ລິ​ກາ​ເໜືອ-ຕາ​ເວັນ​ອອກ​ກາງ. ວິ​ກິດກ​ານ​ການ​ເມືອງ-ສັງ​ຄົມ​ນີ້ ໄດ້​ພາ​ໃຫ້​ລັດ​ຖະ​ບານ​ຂອງຫຼາຍ​ປະເທດເຊັ່ນ: ເຢ​ແມນ, ລີ​ບີ, ບາ​ແຣນ, ຖືກ​ລົ້​ມ​ເຫຼວ. ພິ​ເສດ​ຕ້ອງ​ເວົ້າ​ເຖິງບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຕ້ານ​ລີ​ບີ ຂອງ NATO ໜູນ​ຊ່ວຍ​ກຳ​ລັງ​ລຸກ​ຮື້​ຂຶ້ນ ລີບີ ໂ​ຄ່ນ​ລົ້ມ​ລະ​ບອບ ແລະ ສັງ​ຫານ​ການ​ນຳ Gaddafi . ແຕ່​ການ​ເສຍ​ຊີ​ວິດ​ຂອງ  ການ​ນຳ Gaddafi ແມ່ນຍັງບໍ່​ທັນ​ຮອດ​ວັນ​ສິ້ນ​ສຸດ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນນີ້. ການ​ປ່ຽນ​ແປງ​ລະ​ບອບ​ການ​ເມືອງ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ, ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ຢູ່​ບັນ​ດາ​ປະ​ເທດ​ນີ້ ຖືກ​ຕົກ​ຕ່ຳ​ຖອຍຫຼັງ, ຢູ່​ພາຍ​ໃນ​ສັງ​ຄົມ​ຖືກ​ແບ່ງ​ແຍກ, ການ​ຕໍ່​ສູ້​ເພື່ອ​ຍາດ​ແຍ່ງ​ສິດ​ອຳ​ນາດ​ຍັງ​ຮ້າຍ​ແຮງ​ທີ່​ສຸດ. ຢູ່​ປະ​ເທດ​ຊີ​ຣີ, ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ ເຖິງວ່າບໍ່​ສາ​ມາດ​ໂຄ່ນ​ລົ້ມ​ລະ​ບອບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Al Assad ກໍ​ຕາມ, ແຕ່​ກໍ​ພາ​ໃຫ້​ປະ​ເທດນີ້​ຖືກຕົກ​ຢູ່ໃນ​ສົງ​ຄາມ​ກາງ​ເມືອງ​ຢ່າງ​ຮອບ​ດ້ານ. ກຳ​ລັງ​ດັນ​ຈາກ​ກຳ​ລັງ​ຄັດ​ຄ້ານ ແລະ ກຳ​ລັງ​ດັນ​ຈາກ​ພາຍນອກ ໄດ້​ນັບ​ມື້​ນັບ​ໃຫ​ຍ່ຫຼວງ ອັນ​ໄດ້​ເຮັດ​ໃຫ້​ສະ​ພາບການ​ຍິ່ງ​ສັບ​ສົນຫຼາຍ​ຂຶ້ນ​ໃນ 5 ປີ​ທີ່​ຜ່ານ​ມາ ແລະ ຍັງ​ບໍ່​ທັນ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້.

     ສິ່ງ​ທີ່​ຊົ່ວ​ຮ້າຍ​ເກີດ​ຂຶ້ນ

  “ລະ​ດູ​ບານ​ໃໝ່​ອາ​ຣັບ​” ໄດ້​ເປີດ​ໄລ​ຍະ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ປ່ຽນ​ໃຫ້​ແກ່​ພາກ​ພື້ນ. ມັນ​ໄດ້​ເຮັດ​ໃຫ້​ປ່ຽນ​ແປງ​ດ້ານກຳ​ລັງ​​ຂອງ​ຝ່າຍ​ຕ່າງໆ, ກຳ​ນົດ​ດ້ານ​ການ​ເມືອງ​ໃນ​ພາກ​ພື້ນອາ​ຟະ​ລິ​ກາ​ເໜືອ-ຕາ​ເວັນ​ອອກ​ກາງ. ການ​ເດີນ​ຂະ​ບວນ​ປະ​ທ້ວງ, ຈາ​ລະ​ຈົນ​ເພື່ອ​ໂຄ່ນ​ລົ້ມ​ລະ​ບອບ​ພາຍ​ໃຕ້​ການ​ແຊກ​ແຊງ​ຢ່າງ​ແຂງ​ແຮງ, ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຈາກ​ພາຍນອກ ໄດ້​ເຮັດ​ໃຫ້​ພາກ​ພື້ນ​ທີ່​ອຸ​ດົມ​ຮັ່ງ​ມີ​ດ້ານ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດນີ້ ບໍ່​ມີ​ຄວາມ​ສະ​ຫງົບ. ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ສະ​ພາບ​ການ​ດັ່ງ​ກ່າວ ແມ່ນບໍ່​ມີ​ໃຜ ນອກ​ເໜືອ​ຈາກສາ​ມັນ​ຊົນ​ຜູ້ບໍ່​ມີ​ໂທດ.

    ຢູ່​ຊີ​ຣີ, ສົງ​ຄາມ​ກາງ​ເມືອງ​ທີ່ແກ່​ຍາວເປັນ​ເວ​ລາ 5 ວັນ​ຜ່ານ​ມາ, ໄດ້​ເຮັດ​ໃຫ້​ກວ່າ 250.000 ຄົນ​ເສຍ​ຊີວ​ິດ. ສົງ​ຄາມ​ກາງ​ເມືອງ​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ພາຍຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ດ້ວຍ​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ຕ້ອງ​ປະ​ລະ​ເຮືອນ​ຊານ​ໄປ​ອົບ​ພະ​ຍົບ​ຢູ່​ເອີ​ລົບ. ຢູ່​ເຢ​ແມນ, ການ​ຂັດ​ແຍ້ງ​ດ້ານ​ການ​ເມ​ືອງ, ສາດ​ສະ​ໜາ, ແລະ ເຜົ່​າ​ພັນ ໄດ້​ຫັນ​ປ່ຽນ​ໄປ​ສູ່​ການ​ປະ​ທະ​ກັນ​ລະ​ຫວ່າງບັນ​ດາ​ກົກ​ເຫຼົ່າ. ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ໄດ້​ພາ​ໃຫ້​ຊາວ​ເຢ​ແມນ​ຕົກ​ຢູ່​ໃນ​ສະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຕ້ອງ​ອາ​ໄສ​​ຕໍ່ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ. ສ່ວນ​ຢູ່​ເອ​ຢິບ, ນັບ​ຕັ້ງ​ແຕ່​ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ Hosni Mubarak ຖືກ​ໂຄ່ນ​ລົ້ມ, ມາ​ຮອດ​ປະ​ຈຸ​ບັນ, ເຖິງວ່າ ສະ​ພາບ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ​ໄດ້​ຮັບ​ການ​ປົວ​ແປງ​ເທື່ອ​ລະ​ກ້າວ​ກໍ​ຕາມ, ແຕ່​ປະ​ເທດນີ້ ຍັງ​ຄົງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍບໍ່​ໜ້ອຍ ພາຍຫຼັງ​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ວິ​ກິດ​ການ​ເປັນ​ໄລ​ຍະ​ຍາວ​ນານ. ຢູ່​ລີ​ບີ, ສິ່ງ​ທີ່​ຊົ່ວ​ຮ້າຍກວ່າ​ໝູ່, ນັ້ນ​ແມ່ນ​ສ່ວນ​ໜຶ່ງ​ໃນ​ເຂດ​ດິນ​ແດນ​ຂອງ​ປະ​ເທດນີ້ ໃນ​ປະ​ຈຸ​ບັນ​ແມ່ນ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ອົງ​ການ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ.

       5 ປີ​ທີ່​ຜ່ານ​ມາ ກໍ​ແມ່ນ​ໄລ​ຍະ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ໂຄກ​ຄ້ອຍ​ສຳ​ລັບພາກ​ພື້ນ ອາ​ຟະ​ລິ​ກາ​ເໜືອ-ຕາ​ເວັນ​ອອກ​ກາງ. ເສ​ລີ​ພາບ, ປະ​ຊາ​ທິ​ປະ​ໄຕ ແມ່ນບໍ່​ທັນ​ເຫັນ, ແຕ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ, ການ​ປະ​ທະ​ກັນ​ຢ່າງນອງ​ເລືອດ, ຄວາມ​ອຶດ​ຫິວ​ທຸກ​ຍາກ, ຫຼ້າຫຼັງ​ຍັງ​ເກີດ​ຂຶ້ນ​ຢູ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ດັ່ງ​ກ່າວ. ພາຍຫຼັງ​ບັນ​ດາພາ​ຍຸ​ລົມ​ແຮງນີ້, ສິ່ງ​ທີ່​ປະ​ຊາ​ຊົນ ອາ​ຟະ​ລິ​ກາ​ເໜືອ-ຕາ​ເວັນ​ອອກ​ກາງ ຄອງ​ຄອຍນັ້ນ, ແມ່ນ​ຄ້ອງ​ຢຸດ​ຕິ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ.

ຕອບກັບ

ຂ່າວ/ບົດ​ອື່ນ