ລະດົມແຫລ່ງກຳລັງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດເພື່ອພັດທະນາ ປະເທດຊາດ


(vovworld)- ມີ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກວ່າ 4,5 ລ້ານ​ຄົນ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ,ຮ່ຳ​ຮຽນ​ຢູ່ 109 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ທົ່ວ​ໂລກ ແມ່ນ​ແຫລ່ງ​ກຳ​ລັງ​ສຳ​ຄັນ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. “ເວ​ທີ​ປາ​ໄສ​ປັນ​ຍາ​ຊົນ ຊ​າວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ ໄລ​ຍະ 2016-2020” ແລະ ການ​ພົບ​ປະ​ຄັ້ງ​ຕ່າງໆ​ລະ​ຫວ່າ​ງບ​ັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ກັບ​ຜູ້​ຕາງ​ຫນ້າ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ຕ່າງ​ປະ​ເທດ ຫາ​ກໍ​ດຳ​ເນີນ​ໄປ​ໃນ​ວັນ​ທີ 7/6 ຢູ່ ຮ່າ​ໂນ້ຍ ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ເພື່ອ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປະ​ກອບ​ຄຳ​ເຫັນ​ໃສ່​ວິ​ວັດ​ການ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ.

“ເວ​ທີ​ປາ​ໄສ​​ປັ​ນ​ຍາ​ຊົນ ຊ​າວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ ໄລ​ຍະ 2016-2020” ໂດຍ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ສັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຈັດ​ຕັ້ງ​ຂຶ້ນ. ແລະ​ກໍ​ໃນ​ວັນ​ທີ 7/6, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ສົມ​ທົບ​ກັບ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ຜູ້​ຊ່ຽວ​ຊານ, ປັນ​ຍາ​ຊົນ ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ​ູ​່​ຕ່າງ​ປະ​ເທດ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ນະ​ໂຍ​ບາຍ ແລະ ບັນ​ດາ​ບັນ​ຫາ​ໃຫຍ່ ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ສ້າງ​ສາ ແລະ ພັດ​ທະ​ນາ​​ປະ​ເທດ​ຊາດແບບ​ຍືນ​ຍົງ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ແລະ  ລັດ​​ຕໍ່​ຖ​ັນ​ແຖວ​ ປັນ​ຍາ​ຊົນ ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ​ູ​່​ຕ່າງ​ປະ​ເທດ.

ລະດົມແຫລ່ງກຳລັງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດເພື່ອພັດທະນາ ປະເທດຊາດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ
ພາບ:dantri.com

        ຊາວ​ຫວຽດ​ນາມອ​າ​ໄສ​ຢູ​ູ​່​ຕ່າງ​ປະ​ເທດສຸດ​ຈິດ​ສຸດ​ໃຈ​ກັບ​ບັນ​ດາ​ບັນ​ຫາ​ຂອງ​ປະ​ເທດ​ຊາດ

        ເປັນ​ຄັ້ງ​ທຳ​ອິດ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ປັນ​ຍາ​ຊົນ ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ​ູ​່​ຕ່າງ​ປະ​ເທດ​ທີ່ ມີ​ອິດ​ທິ​ພົນຊື່​ສຽງ ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ສຶກ​ສາບ​ຳ​ລຸງ​ສ້າງ, ການ​ເງິນ ທະ​ນາ​ຄານ, ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ການ​ອອກ​ແບບ​ເຮືອ​ບິນ, ສົ່ງ​ເສີມ​ສຸ​ຂະ​ພາບ… ປະ​ຈຸ​ບັນ ພວມ​ເຮັດ​ວຽກ​ຢູ່​ບັນ​ດາ​ສູນ​ຄົ້ນ​ຄ້​ວາ, ມະ​ຫາ​ວິ​ທະ​ຍາ​ໄລ​ຊັ້ນ​ນຳ​ໃນ​ໂລກ​ຄື: Havard, Indiana, ເສດ​ຖະ​ກິດ ປາ​ຣີ  ມີ​ຫນ້າ​ໃນ​ພົບ​ປະສັງ​ສັນ ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເຫນີ​ແນະ​ຢ່າງ​ເລິກ​ເຊິ່ງ​ຕໍ່​ພັກ ແລະ ລັດ ກ່ຽວ​ກັບ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃຫມ່. ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ປັນ​ຍາ​ຊົນ ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ​ູ​່​ຕ່າງ​ປະ​ເທດ ຖື​ວ່າ: ລັດ​ຄວນ​ເອ​ົ​າ​ໃຈ​ໃສ່ ແລະ ລົງ​ທຶນ​ໃຫ້​ຂົງ​ເຂດ​ກະ​ສິ​ກຳ ຊື່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ພັດ​ທະ​ນາ​ກະ​ສິ​ກຳ​ ນັ້ນ​ແມ່ນ​ການກໍ່​ສ້າງ ແລະ ຮັກ​ສາ​ແຫລ່ງ gen ຢູ່ ຫວຽດ​ນາມ. ສາດ​ສະ​ດາ​ຈານ ເຈີນງອກ​ແອງ, ຜູ້​ອຳ​ນວຍ​ການ​ກຸ່​ມ​ຂໍ້​ລິ​ເລີ່ມ ຫວຽດ​ນາມ ຖື​ວ່າ: ກະ​ສິ​ກຳ​ ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ເຖິງຢ່າງ​ໃດ​ກໍ​ຕ​າມ ເພື່ອ​ພັດ​ທະ​ນາ​ຕ້ອງ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ກໍ​ຄື​ຕ້ອງ​ແກ້​ໄຂ​ບັນ​ຫາມະ​ນຸດ, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຢ່າງ​ດີ.

        “ກະ​ສິ​ກຳ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ທຸ​ກການ​ປະ​ຕິ​ຮ​ູບ​ສຳ​ເລັດ​ຜົນ. ພວກ​ເຮົາ​ໄດ້​ປະ​ຕິ​ຮູບ​ກະ​ສິ​ກຳ​ສຳ​ເລັດ​ຜົນ ແລະ ພວກ​ເຮົາ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ເລື່ອງ​ຍູ້​ແຮງ ເພື່ອ​ໃຫ້​ຫວຽດ​ນາມ​ກາຍ​ເປັນ​ປະ​ເ​ທດ​ມະ​ຫາ​ອຳ​ນາດ​ດ້ານ​ກະ​ສິ​ກຳ​ແມ່ນ​ຄວາມ​ເຫັນ​ດີ​ເລີດ. ນອກນັ້ນ ໃນ​ສັດ​ຕະ​ວັດ​ທີ 21, ບໍ່​ມີ​ແຫລ່ງ​ກຳ​ລັງ​ໃດ​ສຳ​ຄັນ​ກວ່າ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ແຜນ​ການ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້, ການ​ສຶກ​ສາ​ທັກ​ສະ ແມ່ນ​ສຳ​ຄັນ​ທີ່​ສຸດ.”

        ບັນ​ດາ​ປັນ​ຍາ​ຊົນ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ກໍ​ຖື​ວ່າ ລັດ​ຖະ​ບານ ຄວນ​ຍາດ​ແຍ່ງ​ການ​ສະ​ຫນັ​ບ​ສະ​ຫນູນ​ຈາກ​ສາ​ກົນ​ໃນ​ວິ​ວັດ​ການ​ປະ​ເທດ​ຊາດ​ພັດ​ທະ​ນາ​ຢ່າງ​ບຸກ​ທະ​ລຸ, ສ້າງ​ເງື່ອນ​ໄຂ ແລະ ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອມອບ​ບັນ​ດາ​ຫນ້າ​ທີ່​ລະ​ອຽດ​ໃຫ້​ປັນ​ຍາ​ຊົນ​ ໃນ​ຫນ້າ​ທີ່​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ​ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ປັນ​ຍາ​ຊົນ ​​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ກໍ​ປະ​ກອບ​ຄຳ​ເຫັນ​ເພື່ອ​ໃຫ້​ຫວຽດນາມ ມີ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຄຸ້ມ​ຄ​ອງ​ປະ​ເທດ​ຊາດ ຜ່ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ປັນ​ຍາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງປ​ະ​ເທດ​ຫລາຍ​ຄົນ ກໍ​ຢືນ​ຢັນ: ຈະ​ສະ​ຫງວ​ນ​ເວ​ລາ, ພູມ​ປັນ​ຍາ, ບົດ​ຮຽນ ແລະ ບັນ​ດາ​​ການພົວ​ພັນ​ເພື່ອ​ ​ພ້ອມ​ກັບ​ພັກ, ລັດ​ຖະ​ບານ ແລະ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ພັດ​ທະ​ນາ​ປະ​ເທດ​ຊາດ.

        ເອົາ​ໃຈ​ໃສ່​ເຖິງ​ການ​ເສີມ​ຂະ​ຫຍາຍ​ແຫລ່ງ​ກຳ​ລັງ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດກວ່າ​ອີກ

        ຖັນ​ແຖວ​ປັນ​ຍາ​ຊົນ ​​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ຍາ​ມ​ໃດ​ກໍ​ໄດ້​ຮັ​ບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ທ່າ​ແຮງ​ຂອງ​ປະ​ຊາ​ຄົມ, ແມ່ນ​​ແຫຼ່ງກຳ​ລັງ​​ສາ​ມາດ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກ​ຳ ແລະ ທັນ​ສະ​ໄຫມ. ໃນ​ຊຸມ​ປີມໍ່ໆ​ມານີ້ ພັກ ແລະ ລັດ ໄດ້​ປະ​ກາດ​ໃຊ້​ຫລາຍ​ນະ​ໂຍ​ບາບ​ດຶງ​ດູດ​ຖັນ​ແຖວ​ ​ປັນ​ຍາ​ຊົນ ​​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ກໍ່​ສ້າງ​ເສດ​ຖະ​ກິດ, ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂລ​ໂລ​ຊີ​ຂອງ​ປະ​ເທດ​ຊາດ. ສິ່ງ​ດັ່ງ​ກ່າວ​ໄດ້​ນຳ​ມາ​ເຊິ່ງ​ໝາກ​ຜົນ​ຕັ້ງ​ຫນ້າ, ຈຳ​ນວນ​ ປັນ​ຍາ​ຊົນ ​​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ກັບ​ຄື​ນ​ເມືອເຄື່ອນ​ໄຫວ​​ຢູ່​ພາຍໃນ​ປະ​ເທດ​ ນັບ​ມື້ນ​ັບ​ຫລາຍ. ທີ່​ເວ​ທີ​ປາ​ໄສ, ຜູ້​ຊ່ຽວ​ຊານ, ​ປັນ​ຍາ​ຊົນ ​​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ ໄລ​ຍະ 2016-2020, ​ທ່າ​ນ​ນາງຮອງ​ປ​ະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ທິ​ຢ​ວານ ອີກ​ຄັ້​ງ​ຫນຶ່ງ​ໄດ້​ຢືນ​ຢັນ​ວ່າ: ປະ​ຊາ​ຄົມ ​​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ​ຜູ້​ຊ່ຽວ​ຊານ​, ນັກ​ວິ​ທະ​ຍາ​ສາດ, ປັນ​ຍາ​ຊົນຫລາຍ​​ຄົນ​ນແມ່ນ​ພາກ​ສ່ວນ​ຫນຶ່ງ​ທີ່​ສຳ​ຄັນ​ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ​ໄດ້, ແມ່ນ​ທ່າ​ແຮງ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ຄວາມ​ຮູ້, ບົດ​ຮຽນ​ຄຸ້ມ​ຄອງ, ທັກ​ສະ, ​ພູມ​ປັນ​ຍາ,  ເຕັກ​ໂນ​ໂລ​ຊີ ຂອງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ຈະ​ປະ​ກອບ​ກຳ​ລັງ​ຫນູນ​ຕື່ມ​ອີກ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ພັດ​ທະ​ນາ, ເຊື່ອມ​ໂຍງ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ​ຂອງ​ປະ​ເທດ​ຊາດ. ພັກ ແລະ ລັດ ຍາມ​ໃດ​ກໍ​ເຄົາ​ລົບ, ສ້າງ​ເງື່ອນ​ໄຂ ແລະ​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າຂອງ​ເຂົາ​ເຈົ້າ.

        “ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຄວນ​ຮັບ​ຟັງ, ລວບ​ລວມ​ບັນ​ດາ​ຄຳ​ເຫັນ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຄົ້​ນ​ຄ້​ວາ, ໄຈ້​ແຍກ​ໃນ​ວິ​ວັດ​ການ​ສະ​ເຫນີ​ເພື່ອສ້າງ​ກົນ​ໄກ​ນະ​ໂຍ​ບາຍ​ໃຫມ່. ພ້ອມ​ກັນ​ນັ້ນ, ຜ່ານ​ເວ​ທີ​ປາ​ໄສ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຜູ​້​ຊ່ຽວ​ຊານ, ປັນ​ຍາ​ຊົນ​​ຢູ່ພາຍ​ໃນ ແລະ ຕ່າ​ງ​ປະ​ເທດ ພ້ອມ​ກັ​ບ​ເພື່ອນ​ມິດ​ສາ​ກົນ ໄດ້​ຮັບ​ການເພີ່ມ​ທະ​ວີ ເພື່ອ​ຄົ້ນ​ຄ້​ວາ ແລະ ສະ​ເຫນີ​ບັນ​ດາ​ມາດ​ຕະ​ການ​ເໝາະ​ສົມ​​ໃນຫລາຍ​ຂົງ​ເຂດ​ຕ່າງ​ກັນ​ຂອງ​ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ, ພັດ​ທະ​ນາ.”

        ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຂອງ​ຖັນ​ແຖວ​ປັນ​ຍາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ຊີ​ວິດ ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ພັກ ແລະ ລັດ ຫວຽດ​ນາມ ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ຊຸກ​ຍູ​້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ