ວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າການໃນການກຳແຫນ້ນທ່າອ່ຽງ ແລະ ໝູນໃຊ້ເຕັກໂນໂລຊີດິຈີຕອນໃນວຽກງານສື່ມວນຊົນ

(VOVWORLD) -ເພື່ອຕອບສະໜອງຄວາມຕ້ອງການຂອງມະຫາຊົນທັນສະໄໝໃນການຮັບເອົາຂໍ້ມູນຂ່າວສານໃນທຸກທີ່, ທຸກເວລາ, ວິທະຍຸກະຈາຍສຽງຫວຽດນາມ (VOV)  ໄດ້ ແລະ ພວມປະຕິບັດການຫັນເປັນດີຈີຕອນຢ່າງແຮງ, ດ້ວຍໝາກຜົນທຳອິດແມ່ນສ້າງບັນດາຜະລິດຕະພັນສື່ມວນຊົນເປັນຫຼາຍຮູບຫຼາຍແບບ. ປະຈຸບັນ, ບັນດາລາຍການຂອງ VOV ບໍ່ພຽງແຕ່ອອກອາກາດທາງຄື້ນວິທະຍຸເທົ່ານັ້ນ, ຫາກຍັງໄດ້ເອົາລົງໃນເວັບໄຊ, ຜ່ານບັນດາສື່ສັງຄົມທາງອິນເຕີເນັດ, ນັບທັງພື້ນຖານເຕັກໂນໂລຢີ ໂດຍ VOV ຄົ້ນຄວ້າ ແລະ ພັດທະນາ. ດ້ວຍການເປັນເຈົ້າການໃນການກຳໄດ້ທ່າອ່ຽງ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນໃນວຽກງານສື່ມວນຊົນ, VOV ໄດ້ຢືນຢັນທີ່ຕັ້ງສຳຄັນຂອງຕົນໃນພື້ນຖານສື່ມວນຊົນ ຫວຽດນາມ ໃນປະຈຸບັນ.

ວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າການໃນການກຳແຫນ້ນທ່າອ່ຽງ ແລະ ໝູນໃຊ້ເຕັກໂນໂລຊີດິຈີຕອນໃນວຽກງານສື່ມວນຊົນ - ảnh 1ລາຍການ Lunch Show ຂອງລາຍການກະຈາຍສຽງພາກພາສາອັງກິດ (VOV5). ພາບ: VOV5

 

ເວລາ 11ໂມງ:30 ນາທີ ຂອງວັນທີ 7 ກັນຍາ 1945, ລາຍການກະຈາຍສຽງທຳອິດຂອງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດຢ່າງເປັນທາງການ. ໂດຍເລີ່ມຕົ້ນມີພຽງແຕ່ 2 ຊ່ອງກະຈາຍສຽງ, ພາຍຫຼັງ 78 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, VOV ປະຈຸບັນມີ 8 ຊ່ອງກະຈາຍສຽງ, 16 ຊ່ອງໂທລະພາບ, ສື່ເອເລັກໂຕຼນິກ 2 ເວັບໄຊ (VOV.vn ແລະ VTC.vn), 1 ສື່ສິ່ງພິມ (ວິທະຍຸກະຈາຍສຽງຫວຽດນາມ), 1 ວາລະສານ. ແລະມີຫຼາຍລະບົບແຈກຢາຍເນື້ອໃນດ້ວຍມັນຕິມີເດຍ (Multimedia). ປະຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ ແມ່ນອົງການສື່ມວນຊົນແຫ່ງຊາດ ຫນຶ່ງດຽວທີ່ມີຮູບແບບສື່ມວນຊົນຄົບ 4 ປະເພດຄື: ກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ, ສື່ສິ່ງພິມ.

ວິທະຍຸກະຈາຍສຽງ ຫວຽດນາມ ກັບບັນດາຜົນສຳເລັດເບື້ອງຕົ້ນໃນການໝູນໃຊ້ເຕັກໂນໂລຊີດີຈີຕອນ

          ເວລາ 12 ໂມງ, ລາຍການ Lunch Show ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນໃນລາຍການກະຈາຍສຽງພາກ ພາສາອັງກິດ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5) ໄດ້ອອກອາກາດສົດຈາກ studio ຂອງ VOV. ຖ້າຫາກກ່ອນນີ້ ຜູ້ຟັງພຽງແຕ່ຮັບຟັງສຽງຂອງໂຄສົກ, ແຂກຖືກເຊີນຜ່ານທາງຄື້ນກະຈາຍສຽງເທົ່ານັ້ນ,  ນັບແຕ່ເດືອນ ມິຖຸນາ ປີ 2017 ມາຮອດປະຈຸບັນ, ໃນແຕ່ລະລາຍການ Lunch Show ໂດຍມີແຂກຖືກເຊີນນັ້ນ  ທ່ານຍັງສາມາດໄດ້ຮັບຊົມ ແລະ ມີຄຳເຫັນໂດຍກົງຜ່ານການ livestream  ທາງ fanpage ຂອງລາຍການພາກພາສາອັງກິດ. ກໍ່ເຊັ່ນດຽວກັນ, ໃນຊຸມປີມໍ່ໆມານີ້ ມີຫລາຍຊ່ອງກະຈາຍສຽງຂອງ  VOV ກໍ່ໄດ້ປະຕິບັດ ລາຍການກະຈາຍສຽງອອກອາກາດສົດ ແລະ livestream ຜ່ານຊ່ອງເຄືອຂ່າຍສື່ສັງຄົມອອນລາຍ.

ປະຈຸບັນ ບັນດາລາຍການກະຈາຍສຽງ ບໍ່ພຽງແຕ່ມີຢູ່ທາງວິທະຍຸກະຈາຍສຽງເທົ່ານັ້ນ, ຫາກຍັງເຂົ້າເຖິງຜູ້ຟັງທັງໃນເຄືອຂ່າຍອິນເຕີເນັດ, ຜ່ານແອັບພລິເຄຊັ່ນ OTT ຂອງ VOV, ຄື: VTC Now, VOV Media, VOV Live, ຫຼືຢູ່ບັນດາສື່ເອເລັກໂຕຼນິກ VOV.VN, ຫຼືຢູ່ໃນ facebook, youtube. , spotify..

ຄຽງຄູ່ກັນນັ້ນ, ບັນດາພະແນກຈັດລາຍການກະຈາຍສຽງກໍ່ໄດ້ລົງທຶນສ້າງ studio ມັນຕິມີເດຍທີ່ທັນສະໄຫມເພື່ອຮັບໃຊ້ການຜະລິດລາຍການກະຈາຍສຽງໃຫ້ດີທີ່ສຸດ. ນັກຂ່າວ ເລກວັກມິງ, ບັນນາທິການໃຫຍ່ໜັງສືພິມເຍີນເຢີນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ:

 “ວິທະຍຸກະຈາຍສຽງຫວຽດນາມ ໄດ້ປະຕິບັດບັນດາບາດກ້າວຢ່າງກ້າຫານໃນວິວັດການຫັນເປັນດີຈີຕອນ. ບັນດາລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ເບື້ອງຕົ້ນແມ່ນອອກອາກາດທາງຄື້ນກະຈາຍສຽງເທົ່ານັ້ນ ແຕ່ປະຈຸບັນແມ່ນເອົາລົງທາງອິນເຕີເນັດ, ແຜ່ຂະຍາຍໄປເຖິງປະຊາຊົນໃນທຸກເຂດພາກກໍ່ຄືອອກສູ່ໂລກ. ວິທີເຮັດນີ້ແນ່ນອນວ່າແມ່ນໄປຖືກທິດ.

ວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າການໃນການກຳໄດ້ທ່າອ່ຽງ ແລະ ໝູນໃຊ້ເຕັກໂນໂລຊີດີຈີຕອນໃນວຽກງານສື່ມວນຊົນ

          ເພື່ອປະສົບຜົນສຳເລັດໃນການຫັນເປັນດີຈີຕອນຢູ່ວິທະຍຸກະຈາຍສຽງຫວຽດນາມ, ຄະນະການນຳວິທະຍຸໄດ້ກຳນົດວ່າ ການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນການຫັນປ່ຽນດ້ານເຕັກໂນໂລຢີ ວິທີເຮັດເທົ່ານັ້ນ ຫາກສິ່ງທີ່ສຳຄັນກວ່າໝູ່ແມ່ນການຫັນປ່ຽນດ້ານຈິນຕະນາການ, ຈາກຂັ້ນບໍລິຫານ, ການນຳຕະຫລອດຮອດຂັ້ນຕອນຂອງວິວັດການຜະລິດ ແລະ ແຈກຢາຍຜະລິດຕະພັນສື່ມວນຊົນ. ໂດຍຮັບຮູ້ສິ່ງນັ້ນຢ່າງເລິກເຊິ່ງ, ພະນັກງານ, ນັກຂ່າວ, ບັນນາທິການ,  ເຕັກນິກແຕ່ລະຄົນໃນ VOV ຍາມໃດກໍ່ເປັນເຈົ້າການກຳໄດ້ທ່າອ່ຽງ  ແລະ ໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການຜະລິດບັນດາລາຍການສື່ມວນຊົນ.

ວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າການໃນການກຳແຫນ້ນທ່າອ່ຽງ ແລະ ໝູນໃຊ້ເຕັກໂນໂລຊີດິຈີຕອນໃນວຽກງານສື່ມວນຊົນ - ảnh 2ລາຍການກະຈາຍສຽງຂອງ VOV2 ໄດ້ເອົາລົງໃນເວັບໄຊດ້ວຍຫລາຍຮູບການ. ພາບ:VOV5

ຫວ່າງມໍ່ໆມານີ້, ພະແນກ ວັດທະນະທຳ ແລະ ສັງຄົມ (VOV2) ແມ່ນໜຶ່ງໃນບັນດາຫົວໜ່ວຍທີ່ໄດ້ນຳໃຊ້ເຕັກໂນໂລຢີດີຈີຕອນ ໃນການກະຈາຍສຽງຢ່າງມີປະສິດທິຜົນ, ດ້ວຍການຫັນປ່ຽນບັນດາເນື້ອໃນຂອງລາຍການກະຈາຍສຽງເປັນເນື້ອໃນດີຈີຕອນ. ທ່ານນາງ ຫວູຕວຽດມາຍ, ຫົວໜ້າພະແນກ ວັດທະນະທຳ ແລະ ສັງຄົມ VOV2 ໃຫ້ຮູ້ວ່າ:

ການປະຕິບັດຜະລິດຕະພັນສື່ມວນຊົນ ແລະ ມັນຕິມີເດຍ ບໍ່ພຽງແຕ່ຂຶ້ນກັບນ່ວຍນັກຂ່າວທີ່ຜະລິດມັນຕິມີເດຍ, ຫາກຫ້ອງວິຊາສະເພາະທັງໝົດຕ້ອງປະຕິບັດໝາຍຄວາມວ່າ ນັກຂ່າວ, ບັນນາທິການ VOV2 ຕ້ອງປ່ຽນແປງຈິນຕະນາການໃນວິວັດການເຮັດວຽກກໍ່ຄື ໃນກາປະຕິບັດວຽກງານວິຊາສະເພາະ. ພວກເຮົາບໍ່ພຽງແຕ່ປະຕິບັດບັນຫາລົງເລິກ ແຕ່ຍັງຕ້ອງມີຄວາມວ່ອງໄວ, ອັບເດັດທຸກຂໍ້ມູນກ່ຽວກັບເຫດການໃຫຍ່, ສໍາຄັນທີ່ກ່ຽວຂ້ອງເຖິງຂົງເຂດຂອງຕົນຢູ່ໃນນ້າເວັບ ແລະ page.”         

ໃນຖານະເປັນອົງການສື່ມວນຊົນຊັ້ນນຳຂອງປະເທດ, VOV ພວມສືບຕໍ່ຫັນປ່ຽນຢ່າງແຮງ, ຈັດຕັ້ງຂັ້ນຕອນການຜະລິດຄືນໃໝ່, ຍົກສູງກຳລັງຄວາມສາມາດຄຸ້ມຄອງບໍລິຫານຕາມຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງອົງການສື່ມວນຊົນທີ່ທັນສະໄໝ, ມີຫຼາຍຮູບຫຼາຍແບບ, ຫລາຍພາຫະນະ. ໃນປີ 2023, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ວາງອອກ 12 ທິດທາງ ແລະ ໜ້າທີ່, ໃນນັ້ນ ສືບຕໍ່ປະຕິບັດຕາມທິດຊີ້ນຳ ແລະ ບໍລິຫານຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ສະໜອງຂໍ້ມູນຂ່າວສານຢ່າງຖືກຕ້ອງ ແລະ ທັນການ, ຮອບດ້ານ ແລະ ເລິກເຊິ່ງກ່ຽວກັບບັນຫາ, ເຫດການສຳຄັນຢູ່ພາຍໃນປະເທດ ແລະ ຕ່າງປະເທດໄປສູ່ຜູ້ຟັງວິທະຍຸ. ພ້ອມກັນນັ້ນ, ວິທະຍຸກະຈາຍສຽງຍັງຈະສືບຕໍ່ເສີມຂະຫຍາຍ, ປະຕິບັດບັນດາແຜນຮ່າງຫັນເປັນດີຈີຕອນຂອງ VOV, ຮັບປະກັນໃຫ້ VOV ແມ່ນອົງການສື່ມວນຊົນຫລັກແຫລ່ງ, ຫຼາຍຮູບຫຼາຍແບບ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ