ວິທະຍຸກະຈາຍສຽງຫວຽດນາມ70 ປີ ແຫ່ງການຮ່ວມເດີນທາງພ້ອມກັບປະເທດຊາດ


(vovworld)- 70 ປີ​ຜ່ານ​ມາ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ, ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມນ​ັບ​ລ້ານໆ​ຄົນ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ແລະ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ ກໍ​ຄ​ື​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ພັດ​ທະ​ນາ​ປະ​ເທດ​ຊາດ​ປະ​ຈຸ​ບັນ. ໃນ​ຕະ​ຫລອດ​ໄລ​ຍະ​ທາງ​ດັ່ງ​ກ່າວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ເຕີບ​ໃຫຍ່​ຂຶ້ນ ແລະ ແມ່ນ​ອົງ​ການ​ກະ​ບອກ​ສຽງ​ຢ່າງ​ເປັນ​ທາງ​ການ, ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫລາຍ​ຢ່າງ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ການ​ເມືອງ ຊື່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້.

 

ວິທະຍຸກະຈາຍສຽງຫວຽດນາມ70 ປີ ແຫ່ງການຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 1
ສຳ​ນັກ​ງານ​ຂອງVOV

ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັ​ນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV), ຫ້ອງ​ມູນ​ເຊື້ອຫ້ອງ​ຫນຶ່ງ​​ກ່ຽວ​ກັບ​ປະ​ຫວັດຄວາມ​ເປັນ​ມາ​ຂອງ VOV ໄດ້​​ເປີດ​ສະ​ຫລອງ​ເມື່ອ​ວັນ​ທີ 26/8/2015. ຫ້ອງ​ມູນ​ເຊືື້ອນີ້​ໄດ້​ປະ​ກອບ​ສ່ວນ​ວາດ​ພາບເຖິງ​ປະ​ຫວັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ VOV. ມີ​ຮູບ​ພາບ, ວັດ​ຖຸ​ພັນ​ຫລາຍ​ຢ່າງ​ທີ່​ນຳ​ວາງ​ສະ​ແດງ​ຢູ່​ທີ່ນີ້ ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ບັນ​ດາ​ຜົນ​ງານ, ການ​ປະ​ກອບ​ສ່ວນ​ຂອງ VOV ພ້ອມ​ກັບ​ປະ​ຫວັດ​ສາດ​ຂອງ​ຊາດ.

         ອົງ​ການ​ສື່ມວນ​ຊົນ​ທີ່​ສຳ​ຄັນ, ນຳ​ຫນ້າ​ໃນ​ແນວ​ຮົບ​ດ້ານ​ແນວ​ຄິດ

ກ່ອນນີ້ 70 ປີ​ເຕັມ, ​ເວ​ລາ 11 ໂມງ 30 ນາ​ທີ ຂອງວັນ​ທີ 7/9/1945, VOV ໄດ້​ອອກ​ອາ​ກາດ​ລາຍ​ການ​ທຳ​ອິດ ຊື່ງ​ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ​ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ​ ໂດຍ​ປະ​ທານ​ໂຮ່​ຈິ​ມີນ ອ່ານ ຢູ່​ສະ​ຫນາມ​ຫລວງ ບາ​ດີງ, ປະ​ກາດ​ຕໍ່​ຫນ້າ​​ພໍ່​ແມ່​ປະ​ຊາ​ຊົນ​ຫວ​ຽດ​ນາມ ແລະ ​ປະ​ຊ​າ​ຊົນໂລກ ກ່ຽວ​ກັບ​ການ​ສະ​ຖາ​ປະ​ນາ ​ປະ​ເທດ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ, ປະ​ຈຸ​ບັນ​ແມ່ນ​ປະ​ເທດ ສ​ສ ຫວຽດ​ນາມ. ນັບ​ແຕ່​ໄລ​ຍະ​ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ພ້ອມ​ກັບ​ໄລ​ຍະ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ປະ​ເທດ​ຊາດ, VOV ໄດ້​ເຕີບ​ໃຫຍ່​ເທື່ອ​ລະ​ກ້າວ, ຍາມ​ໃດ​ກໍ​ສຳ​ເລັດ​ຫນ້າ​ທີ່​ຊື່ງ​ພັກ ແລະ ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ມອບ​ໝາຍ​ໃຫ້​ຢ່າ​ງ​ດີ​ເດັ່ນ. ໃນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ ຝ​ລັ່ງ, ບ​ັນ​ດາ​ລາຍ​ການ​ຂອງ VOV ໄດ້​​ເຜີຍ​ແຜ່​ແຜນ​ນະ​ໂຍ​ບາຍ, ຄຳ​ສັ່ງ​ຂອງ​ພັກ,ລັດ, ລະ​ດົມ​ກຳ​ລັງ​ໃຈ​ຕໍ່​ສູ້​, ​ກໍ​ຄື​ນ້ຳ​ໃຈຫ້າວ​ຫັນ​ເຂົ້າ​ຮ່ວມການ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ສິ​້ນ​ສຸດ​ດ້ວຍ​ໄຊ​ຊະ​ນະ​ດຽນ​ບຽ​ນ​ຝູ​ຄັ້ງ​ປະ​ຫວັດ​ສາດ​ເມື່ອ​ປີ 1954, ເຮັດ​ໃຫ້​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ​ຕ້ອງຖອນ​​ກຳ​ລັງ​ທັງ​ໝົດອອກ​ຈາກ​ຫວຽດ​ນາມ, ຮັບ​ຮູ້​ພື້ນ​ຖານ​ເອ​ກະ​ລາດ​ຂອງ​ລັດ​ຫວຽດ​ນາມ. ໃນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ຈັກ​ກະ​ພັດ ອາ​ເມ​ລິ​ກາກູ້​ຊາດ, VOV ແມ່ນ​ອົງ​ການ​ສື່ມວນ​ຊົນ ສົ່ງ​ຂ່າວ​ເຖິງ​ປະ​ຊາ​ຊົນ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ລະ​ດົມ​ກຳ​ລັງ​ໃຈ​ທົ່ວ​ກອງ​ທັບ​ທົ່ວ​ປວງ​ຊົນ ຫວຽດ​ນາມ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ດ​ຳ​ເນີນ​ການ​ຕໍ່​ຕ້ານ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ ກູ້​ຊາດ, ​ສິ້​ນ​ສຸດ​ດ້ວຍ​ບັ້ນ​ຮົບ ໂຮ່​ຈິ​ມີນ ຄັ້ງ​ປ​ະ​ຫວັດ​ສາດ, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊ​າດ​ເປັນ​ເອກ​ະ​ພາບ​ເມື່ອ​ປີ 1975. ໃນ​ປະ​ຫວັດ​ແຫ່ງ​ການ​ພັດ​ທະ​ນາ, ຍາມ​ໃດ VOV ກ​ໍ​ຢັ້ງ​ຢືນ​ແມ່ນ​ອົງ​ການ​ສື່ມວນ​ຊົນ​ສຳ​ຄັນ, ນຳ​ຫນ້າ ໃນ​ແນວ​ຮົບ​ດ້ານ​ແນວ​ຄິດ, ທັງ​ເຜີຍ​ແຜ່​ທັດ​ສະ​ນະ ແນວ​ທາງ​ຂອງ​ພັກ, ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ, ທັງ​ສ່ອງ​ແສງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ມະ​ຫາ​ຊົນ. ທ່ານ ​ສາດ​ສະ​ດາ​ຈານ, ດ​ຣ ຫວູນ​ວັນ​ຮ່ຽນ, ຮອງ​ປະ​ທານ ສະ​ພາ​ທິດ​ສະ​ດີ​ສູນ​ກາງ, ອະ​ດີດ ຜູ້​ອຳ​ນວຍ​ການ​ໃຫຍ່ VOV ໃຫ້​ຮູ້​ວ່າ:

        “ໃນ​ໄລ​ຍະ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ, VOV ໄດ້​ມີ​ການ​ອຸ​ທິດ​ສ່ວນ​ຢ່າງ​ດີ​ເດັ່ນ​ພິ​ເສດ. ບໍ່​ພຽງ​ແຕ່​ແມ່ນ​ແຫລ່ງ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ນັກ​ຮົບ​ຢູ່​ສະ​ຫນາມ​ຮົບ​ເທົ່າ​ນັ້ນ ຫາກ​ນັບ​ທັງປະ​ຊາ​ຊົນຢູ່​ແນວ​ຫລັງ​ອີກ​ດ້ວຍ. ມີສິ່ງ​ພິ​ເສດມາ​ເຖິງ​ປະ​ຈຸ​ບັນ ຈຶ່ງ​ປະ​ກາດ, ນັ້ນ​ແມ່ນ ໃນ​ບັນ​ດາ​ລາຍ​ການ​ຂອງ VOV ​ ​ໃນຄາວນັ້ນ, ບາງ​ເທື່ອ​ອອກ​ອາ​ກາດ​ບົດ​ເພງ​ຫນຶ່ງ ຫລື ລາຍ​ການ​ຂ່າວ​ຫນຶ່ງ ແຕ່ນັ້ນ​ພັດແມ່ນຄຳ​ສັ່ງລັບ​ ຫລື ກົດລັບຈາກ ກອງ​ເສ​ນ​າ​ທິ​ການ​ໃຫຍ່ກອງ​ທັບ​ຢູ່ ຮ່າ​ໂນ້ຍ ເພື່ອ​ອອກ​ຄຳ​ສັ່ງ​ຕໍ່​ສູ້​ຢູ່​ບັນ​ດາ​ແນວ​ຮົບ​ພາກ​ໃຕ​້​.”

        ໃນ 70 ປີ​ຜ່ານ​ມາ, ຜ່ານ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ພາກພາ​ສາ​ຕ່າງ​ປະ​ເທດ ກໍ​ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກ ມີ​ຄວາມ​ເຂົ້າ​ໃຈ ແລະ ສະ​ຫນັບ​ສະ​ຫນູນ​ການ​ຕ່ໍ່​ສູ້​ເປັນ​ທຳ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ເຂົ້າ​ໃຈ​ກ່ຽວ​ກັບ​ປ​ະ​ເທດ​ຊາດ, ຊາວ​ຫວຽດ​ນາມ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ຊົນ​​ເຜົ່າ ແລະ​ບັນ​ດາ​ຜົນ​ງ​ານ​ໃນ​ກິ​ດ​ຈະ​ການ​ປ່ຽນ​ໃຫມ່​ຢູ່​ຫວຽດ​ນາມ. ທ່ານ ຫງວຽ​ນ​ດັງ​ຕຽນ, ຜູ້​ອຳ​ນວຍ​ການ​ໃຫຍ່ VOV ເນັ້ນ​ຫນັກ​ວ່າ:

        “ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ ຝ​ລັ່ງ ແລະ ຈັກ​ກະ​ພັດ​ອ​າ​ເມ​ລິ​ກາ, ​ການ​ສະ​ຫນັບ​ສະ​ຫນູນຂອງປະ​ຊາ​ຊົນ​ໂລກ ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ຕໍ່​ຕ​້ານ​ຂອງ​ພວກ​ເຮົາ​ສຳ​ເລັດ​ຜົນ, ໃນ​ນັ້ນ ມີ​ບົດ​ບາດ​ສຳ​ຄັນ​ຂອງ​ກະ​ຈາຍ​ສຽງ​​ພາກພາ​ສາ​ຕ່າງ​ປະ​ເທດ ກໍ​ຄື​​ໂຄ​ສະ​ນາສື່​ສານ​​​ຕໍ່ຕ່າງ​ປະ​ເທດ. ສິ່ງ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ຮັບ​ຮູ້​ຂອງ​ພັກ,ລັດ​ຖະ​ບານ, ຂອງ​ປະ​ທານ​ໂຮ່​ຈິ​ມີນ ສຳ​ລັບ​​ການ​ໂຄ​ສະ​ນາສື່​ສານ​ຕໍ່​ຕ່າງ​ປະ​ເທດ ເວົ້າ​ລວມ ແລະ ກະ​ຈາຍ​ສຽງ​​ພາກ​ພາ​ສາ​ຕ່າງ​ປະ​ເທດ​ເວົ້າ​ສະ​ເພາະ. ການ​ນຳ VOV ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ກະ​ຈາຍ​ສຽງ​​ພາກພາ​ສາ​ຕ່າງ​ປະ​ເທດ​ໃນ​ຫລາຍ​ລາຍ​ການ​ ໄດ້​ນຳ​ມາ​​ ຂ່າວ​ຄາວຢ່າງ​ທັນ​ການ ໃຫ້ຜູ້​ຟັງ​​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​.”

            ໂດຍ​​ຮັບ​ຮູ້​ຄຸນ​ງາມ​ຄວາມ​ດີ​ອັ​ນ​ໃຫຍ່​ຫລວງ​ຂອງ VOV ໃນ​ໄລ​ຍະ 70 ປີ​ຜ່ານ​ມາ, ພັກ ແລະ ລັດ​ຫວຽດ​ນາມ ໄດ້​ມອບ​ຫລາຍ​ຫລຽນ​ໄຊ, ຫລຽນ​ກາ ແລະ ນາ​ມະ​ຍົດ​ອັນ​ສູງ​ສົ່ງ, ຫລຽນ​ໄຊ​ໂຮ່​ຈິ​ມີນ, ຫລຽນ​ໄຊ​ດາວ​ຄຳ ນາ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ​ໄລ​ຍະ​ປ່ຽນ​ແປງ​ໃຫມ່, ນາມ​ມະ​ຍົດ​ວິ​ລະ​ຊົນ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ ໃຫ້​ແກ່ VOV.

       ບ​ືນ​ຕົວ​ຂຶ້ນ​ເພື່ອ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ

        ປະ​ຈຸ​ບັນ, ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, VOV ພັດ​ທະ​ນາ​ຄົບ 4 ຮູບ​ການ​ສື່ມວນ​ຊົນ ນັ້ນ​ແມ່ນ: ກະ​ຈາຍ​ສຽງ, ສື່​ສິ່ງ​ພິມ, ໂທ​ລະ​ພາບ ແລະ ສື່​ເອ​ເລັກ​ໂຕ​ນິກ. VOV ມີ 5 ລະ​ບົບ​ກະ​ຈາຍ​ສຽງ ນັ້ນ​ແມ່ນ: VOV 1( ລະ​ບົບ​ສະ​ຖາ​ນະ​ການ​ການ​ເມືອງ​ສັງ​ລວມ), VOV 2 (ລະ​ບົບ​ວັດ​ທະ​ນະ​ທຳ​ຊີ​ວິດ​ວິ​ທະ​ຍາ​ສາດ​ສຶກ​ສາ), VOV 3 (ລະ​ບົບ​ດົນ​ຕີ​ ແລະ ຂ່າວ​ບັນ​ເທິງ), VOV 4 (ລະ​ບົບ​ກະ​ຈາຍ​ສຽງ​ພາກພາ​ສາ​ຊົນ​ເຜົ່າ) ແລະ VOV 5(ລະ​ບົບ​ກະ​ຈາຍ​ສຽງພາກ​ພາ​ພາ​ສາ​ຕ່າງ​ປະ​ເທດ). ນອກນັ້ນ VOV  ຍັງ​ມີ​ຊ່ອງ VOV ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ ແລະ 17ຊ່ອງ​ໂທ​ລະ​ພາບ. ປະ​ຈຸ​ບັນ VOV ມີ​ພະ​ນັກ​ງານ, ນັກ​ຂ່າວ, ພະ​ນັກ​ງານ​ເຕັກ​ນິກ, ໂຄ​ສົກ ແລະ ນັກ​ສິ​ລະ​ປິນ ກວ່າ 3.400 ຄົນ ແລະ ມີ 6 ​ສຳ​ນັກ​ງານ​ປະ​ຈຳ​ ຢູ່ ພາຍ​ໃນ​ປະ​ເທດ ແລະ 10 ​ສຳ​ນັກ​ງານ​ປະ​ຈຳ​ ຢູ່ ຕ່າງ​ປະ​ເທດ. ໃນ​ທ່າ​ອ່ຽງ​ພັດ​ທະ​ນາ, VOV ພວມ​​ກ້າວ​ເດີນ​ບົນ​ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ກາຍ​ເປັນ​ກຸ່ມ​ບໍ​ລິ​ສັດ​ສື່​ສານ​ ຫລາຍ​ຮູບ​ການ, ຊຳ​ນານ​ງານ ແລະ ທັນ​ສະ​ໄຫມ ສ້າງ​ເປັນ​ກຳ​ລັງ​ແຮງ​ສັງ​ລວມ ເພື່ອ​ສົ່ງ​ຂໍ້​ມູນ​ຂ່າວ​ຢ່າງ​ຄົບ​ຖ້ວນ, ຊັດ​ເຈນ, ​ຊີ​ວິ​ດ​ຊີ​ວາ ແລະ ມີ​ປະ​ສິດ​ທິ​ຜົນ ຮັບ​ໃຊ້​ປະ​ຊາ​ຊົນ​ຢູ່​ພາຍ​ໃນ ກໍ​ຄື​ຊາວ​ຫວ​ຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ​ເພື່ອນ​ມິ​ດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ