ວັນບຸນຄຣິດສະມາດທີ່ສະຫງົບສຸກ

ວັນບຸນຄຣິດສະມາດທີ່ສະຫງົບສຸກ - ảnh 1
(ພາບ​ປະ​ກອບ)

ວັນ​ທີ  24/12, ຊາວ​ຄຼິດຫວຽດ​ນາມກວ່າ 6 ລ້ານ​ຄົນ​ມີ​ຄວາມ​ເບີິກ​ບານ​ມ່ວນ​ຊື່ນ​ຕ້ອນ​ຮັບ​ວັນ​ບຸນ​ຄຣິດສະ​ມາດ ຢູ່​ໂບດ, ສະ​ຖານ​ທີ່​ທຳ​ພິ​ທີ​ສາ​ສະ​ໜາ 6500 ແຫ່ງ​ໃນ​ທົ່ວ​ປະ​ເທດ. ບັນ​ຍາ​ກາດ​ຕ້ອນ​ຮັບ ​ວັນ​ບຸນ​ຄຣິດສະ​ມາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ໄດ້​ປົກ​ຄຸມ​ໄປ​ທົ່ວ​ເຂດ​ຊາວ​ຄຼິດ ແລະ ແຕ່​ລະຄອບ​ຄົວຊາວ​ຄຼິດໃນຫຼາຍມື້ມໍ່ໆ​ມານີ້.  ​

    ໂບດ, ສະ​ຖານ​ທີ່​ທຳ​ພິ​ທີ​ສາ​ສະ​ໜາທຸກໆ​ແຫ່ງ​ລ້ວນ​ແຕ່​ໄດ້​ຖືກ​ປະ​ດັບ​ປະ​ດາ​ດ້ວຍ​ລະ​ບົບ​ດອກ​ໄຟ, ດອກ​ໄມ້​ສົດ​ທີ່​ມີ​ສີ​ສັນຫຼາກຫຼາຍ​ເພື່ອ​ເປີດ​ປະ​ຕູ​ຕ​້ອນ​ຮັບ​ຊາວ​ຄຼິດເຂົ້າ​ຂັບ​ຮ້ອງ ແລະ ສວດ​ມົນພາ​ວະ​ນາ. ຈົດ​ໝາຍອວຍ​ພອນ​ວັນ​ບຸນ​ຄຣິດສະ​ມາດຂອງ​ສະ​ພາ​ສັງ​ຄະ​ລາດ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີຊາວ​ຄຼິດຫວຽດ​ນາມ​ໄດ້​ຖືກ​ສົ່ງ​ໄປ​ເຖິງຊາວ​ຄຼິດ​ໃນ​ທົ່ວ​ປະ​ເທດ. ບັນ​ດາ​ຄຸນ​ພໍ​່​ຢູ່​ຕາມ​ເຂດ ຊາວ​ຄຼິດ​ກໍ​ຂ້ອງ​ຄ່າ​ກັບ​ວຽກ​ງານ​ທຳ​ພິ​ທີ​ສາ​ສະ​ໜາ​ນັບ​ແຕ່​ເຊົ້າ​ຮອດ​ແລງ. ພໍ່​ແມ່​ພີ​ນ້ອງຊາວ​ຄຼິດໄດ້​ໄປ​ໂບດ​ແຕ່ຫຼາຍມື້​ມານີ້ ເພື່ອ​ກະ​ກຽມ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ຂອງ ​ວັນ​ບຸນ​ຄຣິດສະ​ມາດ. ເຂົົາ​ເຈົ້າ​ໄດ້​ຢື້​ຢາມ​ຖາມ​ຂ່າວ ແລະ ອວຍ​ພອນ​ກັນ​ດ້ວຍ​ຄວາມ​ຮັກ​ແພງ​ທີ່​ສຸດ.

   ວັນ​ບຸນ​ແຫ່ງ​ຄວາມ​ຜາ​ສຸກ

    ຊາວ​ຄຼິດຫວຽດ​ນາມ​ພວມ​ຕ້ອນ​ຮັບວັນ​ບຸນ​ຄຣິດສະ​ມາດ​ໃນ​ທ່າມ​ກາງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ຜາ​ສຸກໃນ​ສະ​ພາບ​ທີ່​ປະ​ເທດ​ຊາດ ແລະ ປະ​ຊາ​ຄົມ​ຊາວ​ຄຼິດ​ພວມ​ມີ​ການ​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ. ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ຊີ​ວິດດ​້ານ​ວັດ​ຖຸ ແລະ ຈິດ​ໃຈ​ຈາກ​ພັກ ແລະ ລັດ. ພໍ່​ແມ່​ພີ​ນ້ອງຊາວ​ຄຼິດຢູ່​ຕາມ​ເຂດຊາວ​ຄຼິດ ກໍ​ລ້ວນ​ແຕ່​ປະ​ຕິ​ບັດ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຢ່າງ​ເຂັ້ມ​ງວດ, ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຍົກ​ສູງ​ຊີ​ວິດ​ຄອບ​ຄົວ. ດ້ວຍ​ທິດ​ນຳ “ ເຄົາ​ລົບ​ນັບ​ຖື​ພະ​ເຈົ້າ, ຮັກ​ຊາດ”, “ຢູ່​ໃນ​ສິນ ກິນ​ໃນ​ທຳ” ຊາວ​ຄຼິດຍັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມບັນ​ດາ​ການ​ເຄ​ື່ອນ​ໄຫວມະ​ນຸດ​ສະ​ທຳ​ສັງ​ຄົມ, ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ, ເຂົ້າ​ຮ່ວມຂະ​ບວນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ… ເພາະ​ສະ​ນັ້ນ, ຊີ​ວິດ​ຂອງ​ເຂົາ​ເຈົ້ານັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ, ຫຼາຍ​ຄົນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ອຶດ​ຫິວ, ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮ​ັ່ງ​ມີ​ດ້ວຍ​ເຫື່ອ​ແຮງ​ຂອງ​ຕົນ. ​ວັນ​ບຸນ​ຄຣິດສະ​ມາດປີນີ້, ຊາວ​ຄຼິດຢູ່​ທົ່ວ​ທຸກ​ແຫ່ງ​ຍິ່ງ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ເພາະ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຂັ້ນ​ຕ່າງໆ​ປຸກ​ລະ​ດົມແນ​ໃສ່​ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ກໍ່​ສ້າງ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

   ​ວັນ​ບຸນ​ຄຣິດສະ​ມາດໃນ​ທ່າມ​ກາງ​ຄວາມ​ຮັກ​ແພງ

  ຊາວ​ຄຼິດຫວຽດ​ນາມ​ພວມ​ຕ້ອນ​ຮັບ​ວັນ​ບຸນ​ຄຣິດສະ​ມາດ​ໃນ​ທ່າມ​ກາງ​ຄວາມ​ຮັກ​ແພງ​ຂອງ​ທັງ​ຊາດ. ໃນ​ວັນ​ບຸນ​ຄຣິດສະ​ມາດ​ປີນີ້, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ອວຍ​ພອນ ແລະ ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນ​ກັບ​ເຂົາ​ເຈົ້າ. ຊຸມມື້​ກ່ອນ​ວັນ​ບຸນ​ຄຣິດສະ​ມາດ, ການ​ນຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຂັ້ນ​ຕ່າງໆ ໄດ້​ຈັດ​ບັນ​ດາ​ການ​ເຄ​ື່ອນ​ໄຫວຢື້​ຢາມ​ຖາມ​ຂ່າວ, ອວນ​ພອນ​ບັນ​ດາ​ຜູ້​ມີ​ຍົດສັກ​ຕຳ​ແໜ່ງ ແລະ ຊາວ​ຄຼິດຢູ່​ທ້ອງ​ຖິ່ນ​ຕ່າງໆ. ທີ່່​ເຂດຊາວ​ຄຼິດ ບຸຍ​ຈູ ແຂວງ ນາມດິ້ງ, ທ່ານ​ເລ​ບ້າ​ຈິງ ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ສົ່ງ​ຄຳ​ອວຍ​ພອນ ​ວັນ​ບຸນ​ຄຣິດສະ​ມາດ​ເຖິງ​ບັນ​ດາ​ຜູ້​ມີ​ຍົດສັກ​ຕຳ​ແໜ່ງ, ນັກ​ບວດ ແລະ ຊາວ​ຄຼິດໃນ​ທົ່ວ​ປະ​ເທດ, ພ້ອມ​ທັງ​ຢືນ​ຢັນ​ວ່າ ພໍ່​ແມ່​ພີ​ນ້ອງຊາວ​ຄຼິດແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາ​ດ. ຄະ​ນະ​ຜູ້​ແທນ​ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໂດຍ​ທ່ານ​ວູ້​ຈ້ອງ​ກິມ ​ຮອງ​ປະ​ທານທັງເປັນ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ, ເມື່ອ​ຢ້ຽມ​ຢາມ ແລະ ອວຍ​ພອນ​ສະ​ມາ​ຄົມ​ສາ​ສະ​ໜາ​ໂປ​ແຕັ​ສ​ຕັງ​ພາກ​ເໜືອ​ຫວຽດ​ນາມ​ ກໍ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ເຖິງ​ບັນ​ດາ​ຜູ້​ມີ​ຍົດສັກ​ຕຳ​ແໜ່ງ ແລະ ສາ​ສະ​ນິກ​ກະ​ຊົນ​ໃນສະ​ມາ​ຄົມ​ສາ​ສະ​ໜາ​ໂປ​ແຕັ​ສ​ຕັງຈົ່ງຕ້ອນ​ຮັບ ​ວັນ​ບຸນ​ຄຣິດສະ​ມາດ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ຜາ​ສຸກ.

    ​ວັນ​ບຸນ​ຄຣິດສະ​ມາດ ບໍ່​ພຽງ​ແຕ່​ແມ່ນ​ວັນ​ບຸນ​ຂອງ ຊາວ​ຄຼິດ​ເທົ່າ​ນັ້ນ, ຫາກຍ​ັງ​ໄດ້​ກາຍ​ເປັນ​ວັນ​ບຸນ​ຂອງ​ຊາວ​ຫວຽດ​ນາມຫຼາຍ​ຄົນ​ອີກ​ດ້ວຍ. ໃນ​ຊຸມມື້ນີ້, ພົນ​ລະ​ເມືອງ​ຫວຽດ​ນາມ​ເຖິງວ່າ​ເຊື່ອ​ຖືຫຼືບໍ່​ເຊື່ອ​ຖື​ສາ​ສະ​ໜາ ກໍ​ລ້ວນ​ແຕ່​ໄປ​ໂບດ. ຊາວ​ຄຼິດອາດ​ຈະ​ໄປ​ໂບດ​ເພື່ອ​ສາ​ສະ​ໜາ, ສ່ວນ​ຜູ້ບໍ່​ເຊື່ອ​ຖື​ສາ​ສະ​ໜາ ກໍ​ອາດ​ຈະ​ໄປ​ໂບດ​ເພື່ອ​ອວຍ​ພອນ ແລະ ແບ່ງ​ປັນ​ຄວາມ​ຮັກ​ແພງ​ກັບ​ ຊາວ​ຄຼິດ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ຂອງວັນ​ບຸນ.

   ນີ້​ແມ່ນ​ເສ​ລີ​ພາບ​ໃນ​ການ​ເຫຼື້ອມ​ໃສ

  ແບ່ງ​ປັນ​ກ່ຽວ​ກັບ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ເນື່ອງ​ໃນ​ໂອ​ກາດ ​ວັນ​ບຸນ​ຄຣິດສະ​ມາດ​ປີນີ້, ທ່ານ​ຝ້າມ​ຢຸງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ພາຍ​ໃນ, ຫົວ​ໜ້າ​ຄະ​ນະ​ສາ​ສະ​ໜາ​ລັດ​ຖະ​ບານ ໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງກ່ຽວ​ກັບ​ນະ​ໂຍ​ບາຍຂອງ​ພັກ ແລະ ລັດ​ຫວຽດ​ນາມ​ວ່າ : ຍາມ​ໃດ​ກໍ​ເຄົາ​ລົບ ແລະ ຮັບ​ປະ​ກັນ ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​​ຂອງ​ພົນ​ລະ​ເມືອງ. ສິດນີ້​ໄດ້​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ, ລະ​ບົບ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ການ​ດຳ​ລົງ​ຊີ​ວິດ. ມາ​ຮອດ​ປະ​ຈຸ​ບັ​ັນ, ທົ່ວ​ປະ​ເທດ​ມີ 14 ສາ​ສະ​ໜາ, 38 ອົງ​ການ​ສາ​ສະ​ໜາ, ມີ​ສາ​ສະ​ນິກ​ກະ​ຊົນ 24 ລ້ານ​ຄົນ, ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາ 78.000 ຄົນ ແລະ  ສະ​ຖານ​ທີ່​ທຳ​ພິ​ທີ​ສາ​ສະ​ໜາ 23.000 ກວ່າແຫ່ງ. ການ​ດຳ​ເນີນ​ຊີ​ວິດ​ໃນການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ຢູ່​ຫວຽດ​ນາມ​ໄດ້​ດຳ​ເນີນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ ແລະ ພວມ​ມີແນວ​ໂນ້ມເພີ່ມ​ຂຶ້ນ, ຄວາມ​ຕ້ອງ​ການ​ດ້າ​ນວັດທະ​ນະ​ທຳ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ຍາມ​ໃດ​ກໍ​ຖືກ​ລັດ​ສ້າງ​ເງື່ອນ​ໄຂ​ເພື່ອ​ຕອບ​ສະ​ໜອງ.

   ສາ​ສະ​ໜາ​ພ້ອມ​ກັບ​ການ​ເຫຼື້ອ​ມໃສໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ເຮັດ​ໃຫ້​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ​ເພີ່ມ​ຄວາມ​ອຸ​ດົມ​ສົມ​ບູນ. ​ວັນ​ບຸນ​ຄຣິດສະ​ມາດທີ່​ສະ​ຫງົບ​ສຸກໃນ​ທ່າມ​ກາງ​ຄວາມ​ຮັກ​ແພງ​ຂອງ​ທົ່ວ​ທັງ​ຊາດ ໄດ້​ສະ​ແດງ​ໃຫ້​ເຫັນ​ຈຸດ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ທັງ​ນີ້​ກໍ​ເປັນ​ພະ​ຍານຫຼັກ​ຖານ​ກ່ຽວ​ກັບ​ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ຢູ່​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ