ສິ່ງກະຕຸກຊຸກຍູ້ຕະຫລາດອະສັງຫາລິມະຊັບ


(vovworld)- ການ​ສ້າງ​ບັນ​ດາ​ເງື່ອນ​ໄຂ​​ເພື່ອໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ໄດ້​ຊື້, ກຳ​ມະ​ສິດ​ເຮືອນ​ຢູ່​ການ​ຄ້າ ຢູ່ ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ເປັນ​ຫນ້າ​ສົນ​ໃຈ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່(ສະ​ບັບ​ປັບ​ປຸງ) ​ໂດຍ​ຫ້ອງ​ວ່າ​ການ​ປະ​ທານ​ປະ​ເທດຫາ​ກໍ​ໄດ້​ປະ​ກາດ​ ເມື່ອ​ວັນ​ທີ 11/12/2014. ​ຂໍ້ກຳ​ນົດ​ນີ້​ໄດ້​ຊ່ວຍ​ດຶງ​ດູດ​ແຫລ່ງ​ເງິນ​ຕາ​ຕ່າງ​ປະ​ເທດ, ກະ​ຕຸກ​ຊຸກ​ຍູ້​ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ຜ່ານນັ້ນ ຊຸກ​ຍູ້​ເສດ​ຖະ​ກິດ​ພັດ​ທະ​ນາ.

ສິ່ງກະຕຸກຊຸກຍູ້ຕະຫລາດອະສັງຫາລິມະຊັບ - ảnh 1
ພາບ​ປະ​ກອບ:kinhdoanhnet.vn

        ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່(ສະ​ບັບ​ປັບ​ປຸງ)ແລ້ວ, ອົງ​ການ, ສ່ວນ​ບຸກ​ຄົນ​ຕ່າງ​ປະ​ເທດ​ກຳ​ມະ​ສິດ​ເຮືອນ​ຢູ່ ຢູ່ ຫວຽດ​ນາມ ລວມ​ມີ 3 ໝວດ​ຄື: ອົງ​ການ, ສ່ວນ​ບຸກ​ຄ​ົນ​​ຊ​າວຕ່າງ​ປະ​ເທດລົງ​ທຶນກໍ່​ສ້າງ​ເຮືອນ​ຢູ່ ຕາມ​ໂຄງ​ການ​ຢູ່​ຫວຽດ​ນາມ; ວິ​ສາ​ຫະ​ກິດ​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ສາ​ຂາ, ຫ້ອງ​ການ​ຜູ້​ຕາງ​ຫນ້າ​ຂອງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ກອງ​ທຶນ​ ​ຂອງ​ຕ່າງ​ປະ​ເທດ ແລະ ສາ​ຂາທະ​ນາ​ຄານ​ຕ່າງ​ປະ​ເທດ​ ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ; ສ່ວນ​ບຸກ​ຄົນຊາວ​ຕ່າງ​ປະ​ເທດ​ໄດ້​​ຮັບອະ​ນຸ​ຍາດ​​ໃຫ້ເຂົ້າ​ເມືອງເຂົ້າ ຫວຽດ​ນາມ.

        ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ກໍ​ໄດ້​ກຳ​ນົດ​ຕື່ມ​ອີກ ກ່ຽວ​ກັບ​ອົງ​ການ, ສ່ວນ​ບຸກ​ຄົນ​ຊ​າວ​ຕ່າງ​ປະ​ເທດ ໄດ້​ກຳ​ມະ​ສິດ​ເຮືອນ​ຢູ່ ຢູ່​ຫວຽດ​ນາມ ຜ່ານ​ບັນ​ດາ​ຮູບ​ການ​ລົງ​ທຶນກໍ່​ສ້າ​ງ​ເຮືອນ​ຢູ່ ຕາມ​ໂຄງ​ການ​ຢູ່​ຫວຽດ​ນາມ; ຊື້, ເຊົ່າ, ຮັບ, ມອບ, ຮັບສືບ​ມູ​ນ​ເຮືອນ​ຢູ່​ການ​ຄ້າ.

       ກະ​ຕຸກ​ຊຸກ​ຍູ້ ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ

        ຄວາມ​ຈິງ​ແລ້ວ, ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ໄດ້​ຊື້​ເຮືອນ​ຢູ່ ຢູ່​ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ທົດ​ລອງ​ໃນ 5 ປີ​ຜ່ານ​ມາ, ເຖິງຢ່າງ​ໃດ​ກໍ​ຕາມ, ດ້ວຍ​ບັນ​ດາ​ເງື່ອນ​ໄຂ​ເຂັ້ມ​ງວດ​​ທີ່​ສຸດ​ໄດ້​ເຮັດ​ໃຫ້ຈຳ​ນວນ​ຊາວ​ຕ່າງ​ປະ​ເທດ​ກຳ​ມະ​ສິດ​ເຮືອນ​ຢູ່ ຢູ່ ຫວຽດ​ນາມ ແມ່ນ​ຫນ້ອຍ​ທີ່​ສຸດ. ສະ​ນັ້ນ ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະ​ບັບ​ປັບ​ປຸງ) ເປີດກວ້າງ​ເປົ້າ​ໝາຍ ແລະ ເງື່ອນ​ໄຂ​ໄດ້​ກຳ​ມະ​ສິດ​ເຮືອນ​ຢູ່​ຢູ່​ຫວຽດ​ນາມ​​ສຳ​ລັບອົງ​ການ, ສ່ວນ​ບຸກ​ຄົນຊາວ​ຕ່າງ​ປະ​ເທດນັ້ນ ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ຕັ້ງ​ຫນ້າ​ຈາກ​ຫາງ​ສຽງ. ທ່ານ ເລ​ຮ່​ວ່າງ​ເຈົາ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ອະ​ສັງ​ຫາ​ລິ​ມະ​ຊັບ ນະ​ຄອນ ໂຮ່​ຈິ​ມີນ ຕີ​ລາ​ຄາ​ວ່າ:

        “ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່(ສະ​ບັບ​ປັບ​ປຸງ)ຄັ້ງ​ນີ້ ໄດ້​ສ້າງ​ເງື່ອນ​ໄຂ​ສູງ​ສຸດ​​ເພື່ອໃຫ້​ ຊາວ​ຕ່າງ​ປະ​ເທດ​ຊື້ ແລະ ກຳ​ມະ​ສິດ​ເຮືອນ​ຢູ່ ຢູ່ ຫວຽດ​ນາມ. ຕາມ​ກົດ​ໝາຍ​ດັ່ງ​ກ່າວ​ແລ້ວ, ຊາວ​ຕ່າງ​ປະ​ເທດ ເມື່ອ​ເຂົ້າ​ເມືອງ​ເຂົ້າ​ຫວຽດ​ນາມ ຖ້າ​ມີ​ຄວາມ​ຕ້ອງ​ການ ສາ​ມາດ​ຊື້​ເຮື​ອນ​ຢູ່ ຢູ່​ບັນ​ດາໂຄງ​ການ ​ຊື່ງ​ລັດ​ຖະ​ບານບໍ່​ຫ້າມ.”

        ​ຈຳ​ນວນຊາວ​ຕ່າງ​ປະ​ເທດ​ ກວ່າ 70.000  ຄົນ​ທ​ີ່ພວມ​ເຮັດ​ວຽກ​ ແລະ ທຳ​ມາ​ຫາ​ກິນ​ຢ່າງ​ຍາວ​ນານ​ຢູ່​ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຕ້ອງ​ການ​ເຮ​ືອນ​ຢູ່​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ແມ່ນ​ໃຫຍ່​ຫລວງ. ຫວຽດ​ນາມ ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການນີ້​ ໄດ້​ ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ຫວຽດ​ນາມ​ ພວມ​ເຊື່ອມ​ໂຍງ. ດ​ຣ ຟ້າມ​ຊີ້​ລຽມ, ຮອງ​ປະ​ທານ​ສະ​ມາ​ຄົມ​ໃຫຍ່ກໍ່​ສ້າງ​ຫວຽດ​ນາມ ຖື​ວ່າ:

        “ເລື່ອງ​ເປີດ​ປະ​ຕູ​ທຸກ​ຕະ​ຫລາດ, ໃນ​ນັ້ນ ມີ ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ ຈະ​ເຮັດ​ໃຫ້​ຕະ​ຫລາດ​ເພີ່​ມ​ແຫລ່ງ​ສະ​ຫນອງ. ຍິ່ງກວ່ານັ້ນ ເຂົາ​ເຈົ້າ​ລົງ​ທຶນ​ແບບ​ມື​ອາ​ຊີບ ເຮັດ​ໃຫ້​ພວກ​ເຮົາ​​ມີບົດ​ຮຽນ​ຫລາຍ​ຢ່າງ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ອະ​ສັງ​ຫາ​ລິ​ມະ​ຊັບ. ຫວຽດ​ນາມ ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ​​ຍິ່ງ​ໄວ​ເທົ່າ​ໃດ​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ປັບ​ປຸງລະ​ບອບ​ນະ​ໂຍ​ບາຍ​​ການຕະ​ຫລາດ​ສົມ​ບູນ​ແບບ​ໄວ​ເທົ່າ​ນັ້ນ.”

       ວິ​ໄສ​ທັດໄລ​ຍະ​ຍາວ​

        ການ​ເປີດກວ້າງ​ຕະ​ຫລາດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ຊື້​ເຮືອນ​ຢູ່ ໄດ້​ຮັບ​ຖື​ວ່າ ແມ່ນ​ຮູບ​ການ​ສົ່ງ​ອອກ​ຢູ່​ກັບ​ທີ່. ສຳ​ລັບ​ຜະ​ລິດ​ຕະ​ພັນ​ພິ​ເສດສະ​ເພາະນີ້, ຊາວ​ຕ່າງ​ປະ​ເທດ ພຽງ​ໄດ້​ນຳ​ໃຊ້ ຫາກບໍ່​ສາ​ມາດນຳ​ເອົາ​ບ່ອນ​ອື່ນ​ໄດ້. ດ​ຣ ເລ​ບາ​ຈີ​ເຍີນ, ຜູ້​ຊ່ຽວ​ຊານ​ດ້ານ​ ​ອະ​ສັງ​ຫາ​ລິ​ມະ​ຊັບ ໃຫ້​ຮູ້​ວ່າ:

        “ຊາວ​ຕ່າງ​ປະ​ເທດ​ພຽງ​ເຂົ້າ​ເມືອງ ເຂົ້າ​ຫວຽດ​ນາມ ກໍ່ສາ​ມາດ​ຊື້​ເຮືອນ​ຢູ່​ໄດ້. ນີ້​ແມ່ນ​ປັດ​ໄຈ​ສະ​ດວກ​ທີ່​ສຸດ.ສິ່ງ​ດັ່ງ​ກ່າວ​ແມ່ນ​ແກ້​ໄຂ​ໄດ້ 2 ບັນ​ຫາ ນັ້ນ​ແມ່ນ: ​ທຶນ​ຮອນ​ຖືກຄ້າງ​ໃນ​ໄລ​ຍະ 4-5 ​ປີ ແລະ ຂາຍ​ໄດ້ອະ​ສັງ​ຫາ​ລິ​ມະ​ຊັບ ນີ້​ກໍ​ແມ່ນ​ສິ່ງ​ທີ່ຊື່ງ​ຊາວ​ຕ່າງ​ປະ​ເທດ ມີ​ຄວ​າມ​ຕ້ອງ​ການ.”

        ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ ຫວຽດ​ນາມ ຍັງ​ໄດ້​ຮັບ​ຖື​ວ່າ ແມ່ນ​ຕະ​ຫລາດ​ລົງ​ທຶນ​ອັນ​ດູດ​ດື່ມ. ເລື່ອງ​ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ ສະ​ບັບ​ປັບ​ປຸງ ໄດ້​ກຳ​ນົດ​ລະ​ອຽດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ຊື້​ເຮືອນ​ຢູ່ ຢູ່​ຫວຽດ​ນາມ ໄດ້​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ​ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍ​ມີ​ລັກ​ສະ​ນະ​ຕັ້ງ​ຫນ້າ. ທ່ານ ຫງວຽນ​ງອກ​ແທ່ງ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ​ອະ​ສັງ​ຫາ​ລິ​ມະ​ຊັບ ຖື​ວ່າ:

        “ສຳ​ລັບ​ວິ​ສາ​ຫະ​ກິດ ມັນ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ໃຫມ່​ໃຫ້​ແກ່​ນັກ​ລົງ​ທຶນ, ສ້າງ​ຄວາມ​ຕ້ອງ​ການ​ໃຫມ່​ໃຫ້​ແກ່ ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ ຍ້ອນ​ຊາວ​ຕ່າງ​ປະ​ເທດ​ໄດ້​ອະ​ນຸ​ຍາດ​ຊື້​ເຮືອນ​ຢູ່. ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ລົງ​ທຶນ​ຕ້ອງ​ມີ​ມາດ​ຖານ, ການ​ພົວ​ພັນ​ຄ້າ​ຂາຍ​ຕ້ອງ​ຮັບ​ປະ​ກັນ​ຕາມ​ທຳ​ນຽມ​ສາ​ກົນ. ນັ້ນ​ກ​ໍ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ບັນ​ດານ​ັກ​ລົງ​ທຶນ.”

ສາດ​ສະ​ດາ​ຈານ ດັ້ງ​ຮຸ່ງ​ຫວໍ, ຜູ້​ຊ່ຽວ​ຊານ​​ດ້ານອະ​ສັງ​ຫາ​ລິ​ມະ​ຊັບ ຖື​ວ່າ: ນີ້​ແມ່ນ​ກາ​ລະ​ໂອ​ກາດ​ຍາວ​ນານ​ໃຫ້​ແກ່​ ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບຫວຽດ​ນາມ.

        “ຄຽງ​ຄູ່​ກັບ​ເລື່ອງ​ພວກ​ເຮົາ​ເປີດ​ກວ້າງ​ບັນ​ດາ​ຂໍ້​ກຳ​ນົດ​​ດ້ານ​ກົດ​ໝາຍ​ສຳ​ລັບ​ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່, ພວກ​ເຮົາ​ຍັງ​ມີ​ຫລາຍ​ວຽກ​ງານຕ້ອງ​ເຮັດ, ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ຊາວ​ຕ່າງ​ປ​ະ​ເທດ​ເຊື່ອ​ໝັ້ນ​ວ່າ ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ​ແມ່ນ​ສະ​ຖຽນ​ລະ​ພາບ. “

        ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ ສະ​ບັບ​ປັບ​ປຸງ ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1/7/2015 ເປັນ​ຕົ້ນ​ໄປ. ເລື່ອງ​ກົດ​ໝາຍ​ດັ່ງ​ກ່າວ​ເປີດກວ້າງ​ເປົ້າ​ໝາຍ ແລະ ເງື່ອນ​ໄຂ​ກຳ​ມະ​ສິດ​ເຮືອນ​ຢູ່ ຢູ່ ຫວຽດ​ນາມ ສຳ​ລັບອົງ​ການ, ສ່ວນ​ບຸກ​ຄົນ​​ຊາວຕ່າງ​ປະ​ເທດ ໄດ້​ແກ້​ໄຂ​ສະ​ພາບ​ຕິດ​ຂັດ​ຂອງ​ຂົງ​ເຂດ​ອະ​ສັງ​ຫາ​ລິ​ມະ​ຊັບໃນ​ໄລ​ຍະ​ຜ່ານ​ມາ​, ນຳ​ມາ​ເຊິ່ງ​ແຫລ່ງ​ກຳ​ລັງ​ຫນູນ​ໃຫມ່​ໃຫ້​ແກ່​ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ພາຍ​ໃນ​ປະ​ເທດ, ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ