ສິ່ງທ້າທາຍຂອງ APEC ໃນວິວັດທະນາການ ທ້ອນໂຮມບັນດາພື້ນຖານເສດຖະກິດເປັນເອກະພາບ

ກອງ​ປະ​ຊຸມ​ສຸດຍອດ APEC ໄດ້​ດຳ​ເນີນ​ໃນ​ເວ​ລາ 2 ວັນ​ຄື​ວັນ​ທີ 18 ແລະ 19/11 ຢູ່​ນະ​ຄອນຫຼວງ ມາ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂອງ 21 ພື້ນ​ຖານເສດ​ຖະ​ກິດ​ສະ​ມາ​ຊິກ. ໂດຍ​ຖືກ​ຈັດ​ຂຶ້ນ​ໃນ​ສະ​ພາ​ວະ​ທີ່ APEC ພວມ​ຍູ້​ແຮງ​ລະ​ດັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ​ເສດ​ຖະ​ກ​ິດ, ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ໃນ​ພາກ​ພື້ນ, ກົນ​ໄກ​ຮ່ວມ​ມື​ນີ້ໃນ​ປະ​ຈຸ​ບັນພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງຄື ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ​ໃນ​ທົ່ວ​ໂລກ, ລັດ​ທິກໍ່​ການ​ຮ້າຍ, ໂລກ​ລະ​ບາດ, ຄວ​າມ​ແຕກ​ໂຕນ​ກັນໃນ​ການ​ພັດ​ທະ​ນາ, ມັນ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່ຫຼວງກວ່າ​ອີກ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

 

ສິ່ງທ້າທາຍຂອງ APEC ໃນວິວັດທະນາການ ທ້ອນໂຮມບັນດາພື້ນຖານເສດຖະກິດເປັນເອກະພາບ - ảnh 1
ພາບ​ປະ​ກອບ

     ອາ​ຊີ​-ປາ​ຊິ​ຟິກ​ໃນ​ປະ​ຈຸ​ບັນຍັງ​ຖືກ​ຖື​ວ່າ ແມ່ນ​ພາກ​ພື້ນ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດອາ​ຊີ​-ປາ​ຊິ​ຟິກ (APEC) ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້ຢັ້ງ​ຢືນ​ລັກ​ສະ​ນະປະ​ສິດ​ທິ​ຜົນ​ຂອງ​ກົນ​ໄກ​ນີ. ໃນ​ຮອບ​ເວ​ລາ 20 ປີ​ທີ່​ຜ່ານ​ມາ, ວິ​ວັດ​ການ​ເຊື່ອມ​ໂຍງເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ APEC​ໄດ້​ຊ່ວຍ​ນັບ​ຮ້ອຍ​ລ້ານ​ຄົນ​ໃນ​ພາກ​ພື້ນນີ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ອຶດ​ຫິວ​ທຸກ​ຍາກ, ຊົນ​ຊັ້ນ​ກາ​ງ​ໄດ້​ເພີ່ມ​ຂຶ້ນ​ແຮງ. ຕາມ​ວົງ​ການ​ນັກ​ຊ່ຽ​ວ​ຊານແລ້ວ, ອາ​ຊີ​-ປາ​ຊິ​ຟິກໃນ​ປະ​ຈຸ​ບັນ​ແມ່ນ​ພາກ​ພື້ນ​ທີ່​ມີ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ຫຼາຍ​ສະ​ບັບ ຊຶ່ງ​ພວມ​ໄດ້​ຮັບ​ການ​ຊຸກ​ຍູ້ ແລະ ສຳ​ຄັນ​ແມ່ນ​ລະ​ຫວ່າງ​ບັນ​ດາ​ສັນ​ຍານີ້ ບໍ່​ເກີດການ​ຂັດ​ແຍ້ງ​ດ້ານ​ຜົນ​ປະ​ໂຫຍດ. ນີ້​ແມ່ນ​ເຄື່ອງ​ມື​ທີ່​ສາ​ມາດ​ໃຊ້​ການ​ໃຊ້​ງານ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ພາກ​ພື້ນ​ເປັນ​ເອ​ກະ​ພາບ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ APEC ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ໝັ້ນ​ຄົງ, ປອດ​ໄພ, ແລະ ຮັບ​ປະ​ກັນ​ການພັດ​ທະ​ນາຢ່າງ​ຈະ​ເລີນ​ຮຸ່ງ​ເຮືອງ​ໃຫ້​ທັງ​ພາກ​ພື້ນ​ໃນ​ອະ​ນາ​ຄົດ.

    ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

   ບົດ​ບາດ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ຂອງ​ພາກ​ພື້ນ ອາ​ຊີ​-ປາ​ຊິ​ຟິກ​ໃນ​ແຜນ​ທີ່​ເສດ​ຖະ​ກິດ​ທົ່ວ​ໂລກ​ໄດ້​ຮຽກ​ຮ້ອງ​ຕ້ອງ​ການຍູ້​ໄວ​​ວິ​ວັດ​ທະ​ນາ​ການ​ທ້ອນໂຮມ​ບັນ​ດາພື້ນ​ຖານ ເສດ​ຖະ​ກິດ​ໃນ​ພາກ​ພື້ນເປັນ​ເອ​ກະ​ພາບ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ກໍ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຊຶ່ງ APEC ຕ້ອງ​ປະ​ເຊີນ​ໜ້າ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ໄດ້ຫຼຸດ​ລົງ. ອາ​ຊີ​-ປາ​ຊິ​ຟິກ ເຖິງວ່າ​​ຍັງ​ເປັນ​ກຳ​ລັງ​ໜູນ​ແກ່​ການ​ເຕີບ​ໂຕ​ຢ່າງ​ໃຫຍ່ຫຼວງ​ຂອງ​ໂລກກໍ​ຕາມ, ແຕ່​ລະ​ດັບ​ການ​ເຕີບ​ໂຕ​ໄດ້​ຊັກ​ຊ້າ​ລົງ. ປີ 2015 ແມ່ນ​ປີ​ທີ 3 ຢ່າງ​ລຽນ​ຕິດ, ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ແມ່ນ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ລະ​ດັບ​ການ​ເຕີບ​ໂຕ GDP . ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ລວມນັ້ນ, ໄດ້​ພາ​ໃຫ້​ແຕ່​ລະ​ປະ​ເທດ​ຕ້ອງປະ​ສົບ​ກັບ​ບັນ​ຫາ​ໃດ​ໜຶ່ງ. ນັ້ນ​ແມ່ນ​ສະ​ພາບ​ການ​ວ່າງ​ງານ​ຍັງ​ສູງ​ຢູ່, ​ມີຄວາມ​ຜິດ​ດ່ຽງ​ລະ​ຫວ່າງ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ດ້ານ​ແຮງ​ງານ​ທີ່​ມີ​ສີ​ມື​ການ​ຊ່າງ​ສູງ, ຂາດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ, ຂາດ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ ແລະ ຊ້ອນ​ແຝງ​ຄວາມ​ສ່ຽງໄພຫຼາຍ​ຢ່າງ. ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ ມີ​ການ​ເຕີບ​ໂຕບໍ່​ສະ​ໝ່ຳ​ສະ​ເໝີ. ບາງພື້ນ​ຖານ ເສດ​ຖະ​ກິດ​ພວມ​ເຕີບ​ໂຕ​ຊັກ​ຊ້າ​ລົງ​ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ອນນີ້ 2-3 ປີ, ຊ້ຳ​ບໍ​ໜຳ ການ​ພັດ​ທະ​ນາ​ຂາດ​ລັກ​ສະ​ນະໝັ້​ນ​ຄົງ ໃນ​ຂະ​ນະ​ທີ່​ບາງພື້ນ​ຖານເສດ​ຖະ​ກິດ​​ອື່ນ​ພວມ​ຄ່ອຍໆ​ເຕີບ​ໂຕ​ດີ​ຂຶ້ນ. ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ພາ​ກ​ພື້ນ ຍັງ​ປະ​ສົບ​ກັບ​ຮົ້ວ​ກີດ​ຂວາງ ຂາດ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ອາ​ໄສຫຼາຍ​ເກີນ​ໄປ​ຕໍ່​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ປະ​ເທດ​ຈຳ​ນວ​ນ​ໜຶ່ງ. ມີ​ສິ່ງ​ທ້າ​ທາຍ​ໃຫຍ່​ອີກ​ອັນ​ໜຶ່ງ ນັ້ນ​ແມ່ນ​ສະ​ພາບຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ໄສຫຼາຍ​ເກີນ​ໄປ​ຕໍ່​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ບັນ​ດາ​ຄວ​າມ​ອ່ອນດ້ອຍ ຈຳ​ກັ​ດ​ທາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ. ພ້ອມ​ກັນ​ນັ້ນ ແມ່ນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ເກີດ​ມາ​ຈາກ​ຕາ​ເວັນ​ອອກ​ກາງ, ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ວາ​ຕຸງ ຫຼື​ການ​ຟື້ນ​ຕົວ​ຂຶ້ນຂອງ​ລັດທິກໍ່​ການ​ຮ້າຍ ທີ່​ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່ພາກ​ພື້ນໃນ​ບໍ່​ວ່າ​ເວ​ລາ​ໃດ. ສິ່ງ​ທ້າ​ທາຍ​ທັງ​ໝົດ​ເຫຼົ່າ​ນັ້ນ ອາດ​ຈະ​ກີດ​ຂວາງ​ວິ​ວັດ​ທະ​ນາ​ການ​ທ້ອນໂຮມ​ບັນ​ດາພື້ນ​ຖານ ເສດ​ຖະ​ກິດ​ APEC ເປັນ​ເອ​ກະ​ພາບ.

    ບາດ​ກ້າວ​ເດີນ​ຂອງ APEC ຢູ່ ມາ​ນີ​ລາ

  ໃນສະ​ພາບເສດ​ຖະ​ກິດ, ການ​ເມືອງ​ສາ​ກົນ​ມີ​ຄວາມ​ສັບ​ສົນ​ເຊັ່ນ​ນັ້ນ, APEC 2015 ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທາ​ນ​ຂອງ​ຟີ​ລິບ​ປິນ, ໄດ້​ຊອ​ກຫາທິດ​ກ້າວ​ເດີນ​ທີ່​ເໝາະ​ສົມ. APEC 2015 ໄດ້​ກຳ​ນົດ​ຢ່າງ​ຖືກ​ທິດ​ກ່ຽວ​ກັບ​ຫົວ​ເລື່ອງ ແລະ ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຮ່ວມ​ມື​ຂອງ APEC. ນັ້ນ​ແມ່ນ​ເລັ່ງ​ໃສ່​ແກ້​ໄຂ​ສະ​ພາບ​ການ​ພັດ​ທະ​ນາບໍ່​ກ້ຳ​ເກີງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ເພື່ອ​ຮັບ​ປະ​ກັນ​ບັນ​ດາພື້ນ​ຖານເສດ​ຖະ​ກິດ​​ສະ​ມາ​ຊິກ APEC ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ດ້ວຍ​ຈຸດໝາຍ “ບໍ່​ມີ​ໃຜ​ຖືກ​ປະ​ປ່ອຍ​ຢູ່​ທາງຫຼັງ”. APEC 2015 ປີນີ້, ເນັ້ນ​ໜັກ​ເຖິງ​ການ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ຂົງ​ເຂດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ສ້າງ​ເງື່ອນ​ໄຂ​ສະ​ດວກຫຼາຍ​ກ່​ວາ​​ເພື່ອໃຫ້ບ​ັນ​ດາວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍໄດ້​ສຳ​ພັດ​ກັບ​ແຫຼ່ງ​ທຶນ​ກູ້​ຢືມ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ໃຊ້​ການ​ຄ້າ​ເອ​ເລັກໂຕ​ນິກ, ສົມ​ທົບ​ກັບ​ບັນ​ດາວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ ແນ​ໃສ່​ນຳ​ໃຊ້​ກາ​ລະ​ໂອ​ກາດ​ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ. APEC ໄດ້​ເຫັນ​ສ້າງຕັ້ງ​ກົນ​ໄກ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ບັນ​ດາ​ສັນ​ຍາ​ການ​ຄ້າ​ພວມ​ເຈ​ລະ​ຈາ, ຈາກນັ້ນ​ກໍ​ເກັບ​ກຳ ແລະ ສົມ​ທຽບ​ຂໍ້​ມູນ​ຂ່າ​ວສານກ່ຽວ​ກັ​ບ FTA ເພື່ອ​ຮັບ​ປະ​ກັນ​ບໍ່​ເກີດ​ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ບັນ​ດາ​ສັນ​ຍາ.

     ບັນ​ດາພື້ນ​ຖານເສດ​ຖະ​ກິດ​ APEC ໄດ້​ເຫັນ​ດີ​ຊອກ​ຫາ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່ ມີ​ຄຸນ​ນະ​ພາບກວ່າ. ຕາມນັ້ນ​ແລ້ວ, ບັນ​ດາພື້ນ​ຖານເສດ​ຖະ​ກິດ​ APEC ໄດ້​ເຫັນ​ດີ​ຍົກ​ອອກ​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ​ຂອງ APEC , ວາງ​ຈຸດ​ສຸມ​ເຂົ້າ​ໃນ 3 ມາດ​ຖານ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ການ​ເຕີບ​ໂຕ​ທີ່​ມີ​ຄຸນ​ນະ​ພາບ ລວມ​ມີ​ການ​ສ້າງ​ລະ​ບອບ​ລະບຽບ​ການ, ວຽກ​ງານ​ສັງ​ຄົມ​ຕ້ອງ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ.

      ໄລ​ຍະ​ທາງ​ຂອງວິ​ວັດ​ທະ​ນາ​ການ​ທ້ອນໂຮມ​ບັນ​ດາພື້ນ​ຖານເສດ​ຖະ​ກິດ​ຢູ່ ອາ​ຊີ​-ປາ​ຊິ​ຟິກເປັນ​ເອ​ກະ​ພາບ ຍັງ​ຄົງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່, ມັນ​ຮຽກ​ຮ້ອງ​ໃຫ້​​ແຕ່​ລະພື້ນ​ຖານເສດ​ຖະ​ກິດສະ​ມາ​ຊິກ​ຕ້ອງ​ມານ​ະ​ພະ​ຍາຍາມຫຼາຍ​ກ່​ວາ​ອີກ. ແຕ່​ທຸກ​ສິ່ງ​ທີ່ APEC ບັນ​ລ​ຸ​ໄດ້​ຢູ່​ມາ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ ໃນ​ຄັ້ງ​ນີ້ ໄດ້​ຮັບ​ຖື​ວ່າ ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ທີ່​ສຳ​ຄັນ, ສ້າງ​ກຳ​ລັງ​ຊຸກ​ຍູ້​ໃໝ່​ໃຫ້​ແກ່​ທຸກໆພື້ນ​ຖານເສດ​ຖະ​ກິດ​​ສະ​ມາ​ຊິກ​ໃນ​ສ​ພາບ​ການ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ