ສັນຍາ ເຊີແນວ: ບົດຮຽນຜູກມັດຢ່າງແໜ້ນແຟ້ນລະຫວ່າງທ່ວງທ່າ ແລະ ກຳລັງແຮງໃນການເຄື່ອນໄຫວການທູດ

(VOVWORLD) - ເປັນຄັ້ງທຳອິດ, ຫວຽດນາມ ໄດ້ຮັບການຮັບຮູ້ດ້ວຍສັນຍາສາກົນທີ່ມີຄຸນຄ່າ ດ້ວຍການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດ.

        ກ່ອນນີ້ 70 ປີ (ວັນທີ 21 ກໍລະກົດ 1954), ພ້ອມກັບໄຊຊະນະປະຫວັດສາດ ດ້ຽນບຽນຝູ, ໄຊຊະນະໃນຂົງເຂດການທູດຢູ່ກອງປະຊຸມ ເຊີແນວ, ດ້ວຍເລື່ອງເຊັນສັນຍາຢຸດສູ້ຮົບ, ສ້າງສັນຕິພາບຄືນໃໝ່ຢູ່ ອິນດູຈີນ ໄດ້ຢຶນຢັນທີ່ຕັ້ງຂອງພື້ນຖານການທູດ ຫວຽດນາມ ບົນເວທີສາກົນ, ນຳ ຫວຽດນາມ ກາຍເປັນປັດໄຈທີ່ບໍ່ອາດຂາດໄດ້ໃນການປັບປຸງສັນຕິພາບ ແລະ ການພັດທະນາຂອງໂລກທີ່ທັນສະໄໝ. ພາຍຫຼັງ 70 ປີ, ກອງປະຊຸມ ເຊີແນວ ດ້ວຍສັນຍາປະຫວັດສາດນັ້ນ ໄດ້ສ້າງບົດຮຽນອັນລ້ຳຄ່າຫຼາຍຢ່າງ, ໃນນັ້ນ, ພົ້ນເດັ່ນແມ່ນບົດຮຽນຂອງການຜູກມັດລະຫວ່າງທ່ວງທ່າ ແລະ ກຳລັງແຮງບົ່ມຊ້ອນໃນການເຄື່ອນໄຫວການຕ່າງປະເທດ.

        “ຕ້ອງເບິ່ງໃນກຳລັງແຮງທີ່ແທ້ຈິງ. ກຳລັງແຮງເຂັ້ມແຂງ, ການທູດກໍ່ຈະມີໄຊ. ກຳລັງແຮງທີ່ແທ້ຈິງນັ້ນແມ່ນ ຄ້ອງ, ການທູດການສຽງຄ້ອງ. ຄ້ອງໃຫຍ່ຈຶ່ງມີສຽງດັງແຮງ”. ນີ້ແມ່ນຄຳຢືນຢັນຂອງປະທານ ໂຮ່ຈີມິນ ໃນວັນທີ 26 ທັນວາ 1945 ກ່ຽວກັບທີ່ຕັ້ງ, ບົດບາດຂອງວຽກງານການທູດ. ຄຳເວົ້າຂອງປະທານ ໂຮ່ຈີມິນ ໄດ້ໝູນໃຊ້ຢ່າງເຖິງຖອງໃນສະພາບຕົວຈິງຂອງປະຫວັດສາດການຕໍ່ສູ້ໃນແນວຮົບການທູດຂອງ ຫວຽດນາມ ໃນບັນດາການຕໍ່ສູ້ປົດປ່ອຍຊາດ, ເຊິ່ງສັນຍາ ເຊີແນວ ແມ່ນຕົວຢ່າງໜຶ່ງ. ນີ້ແມ່ນຂີດໝາຍສຳຄັນໃນປະຫວັດສາດການທູດ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ ແລະ ຊອບທຳໃຫ້ແກ່ຊາດ ຫວຽດນາມ.

ບໍ່ພຽງແຕ່ແມ່ນເຫດການທາງການທູດດ້ຽນດຽວ

        ຕາມທ່ານສາດສະດາຈານ, ປະລິນຍາເອກ ຫວູມິງຢາງ, ຮອງປະທານສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ແລ້ວ, ສັນຍາ ເຊີແນວ ບໍ່ພຽງແຕ່ແມ່ນເຫດການທາງການທູດດ້ານດຽວເທົ່ານັ້ນ, ມັນແມ່ນການໂຮມຍອດຍິ່ງຂອງທັງວິວັດການຕໍ່ສູ້ຍາດເອົາເອກະລາດຂອງຊາດທີ່ຍາວນານ, ເລີ່ມຈາກການປະຕິວັດເດືອນ ສິງຫາ ຮອດ 9 ປີຂອງການຕໍ່ສູ້ຕ້ານ ຝລັ່ງ, ເຊິ່ງຈຸດສຸດຍອດແມ່ນໄຊຊະນະ ດ້ຽນບຽນຝູ ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທືອນ:

        “ສັນຍາ ເຊີແນວ ແມ່ນການສ່ອງແສງໃຫ້ເຫັນຜົນສຳເລັດຂອງການຕໍ່ສູ້ທີ່ຍິ່ງໃຫຍ່. ກ່ອນສັນຍາ ເຊີແນວ, ຍັງບໍ່ທັນມີສັນຍາໃດທີ່ໄດ້ຢັ້ງຢືນໄດ້ສິດເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນເທື່ອ. ຫຼືເວົ້າອີກແນວໜຶ່ງແມ່ນ, ຕ້ອງອີງໃສ່ພື້ນຖານມີທ່ວງທ່າ ແລະ ກຳລັງແຮງໃໝ່ດ້ວຍໄຊຊະນະ ດ້ຽນບຽນຝູ ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທືອນຄືແນວນັ້ນ, ບັນດາສິ່ງທີ່ຍ້ອມຮັບກ່ຽວກັບສິດຕັດສິນໃຈເອງໃນເອກະລາດຊົນຊາດຈຶ່ງໄດ້ຈົດໄວ້ຢ່າງຄົບຖ້ວນໃນສັນຍາ. ເປັນຄັ້ງທຳອິດ, ຫວຽດນາມ ໄດ້ຮັບການຮັບຮູ້ດ້ວຍສັນຍາສາກົນທີ່ມີຄຸນຄ່າ ດ້ວຍການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດ. ເປັນທີ່ຈະແຈ້ງແລ້ວວ່າ, ສິ່ງດັ່ງກ່າວທັງສ່ອງແສງທີ່ຕັ້ງຂອງ ຫວຽດນາມ, ແຕ່ກໍ່ເປັນການຢືນຢັນທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນນຳອີກ”.

        ໄຊຊະນະ ດ້ຽນບຽນຝູ ໄດ້ສ້າງສຽງດັງກອງກັງວານຂະໜາດໃຫຍ່ຂອບເຂດທົ່ວໂລກ, ສົ່ງຜົນກະທົນຢ່າງແຮງຕໍ່ກອງປະຊຸມ ເຊີແນວ, ເປັນຄັ້ງທຳອິດນຳທີ່ ຫວຽດນາມ ເຂົ້າຮ່ວມການເຈລະຈາຫຼາຍຝ່າຍ ດ້ວຍການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດ. ຫວຽດນາມ ເຂົ້າຮ່ວມກອງປະຊຸມ ເຊີແນວ ດ້ວຍຖານະຂອງຊາດຮັບໄຊຊະນະ, ບັງຄັບໃຫ້ສັດຕູຕ້ອງຍອມຮັບບັນດາສິດຊົນຊາດພື້ນຖານຂອງ ຫວຽດນາມ. ທ່ານອະດີດຫົວໜ້າສະຖາບັນການຕ່າງປະເທດ ຫວຽດນາມ ຫວູເຢືອຮວນ, ຢືນຢັນວ່າ:

        “ເປັນທີ່ຈະແຈ້ງແລ້ວວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນການຕໍ່ສູ້ເຮັດໃຫ້ຍຸດທະສາດທັງໝົດຂອງ ຝລັ່ງ ສັ່ນສະເທືອນ. ຖ້າບໍ່ມີໄຊຊະນະ ດ້ຽນບຽນຝູ, ກໍ່ບໍ່ສາມາດບັນລຸໝາກຜົນສູງໃນການເຈລະຈາຢູ່ກອງປະຊຸມ ເຊີແນວ. ຍ້ອນຜົນກະທົບຂອງໄຊຊະນະ ດ້ຽນບຽນຝູ ໄດ້ສົ່ງຜົນກະທົບຕໍ່ພາຍໃນ ຝລັ່ງ ເອງ, ເຮັດໃຫ້ຂະບວນການຕ້ານສົງຄາມຂອງປະຊາຊົນ ຝລັ່ງ ເພີ່ມຂຶ້ນສູງ, ເຮັດໃຫ້ພາຍໃນລັດຖະບານ ຝລັ່ງ, ສະພາແຫ່ງຊາດ ຝລັ່ງ ຄອນແຄນ. ນັ້ນແມ່ນບັນດາຄວາມສະດວກ, ສ້າງບາດລ້ຽວໃຫ້ແກ່ທ່ວງທ່າ ແລະ ກຳລັງແຮງຂອງພວກເຮົາໃນໂຕະເຈລະຈາ”.

ບົດຮຽນປະຫວັດສາດອັນລ້ຳຄ່າກ່ຽວກັບທ່ວງທ່າ ແລະ ກຳລັງແຮງບົ່ມຊ້ອນໃນວິວັດການຕໍ່ສູ້ທາງການທູດ

        ພາຍຫຼັງ 70 ປີ, ສັນຍາ ເຊີແນວ ດ້ວຍບົດຮຽນສົມທົບ, ການປະສານກັນຢ່າງເປັນຈັງຫວະລະຫວ່າງ “ສຽງຄ້ອງ” ການທູດກັບ “ຄ້ອງ” ແມ່ນກຳລັງແຮງທີ່ແທ້ຈິງຂອງປະຕິວັດ; ສົມທົບລະຫວ່າງການທູດກັບການເມືອງ, ການທະຫານເພື່ອໃຫ້ “ສຽງຄ້ອງ” ໄດ້ດັງກ້ອງໄປໄກ, ຕ້ານຄືນສັດຕູທີ່ແຂງກ້າກວ່າແມ່ນຍັງມີຄຸນຄ່າເໝືອນເດີມ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນດຶກຮ່ວາ, ຢູ່ມະຫາວິທະຍາໄລ ໄຊ່ງ່ອນ, ຖືວ່າ:

        “ຄວາມໝາຍ, ຜົນສະທ້ອນ, ຜົນກະທົບຂອງສັນຍາ ເຊີແນວ ຍັງກວ້າງເລິກຢູ່ ແລະ ພວກເຮົາຕ້ອງຮູ້ວິທີເສີມຂະຫຍາຍ. ໂລກໄດ້ຮູ້ຈັກພາບພົດທີ່ສະຫງ່າອົງອາດຂອງຊາດທີ່ຍາດໄດ້ໄຊຊະນະຢູ່ ດ້ຽນບຽນຝູ, ສະນັ້ນ, ໂລກກໍ່ຕ້ອງຢາກເຫັນປະເທດ ຫວຽດນາມ ທີ່ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ. ສະນັ້ນ, ຄວາມຊົງຈຳກ່ຽວກັບຄວາມສະຫງ່າອົງອາດຂອງ ດ້ຽນບຽນຝູ ຈະບໍ່ຈືດຈາງໃນຈິດໃຈຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນໃນໂລກ”.

        ໃນວັນນີ້, ເມື່ອປະເທດຊາດມີສັນຕິພາບ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງນັ້ນ “ຄ້ອງ” ສຳລັບວຽກງານການພົວພັນຕ່າງປະເທດນັ້ນແມ່ນທ່ວງທ່າ ແລະ ກຳລັງແຮງຂອງ ຫວຽດນາມ ບົນເວທີສາກົນ. ເພາະສະນັ້ນ, ການພົວພັນກັບຕ່າງປະເທດຂອງ ຫວຽດນາມ ໄດ້ ແລະ ພວມສືບຕໍ່ເສີມຂະຫຍາຍບົດຮຽນຂອງການສົມທົບລະຫວ່າງທ່ວງທ່າ ແລະ ກຳລັງແຮງໃນການເຈລະຈາສັນຍາ ເຊີແນວ 70 ປີກ່ອນນີ້ ບົນພື້ນຖານການທູດ “ໄມ້ໄຜ່ ຫວຽດນາມ”, ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອປະຕິບັດເປົ້າໝາຍສ້າງປະເທດ ຫວຽດນາມ ໝັ້ນຄົງເຂັ້ມແຂງໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ