ສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ - EU: ແງ່ຫວັງການຮ່ວມມືໃໝ່

ພາຍຫຼັງ​ດຳ​ເນີນ​ມາ​ເປັ​ນ​ເວ​ລາ 3 ປີ, ດ້ວຍ​ການ​ເຈ​ລະ​ຈາຢ່າງ​ເປັນ​ທາງ​ການ 14 ຄັ້ງ  ແລະ ການ​ເຈ​ລະ​ຈາ​ກາ​ງສະໄໝຫຼາຍ​ຄັ້ງ, ວັນ​ທີ 4/8, ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ EU ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັ​ບ​ການ​ສິ້ນ​ສຸດ​ການ​ເຈ​ລະ​ຈາເນື້ອ​ໃນ​ພື້ນ​ຖານທັງ​ໝົດຂອງສັນ​ຍາ. ສິ່ງ​ດັ່ງ​ກ່າວ ໄດ້​ເປີດບັນ​ດາ​ແງ່​ຫວັງແຫ່ງ​ການ​ຮ່ວມ​ມື, ພັດ​ທະ​ນາ​ໃໝ່​ທີ່​ມີ​ຕໍ່​ຫວຽດ​ນາມ ແລະ EU.

 

ສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ - EU: ແງ່ຫວັງການຮ່ວມມືໃໝ່ - ảnh 1
ການ​ປະ​ຊຸມ​ຂ່າ​ວສິ້ນສຸດ​ໂດຍ​ພື້ນ​ຖານການເຈລະຈາສັນຍາການຄ້າເສລີ ລະຫວ່າງຫວຽດນາມ - EU

    ວັນ​ທີ 26/6/2012, ຮອບ​ເຈ​ລະ​ຈາ ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ - EU (EVFTA) ໄດ້​ເລີ່ມ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ. ດ້ວຍ​ຈິດ​ໃຈ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ໄຫວ​ພິບ​ຂອງ​ທັງ​ຫວຽດ​ນາມ ແລະ  EU, ບັນ​ດາ​ຮອບ​ເຈ​ລະ​ຈາ​ໄດ້​ມີ​ຄວາມ​ຄືບ​ໜ້າ​ດີ. ພາຍຫຼັງ ການ​ເຈ​ລະ​ຈາ​ຄັ້ງ​ທີ 14 ຊຶ່ງ​ດຳ​ເນີນ​ໃນ​ວັນ​ທີ 13 ແລະ 14/7/2015, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ອຸດ​ສາ​ຫະ​ກຳ-ການ​ຄ້າຫວຽດ​ນາມ ວູ້​ຮີ​ຮ່​ວາງ ແລະ​ ຂະຫຼວງໃຫຍ່​ການ​ຄ້າ EU ທ່ານ​ນາງ Cecilia Malmstrom ໄດ້​ເປັນ​ເອ​ກະ​ພາບ​ກັນ​ສິ້ນ​ສຸດ​ໂດຍ​ພື້ນ​ຖານ​ການ​ເຈ​ລະ​ຈາສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ - EU. FTA ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສັນ​ຍາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ສຸດ​ຂອງ​ຫວຽດ​ນາມ ແລະ EU, ຊຶ່ງ​ຄາດ​ວ່າ​ຈະ​ນ​ຳມາ​ຊຶ່ງຜົນ​ປະ​ໂຫຍດ​ສູງ​ສຸດ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ 2 ຝ່າຍ.

     ກາ​ລະ​ໂອ​ກາດເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ສິ​ນ​ຄ້າ, ເປີດ​ກ້​ວາງ​ຕະຫຼາດ​ລະ​ຫວ່າງ​ຫວຽດ​ນາມ- EU

  ຂະຫຼວງໃຫຍ່​ການ​ຄ້າ EU ທ່ານ​ນາງ Cecilia Malmstrom ໄດ້ຕີ​ລາ​ຄາ​ສັນ​ຍາ​ກັບ​ຫວຽດ​ນາມ​ແມ່ນ​ລື່ນ​ກາຍ​ຢ່າງ​ຂາດ​ຂັ້ນ​ເມື່ອ​ທຽບ​ໃສ່​ບັນ​ດາ FTA ຊຶ່ງ EU ໄດ້​ເຊັນ​ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ພ້ອມ​ທັງ​ສ້າງ​ມາດ​ຕະ​ຖານ​ທີ່​ດີ​ໃນ​ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພາ​ຄີ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເວົ້າ​ລວມ. ສັນ​ຍາ​ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່ມື້​ລົງ​ລາຍເຊັນ ແລະ ປະ​ມານ 65% ປະ​ລິ​ມານ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໄປ​ຍັງ​ພາກ​ພື້ນນີ້ ແມ​່ນບໍ່​ຕ້ອງ​ເສຍ​ພາ​ສີ​​ໃນ​ມື້​ທຳ​ອິດ. ພ້ອມ​ກັບ​ການ​ລົບ​ລ້າງ​ພາ​ສີ​, ​ຫວຽດ​ນາມ ແລະ EU ຈະ​ລົບ​ລ້າງ​ບັນ​ດາ​ອັດ​ຕາ​ພາ​ສີ​ຂາ​ອອກ​ຂ​າ​ເຂົ້າ​ເກືອບ​ທັງ​ໝົດ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ສຳ​ພັດ​ກັບ​ຕະຫຼາດ​ໃໝ່​ໃນ​ຂົງເຂດ​ການ​ບໍ​ລິ​ການ ແລະ ການ​ລົງ​ທຶນ. 2 ຝ່າຍ​ຈະ​ລົບ​ລ້າງກວ່າ 99% ຈຳນວນ​ປະ​ເພດ​ພາ​ສີຕາມ​ແຜນ​ການ. ນີ້​ອາດ​ຈະ​ແມ່ນ​ລະ​ດັບການ​ໝັ້ນໝາຍ​ສູງ​ສຸດ​ຊຶ່ງ​ຫວຽດ​ນາມ​ບັນ​ລຸ​ໄດ້​ໃນ​ບັນ​ດາ​ສັນ​ຍາ FTA ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ມາ​ຮອດ​ປະ​ຈຸ​ບັນ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ອຸດ​ສາ​ຫະ​ກຳ-ການ​ຄ້າຫວຽດ​ນາມ ວູ້​ຮີ​ຮ່​ວາງ ຊີ້​ແຈ້ງວ່າ : 

    “ ລັກ​ສະ​ນະ​ການ​ໜູນ​ຊ່ວຍ ແລະ ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ໃນ​ສັນ​ຍານີ້ ແມ່ນ​ສຳ​ຄັນ. EVFTA ໄດ້​ຮັບ​ການ​ລົງ​ນາມ ຈະ​ສືບ​ຕໍ່​ແມ່ນ​ໂອ​ກາດ​ທີ່​ສະ​ດວກ​ເພື່ອ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ຂອບ​ຂະ​ໜາດ​ຮ​່ວມ​ມືໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ຂາ​ອອກ​ຂາ​ເຂົ້າ. ກ່ຽວ​ກັບ​ຂົງ​ເຂດ​ກະ​ສີ​ກຳ, ເມ​ື່ອ​ສັນ​ຍາ​ມີ​ຜົນ​ບັງ​ຄັບ​ໃຊ້, ບັນ​ດາ​ປະ​ເພດ​ສິນ​ຄ້າ​ກະ​ສີ​ກຳ​ຂອງ​ຫວຽດ​ນາມ, ໃນ​ນັ້ນ ມີ​ຜັກ, ສິນ​ໃນ​ນ້ຳ ແລະ ເຂົາ້​ສານຈະ​ໄດ້​ຮັບ​ບຸ​ລິມະ​ສິດ​ດ້ານ​ອັດ​ຕາພາ​ສີ​​ຈາກ EU . ກົງ​ກັນ​ຂ້າມ, ສຳ​ລັບ​ບາງ​ຜະ​ລິດ​ຕະ​ພັນ​ກະ​ສີ​ກຳ​ຊຶ່ງ ​ EU ມີ​ທ່າ​ແຮງ ຄື ຜະ​ລິດ​ຕະ​ພັນ​ເຂົ້າ​ບະ​ເລ, ໝາກ​ໄມ້, ບາງ​ຜະ​ລິດ​ຕະ​ພັນ​ສັດ​ລ້ຽງ​ນັ້ນ, ​ທາງ​ຝ່າຍຫວຽດ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ສົ່ງ​ອອກຂອງ EU ສາ​ມາດ​ສົ່ງ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ອອກ​ຂາຍໃຫ້​ຫວຽດ​ນາມ”

    ສະ​ເພາະ​ແຕ່​ການຫຼຸດຜ່ອນ​ພາ​ສີ ກໍ​ຈະ​ເຮັດ​ໃຫ້​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໄປ​ຍັງ  EUເພີ່ມ​ຂຶ້ນ​ປະ​ມານ 30% ຫາ 40%, ສູງກວ່າ​ລະ​ດັບ​ສົ່ງ​ອອກ​ໃນ​ກໍ​ລະ​ນີບໍ່​ມີ​ສັນ​ຍາ. ບັນ​ດາ​ຂະ​ແໜງ​ການ​ທີ່​ອາດ​ຈະ​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ໝູ່​ຈາກ FTA ລວມ​ມີ ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ, ປຸງ​ແຕ່ງ​ອາ​ຫານ. ຂົງ​ເຂດ​ການ​ບໍ​ລິ​ການ ກໍ​ເປີດ​ກ້​ວາງຫຼາຍ​ພໍ​ສົມ​ຄວນ​ຍ້ອນ​ມີ FTA .

    FTA ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງຫວຽດ​ນາມ ແລະ EU

  ໃນ​ຂົງ​ເຂດ​ການ​ລົງ​ທຶນ, ບັນ​ດາ​ຄຳ​ໝັ້ນສັນ​ຍາ​ທີ່​ແນ​ໃສ່​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ກາ​ນລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ທີ່​ສະ​ດວກ​ສະ​ບາຍກວ່າ​ໃນ​ສັນ​ຍາ FTA  ຈະ​ຊ່ວຍ​ຊຸກ​ຍູ້​ແຫຼ່ງ​ເງິນ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ  EU ​ແລະ ບັນ​ດາ​ຄູ່​ຮ່ວມ​ມື​ອື່ນໆ​ເຂົ້າ​ຫວຽດ​ນາມ. ດ້ວຍ​ຂອບ​ຂະ​ໜາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ການ​ລົງ​ທຶນ​ຂອງ  EU ໃນ​ພາກ​ພື້ນ. ສິ່ງນີ້​ຈະ​ຊຸກ​ຍູ້​ວິ​ວັດ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ຕັ້ງ​ໜ້າ​ຂອງ​ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ອຸດ​ສາ​ຫະ​ກຳ-ການ​ຄ້າຫວຽດ​ນາມ ວູ້​ຮີ​ຮ່​ວາງ ຢືນ​ຢັນ​ວ່າ : 

    “ ດ້ວຍ​ບັນ​ດາ​ທ່າ​ໄດ້​ປຽບ, ຜົນ​ປະ​ໂຫຍດ​ຂອງ FTA ຊຶ່ງ​​ຫວຽດ​ນາມ ແລະ EU ໄດ້​ລົງ​ນາມ ຈະ​ປະ​ກອບ​ສ່ວ​ນ​ສຳ​ຄັນສຳ​ລັບ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ຍູ້​ແຮງ​ການ​ເຊື່ອມ​ໂຍງເຂົ້າ​ກັບ​ສາ​ກົນ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ແລະ ນຳ​ຫວຽດ​ນາມ​ໃຫ້​ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ໃນ​ເວ​ທີ່​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ໂລກ ”

   ເມ​ືຶ່ອ FTA ໄດ້​ຮັບ​ການ​ລົງ​ນາມ​ດ້ວຍບັນ​ດາ​ຄຳ​ໝັ້ນສັນ​ຍາ​ທີ່​ແນ​ໃສ່​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ກາ​ນລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ທີ່​ສະ​ດວກ​ສະ​ບາຍກວ່າ, ຈະ​ຊ່ວຍ​ຊຸກ​ຍູ້​ແຫຼ່ງ​ເງິນ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ  EU ​ແລະ ບັນ​ດາ​ຄູ່​ຮ່ວມ​ມື​ອື່ນໆ​ເຂົ້າ​ຫວຽດ​ນາມ. ຕາມນັ້ນ​ແລ້ວ, ຫວຽດ​ນາມ​ມີ​ກາ​ລະໂອ​ກາດຕື່ມ​ອີກ​ເພື່ອ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ທີ່​ມີ​ມຸນ​ຄ່າ​ເພີ່ມ​ສູງ, ມີ​ເຕັກ​ໂນ​ໂລ​ຢີທີ່​ກ້າວ​ໜ້າ​ເຂົ້າ​ຫວຽດ​ນາມ.

     ກ່ຽວ​ກັບ​ຄວາມ​ໝາຍ​ຂອງສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ - EU, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ​ EU ປະ​ຈຳຫວຽດ​ນາມ ໃຫ້​ຮູ້​ວ່າ : 

    “ ສັນ​ຍານີ້ ແມ່ນຫຼັກ​ໝາຍ​ທີ່​ສຳ​ຄັນ​ໃນ​ການ​ຮ​່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ  EU ແລະ ອາ​ຊຽນ. ພາຍຫຼັງ​ທີ່​ສຳ​ເລັດ FTA ກັບ​ສິງ​ກະ​ໂປ, ນີ້​ແມ່ນ FTA ທີ 2 ລະ​ຫວ່າງ EU ແລະ ອາ​ຊຽນ. ສັນ​ຍານີ້ ໄດ້​ສ້າງ​ຮູບ​ແບບ​ໃໝ່​ທີ່​ດີກວ່າ ແລະ ທັນ​ສະ​ໄໝ​ກວ່າ​ສຳ​ລັບ​ບັນ​ດາ ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ EU ແລະ ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ”

     ພາຍຫຼັງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ FTA, ບັນ​ດາ​ກຸ່ມ​ເຈ​ລະ​ຈາ​ຝ່າຍ​ຫວຽດ​ນາມ ແລະ EU ຈະ​ສືບ​ຕໍ່​ດຳ​ເນີນ​ວິ​ວັດ​ທະ​ນາ​ການ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ວິ​ຊາ​ການ​ທີ່​ຍັງ​ເຫຼືອ, ພ້ອມ​ທັງ​ສ້າງ​ສັນ​ຍາ​ໃຫ້​ສົມ​ບຸນ​ແບບ. ເມື່ອ​ສ້າງ​ໃຫ້​ສົມ​ບຸນ​ແບບ​ແລ້ວ, ສັນ​ຍານີ້​ຕ້ອງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ລັດ​ຖະ​ສະ​ພາ​ເອີ​ລົບ. 2 ຝ່າຍ​ຄາດ​ຄະ​ເນ​ວ່າ ຈະ​ສຳ​ເລັດ​ວິ​ວັດ​ການ​ທັງ​ໝົດ​ນີ້​ໄດ້​ໂດຍ​ໄວ , ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນ​ຍາ​ໃນ​ປີນີ້

ຕອບກັບ

ຂ່າວ/ບົດ​ອື່ນ