ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງເລິກ

            ວັນ​ທີ 27/11, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສີ້ນ​ສຸດ​ການ​ຢ້ຽມ​ຢາມກູ​ບາ​, ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້​ນ​ສູງ​ເວ​ທີ​ປາ​ໄສ​ ການ​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ​ ອາ​ຊີ-ປາ​ຊີ​ຟິກ (APEC), ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​​ຢູ່​ອີ​ຕາ​ລີ, ຢ້ຽມ​ຢາມ​​ສຳ​ນັກວາ​ຕິ​ກັງ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດ​ ບັນ​ດາ​ປະ​ເທດ​ນຳ​ໃຊ້​ພາ​ສາ​ຝ​ຣັ່ງ ຄັ້ງ​ທີ 16 ຢູ່ Madagascar ຢ່າງ​​ຈົບ​ງາມ. ​ການ​ເດີນ​ທາງຢ້ຽມ​ຢາມ ຂອງ ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ ​ທີ່​ສຳ​ຄັນ​ຂອງ​ຫວຽດ​ນາມ ໃນ ປີ 2016, ເປັນ​ບາດ​ກ້າວ​ຫັນນະ​ໂຍ​ບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ ​ຂອງ​ຫວຽດ​ນາມເປັນ​ລະ​ອຽດ ​ຕາມ​​ເນື້ອ​ໃນຈິດ​ໃຈ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​.
          ເພີ່ມ​ທະ​ວີ​ການ​ພົວ​ພັນ ​ຢ່າງ​ສະ​ໜິດ​ແໜ້ນ​ ແລະ​ ​ຄວາມ​ໄວ້​ເນື້ອເຊື່ອ​ໃຈພິ​ເສດຫວຽດ​ນາມ-ກູ​ບາ

 ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງເລິກ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນ
ທີ່ກອງປະຊຸມຂັ້ນສູງ Antananarivo

           ການ​ຢ້ຽມ​ຢາມ​ກູບ​ລາ​ຢ່າງ​ເປັນ​ທາງ​ການ​ ໃນລະ​ຫວ່າງ ວັນ​ທີ 15-17/11/2016 ຂອງ ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ດຳ​ເນີນ​ໃນ​ສະ​ພາບ​ການ​ທີ່​ຫວຽດ​ນາມ ແລະ ກູ​ບາ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸ​ມໃຫ​ຍ່​ຜູ​້ແທນ​ທົ່ວ​ປະ​ເທດ ຂອງ​ພັກ ຢູ່​ແຕ່​ລະ​ປະ​ເທດ ​ຢ່າງສຳ​ເລັດຜົນ, ຜ່ານ​ແນວ​ທາງ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຢູ່​ແຕ່​ລະ​ປະ​ເທດ ໃນ​ສະ​ພາບ​ການ​ໃໝ່. ກູ​ບາກໍ່​ແມ່ນ​ປະ​ເທດ​ທຳ​ອິດ ຢູ່​ຂົ້ວ​ໂລກ​ຕາ​ເວັນ​ຕົກ ທີ່ ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄປ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ ໃນ​ຖາ​ນະ​ຕຳ​ແໜ່ງ​ປະ​ຈຸ​ບັນ, ຖືກ​ການ​ນຳ, ອະ​ດິດ​ການ​ນຳ, ປະ​ຊາ​ຊົນ​ກູ​ບາ ​ຕ້ອນ​ຮັບຢ່າງ​ສົມ​ກຽດ​ ແລະ  ອົບ​ອຸ່ນ ທີ່​ສຸດ. ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອອັນ​ດີ​ງາມ ກໍ່​ຄື​ຄວາມ​ປາດ​ຖະ​ໜາ ແລະ ການ​ຕັດ​ສິນ​ໃຈ ຂອງ​ສອງ​ຝ່າຍ ໃນ​ການສືບ​ຕໍ່​ປະ​ຕິ​ບັດ​ການ​ພ​ົວ​ພັນ​ສາ​ມັກ​ຄີ​ຖານ​ອ້າຍ​ນ້ອງ ແລະ ການ​ຮ່ວ​ມ​ມື​ຮອບ​ດ້ານ ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນສອງ​ປະ​ເທດ ​ຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ. ໃນ​ການ​ຢ້ຽມ​ຢາມຄັ້ງນີ້, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ພ້ອມ​ກັບ​ບັນ​ດາ​ການ​ນຳ​ກູ​ບາ ໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ​ບັນ​ດາ​ທິດ​ທາງ​​ໃຫຍ່ ເພື່ອຊຸກ​ຍູ້​ການ​ພົວ​ພັນ​​ລະ​ຫວ່າງ 2 ​ປະ​ເທດ ​ໃນໄລ​ຍະຈະ​ມາ​ເຖິງ, ພິ​ເສດ​ສ້າງ​ພະ​ລັງ​ແຮງ​ໃໝ່​ ໃຫ້​ແກ່​ການ​ຮ່ວ​ມ​ມື​ດ້ານ​ເສ​ດ​ຖະ​ກິດ​-ການ​ຄ້າ ແລະ ການ​ລົງ​ທຶນ​ສອງ​ຝ່າຍ, ໃນ​ສະ​ພາບ​ການ​ທີ່ກູ​ບາ ມີສ​ະ​ພາບ​ແວດ​ລ້ອມ​​ແຫ່ງການພົວ​ພັນຕ່າງ​ປະ​ເທດ​ທີ່​ສະ​ດວກ ແລະ ພວມ​ແກ​້​ໄຂ​ຄວາມ​ຫຍຸ້ງ​ຍາກເທື່ອ​ລະ​ກ້າວ, ສ້າງ​​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​​ທີ່ນັບ​ມື້​ນັບ​​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ.

ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງເລິກ - ảnh 2
ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະ
ກັບທ່ານນາຍົກລັດຖະມົນຕີ ອີຕາລີ Matteo Renzi

ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ​ເຂົ້າ​ສູ່​ລວງ​ເລິກ

ປະ​ເທດ​ທີ 2 ​ໃນ​ການ​ເດີນ​ທາງ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແມ່ນ ອີ​ຕາ​ລີ ​ເຊິ່ງດຳ​ເນີນ​ແຕ່​ວັນ​ທີ 21 – 24/11/2016.

        ​ໃນ​ການ​ພົບ​ປະ​ເຈລະ​ຈາ​ທຸກ​ຄັ້ງລະຫວ່າງ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍ​ກວາງ ກັບການ​ນຳ​ຂັ້ນ​ສູງ ​ແລະ ການ​ນຳ​ທ້ອງ​ຖິ່ນ, ຜູ້​ຕ່າງ​ໜ້າ​ບັນດາ​ພັກ​ຝ່າ​ຍຊ້າຍ​ຂອງ ອີ​ຕາ​ລີ ນັ້ນ, 2 ຝ່າຍ​ລ້ວນ​ແຕ່​ຢືນຢັນ ຈະ​ສຶບຕໍ່​ຊຸກຍູ້​ບັນດາ​ກົນ​​ໄກ​ຮ່ວມ​ມື ທີ່​ມີ​ຢູ່ ​ແລ້​ວ, ພິ​ເສດ ​ແມ່ນ​ວາງ​ຄາດໝາຍ​ສູ້​ຊົນນຳ​ວົງ​ເງິນ​ແລກປ່ຽນ​ການ​ຄ້າ​ຈາກ​ລະດັບ 4.3 ຕື້ USD ​ໃນ​ປະຈຸ​ບັນ​ຂຶ້ນ​ເຖິງ 6 ຕື້ USD ​ໃນ​ປີ 2017 – 2018. 2 ຝ່າຍ​ຢືນຢັນ​ສືບ​ຕໍ່​ສະ​ໜັບສະ​ໜູນ​ເຊິ່ງກັນ ​ແລະ ກັນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ກົນ​​ໄກ​ ​ແລະ ​ເວທີ​ປາ​ໄສຫລາຍ​ຝ່າຍ, ອີ​ຕາ​ລີ ສະໜັບສະໜູນ ຫວຽດນາມ ​ໃນ​ການ​ພົວພັນ​ກັບ ອີ​ຢູ, ຊຸກຍູ້ການ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້​າເສລີລະຫວ່າງ ຫວຽດນາມ - ອີ​ຢູ ​ໂດຍ​ໄວ.

        ​ໃນ​ເວລາ​ຢູ່​ຢ້ຽມຢາມ ອີ​ຕາ​ລີ, ທ່ານປະທານ​ປະ​ເທດ ເຈີ່ນ​ດ້າຍ​ກວາງ ກໍ່​ໄດ້​ໄປ​ຢ້ຽມຢາມ​ສຳນັກ ວາ​ຕີ​ກັງ, ພົບ​ປະ​ກັບ​ສັນທະ​ປະປາ Francis ແລະ ນາຍົກລັດຖະມົນຕີ Pietro Parolin ສັນທະ​ປະປາ Francis ແລະ ນາຍົກລັດຖະມົນຕີ Pietro Parolin ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ແຫ່ງ​ການ​ພັດທະນາ​​ເສດຖະກິດ​ສັງຄົມ​ຂອງ ຫວຽດນາມ, ຊົມ​ເຊີຍ​ເລື່ອງ ຫວຽດນາມ ສ້າງ​ນະ​ໂຍບາຍ ​ເສລີພາບ​ໃນ​ການ​ເຫຼື້ອມ​ໃສ​ສະ​ສາ​ໜາ​ໃຫ້​ສົ​ມບຸນ​ແບບ, ​ເຫັນ​ດີ​ຊຸກຍູ້​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ເຈລະ​ຈາລະ​ຫວ່າງ ຫວຽດ​ນາມ ​ແລະ ສຳນັກ ວາຕາ​ວັງ ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

        ຢັ້ງຢືນ​ບົດບາດ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ປີ APEC 2017.

        ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຫລາຍ​ຝ່າຍ​ທີ່​ສຳຄັນ​ໃນ​ການ​ເດີນທາ​ງຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ​ເຈີ່ນ​ດ້າຍ​ກວາງ ​ແມ່ນ​ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມີ​ເສດຖະກິດ ອາຊີ - ​ປາຊີ​ຟິກ ຄັ້ງ​ທີ 24 (APEC 24) ຢູ່ ​ເປຣູ ​ແຕ່​ວັນ​ທີ 17 – 20/11. ດ້ວຍ​ບົດບາດ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ APEC 2017, ທີ່​ເວທີ​ປາ​ໄສ​ນີ້, ທ່ານ​ປະທານ​ປະ​​ເຈີ່ນ​ດ້າຍ​ກວາງ ອີກ​ເທື່ອໜຶ່ງ​ໄດ້​ຢືນຢັນ​ເຖິງ​ຄວາມ​ມີ​ກຽດ ​ແລະ ໜ້າ​ທີ່​ຮັບຜິດຊອບ​ອັນ​ສູງ​ສົ່ງ​ຂອງ ຫວຽດ​ນາມ​ໃນ​ເລື່ອງ ພ້ອມ​ກັບ​ບັນດາ​ພື້ນ​ຖານ​ເສດຖະກິດ ປະ​ເທດ​ພາຄີ​ໄດ​້ມານະ​ພະຍາຍາມ​ສ້າງ​ຂີດ​ໝາຍ​ແຫ່ງ​ວິວັດທະນາ​ການ​ພັດທະນາ​ຢ່າງ​ບໍ່​ຢຸດຢັ້ງຂອງ​ເວທີ​ປາ​ໄສ APEC ​ໃຫ້​ແກ່​ປີ APEC 2017,  ຊຸກຍູ້​ທ່າ​ອຽງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຫວັງ​ວ່າ: ປີ APEC 2017 ທີ່​ຈັດ​ຂຶນ​ຢູ່ ຫວຽດນາມ ຈະ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ APEC ​ແລະ ​ເພື່ອນ​ມິດສາ​ກົນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບປະ​ເທດ ຫວຽດນາມ ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ຊາວ ຫວຽດນາມ ​ເຕັມ​ໄປ​ດ້ວຍມິດ​ຈິດ​ມິດ​ໃຈ, ມີ​ວັດທະນະທຳ​ມະນຸດ ​ແລະ ຮັກ​​ແພງ​ແຂກ.

        ປະຊາ​ຄົມ​ບັນດາ​ປະ​ເທດ​ໃຊ້​ພາສາ ຝະລັ່ງ ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ບົດບາດ​ຂອງ ຫວຽດນາມ

        ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ຂອງທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ​ໃນ​ການ​ເດີນທາງ​

ຢ​້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ​ໃຊ້​ພາສາ ຝະລັ່ງ ຄັ້ງ​ທີ 16 ທີ່​ດຳ​ເນີນ​ເປັນ​ເວລາ 2 ວັນ​ ຄື​ວັນ​ທີ 26 – 27 /11. ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ​ເລື່ອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແມ່ນ​ຜູ້​ຕາງ​ໜ້າ​ພຽງຄົນ​ດຽວມາ​ຈາກ​ພາກ​ພື້ນ ອາຊີ - ​ປາຊີ​ຟິກ ຂຶ້ນ​ກ່າວ​ປາ​ໄສ​ທີ່​ພິທີ​ໄຂ​ ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ການ​ຕີ​ລາຄາ​ສູງ​ຂອງ​ປະຊາ​ຄົມ​ບັນດາ​ປະ​ເທດ​ໃຊ້​ພາສາ ຝະລັ່ງ ທີ່​ມີ​ຕໍ່ ຫວຽດນາມ. ​ໃນ​ບົດ​ປາ​ໄສ, ທ່ານ​ປະທານ​ປະ​ເທດ ​ເຈີ່ນດ້າຍ​ກວາງ ​ໄດ້​ຊີ້​ແຈ້ງ​ເຖິງສານ​ທີ່​ວ່າ: “ຄວນ​ຊຸກ​ຍູ້​ການ​ຮ່ວມມື, ​ເພີ່ມ​ທະວີ​ຄວາມສາມັກຄີ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ” ຮຽກ​ຮ້ອງ​​ໃຫ້ປະຊາ​ຄົມ​ບັນດາ​ປະ​ເທ​ດ​ໃຊ້​ພາສາ ຝະລັ່ງ ​ເພີ່ມ​ທະວີ​ການ​ປະ​ກອບ​ສ່ວນ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ໂລກ​ແຫ່ງ​ຍຸ​ຕິ​ທຳ, ສະ​ເໝີ​ພາບ​ກ່ວາ​ເກົ່າ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຍັງ​ແບ່ງປັນ​ຮູບ​ແບບ​ສຳ​ເລັດ​ຜົນ​ຂອງ ຫວຽ​ດນາມ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່​ຢ່າງຮອບ​ດ້ານ, ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ ການ​ພັດທະນາ​ເສດຖະກິດ​ສັງຄົມ.

        ບັນດາ​ການ​ຢ້ຽມຢາມ​ໃນ​ຂອບເຂດ 2 ຝ່າຍ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ຄັ້ງ​ຕ່າງໆ​ຂອງທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃນ​ຄັ້ງ​ນີ້ ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ໝາກຜົນ​ນີ້ ບໍ່​ພຽງ​ແຕ່ ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ຕິດ​ແທດ​ຕົວ​ຈິງ​ເທົ່າ​ນັ້ນ ຫາກ​ຍັງ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຕັ້ງໜ້າ ​ແລະ ການ​ເຈົ້າ​ການ​ຂອງ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ກ້ວາງ​ເລິກ​ເຂົ້າ​​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທ້າ​ທາຍ​​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ