ສື່ມວນຊົນຕ່າງປະເທດກັບໄຊຊະນະວັນທີ 30/4/1975

ເຖິງວ່າ​ສົງ​ຄາມ​ຫວຽດ​ນາມ​ໄດ້​ຜ່ານ​ພົ້ນ​ໄປ​ເປັນ​ເວ​ລາກວ່າ 4 ທົດ​ສະ​ວັດ​ກໍ​ຕາມ, ແຕ່ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຍັງ​ເຕື້ອງ​ເຖິງ​​ການ​ສູ້​ຮົບ​ທີ່​ດຸ​ເດືອດນີ້ດ້ວຍ​ຄວາມ​ນິ​ຍົມ​ນັບ​ຖື. ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່​ປີ 1975 ຂອງ​ຫວຽດ​ນາມ ດ້ວຍ​ການ​ສັງ​ເກດ​ຂອງ​ສື່ມວນ​ຊົນ​ສາ​ກົນນັ້ນ ກໍ​ແມ່ນ​ເຫດ​ການ​ທີ່​ພົ້ນ​ເດັ່ນ​ທີ​ສຸດ​ຢູ່​ອາ​ຊີ​ໃນ​ທົດ​ສະ​ວັດ​ທີ 70 ຂອງ​ສະ​ຕະ​ວັດ​ກ່ອນ, ອັນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ພາກ​ພື້ນ ແລະ ໂລກ.

 

ສື່ມວນຊົນຕ່າງປະເທດກັບໄຊຊະນະວັນທີ 30/4/1975 - ảnh 1
ລົດ​ຖັງ​ຂອງກອງ​ທັບ​ປົດ​ປ່ອຍ​ບຸກ​ເຂົ້າ​ທຳ​ນຽບ​ເອ​ກະ​ລາດ


     ຍາກ​ທີ່​ຈະ​ມີ​ຕົວ​ເລກ​ສະ​ຖີ​ຕິ​ກ່ຽວ​ກັບ​ຈຳ​ນວນ​ບົດ​ໜັງ​ສື​ພິມ, ສາ​ລະ​ຄະ​ດີ, ຮູບ​ຖ່າຍ​ທີ່​ໄດ້​ລົງ​ພິມ ແລະ ແນ​ະ​ນຳ​ຜ່ານ​ບັນ​ດາ​ພາ​ຫະ​ນະສື່ມວນ​ຊົນ​ຕ່າງ​ປະ​ເທດ​ໃນ​ມື້​ມະ​ຫາ​ໄຊ 30/4/1975 ແລະ ຊຸມ​ວັນ​ເດືອນ​ປີ​ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ. ທັງ​ໝົດ​ກໍ​ລ້ວນ​ແຕ່​ມີ​ຂໍ້​ສັງ​ເກດ​ລວມ​ວ່າ ເຫດ​ການ​ວັນ​ທີ 30/4/1975 ໄດ້​ກໍ່​ໃຫ້​ເກີດ​ສຽງ​ດັ່ງ​ກ້ອງ​ກັງ​ວານ​ບົນ​ເວ​ທີສາ​ກົນ​ກ່ຽວ​ກັບ​ຊາດ​ໜຶ່ງ​ທີ່ບໍ່​ຍອມ​ຈຳ​ນົນ​ຕໍ່​ໜ້າ​ສັດ​ຕູ​ຜູ້​ຮຸກ​ຮານ, ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງບໍ່​ພຽງ​ແຕ່​ສຳ​ລັບ​ຊາດ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບ​ປະ​ຊາ​ຄົມ​ໂລກ​ອີກ​ດ້ວຍ.

     ສຽງ​ກ້ອງ​ກັງ​ວານເຮັດ​ໃຫ້​ໂລກ​ສັ່ນ​ສະເທືອນ

  ພາຍຫຼັງ​ທີ່​ພາກ​ໃຕ້​ຫ​ວຽດ​ນາມ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ​ເປັນ​ເວ​ລາມື້​ໜຶ່ງ, ວັນ​ທີ 1/5/1975, ຂ່າວ​ສານ AFP ຂອງ​ຝະ​ລັ່ງ​ໄດ້​ມີ​ບົດ​ໂດຍ​ຂຽນ​ວ່າ “ ໃນ​ປີ 1975, ເຫດ​ການ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ອາ​ຊີ​ແມ່ນ​ເຫ​ດ​ການ​ວັນ​ທີ 30/4 ຂອງ​ຫວຽດ​ນາມ. ບໍ່​ຕ້ອງ​ລະ​ແວງ​ສົງ​ໄສ​ຫຍັງ​ອີກ​ແລ້ວ, ເຫດ​ການ​ດັ່ງ​ກ່າວ​ຈະ​ສົ່ງ​ຜົນ​ສະ​ທ້ອນບໍ່​ໜ້ອຍ​ເຖິງ​ພາກ​ພື້ນ ແລະ ສາ​ກົນ​ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້ ” . ບົດ​ໜັງ​ສື​ພິມ​ຖື​ວ່າ ວັນ​ທີ 30/4/1975 ແມ່ນ​ການ​ສ່ອງ​ແສງ​ດ້ວຍ​ຄວາມ​ສັດ​ຊື່​ທີ່​ສຸດ​ໃນ​ສົງ​ຄາມ, ແມ່ນ​ສຽງ​ລະ​ຄັງ​ບອກ​ເຕືອນມວນ​ມະ​ນຸດ​ຈົ່ງ​ເຮັດ​ຈົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອບໍ່​ປະ​ໃຫ້​ເກີດ​ມີ​ສົງ​ຄາມ​ເຊັ່ນ​ດຽວ​ກັນ​ອີກ ເຖິງວ່າຈະ​ເປັນ​ຝ່າຍ​ໄຊ​ຊະ​ນະ​ກໍ​ຕາມ. ໜັງ​ສື​ພິມ Asahi Simbun ຂອງ​ຍີ​ປຸ່ນ​ສະ​ບັບ​ອອກວັນ​ທີ 1/5/1975 ໄດ້​ລົງ​ພິມ​ບົດ​ນຳ​ໂດຍ​ຂຽນ​ວ່າ : ສົງ​ຄາມ​ຫວຽດ​ນາມ​ໄດ້​ສິ້ນ​ສຸດ​ໄປ​ແລ້ວ​ດ້ວຍ​ໄຊ​ຊະ​ນະ​ຂອງ​ກຳ​ລັງ​ປົດ​ປ່ອຍ. ສິ່ງນີ້​ສາ​ມາດ​ຢັ້ງ​ຢືນ​ວ່າ ສະ​ໄໝ​ທ​ີ່​ບັນ​ດາ​ປະ​ເທດ​ໃຫຍ່​ໃຊ້​ກຳ​ລັງ​ແຮງ​ເພື່ອ​ບີບ​ບັງ​ຄັບລັດ​ທິ​ຊາດໄດ້​ຢຸດ​ຕິ​ລົງ. ພາຍຫຼັງ 30 ປີ, ໜັງ​ສື​ພິມ Nikei ສະ​ບັບ​ອອກວັນ​ທີ 28/4/2005 ໄດ້​ລົງ​ພິມ​ຮູບ​ພາບ​ລົດ​ຖັງຄັນ​ທຳ​ອິດ​ຂອງກອງ​ທັບ​ປົດ​ປ່ອຍ​ບຸກ​ເຂົ້າ​ທຳ​ນຽບ​ເອ​ກະ​ລາດ, ພ້ອມ​ກັບ​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້ “ ຫວຽດ​ນາມ​ພາຍຫຼັງ​ສົງ​ຄາມ​ເປັນ​ເວ​ລາ 30 ປີ ”. ບົດ​ໜົງ​ສື​ພິມ​ຍັງ​ເນັ້ນ​ໜັກ​ວ່າ : “ ສົງ​ຄາມ​ຢູ່​ຫວຽດ​ນາມ​ໄດ້​ເປັນ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ຊາວ​ອາ​ເມ​ລິ​ກາ, ອັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ໄປ​ທົ່ວ​ພາກ​ພື້ນ​ອິນ​ດູ​ຈີນ”

    ວັນ​ທີ 29/4/2010, ໜັງ​ສື​ພິມ​ປະ​ຊາ​ຊົນ​ຂອງ​ລາວ​ໄດ້​ລົງ​ພິມ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “ ມູນ​ເຊື້ອ​ຕໍ່​ສູ້​ທີ່​ພິ​ລະ​ອາດ​ຫານຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ” ໄດ້​ຍ້ອງ​ຍໍ​ການ​ນຳ​ພາ​ທີ່​ປິ​ຊາ​ສາ​ມາດ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ນ້ຳ​ໃຈ​ຕໍ່​ສູ້​ທີ່​ອົງ​ອາດ​ກ້​າ​ແກ່ນຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ຕາມ​ບົດ​ໜັງ​ສື​ພິມ​ແລ້ວ, ບັ້ນ​ຮົບ​ໂຮ່​ຈິ​ມິນ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ສ​ົມ​ບູນໄດ້​ກາຍ​ເປັນ​ຈຸດ​ເວ​ລາ​ແຫ່ງ​ປະ​ຫວັດ​ສາດ​ຂອງ​ການ​ຕໍ່​ສູ້​ທີ່​ອົງ​ການ​ກ້າ​ຫານ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ໄຊ​ຊະ​ນະ​ໄດ້​ໄຂ​ສັງ​ກາດ​ໃໝ່, ສັງ​ກາດ​ເອ​ກະ​ລາດ, ອິດ​ສະຫຼະ​ພາບ ແລະ ເອ​ກະ​ພາບ.

      ສະ​ເພາະ​ອາ​ເມ​ລິ​ກາ, ສື່ມວນ​ຊົນ​ຂອງ​ປະ​ເທດນີ້ ໄດ້​ໃຫ້​ຂ່າວ ແລະ ບົດ​ຢ່າງຫຼວງຫຼາຍ​ກ່ຽວ​ກັບ​ສົງ​ຄາມ​ທີ່ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຫນ່ວງນີ້. ດ້ວຍ​ຫົວ​ຂໍ້​ວ່າ : “ໄຊ​ງ່ອນ​ພັງ​ທະ​ລາຍ​ລົງ ” ໜັງ​ສິ​ພິມ ນິວຢອກ​ທາຍ​ ສະ​ບັບ​ອອກວັນ​ທີ 1/5/1975 ໄດ້​ລົງ​ພິມ​ຂ່າວ ແລະ ບົດ​ພ້ອມ​ດ້ວຍ​ຮູບ​ພາບ​ກ່ຽວ​ກັ​ບ​ການລົ້ມ​ເຫຼວຂອງ​ອຳ​ນາ​ດ​ການ​ປົກ​ຄອງ​ໄຊ​ງ​ອ່ນ ແລະ ໄຊ​ຊະ​ນະ​ຂອງ​ກຳ​ລັງ​ປະ​ຕິ​ວັດ​ຫວຽດ​ນາມ. ແລະ ກໍ​ໃນ​ວັນ​ທີ 1/5/1975, ຂ່າວ​ສານ AP ໄດ້​ລົງ​ພິມ​ບົດ​​ຊຶ່ງ​ມີ​ຕອນ​ຂຽນ​ວ່າ “ ລົດ​ຖັງ, ລົດ​ຫຸ້ມ​ເກາະ ແລະ ລົດ​ຂົນ​ສົ່ງ​ຊຶ່ງ​ຖືກ​ແຊມ​ກາຍ​ດ້ວຍ​ໃບ​ໄມ້​ຂອງ​ກອງ​ທັບ​ປົດ​ປ່ອຍ​ໄດ້​ຟ້າວ​ບຸກ​ເຂົ້າ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ແລະ ໃນ​ຈຸດ​ເວ​ລານີ້, ນາຍ​ພົນ​ເຢືອງວັນ​ມິນ​ຂອງ​ລະ​ບອບ​ຫຸ່ນ​ໄຊ​ງ່ອນໄດ້​ຂຶ້ນ​ກ່າວຄຳຍອມ​ຈຳ​ນົນທາງວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ”.

    ໄຊ​ຊະ​ນະວັນ​ທີ 30/4 ສ້າງ​ບາດ​ລ້ຽວ​ແຫ່ງ​ປະ​ຫວັດ​ສາດ

  ກວ່າ 40 ປີ​ທີ່​ຜ່ານ​ມາ, ເມື່ອ​ຮອດ​ວັນ​ທີ 30/4 ໃນ​ແຕ່​ບະ​ປີ, ສື່ມວນ​ຊົນ​ຕ່າງ​ປະ​ເທດ ກໍ​ລ້ວນ​ແຕ່​ໃຫ້​ຂ່າວ ແລະ ບົດ​ທີ່​ຍ້ອງ​ຍໍ​ສັນ​ລະ​ເສີນ​ກ່ຽວ​ກັບ​ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່​ປີ 1975 ຂອງ​ຊາດ​ຫວຽດ​ນາມ, ພ້ອມ​ກັນ​ນັ້ນ ກໍ​ຖື​ວ່າ ວັນ​ທີ 30/4 ແມ່ນ​ວັນ​ບຸນ​ໃຫຍ່​ຂອງ​ຊາວ​ຫວຽດ​ນາມ ແລະ ກໍ​ແມ່ນ​ວັນ​ທີ່​ບັນ​ດາ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ​ໃນ​ທົ່ວ​ໂລກ​ຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງ. ໄຊ​ຊະ​ນະ​ຂອງ​ຫວຽດ​ນາມ​ໃນ​ການ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ໂລກ​ເພື່ອ​ຈຸດ​ໝາຍ​ເອ​ກະ​ລາດ​ແຫ່ງ​ຊາດ, ສັນ​ຕີ​ພາບ​, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມ; ລະ​ດົ​ມ​ກຳ​ລັງ​ໃຈ​ແກ່​ບັນ​ດາ​ປະ​ຊາ​ຊາດ​ທີ່​ພວມ​ດຳ​ເນີນ​ກິດ​ຈະ​ການ​ປົດ​ປ່ອຍ​ຊາດ, ຕ້ານ​ລັດ​ທິຈັກ​ກະ​ພັດ; ເລີ່ມ​ຕົ້ນ​ການ​ລົ້ມ​ລະ​ລາຍຂອງ​ລັດ​ທິ​ລ່າ​ເມືອງ​ຂຶ້ນແບບ​ໃໝ່​ໃນ​ທົ່ວ​ໂລກ. ໄຊ​ຊະ​ນະ​ວັນ​ທີ 30/4/1975 ໄດ້​ສ້າງ​ບາດ​ລ້ຽວ​ປະ​ຫວັດ​ສາດ, ໄຂ​ສັງ​ກາດ​ໃໝ່, ສັງ​ກາດ​ເອ​ກະ​ລາດ, ອິດ​ສະຫຼະ​ພາບ ແລະ ເອ​ກະ​ພາບຂອງ​ຊາດ​ຫວຽດ​ນາມ. ໃນ​ທຸກວັນ​ນີ້, ຫວຽດ​ນາມ​ພວມ​ດຳ​ເນີນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຶ່ງ​ສາ​ມາດ​ຍາດ​ໄດ້ຫຼາຍ​ຜົນ​ງານ​ທີ່​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ.

     ກວ່າ 40 ປີທີ່​ໄດ້​ຜ່ານ​ພົ້ນ​ໄປ, ແຕ່ໄຊ​ຊະ​ນະວັນ​ທີ 30/4/1975 ຍັງ​ຄົງ​ແມ່ນຫຼັກ​ໝາຍ​ອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ທີ່ບໍ່​ອາດ​ຈືດ​ຈາງໄດ້​ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ  ແລະ ເພື່ອນ​ມິດ​ສາ​ກົນ​ຕະຫຼອດ​ການ. ຫວຽດ​ນາມ​ໄດ້​ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ແລະ ສິ່ງ​ທ້າ​ທາຍ​ນາໆ​ປະ​ການ ແລະ ພວມ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ, ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ. ໄຊ​ຊະ​ນະ​ທີ່​ລື​ຊາ​ຜາ​ກົດ​ຂອງບັ້ນ​ຮົບ​ໂຮ່​ຈິ​ມິນ​ປະ​ຫວັດ​ສາດ​ຍັງ​ຄົງ​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ​ສືບ​ຕໍ່​ກ້າວ​ຂຶ້ນ​ບົນ​ເສັ້​ນ​ທາງແຫ່ງການ​ສ້າງສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ