ສະກັດກັ້ນໂລກພະຍາດ Ebola: ແມ່ນໜ້າທີ່ ທີ່ຫຍຸ້ງຍາກ

(vovworld) - ພາຍຫຼັງ 7 ​ເດືອນ, ນັບ​ແຕ່​ພົບ​ເຫັນ​ຜູ້ຕິດ​ເຊື້ອ Ebola ທຳ​ອິດຢູ່ Guinea (​ເດືອນ 3/2014) ມາ​ຮອດ​ປະຈຸ​ບັນ. ​ໂລກ​ພະຍາດ Ebola ​ໄດ້​ເຮັດ​ໃຫ້ 4 ພັນ​ກວ່າ​ຄົນ​ຢູ່​ໃນ​ໂລກ​ເສຍ​ຊີວິດ. ລະດັບ​ແຜ່​ລະບາດ​ຢ່າງ​ວ່ອງ​ໄວ​ຂອງ​ພະຍາດ Ebola ​ໄດ້​ກາຍ​ເປັນ​ໂລກລະບາດ​ຮ້າຍ​ແຮງ​ກວ່າ​ໝູ່​ໃນ​ຊຸມ​ທົດ​ສະ​ວັດ​ມໍ່ໆ​ມາ​ນີ້. ​ເຖິງ​ວ່າ​ປະຊາ​ຄົມ​ໂລກ​ພວມ​ມີ​ຄວາມ​ມານະ​ພະຍາຍາມ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​​ເຊື້ອ Ebola ກໍ່ຕາມ, ​ແຕ່​ຜົນງານ​ທີ່​ໄດ້​ຮັບ​ບໍ່​ທັນ​ເທົ່າ​ທີ່​ຄວນ​ເທື່ອ.

        ​ເດືອນ 3/2014, ກໍລະນີ​ຕິດ​ເຊື້ອ​ທຳ​ອິດ​ຖືກ​ຄົ້ນ​ເຫັນ​ແມ່ນ​ຢູ່ ກີ​ເນຍ (Guinea). ຫຼັງ​ຈາກ​ນັ້ນ, ບັນດາ​ປະ​ເທດ​ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ​ຄື ​ໄລ​ເບ​ເຣຍ (Liberia), ​ເຊຍ​ຣາລອນ (Sierra Leone)  ​ແລະ  ​ໄນ​ຈີ​ເຣຍ(Nigeria) ກໍ່​ພົບ​ເຫັນ​ຜູ້​ຕິດ​ເຊື້ອ​ດັ່ງກ່າວ. ສະ​ເພາະ ໄລ​ເບ​ເຣຍ (Liberia)​ແມ່ນ​ປະ​ເທດ​ທີ່​ມີ​ຜູ້​ເສຍ​ຊີວິດ​ຍ້ອນ​ຕິດ​ເຊື້ອ Ebola ຫຼາຍ​ກວ່າ​ໝູ່, ກວມ​ເອົາ​ກວ່າ 50%. ບໍ່​ພຽງ​ແຕ່​ແຜ່​ລະບາດ​ຢູ່​ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ, ພະຍາດ Ebola ຍັງ​ປະກົດ​ຢູ່ປະ​ເທດ ​ແອດ​ສະ​ປາຍ, ອັງກິດ, ອາ​ເມ​ລິ​ກາ ອີກ​ດ້ວຍ. ອົງການ​ອະນາ​ໄມ​ໂລກ (WHO) ຄາດ​ຄະ​ເນ​ວ່າ, ຮອດ​ເດືອນ 11, ຈະ​ມີ​ຜູ້​ຕິດ​ເຊື້ອ Ebola ປະມານ 20.000 ຄົນ. ອັດຕາ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ​ນີ້​ອາດ​ຈະ​ຂຶ້ນ​ເຖິງ 90%.

        ​ໂລກ​ພະຍາດ Ebola ​ກະທົບ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ຄົນ​ຢູ່ປະ​ເທດຕ່າງໆ

        ພາຍຫຼັງ 7 ​ເດືອນ​ທີ່​ຄົ້ນ​ພົບ​ພະຍາດ​ນີ້, ທ່ານ​ຮອງ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ Jan Eliasson ຕ້ອງ​ຍອມຮັບ​ວ່າ, ພະຍາດ Ebola ​ໄດ້​ສົ່ງ​ຜົນ​ຮ້າຍ​ເຖິງ​ຄວາມ​ກ້າວໜ້າ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ບໍ່​ມີ​ປະ​ເທດ, ອົງການ​ຈັດ​ຕັ້ງ​ໃດ​ໜຶ່ງ​ສາມາດ​ແກ້​ໄຂ​ພະຍາດ​ນີ້​ດ້ວຍ​ຕົນ​ເອງ​ໄດ້.

        ກ່ຽວ​ກັບທາງດ້ານ​ເສດຖະກິດ, ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ພະຍາດ Ebola​ ສາມາດ​ກໍ່​ຜົນ​ຮ້າຍ​ໃຫ້​ເຂດ​ອາ​ຟະ​ລິ​ກາ ຕາ​ເວັນ​ຕົກ​ເຖິງ​ກວ່າ 30 ຕື້ USD ​ໃນ 2 ປີ​ຈະ​ມາ​ເຖິງ. ຢູ່ ​ເຊຍ​ຣາລອນ (Sierra Leone), ລັດຖະບານ​ປະ​ເທດ​ນີ້​ໃຫ້​ຮູ້​ວ່າ, ຖ້າ​ຫາກ​ພະຍາດ Ebola​ ຍັງ​ຜັນ​ແປ​ໄປ​ຄື​ໃນ​ປະຈຸ​ບັນ, ຄວາມ​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ​ໃນ​ປີ 2015 ອາດ​ຈະ​ເທົ່າ​ກັບ 8,9% GDP. ການ​ກະທົບ​ຂອງ Ebola​ ​ ເຮັດ​ໃຫ້​ງົບປະມານ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້ຖືກ​ຂາດ​ດຸນ ​ແລະ ບັນດາ​ກອງ​ເງິນ​ລົງ​ທຶນ​ໄດ້​ຫັນ​ທິດ​ອອກ​ຈາກ​ປະ​ເທດ​ນີ້ . ຢູ່ ​ໄລ​ເບ​ເລຍ(Liberia), ກອງ​ທຶນ​ເງິນຕາ​ສາກົນ IMF ຖືກ​ຫຼຸດ​ລະດັບ​ເຕີບ​ໂຕ GDP ຈາກ 5.9% ​ໃນ​ປີ 2014 ລົງ​ເຫຼືອ​ພຽງ 2,5%.

        ຄຽງ​ຂ້າງ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ກໍ່​ຖືກ​ຊຸດ​ໂຊມ, ​ເມື່ອ​ບັນດາປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ຈາກ​ພະຍາດ Ebola, ຕ້ອງ​ປິດ​ຊາຍ​ແດນ, ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ເຊື້ອ Ebola​. ນີ້​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ລາຄາ​ສິນຄ້າ​ທີ່​ຈຳ​ເປັນ​ຢູ່​ບັນດາ​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ Ebola​ ​ເພີ່ມ​ຂຶ້ນ​ແຕ່ 10-15%.

ສະກັດກັ້ນໂລກພະຍາດ Ebola: ແມ່ນໜ້າທີ່  ທີ່ຫຍຸ້ງຍາກ - ảnh 1
ການ​ສົ່ງ​ເສີມ​ສຸ​ຂະ​ພາບ​ໃຫ້​ຄົນ​ເຈັບ​ຕິດ​ເຊື້ອ Ebola

        ຍ້ອນ​ວິຕົກ​ກັງວົນ​ຕໍ່​ພະຍາດ Ebola​, ລັດຖະບານ​ອິນ​ເດຍ ​ໄດ້​ຕົກລົງ​ຈະບໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ອີນ​ເດຍ - ອາ​ຟະ​ລິ​ກາ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 4/12, ຢູ່ ນິວ​ເດ​ລີ.

ໜຶ່ງ​ໃນ​ບັນ​ດາ​ຜົນ​ກະ​ທົບ​​ໃຫຍ່ຫຼວງ​ທີ່​ສ​ຸດ​ທີ່​ມີ​ຕໍ່​ບັນ​ດາ​ປະ​ເທດ​ພວມ​ຖືກ​ຜົນ​ສະ​ທ້ອນ​ຈາກ​ພະ​ຍາດ Ebola ແມ່ນ​ຕະຫຼາດ​ຄົນ​ງານ. ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຂຸດ​ຄົ້ນ​ບໍ່​ແຮ່​ຕົ້ນ​ຕໍ​ຂອງ Sierra Leone ແລະ Liberia ອີງ​ໃສ່ຄົນ​ງານ​ຫັດ​ຖະ​ກຳເປັ​ນ​ຕົ້ນ ແຕ່​ວ່າ​​ໃນ​ໄລ​ຍະ​ມໍ່ໆ​ມານີ້, ກຳ​ມະ​ກອນຫຼາຍ​ຄົນ​​ອາດ​ຈະ​ບໍ່​ໄປ​ເຮັດ​ວຽກ, ​ຍ້ອນ​ວິ​ຕົກ​ກັງ​ວົນ​ຖືກ​ຕິດ​ເຊື້ອ​ Ebola.

        ປະ​ຈຸ​ບັນ, ເມື່ອ​ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້ອ Ebola ໄດ້​ປະ​ກົດ​ຂຶ້ນ​ຢູ່ ອາ​ເມ​ລິ​ກາ ກໍ່​ຄື ປອດ​ຕູຍ​ການ​, ອັງ​ກິດ​ແລ​້ວ ​ຜົນ​ຮ້າຍ​ແຮງ​ດ້ານ​ເສດ​ຖະ​ກິດ ໂດຍ​ເຊື້ອ Ebola ກໍ່​ຂຶ້ນ​​ບໍ່​ພຽງ​ແຕ່​ກະ​ທົບ​ເຖິງ​ ອາບ​ຟ​ຣີ​ກາ ຕາ​ເວັນ​ຕົກ ເທົ່າ​ນັ້ນ, ຊ້ຳ​ບໍ່​ໜຳ, ທີ່ກອງ​ປະ​ຊຸມ​ປະ​ຈຳ​ປີ​ຖືກ​ຈັດ​ຂຶ້ນ​ໃນ​ອາ​ທິດ​ຜ່ານ​ມາຂອງ 2 ອົງ​ການ​ເສດ​ຖະ​ກິດ​ໃຫຍ່​ໃນ​ໂລ​ກ ແມ່ນກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ແລະ ທະ​ນາ​ຄານ​ໂລກ (WB), ເລື່ອງ​ສະ​ກັດ​ກັ້ນ​ພະ​ຍາດ Ebola ​ພັດແມ່ນ​ໜຶ່ງໃນ​ສ​ອງ​ຫົວ​ຂໍ​້​ຕົ​້ນ​ຕໍ​​ທີ່​ຖືກ​ເຕື້ອງ​ເຖິງ​ໃນ​ກອງ​ປະ​ຊຸມນີ້.

        ຕ້ອງ​ມີ​ການ​ຮ່ວມ​ມືໃນທົ່ວ​ໂລກ​ເພື່ອ​ສະ​ກັດ​ກັ້ນ​ກ​ານ​ແຜ່​ລະ​ບາດ​ຂອງEbola

        ຕໍ່​ໜ້າ​ສະ​ພາບ​ບໍ່​ທັນ​ມີວັກ​ຊິນ​ກັນ​ພະ​ຍາດ, ບໍ່​ທັນ​ມີ​​ວິ​ທີ​ປິນ​ປົ່ວ​ທີ່​ມີ​ປະ​ສິດ​ທິ​ຜົນນັ້ນ, ຜູ້​ທີ່​ຖືກ​ຕິດ​ພະ​ຍາດ​ດ້ວຍ​ອັດ​ຕາ​ຜູ້​ເສຍ​ຊີ​ວິດ​ຂຶ້ນ​ເຖິງ 90%, ຜູ້​ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ສ​ປ​ຊ ​ຮັບ​ມື​ດ່ວ​ນ​ກັບ​ພະ​ຍາດ Ebola, ທ່ານ Anthony Banbury, ຍອມ​ຮັບ​ວ່າ: ມະ​ນຸດ​ພວມ​​ຮັບ​ມື​ກັບ​ເຊື້ອ​ອັນ​ຕະ​ລາຍນີ້. ໃນ​ສະ​ພາບ​ການນັ້ນ, ສ​ປ​ຊ ຄາ​ດ​ຄະ​ເນ​ວ່າ: ຈະ​ຕ້ອງ​ມີ​ລາຍ​ຈ່າຍ​ປະ​ມານ 1 ຕື້ USD ເພື່ອ​ຮັບ​ມື​ກັບ​ພະ​ຍາດ Ebola. ທ່ານ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ Sam Kutesa ຢັ້ງ​ຢືນ​ວ່າ: ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ທົບ 2 ເທົ່າ​ຜ່ານ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເງິນ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ພະ​ຍາດ​ອັນ​ຕະ​ລາ​ຍ​ທີ່ບໍ່ ​ເຄີຍ​​ມີມາ​ກ່ອນ​.

        ແຕ່​ລະ​ປະ​ເທດ​ໃນ​ໂລກ, ກໍ່​ຮີບ​ເຮັ່ງດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນຕ້ານ ພະ​ຍາດ​ພາຍຫຼັງ ສ​ປ​ຊ ກ່າວ​ເຕືອນ Ebola ນັບ​ມື້​ນັບ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ​ກ່​ວາ​ອີກ. ບັນ​ດາ​ເຈົ້າ​ໜ້າ​ທີ່ອົງການ​ອະນາ​ໄມ​ຂອງ​ສະຫະພາບ​ເອີ​ລົບ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ໃນ​ວັນ​ທີ 16/10 ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ຮັບ​ມື​ກັບ​ພະຍາດ​ນີ້. ວັນ​ທີ 13/10, ອົງການ​ອະນາ​ໄມ​ໂລກ ​ໄດ້​ຊຸກຍູ້​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຝິກ ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປົກ​ປ້ອງ​ປະຊາຊົນ​ຕໍ່ໜ້າ​ພະຍາດ Ebola​. ຢູ່​ຫວຽດນາມ, ​ເພື່ອ​ຮັບ​ມື​ກັບ​ພະຍາດ Ebola​, ກະຊວງ​ສາທາລະນະ​ສຸກ​ໄດ້​ສ້າງ​ແຜນການ​ປ້ອງ​ກັນ ​ແລະ ຕ້ານ​ພະ​ຍາດ Ebola​ ບໍ່​ໃຫ້​ແຜ່​ລະບາດ​ເຂົ້າ​ຫວຽດນາມ ​ແລະ ຜັນ​ຂະຫຍາຍ​ການ​ເຝິກຊ້ອມ​ຢູ່​ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈີ​ມິນ. ອົງການ​ອະນາ​ໄມ​ໂລກ ​ແລະ ສູນ​ປ້ອງ​ກັນ, ຕ້ານ, ຄວບ​ຄຸມພະ​ຍາດ ອາ​ເມ​ລິ​ກາ ​ໄດ້​​ເປີດ​ສະຫຼອງຫ້ອງການ​ເພື່ອ​ຕອບ​ສະໜອງ​ຄວາມ​ຮີບ​ດ່ວນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ​ນີ້​ຢູ່​ຫວຽດນາມ.

        ພ້ອມ​ກັບ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເງິນ​ແລ້ວ, ຫຼາຍ​ປະ​ເທດ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄ້ວາ, ປຸງ​ແຕ່ງ​ວັກ​ຊິນ​​ເພື່ອກັນ​ພະຍາດ Ebola​. ທ່ານ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ລັດ​ເຊຍ VeroniKa Skvortsova ​ໃຫ້​ຮູ້​ວ່າ, ​ໃນ 6 ​ເດືອນ​ຕໍ່ໜ້າ, ລັດ​ເຊຍ​ຄາດ​ວ່າ​ຈະ​ຜະລິດ​ວັກ​ຊິນ​ກັນ Ebola​ 3 ປະ​ເພດ. ​ໃນ​ຂະນະ​ນັ້ນ, ລັດຖະບານ ກາ​ນາ​ດາ ກໍ່​ປະກາດວ່າ, ​ໃນ​ວັນ​ທີ 13/10 ​ເລີ່​ມ​ໃຊ້​ທົດ​ລອງ​ວັກ​ຊິນ​ກັນ Ebola​ ​ໃນ​ຄົນ. ຜົນ​ການ​ທົດ​ລອງ​ອາດ​ຈະ​ຖືກ​ຍົກ​ອອກ​ໃນ​ເດືອນ 12 ຈະ​ມາ​ເຖິງ.

        ທ່ານ​ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ Sam Kutesa ກໍ່​ຢືນຢັນ​ວ່າ​ປະຊາ​ຄົມ​ໂລກ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ​ແນ​ໃສ່​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ໂລກ​ພະຍາດ Ebola​. ນີ້​ແມ່ນ​ໜ້າ​ທີ່​ບໍ່​ງ່າຍດາຍ, ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່​ມະນຸດ​ພວມ​ຮັບ​ມື​ກັບ​ເຊື້ອ​ທີ່​ອັນຕະລາຍ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ