ສະພາບການຢູ່ແຫລມເກົາຫລີຍັງຄົງເຄັ່ງຕຶງ


(vovworld)- ໂດຍບໍ່​ຫົວ​ຊາ​ຕໍ່​ກາ​ນ​ຄັດ​ຄ້ານ​ຂອງ​ປະ​ຊາ​ຄົມ​ສາ​ກົນ, ໃນ​ເດືອນ 4/2016, ສ​ປ​ປ ເກົາ​ຫລີ ໄດ້​ດຳ​ເນີນ​ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄຟ​ຢ່າງ​ລຽ​ນ​ຕິດ. ການ​ກະ​ທຳ​ນີ້​ໄດ້​ເຮັດ​ໃຫ້​​ສະ​ພາບ​ການ ​ຢູ່​ແຫລ​ມ​ເກົາ​ຫລີ ເຄັ່ງ​ຕຶງຂຶ້ນ​ຕື່ມ, ສິ່ງ​ດັ່ງ​ກ່າວກໍໝາຍ​ຄວ​າມ​ວ່າ ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຢູ່​ແຫລມ​ເກົາ​ຫລີ ບໍ່​ທັນ​ໄດ້​ຮັບ​ການປະ​ຕິ​ບັດ​ຄືນ​ໃຫມ່​.

        ວັນ​ທີ 1 /4, ສ​ປ​ປ ເກົາ​ຫລີ ໄດ້​ຍິງ​ລູກ​ສອນ​ໄຟ ໄລ​ຍະ​ສັ້ນ​ໃສ່​ເຂດ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ. ການ​ກະ​ທຳ​ນີ້​ດຳ​ເນີນ​ໄປ​ພາຍ​ຫລັງ​ ​ທີ່​ບັນ​ດາ​ການ​ນຳ ອາ​ເມ​ລິ​ກາ, ສ​ເກົາ​ຫລີ ແລະ ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ​້ນກວ່າ​ເພື່ອ​ສະ​ກັດ​ກັ້ນ ສ​ປ​ປ ເກົາ​ຫລີ ພັດ​ທະ​ນາ​ໂຄງ​ການ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟພຽງ ສອງ​ສາມ​ຊົ່ວ​ໂມງ. ວັນ​ທີ 15/4, ພຽງ​ຢາງ ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ Musudan, ສາ​ມາດ​ໄປ​ເຖິງ​ດິນ​ແດນ ອາ​ເມ​ລິ​ກາ​ຄື: ເກາະ Guam ແລະ Alaska. ກອງ​ທັບ ສ​ເກົາ​ຫລີ ຖື​ວ່າ: ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຄັ້ງ​ນີ້​ຖືກ​ປະ​ລາ​ໄຊ ແຕ່ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່ ສ​ປ​ປ ເກົາ​ຫລີ ຍິງ​ລູກ​ສອ​ນ​ໄຟ​ນຳ​ວິ​ຖີ Musudan ເຄື່ອນ​ທີ່.

ສະພາບການຢູ່ແຫລມເກົາຫລີຍັງຄົງເຄັ່ງຕຶງ - ảnh 1
ສື່​ສານ​ໂຄ​ສະ​ນາ​ສ​ເກົາ​ຫລີ​ໃຫ້​ຂ່າວ​ກ່ຽວ​ກັບ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ
ຂອງ ສ​ປ​ປ ເກົາ​ຫລີ
ພາບ: AP

ປັບ​ປຸງ​ກຳ​ລັງ​ແຮງ​ນິວ​ເຄຼຍ

        ພາຍ​ຫລັງ​ເຫດ​ຍິງ​ລູກ​ສອນ​ໄຟ 2 ຄັ້ງ, ວັນ​ທີ 24/4, ສ​ປ​ປ ເກົາ​ຫລີ ໄດ້​ຖະ​ແຫລງວ່າ ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ ຈາກ​ກຳ​ປັ່ນ​ດຳ​ນ້ຳ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ Kim Jong Un ແມ່ນ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່. ການ​ນຳ Kim Jong Un ໄດ້​ຍ້ອງ​ຍໍ​ບັນ​ດາ​ເຈົ້າ​ຫນ້າ​ທີ່, ນັກ​ວິ​ທະ​ຍາ​ສາດ ແລະ ​​ພະ​ນັກ​ງານເຕັກ​ນິກ ພ້ອມ​​ທັງ ​ຮຽກ​ຮ້ອງ​ເຂົາ​ເຈົ້າຊຸກ​ຍູ້​ໂຄງ​ການນີ້ ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ດ້ານ​ນິວ​ເຄຼຍ ເພື່​ອ​ສາ​ມາດ​ບຸກ​ໂຈມ​ຕີ​ບັນ​ດາ​ເປົ້າ​ໝາຍ​ຢູ່ ອາ​ເມ​ລິ​ກາ - ສ​ເກົາ​ຫລີ ​ບໍ່​ວ່າ​ຈຸດໃນ​ເວ​ລາ​ໃດ​. ຕໍ່​ຫນ້າ​ການ​ກະ​ທຳ​ດັ່ງ​ກ່າວ, ທ່ານ Jeffrey Lewis, ສັງ​ກັດ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສາ​ກົນ Middlebury, ລັດ California ປະ​ເທດ ອາ​ເມ​ລິ​ກາ ຖື​ວ່າ ຖ້າ​ຫາກ​ສິ່ງ​ດັ່ງ​ກ່າວ​ແມ່ນ​ຄວາມ​ຈິງ, ນີ້​ອາດ​ຈະ​ແມ່ນ​ບາດ​ກ້າວ​ໃຫຍ່​ຂອງ ສ​ປ​ປ ເກົາ​ຫລີ ໃນ​ການ​ພັດ​ທະ​ນາ​ລູກ​ສອນ​ໄຟ​ຍິງ​ຈາກ​ກຳ​ປັ່ນ​ດຳ​ນ້ຳ ແລະ ແມ່ນ “​ບາດ​ກ້າວ​ກະ​ໂດດ​ຂັ້ນໃນ​ຄວາມ​ມັກ​ໃຫຍ່​ໄຝ່​ສູງ” ຂອງ​ສ​ປ​ປ ເກົາ​ຫລີ. ນີ້​ແມ່ນ​ການ​ຜັນ​ແປ​ລ້າ​ສຸດ​ໃນ​ບັນ​ດາ​ການ​ກະ​ທຳ​ມໍ່​ໆ​ມານີ້​ຂອງ ພຽງ​ຢາງ ເພື່ອ​ສະ​ແດງ​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານ. ປະ​ຈຸ​ບັນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ບໍ່​ແມ່ນ​ຫນ້ອຍກ່ຽວ​ກັບ​ເລື່ອງ ສ​ປ​ປ ເກົາ​ຫລີ ອາດ​ຈະ​ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ການ​ທົດ​ລອງ ນິວ​ເຄຼຍ ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້ ເມື່ອ​ກຳ​ລັງ​ການ​ທະ​ຫານ ອ​າ​ເມ​ລິ​ກາ ແລະ ສ​ເກົາ​ຫລີ ໄດ້​ຖ່າຍ​ທຳ​ບັນ​ດາ​ການ​ຍົກ​ຍ້າຍ​ຜິດ​ປົກ​ກະ​ຕິ​ຢູ່​ຮາກ​ຖານ​ນິວ​ເຄຼຍ Punggye – ri ຂອງ ສ​ປ​ປ​ເກົາ​ຫລີ ໃນ​ອາ​ທິດ​ກ່ອນ. ນອກນັ້ນ ກໍ​ມີ​ພະ​ຍານ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ກອງ​ທັບ ສ​ປ​ປ ເກົາ​ຫລີ ໄດ້​ສະ​ກັດ​ກັ້ນ​ບັນ​ດາ​ເສັ້ນ​ທາງ​ຢູ່ Kiju, ທາງ​ທິດ​ເຫນືອ​ແຂວງ Hamgyong, ຊື່ງ​ແມ່ນ​ສະ​ຖານ​ທີ່​ມີ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຫລາຍ​ແຫ່ງ. ເລື່ອງ​ສະ​ກັດ​ກັ້​ນ​ບັນ​ດາ​ເສັ້ນ​ທາງ​ຄ້າຍ​ຄື​ກັນ​ໄດ້​ດຳ​ເນີນ​ກ່ອນ​ທີ່​ປະ​ເທດນີ້​ປະ​ຕິ​ບັດ​ການ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 4 ໃນ​ໄລ​ຍະ​ຕົ້ນ​ປີ.

        ກ່ອນ​ການ​ຜັນ​ແປ​ດັ່ງ​ກ່າວ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກາ Barak Obama ຕ້ອງ​ກ່າວ​ເຕືອນ​ກ່ຽວ​ກັບ​ບັນ​ດາ​ຄວາ​ມ​ສ່ຽງ​ຢ່າງ​ຮ້າຍ​ແຮງ​ຈາກ ເລື່ອງ ສ​ປ​ປ ເກົາ​ຫລີ ດຳ​ເນີນ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຢ່າງ​ລຽ​ນ​ຕິດ. ທ່ານ Obama ຖື​ວ່າ ເຖິງວ່າ​ຖືກ​ປະ​ລາ​ໄຊ​ໃນ​ເຫດ​ທົດ​ລອງ​ສ່ວນ​ຫລາຍ​ກໍ​ຕາມ ແຕ່​ບົດ​ຮຽນ ແລະ ຄວາມ​ຮູ້​ ​ໃຫມ່​ແມ່ນ​ສິ່ງ​ທີ່​ພຽງ​ຢາງ​ ບັນ​ລຸ​ໄດ້. ອາ​ເມ​ລິ​ກາ ແລະ ພັນ​ທະ​ມິດ ຕ້ອງ​ມີ​ສະ​ຕິ​ຢ່າ​ງ​ເຂັ້​ມງວດ​ຕໍ່​ບັນ​ຫານີ້.

       ສູ້​ຢັນ​ກັນ​ແທນ​ທີ່​ການ​ເຈ​ລະ​ຈາ

       ​ໃນ​ຖະ​ແຫລງ​ການ​ໃຫ​ມ່​ສຸດ, ທ່ານ Ri Thae Song, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫລີ ໄດ້​ຢືນ​ຢັນ​ຢ່າງ​ຈະ​ແຈ້ງວ່າ: ພຽງ​ຢາງບໍ່​ມີ​ແຜນ​ການຢ​ຸ​ດ​ຕິ​ບັນ​ດາ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ນັບ​​ທັງ​ໃນ​ຂະ​ນະ​ທີ່ອາ​ເມ​ລິ​ກາ ຢຸດ​ຕິ​ບັນ​ດາ​ການ​ຊ້ອມ​ຮົບ​ປະ​ຈຳ​ປີ​ກັບ ສ​ເກົາ​ຫລີ. ໃນ​ຂະ​ນະ​ນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ພັດ​ຖື​ວ່າ ບັນ​ດາ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ່ວນ​ຫນຶ່ງ​ຂອງ​ການ​ນຳ Kim Jong Un ເພື່ອ​ປັບ​ປຸງ​ທີ່​ຕັ້ງ​ບົດ​ບາດ​ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫລີ ຊື່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 5 ຈະ​ມາ​ເຖິງ, ນີ້​ແມ່ນ​ເຫດ​ການ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າຜິດ​ປົກ​ກ​ະ​ຕິ ເພາະ​ບໍ່​ເຄີຍ​ດຳ​ເນີນ​ໃນ​ຕະ​ຫລອດ 36 ປີ​ຜ່ານ​ມາ. ຫລາຍ​ຄົນ​ຖື​ວ່າ ໃນ​ໂອ​ກາດນີ້ ທ່ານ Kim Jong Un​ ​ ຈະຖະ​ແຫລງ​ຢ່າງ​ເປັນ​ທາງ​ການ​ວ່າ ສ​ປ​ປ ເກົາ​ຫລີ ແມ່ນ​ປະ​ເທດ​ມີ​ອາ​ວຸດ​ນິວ​ເຄຼຍ ແລະ ​ມີກຳ​ລັງ​​ບົ່ນ​ຊ້ອນ​ດ້ານ​ການ​ທ​ະ​ຫານ.

        ບັນ​ດາ​ການ​ກະ​ທຳ​ຂອງ ສ​ປ​ປ ເກົາ​ຫລີ ໄດ້​ເຮັດ​ໃຫ້ ສ​ເກົາ​ຫລີ ຕ້ອງ​ຮັກ​ສາ​ລະ​ດັບ​ເຕືອນ​ໄພ ເພາະ​ ມີ​ຄວາມ​ເປັນ​ຫ່ວງ​ວ່າ ພຽງ​ຢາງຈະ​ດຳ​ເນີນ​ເຫດ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 5 ໃນ​ບໍ່​ວ່າ​ເວ​ລາ​ໃດ. ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun Hye ກ່າວ​ເຕືອນ​ວ່າ ຖ້າ​ຫາກ ພຽງ​ຢາງ ຍັງ​ຄົງ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ​ຄື​ດັ່ງ​ກ່າວ ອາດ​ຈະ​ຖືກ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ແລະ ຖືກ​ກຳ​ລັງ​ດັນ​ຢ່າງ​ແຮງກວ່າ. ໃນ​ຂະ​ນະ​ນັ້ນ, ຈີນ ກໍ​ໄດ້​ສົ່ງ​ກຳ​ລັງ​ທະ​ຫານ​ເຖິງ​ເຂດ​ຊາຍ​ແດນ ທີ່​ຕິດ​ກັບ ສ​ປ​ປ ເກົາ​ຫລີ. ອາ​ເມ​ລິ​ກາ ພວມ​ຕັ້ງ​ຫນ້າ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ປ້ອງ​ກັນ​ຕົວ.

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ເນັ້ນ​ຫນັກ​ວ່າ: ວໍ​ຊິງ​ຕັ​ນ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນ​ຫລາຍ​ເພື່ອ​ຈັດ​ວາງ​ບັນ​ດາ​ລະ​ບົບ​ຍິງ​ລູກ​ສອນ​ໄຟ​ກໍ​ຄື​ສ້າງ​ລະ​ບົບ​ປ້ອງ​ກັນ​ເພື່ອ​ສາ​ມາດ​ສະ​ກັດ​ກັ້ນ​ບັນ​ດາ​ການ​ນາບ​ຂູ່​ຈາກ​ພຽງ​ຢາງ ໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ສົມ​ຄວນ​. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ທ່ານ Obama ກ​ໍ​ຍອມ​ຮັບ​ວ່າ “ບໍ່​ມີ​ມາດ​ຕະ​ການ​ທີ​່​ງ່າຍ​ດ່າຍ​ໃດ”ໃຫ້​ແກ່​ການ​ນາບ​ຂູ່​ຈາກ ສ​ປ​ປ ເກົາ​ຫລີ.

  ທ່ານ Josh Earnest, ໂຄ​ສົກ​ທຳ​ນຽບ​ຂາວ ຢືນ​ຢັນ​ວ່າ: ເສັ້ນ​ທາງ​ຊື່ງ ສ​ປ​ປ ເກົາ​ຫລີ ເລືອກ​ເຟັ້ນ ເພື່ອ​ເຊື່ອມ​ຕົວ​ເຂົ້າ​ກັບ​ປະ​ຊາ​ຄົມ​ສາ​ກົນ ພຽງ​ແຕ່​ແມ່ນ​ເສັ້ນ​ທາງ​ດຽວ, ນັ້ນ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ປອດ​ນິວ​ເຄຼຍ​ຢູ່ ແຫລມ​ເກົາ​ຫລີ ແລະ ເຄົາ​ລົບ​ບັນ​ດາ​ພັນ​ທະ​ສາ​ກົນ​ຂອງ​ຕົນ. ພ້ອມ​ກັບ​ການ​ກະ​ທຳ​ນີ້, ສ​ເກົາ​ຫລີ, ອ​າ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຮຽກ​ຮ້ອງ ສ​ປຊ ຮັບ​ຮ​ອງ​ເອົາ​ມະ​ຕິ​ລົງ​ໂທດ​ໃຫມ່, ຖ້າ​ຫາກ ສ​ປ​ປ ເກົາ​ຫລີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 5. ຢູ່ ເອີ​ລົບ, ຝ​ລັ່ງ ໄດ້​ຮຽກ​ຮ້ອງ ອີ​ຢູ ຮັບ​ຮອງ​ເອົາ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ເພີ່ມ​ເຕີມ​ສຳ​ລັບ ພຽງ​ຢາງ.

        ແຫລມ​ເກົາ​ຫລີ ຖືກ​ແບ່ງ​ແຍກ ນັບ​ແຕ່​ເມື່ອ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ເມ​ື່ອ​ປີ 1945. ມາ​ຮອດ​ປະ​ຈຸ​ບັນ ສອງ​ພາກ​ເກົາ​ຫລີ ຍັງ​ຄົງ​ຢູ່​ໃນ​ສະ​ພາບສົງ​ຄາມ. ເລື່ອງ ສ​ປ​ປ ເກົາ​ຫລີ ເພີ່ມ​ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄຟ​​ຢ່າງ​ຕໍ່​ເນື່ອງໃນ​ໄລ​ຍະ​ມໍ່ໆ​ມານີ້​ແມ່ນ ບໍ່​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ​ໃຫ້​ແກ່​ແຫລມ​ເກົາ​ຫລີ​  ຫາກ​ພຽງ​​ແຕ່ເຮັດ​ໃຫ້​ຂາດ​ສະ​ຖຽນ​ລະ​ພາບເທົ່າ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ