ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມກັບຄືນສູ່ຄວາມເປັນປົກກະຕິແລ້ວ

(vovworld)- ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮຢ່າງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ ຂອງ​ຫວຽດນາມ ກ່ອນ​ນີ້ ກວ່າ 1 ​ເດືອນ ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ ທຸກ​ຊັ້ນ​ວັນນະ ​ຂັດ​ໃຈ. ​ໄດ້​ເກີດ​ການ​ແຫ່​ຂະ​ບວນຄັດຄ້ານ ຈຳນວນ​ຫນຶ່ງ ຖືກ​ບັນດາ​ກຸ່ມ​ຄົນ​ບໍ່​ດີ​ສວຍ​​ໃຊ້​ເພື່ອ​ປະຕິບັດ​ການ​ກະທຳ​​ທຳລາຍ​ຊັບ​ສິນ​ຂອງ​ບັນດາ​ວິ​ສາ​ຫະກິດ,  ທຳລາຍ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ​ຫວຽດນາມ. ດ້ວຍຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ​ຂອງ​ລັດຖະບານ ​ແລະ ບັນດາ​ທ້ອງ​ຖິ່ນ​ໄດ້​​ເຮັດ​ໃຫ້ການ​ຜະລິດຢູ່​ບັນດາ​ວິ​ສາ​ຫະກິດກັບ​ຄືນ​ສູ່​​ເຄື່ອນ​ໄຫວເປັນ​ປົກກະຕິ.

ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມກັບຄືນສູ່ຄວາມເປັນປົກກະຕິແລ້ວ - ảnh 1
ພາບປະກອບ:internet

        ພາຍຫລັງ​​ເກີດ​ເຫດການ​ດັ່ງກ່າວ​, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຫລາຍ​ຄັ້ງ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ກ່ຽວຂ້ອງ ​ເພື່ອ​ຊີ້​ນຳ​ໂດຍ​ກົງ​ແກ້​ໄຂ​ເຫດການ. ມາ​ຮອດ​ປະຈຸ​ບັນ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ອອກ 4 ຄຳ​ສັ່ງ ຮຽກຮ້ອງ​ທຸກ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ນຳ​ໃຊ້​ບັນດາ​ມາດ​ຕະການ​ລະອຽດ, ຂ້ຽວຂາດ,​​ແກ້​ໄຂ​​ກໍ​ລະ​ນີຢ່າງ​ເຖິງ​ຖອງ. ກາ​ນນຳບັນດາ​ກະຊວງ,​ ​ຂະ​ແຫນງ​ການ,​ ທ້ອງ​ຖິ່ນກ່ຽວ​ຂ້ອງ​ຂອງ​ຫວຽດນາມ ​ໄດ້​ລົງ​ສະຖານ​ທີ່​ເກີດ​ເຫດ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ບັນດາ​ວິ​ສາ​ຫະກິດ, ພາລະ​ກອນ​ຕ່າງປະ​ເທດ ​ແລະ ຫວຽດນາມ ທ່ີ​ຖືກ​ເສຍ​ຫາຍ​ກໍ​ຄື​ແລກປ່ຽນ​ບັນດາ​ມາດ​ຕະການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ, ຟື້ນ​ຟູການ​ຜະລິດ. ​ເມື່ອ​ລົງ​ຢ້ຽມຢາມ ​ແລະ ຊອກ​ຮູ້​ສະພາບ​ການ​ຢູ່​ບັນດາ​ວິ​ສາ​ຫະກິດ​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ ທີ່​ຂຶ້ນ​ກັບ​ເຂດ​ອຸດສາຫະກຳ ຂອງ​ແຂວງ ບິ່ງ​ເຢືອງ,​ ຊື່​ງຖືກ​ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ​ກວ່າ​ໝູ່​​ເມື່ອ​ເກີດ​ເຫດການ​ດັ່ງກ່າວ,​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ແຜນ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະຫມີ​ປາຍ​ຂອງ​ພັກ, ລັດ ຫວຽດນາມ ​ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ.

        ບັນດາ​ມາດ​ຕະການ​ຕົວ​ຈິງ,​ທັນ​ການ.

        ​ເພື່ອ​ຊ່ວຍ​ເຫລືອ​ບັນດານ​ັກລົງທຶນ​ຕ່າງ​ປະ​ເທດ​ຢ່າງ​ແທດ​ຈິງ,​ລັດຖະບານ​ຫວຽດນາມ ໝັ້ນ​ໝາຍ ຍົກ​ເວັ້ນ ແລະ ຫລຸດຜ່ອນພາສີ, ຄ່າ​ເຊົ່າ​ທີ່​ດິນ ​ແລະ ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ກ່ຽວ​ກັບ​ບັນຫາ​ແຮງ​ງານ. ຕາມ​ນັ້ນ​ແລ້ວ, ກະຊວງ​ການ​ເງິນ ຈະ​ສົ່ງ​ຄືນ​ເງິນເສຍພາສີອາກອນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຜະລິດ​ຕະພັນ, ບໍລິການ​ຖືກ​ເສຍ​ຫາຍ ພ້ອມ​ທັງ​ຫລຸດຜ່ອນ ອາກອນຈຳຫນ່າຍ​ສິນຄ້າ​ພິ​ເສດ​ຕຳ່​ສຸດ 30% ຊື່​ງບັນດາ​ວິ​ສາ​ຫະກິດ​ຕ້ອງ​ມອບ​ໃນ​ປີ 2014.  ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ,​ນະຄອນ ກໍ​ຍົກ​ເວັ້ນ, ຫລຸດຜ່ອນ​ຄ່າ​ເຊົ່າ​ທີ່​ດິນ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຖືກ​ເສຍ​ຫາຍ. ກະ​ຊວງ​ແຮງ​ງານ,​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ຕ້ອງ​ຮັບຜິ​ດຊອບ​ແຫ​ລ່ງຄົນ​ງານ​ທີ່​ຂາດ​​​ແຄນ ​ແລະ ກະຊວງ​ຕຳຫລວດ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ອອກ​ວິຊາ ​ເຂົ້າ​ເມືອງ​ໃຫ້​ແກ່​ນັກ​ລົງທຶນ ​ແລະ ຄົນ​ງານ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ສຳລັບ​ບັນດາ​ບໍລິສັດ​ຖືກ​ເສຍ​ຫາຍຢ່າງ​ວ່ອງ​ໄວ. ລັດຖະບານ​ຫວຽດນາມ ກໍ​ສະ​​ເຫ​ນີບັນດາ​ທ້ອງ​ຖິ່ນ ຕີ​ລາຄາ​ສະພາບ​ການ​ຖືກ​ເສຍ​ຫາຍ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ເພື່​ອ​ແບ່ງ​ເບົາ​ຄວາມ​ເສຍ​ຫາຍຢ່າງ​ທັນ​ການ. ທ່ານ ​ໂດ​ເຍີ​ດຮ່ວາງ, ຫົວຫນ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຢືນຢັນ​ວ່າ:

        “ລັດຖະບານ ​​ໄດ້​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ​້ນ ​ເພື່ອ​ຕິດ​ຕາ​ມສະພາບ​ການ ​ແລະ ປະຈຸ​ບັນ ບັນດາ​ທ້ອງ​ຖິ່ນ ​ແລະ ອົງການ​ກ່ຽວ​ຂ້ອງ ພວມ​ສົມທົບ​ກັນ​ເພື່ອ​ຫນູນ​ຊ່ວຍ​ສິ່ງ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ບັນດານ​ັກລົງທຶນ​ເວົ້າ​ລວມ ​ເພື່ອ​ນຳ​ການ​ຜະລິດ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ​ໂດຍ​ໄວ. ”

        ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໄດ້​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ

        ຢູ່​ແຂວງ ບີ່​ງ​ເຢືອງ, ຊື່​ງ​ແມ່ນ​ທ້ອງ​ຖິ່ນ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຖືກ​ເສຍ​ຫາຍ​ກວ່າ​ໝູ່​​ເມື່ອ​ເຫດການ​ເກີດ​ຂຶ້ນ. ມາ​ຮອດ​ປະຈຸ​ບັນ, ມີ 95% ຈຳນວນວິ​ສາ​ຫະກິດ ຟື້ນ​ຟູ​ການ​ຜະລິດ, ​ໃນ​ນັ້ນ​ຢູ່​ບັນດາ​ເຂດ​ອຸ​ດສາ​ຫະກຳ ມີ 85% ຈຳນວນ​ວິ​ສາ​ຫະກິດ​ໄດ້​ກັບ​ຄືນສູ່ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ປະຈຸ​ບັນ ​ໃນ​ບັນດາ​ຮາກ​ຖານ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ບັນຍາກາດ​ເຮັດ​ວຽກ​ແມ່ນ​ຮີບ​ເຮັ່ງ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ ຊັບຊ້ອນ​ໃຫ້​ພະນັກງານ​ເພີ່ມ​ຊົ່ວ​​ໂມງ​ເຮັດ​ວຽກ ​ເພື່ອ​ສຳ​ເລັດ​​ໃບ​ຊັ່ງ​ຊື້​ສິນຄ້າ​ສົ່ງ​ອອກ​ຊື່​ງ​ໄດ້​ລົງ​ນາມ​ກັບ​ຄູ​່ຮ່ວມ​ມື​. ທ່ານ Lee Tong Hue, ປະທານ ສະຫະ​ສະມາຄົມ​ວິ​ສາ​ຫະກິດ ສ​ເກົາຫລີ ຢູ່ ​ແຂວງ ບີ​ງ​ເຢືອງ ​ເວົ້າ​ວ່າ:

        “ຄະນະ​ກຳມະການ​ປະຊາຊົນ​ແຂວງ ບີ່​ງ​ເຢືອງ ​ໄດ້​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ວ່ອງ​ໄວ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ​ເກົາຫລີ ຖືກ​ເສຍ​ຫາຍ ກັບ​ຄືນ​ສູ່ການເຄື່ອນ​ໄຫວ​ເປັນ​ປົກກະຕິ​ໂດຍ​ໄວ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັ້ນ​ໃຈ​ຕໍ່​ການ​ຊ່ວຍ​ເຫລືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.”

        ບັນດາ​ວິ​ສາ​ຫະກິດ​ກັບ​ຄື​ສູ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​​ເປັນ​ປົກກະຕິຢ່າງ​ວ່ອງ​ ​ໄວ ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື, ສະຫນິດ​ຕິດ​ພັນ ລະຫວ່າງ​ອຳນາດ​ການ​ປົກ​ຄອງທອ້ງຖິ່ນ ກັບ​ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ, ຢືນຢັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ນັກ​ລົງທຶນ,​ວິ​ສາ​ຫະກິດ ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ລັດ, ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ.  ທ່ານ ​ເລ​ຮົ່ງຟວາ, ປະທານ​ສະຫະ​ສະມາຄົມ​ຕຳ່​ແຜ່ນ​ຕັດ​ຫຍິບ ບີ່​ງ​ເຢືອງ ​ໃຫ້​ຮູ້​ວ່າ:

        “ຜ່ານ​ເຫ​ດການ​ດັ່ງກ່າວ ຂ້າພະ​ເຈົ້າ​ເຫັນ​ວ່າ ລັດຖະບານ ກໍ​ຄື​ການ​ນຳ​ແຂວງ ​ແລະ ບັນດາ​ພະ​ແນ​ກ, ຂະ​ແຫນງ​ການ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ບັນດາ​ວິ​ສາ​ຫະກິດ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫລືອ​ດັ່ງກ່າວ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຟື້ນ​ຟູ​ໂດຍ​ໄວ.”

        ສືບ​ຕໍ່​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ອະນາຄົດ

        ​ຮີ​ບ​ເຮັ່ງ​ກຳນົດ​ຢັ້ງຢືນຄວາມ​ເສຍ​ຫາຍ​ເພື່ອ​ຫນູນ​ຊ່ວຍ, ຊ່ວຍ​ເຫລືອ​ບັນດາ​ວິ​ສາ​ຫະກິດ​ແກ້​ໄຂຄວາມ​ເສຍ​ຫາຍ, ກັບ​ຄືນ​ສູ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ ນັ້ນ​ແມ່ນ​ເນື້ອ​ໃນ​ໃນ​ແຈ້ງ​ການ​ເລ​ກທີ 207 ກ່ຽວ​ກັບ​ການ​ສະຫລຸບ​ຂອງ​ນາຍົກລັດຖະມົນຕີ. ​ໂດ​ຍປະຕິບັດ​ແຜນ​ນະ​ໂຍບາຍ​ນີ້, ຫລາຍ​ທ້ອງ​ຖິ່ນ​ຢູ່​ຫວຽດນາມ ພວມ​ປະຕິບັດ​ທຸກ​ມາດ​ຕະການ​ໃຫ້​ເໝາະ​ສົມ​ເພື່ອ​ຊ່ວຍ​ເ​ຫລື​ອ, ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ, ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ລະບຽບ​ການ​ບໍລິຫານ, ​ເປັນ​ຕົ້ນ​ແມ່ນ​ຫນູນ​ຊ່ວຍ​ຟື້ນ​ຟູ, ກຳນົດ, ສະຫນອງ​ເອກະສານ, ສຳ​ເນົາ​ຮັບ​ໃຊ້​ການ​ກຳນົດຢັ້ງຢືນ​ມູນ​ຄ່າ​ຊັບ​ສິນ​ຖືກ​ເສຍ​ຫາຍ​ເພື່ອ​ຊົດ​ເຊີຍ. ກ່ຽວກັບບັນຫາ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໃຫ້​ຮູ້​ວ່າ:

        “ບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ຍົກ​ອອກ,​ ​ໃນ​ຕໍ່ຫນ້າ​ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ຂອງ​ບັນດາ​ນັກ​ລົງທຶນໂດຍ​ພື້ນຖານ. ປາດ​ຖະຫນາ​ວ່າ ບັນດາ​ມາດ​ຕະການ​ນັ້ນ, ບັນດາ​ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ ສາມາດ​ກັບ​ຄືນ​ສູ່​ການ​ຜະລິດ​ເປັນ​ປົກກະຕິ.  ໃນ​ວິວັດ​ການ​ຜັນ​ຂະຫຍາຍປະຕິບັດ ຖ້າ​ມີ​ຄວາມ​ຫຍຸ້ງຍາກ​ເກີນ​ຂອບເຂດສິດ​ອຳນາດ​ຂອງ​ລັດຖະບານ ຈະ​ພິຈາລະນາ​ເພື່ອ​ລາຍ​ງານ​ຕໍ່​ສະພາ​ແຫ່​ງຊາດ.”

        ​ວັນ​ທີ 2/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມີ​ຄຳ​ສັ່ງ​ຮຽກຮ້ອງ​ບັນດາ​ຂະ​ແຫນງ, ທ້ອງ​ຖິ່ນ​ຕ່າງໆ ຍູ້​ໄວ​ການ​ປະຕິບັດ​ບັນດາ​ມາດ​ຕະການ ​ແລະ ​ການ​ແກ້​ໄຂ​ບັນດາ​ລະບຽບ​ການ​ຫນູນ​ຊ່ວຍ, ຊ່ວຍ​ເຫລືອ​ບັນດາ​ວິ​ສາ​ຫະກິດ​ຖືກ​ເສຍ​ຫາຍ​ຢູ່​ທ້ອງ​ຖິ່ນ​ຈຳນວນ​ຫນຶ່ງ. ບັນດາ​ວຽກ​ງານ​ທີ່​ຮີບ​ເຮັ່ງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ລັດຖະບານ, ທຸກ​ຂັ້ນ, ພະ​ແນ​ກ, ຂະ​ແຫນງ​ການ ​ຂອງ​ຫວຽດນາມ ສືບ​ຕໍ່​ສະ​ແດງ​​ໃຫ້​ເຫັນ​ ຄຳ​ໝັ້ນ​ໝາຍ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢ່າງ​ປອດ​ໄພ​, ປະສິດທິ​ຜົນ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ