ສະພາແຫ່ງຊາດປຶກສາຫາລືກ່ຽວກັບບັນດາມາດຕະການພັດທະນາເສດຖະກິດສັງຄົມໃນປີ 2015


(vovworl) - ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ຫ​ນ້າ​ທີ່, ມາດ​ຕະ​ການ​ຕົ້ນ​ຕໍ ເພື່ອ​ປະ​ຕິ​ບັດ​ຫ​ນ້າ​ທີ່​ເສດ​ຖະ​ກິດ ສັງ​ຄົມທີ່ໄດ້​ວາງ​ອອກ ໃນ​ປີ 2015. ຄຽງ​ຄູ່​ກັບ​ບັນ​ດາ​ໝາກ​ຜົນ ແລະ ການ​ຫັນ​ປ່ຽນ​ຕັ້ງ​ຫ​ນ້າ, ປະ​ເທດ​ຊາດ ຍັງ​ຄົງປະ​ເຊີນ​ຫ​ນ້າ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ຫ​ນ້າ​ທີ່​ວາງ​ອອກ ​ໄດ້ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ແລະ ທັງ​ລະ​ບົບ​ການ​ເມືອງ ສາ​ມັກ​ຄີກັນເຫັນ​ດີ​ເປັນ​ເອກະ​ພາບຕັດ​ສິນ​ໃຈ ປະຕິບັດສຳ​ເລັດ​ຫ​ນ້າ​ທີ່​ແຜນ​ການ​ເສດ​ຖະ​ກິດ ສັງ​ຄົມ​ປີ 2015 ຢ່າງ​ມີ​ໄຊ.

ສະພາແຫ່ງຊາດປຶກສາຫາລືກ່ຽວກັບບັນດາມາດຕະການພັດທະນາເສດຖະກິດສັງຄົມໃນປີ 2015 - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13
ພາບ:chinhphu.vn

        ຕາມ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ຕໍ່​ສະ​ພາ​ແຫ່ງ​ຊາດ, ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ ໃນ​ຊຸມ​ເດືອນ​ຕົ້ນ​ປີ 2015 ສ​ືບ​ຕໍ່​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫ​ນ້າ ແລະ ບັນ​ລຸ​ໝາກ​ຜົນ​ໃນ​ທຸກ​ຂົງ​ເຂດ. ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ​ໃນ 4 ເດືອນ ເພີ່ມ​ຂຶ້ນ 0,04% ​ເຊິ່ງ​ແມ່ນ​ລະດັບຕ່ຳ​​ສຸດ​ໃນຫລາຍ​ປີ​ຜ່ານ​ມາ. ຍອດວົງ​ເງິນສົ່ງ​ອອກ​ເພີ່ມ​ຂຶ້ນ 8,2%. ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ 5%, ບັນ​ລຸ 4,2 ຕື້ USD. ຍອ​ດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ GDP ໃນ​ໄຕ​ມາດ 1 ເພີ່ມ​ຂຶ້ນ 6,03%, ນີ້​ແມ່ນ​ລະ​ດັບ​ສູງ​ສຸດ​ໃນ 5 ປີ​ຜ່ານ​ມາ.

ກ່ຽວ​ກັບ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ, ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ ສ​ເກົາ​ຫລີ, ພ້ອມ​ທັງ ກະ​ກຽມ​ລົງ​ນາ​ມ​ກັບ ພັນ​ທະ​​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ແລະ ສືບ​ຕໍ່​ຍູ້​ແຮງ​ການ​ເຈ​ລະ​ຈາ FTA ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫ​ຍ່​ອື່ນ.

ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ

ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ເຕີບ​ໂຕ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຫ​ນ້າ​ທີ່​ຊື່ງ​ສະ​ພາ​ແຫ່ງ​ຊາດມອບ​ໃຫ້​ລັດ​ຖະ​ບານ​ບຸ​ລິ​ມະ​ສິດ​ຊີ້​ນຳ, ບໍ​ລິ​ຫານ ນັບ​ແຕ່ນີ້​ຮອດ​ທ້າຍ​ປີ.  ຕາມນັ້ນ​ແລ້ວ, ລັດ​ຖະ​ບານ ເປັນ​ເຈົ້າ​ການ​ບໍ​ລິ​ຫານ​ຢ່າງມີ​ໄຫວ​ພິບ, ມີ​ປະ​ສິດ​ທິ​ຜົນ ແລະ ສົມ​ທົບກັນ​ຢ່າງ​ແຫ​ນ້ນ​ແຟ້ນ​ລະ​ຫວ່າງ​ນະ​ໂຍ​ບາຍ​ເງິນ​ຕາ, ນະ​ໂຍ​ບາຍ​ງົບ​ປະ​ມານ ແລະ ບັນ​ດາ​ນະ​ໂຍ​ບາຍ​ອື່ນ, ຮັບ​ປະ​ກັນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ​ຮັກສາ​ຄວາມດຸ່ນ​ດ່ຽງໃຫ​ຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ບັນ​ລຸ​ຄາດ​ໝາຍ​ການ​ເຕີບ​ໂຕ​ທີ່​ໄດ້​ວາງ​ອອກ. ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ເປີດກວ້າງ​ຕະ​ຫລາດ​ຢ່າງ​ຄົບ​ຊຸດ, ຍູ້​ແຮງ​ການ​ສົ່ງ​ອອກ, ຍູ້​ໄວ​ການ​ແກ້​ໄຂ​ຫນີ້​ເສຍ. ພ້ອມ​ທັງພັດ​ທະ​ນາ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ​​ຢ່າງ​ແຮງ ຕິດ​ພັນ​ກັບການ​ປະ​ຕິ​ບັດ​ການ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ” ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ ຮ່​ວາງງອກ​ຢູງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ເຊີນ​ລາ ໃຫ້​ຮູ້​ວ່າ:

 

ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາວ່າ:​ ໃນ​ໄລ​ຍະ​ຈະ​ມາ​ເຖິງ ລັດ​ຖະ​ບານ ຈະ​ມີ​ບັນ​ດ​າ​ມາດ​ຕະ​ການ​ຕັ້ງ​ຫ​ນ້າ​ໃນ​ການ​ປ້ອງ​ກັນ​, ຕ້ານ​ການ​ສ​ໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ. ລັດ​ຖະ​ບານ​ລົງ​ທຶນ​ໃຫ້​ຂົງ​ເຂດ​ກະ​ສິ​ກຳ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ຊາວ​ກະ​ສ​ິ​ກອນ​ຫລາຍກວ່າອີກ. ພິ​ເສດ​ແມ່ນ​ລົງ​ທຶນ​ໃຫ້​ບັນ​ດາ​ເຂດ​ຫ່າງ​ໄກ​ສອກ​ຫລີກ, ເຂດ​ຊົນ​ເຜົ່າ.”

 

ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່​ຕິດ​ພັນ​ກັບ​ຮູບ​ແບບ​ເຕີບ​ໂຕ

        ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ຮູບ​ແບບ​ເຕີບ​ໂຕ ກໍ​ແມ່ນ​ມາດ​ຕະ​ການ​ໄດ້​ຮັບ​ຖື​ເປັນ​ສຳ​ຄັນ. ໃນ​ບົດ​ລາຍ​ງານ​ທີ່​ສະ​ພາ​ແຫ່ງ​ຊາດ, ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ລັດ​ຖະ​ບານ ສືບ​ຕໍ່​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ, ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການປ່ຽນ​ໃຫມ່​ຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ຕັ້ງ​ຫ​ນ້າ​ປ້ອງ​ກັນ, ຕ້ານ​ການ​ສ​ໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ລັດ​ຖະ​ບານ ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ຮ່າງ​ສັງ​ລວມ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ ແລະ ບັນ​ດາ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ, ຂົງ​ເຂດ​ຄ​ືນ​ໃຫມ່ຢ່າງ​ຄົບ​ຊຸດ, ມີ​ປະ​ສິດ​ທິ​ຜົນ. ສູ້​ຊົນ​ສຳ​ເລັດ​ແຜນ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ 289 ແຫ່ງ​ເປັນ​ຫຸ້ນ​ສ່ວນ. ສືບ​ຕໍ່​ກວ​ດ​ກາຄືນ, ເພີ່ມ​ເຕີມ​ວິ​ສາ​ຫະ​ກິດ​ຄວນ​ຫັນ​ເປັນ​ຫຸ້ນ​ສ່ວນ, ຂາຍຫຸ້ນ​ຂອງ​ລັດ. ຫ​ນູນ​ຊ່ວຍ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ຫ​ນາດ​ກາງ ແລະ ນ້ອຍ, ເສດ​ຖະ​ກິດ​ຄອບ​ຄົວ, ສົ່ງ​ເສີມການ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ຂະ​ຫ​ນາດ​ໃຫ​ຍ່, ເຄື່ອງ​ໝາຍ​ການ​ຄ້າ, ມີ​ຄວາມ​ສາ​ມາດ​ແກ້ງ​ແຍ້ງຢູ່​ພາຍ​ໃນ ແລະ ພາກ​ພື້ນ. “

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຫັນ​ດີ​ເຫັນ​ພ້ອມ​ສູງ​ຕໍ່​ລັດ​ຖະ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ. ທ່ານ ຫງວຽນ​ດືກ​ກຽນ, ຮອງ​ຫົວ​ຫ​ນ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພ​າ​ແຫ່ງ​ຊາດ ຖື​ວ່າ:

ການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ແມ່ນ​ບາດ​ກ້າວ​ຕັດ​ສິນ​ຊີ້​ຂາດ ເພາະ​ວ່າ ມັນ​ມີ​ລັກ​ສະ​ນະ​ເຊື່ອມ​ຕໍ່​ຊຸມ​ປີ​ຕໍ່​ໄປ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ມາດ​ຕະ​ການ​ສຳ​ຄັນ​ທີ່​ສຸດ​ໃນໄລ​ຍະ 3 ປີ​ຈະ​ມາ​ເຖິງ, ລັດ​ຖະ​ບານ ຄວນ​ເດັດ​ດ່ຽວ​ປ່ຽນ​ໃຫມ່​ຮູບ​ແບບ​ເຕີບ​ໂຕ​ຕິ​ດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ໃນ​ນັ້ນ ໃນ​ຕໍ່​ຫ​ນ້າ​ຕ້ອງ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່ ແລະ ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ​ຄືນ​ໃຫມ່​ຢ່າງ​ຂ້ຽວ​ຂາດ. ພ້ອມ​ກັນ​ນັ້ນ ແມ່ນ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ, ເອ​ກະ​ສານ​ນິ​ຕິ​ກຳ.”

 ຜັນ​ຂະ​ຫ​ຍາຍ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ​ ໄດ້ປະ​ກາດ​ໃ​ຊ້ ແລະ ຊີ້​ນຳ​ປະ​ຕິ​ບັດ​​ມະ​ຕິ​ເລກ​ທີ 01 ​ຂອງ​ລັດ​ຖະ​ບານກ່ຽວ​ກັບ​ບັນ​ດາ​ຫ​ນ້າ​ທີ່, ມາດ​ຕະ​ການ​ຕົ້ນ​ຕໍ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົ​ມ​ປີ 2015 ຢ່າງ​ຂ້ຽວ​ຂາດ. ໃນ​ນັ້ນ ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີ​ບ​ໂຕຍອ​ດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ GDP ແມ່ນ 6,2%, ຍອດວົງ​ເງິນ​ສົ່ງ​ອອກ​ແມ່ນ 10%, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານປະມານ 1,6 ​ລ້ານຄົນ.

ໃນ​ສະ​ພາບ​ກາ​ນ​ປະ​ຈຸ​ບັນ, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ໄລ​ຍະ​ວິ​ກິດ​ການ ແລະ ພວມ​ຄ່ອຍໆ​ຟື້ນ​ຕົວ. ບັນ​ດາ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ວາງ​ອອກ​ມະ​ຕິ ປະ​ຕິ​ບັດ​ບັນ​ດາ​ຫ​ນ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ຢ່າງ​ມີ​ໄຊ, ສ້າງ​ປະ​ຖົມ​ປັດ​ໄຈ​ໃນ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ​ຕໍ່​ໄປ. ນີ້​ກໍ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫ​ນາຂອງ​ປະ​ຊາ​ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ