ສ້າງກຳລັງຫນູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມກັບບັນດາຄູ່ຮ່ວມມືໃນພາກພື້ນ

ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ບ​ຣູ​ໄນ ດາ​ຣູຊາ​ລາມແຕ່​ວັນ​ທີ 26-28/8 ແລະ ສິງ​ກະ​ໂປ​ແຕ່​ວັນ​ທີ 28-30/8 ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ບໍ່​ພຽງ​ແຕ່​ເປັນ​ການ​ຮັດ​ແໜ້ນ​ການພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່​ວນ​ພັດ​ທະ​ນາ ແລະ ເຮັດ​ໃຫ້ ການພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ 2 ຄູ່​ຮ່ວມ​ມືນີ້​ຍິ່ງ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ພ້ອມ​ທັງ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ.

 

ສ້າງກຳລັງຫນູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມກັບບັນດາຄູ່ຮ່ວມມືໃນພາກພື້ນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ

      ທັງ ບ​ຣູ​ໄນ ແລະ ສິງ​ກະ​ໂປ​ ກໍ​ລ້ວນ​ແຕ່​ແມ່ນ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ທີ່​ພວມ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ. ເຖິງວ່າ​ຂອບ​ຂະ​ໜາດ​ຂອງ​ 2 ພື້ນ​ຖານ​ເສດ​ຖະ​ກິດບ​ຣູ​ໄນ ແລະ ສິງ​ກະ​ໂປ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ​ຕາມ, ແຕ່​ກໍ​ລ້ວນ​ແຕ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແກ່​ການ​ຮ່ວມ​ມືຍາວ​ນານ​ກັບ​ຫວຽດ​ນາມ, ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດ 2 ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ກົນ​ໄກ​ຮ່ວມ​ມື​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ​ອີກ​ດ້ວຍ.

     ຫວຽດ​ນາມ-ບ​ຣູ​ໄນ: ການ​ພົວ​ພັນ​ອັນ​ດີ​ງາມ​ໃນຫຼາຍ​ດ້ານ

   ປະ​ເທດ​ທຳ​ອິດ​ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ແມ່ນ​ປະ​ເທດບ​ຣູ​ໄນ ດາ​ຣູຊາ​ລາມ ເພື່ອ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ກະ​ສັດບ​ຣູ​ໄນ.

      ໂດຍ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ທີ່​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ເມື​ອ່​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ກ່ອນນີ້ 24 ປີ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ສືບ​ຕໍ່​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ຫວຽດ​ນາມ ແມ່ນ​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ກັບບ​ຣູ​ໄນ​ ມາ​ນະ​ພະ​ຍາ​ຍາມຮ່ວມ​ມື​ເພື່ອ​ນຳ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ທັງ 2 ຝ່າຍ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ບັນ​ດາ​ການ​ນຳບ​ຣູ​ໄນ ໄດ້​ແລກ​ປ່ຽນຫຼາຍ​ມາດ​ຕະ​ການ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ, ຄື​ສົ່ງ​ເສີມ​ການ​ເຈ​ລະ​ຈາ ແລະ ລົງ​ນາມ​ໃນ​ສັນ​ຍາ​ສົ່ງ​ເສີມ ແລະ ປົກ​ປ້ອງ​ການ​ລົງ​ທຶນ​, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ກະ​ສີ​ກຳ ແລະ ສິນ​ໃນ​ນ້ຳ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ແຮງ​ງານໂດຍ​ໄວ. 2 ຝ່າຍ​ຍັງ​ຈະ​ແລກ​ປ່ຽນ ແລະ ທາບທາມບັນ​ດາ​ບັນ​ຫາ​ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສະ​ໜັບ​ສະ​ໜູນ​ກັ​ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ພິ​ເສດ​ແມ່ນ​ໃນ​ອາ​ຊຽນ, ແນ​ໃສ່​ຮັກ​ສາຄວາມ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ແກ່ນ​ກາງ​ຂອງ​ອາ​ຊຽນ​ໃນ​ບັນ​ດາ​ວິ​ວັດ​ທະ​ນາ​ການ​ຂອງ​ພາກ​ພື້ນ.

    ເຮັດ​ໃຫ້ການພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ​​ເລິກ​ເຊິ່ງ​ຂຶ້ນ​ຕື່ມ

    ຖັດ​ຈາກ​ການ​ຢ້ຽມ​ຢາມ ບ​ຣູ​ໄນ, ປະ​ເທດ ສ. ສິງ​ກະ​ໂປ​ແມ່ນ​ປະ​ເທດທີ 2 ທີ່ ​ທ່ານ​ ເຈີນ​ດ້າຍກວາງ ຢ້ຽມ​ຢາມ​ພາຍຫຼັງ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ ປະ​ທານ​ປະ​ເທດ​ຫວຽດ​ນາມ. ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ຄວາມເຄົາ​ລົບ​ນັບ​ຖື ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ສິງ​ກະ​ໂປ​​ໃນ​ພາກ​ພື້ນ ແລະ ໃນ​ການ​ພົວ​ພັນ 2 ຝ່າຍ.

     ນັບ​ແຕ່​ເມື່ອ 2 ປະ​ເທດສ້າງການພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດເມື່ອ​ປີ 2013, ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ​ຍິ່ງ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳສິງ​ກະ​ໂປ​ເວົ້າ​ວ່າ :

    “  3 ປີ​ມານີ້, ແຕ່​ລະ​ປີ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ເພີ່ມ​ຂຶ້ນ​ປະ​ມານ 22%. ໃນ 7 ເດືອນຕົ້ນປີ 2016, ໄດ້​ເພີ່ມ​ຂຶ້ນ​ປະ​ມານ 10,7%. ໃນ​ສະ​ພາບ​ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ສາ​ກົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ແຕ່​ຫວຽດ​ນາມ ແລະ ສິງ​ກະ​ໂປ​ຍັງ​ມີ​ຄວາມສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ. ພ້ອມ​ກັນ​ນັ້ນ, ການ​ລົງ​ທຶນ​ຢູ່​ຫວຽດ​ນາມ​ຂອງສິງ​ກະ​ໂປ​​ແມ່ນ​ໃຫຍ່ຫຼວງ, ຢືນ​ອັນ​ດັບ 3 ຖັດ​ຈາກ​ຍີ​ປຸ່ນ ແລະ ສ.ເກົາ​ຫລີ. ຊ້ຳ​ບໍ​ໜຳ, ໃນ 7 ເດືອນຕົ້ນປີ 2016, ສິງ​ກະ​ໂປ​ ໄດ້​ບືນ​ຕົວຂຶ້ນຢືນ​ອັນ​ດັບ 2 ສຳ​ລັບ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ    ”

     ໃນ​ສະ​ພາ​ວະ​ທີ່ ສິງ​ກະ​ໂປ​ ຫາ​ກໍ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ດ້ວຍ​ຄະ​ນະ​ລັດ​ຖະ​ບານ​ໃໝ່ ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ນັບ​ແຕ່​ຕົ້ນ​ປີ 2016 ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ກະ​ທຳ, ກຳ​ນົດ​ແກ່​ການ​ພັດ​ທະ​ນາ​ຂອງ ສິງ​ກະ​ໂປ​​ໃນ​ໄລ​ຍະ 50 ປີ​ຕໍ່​ໄປ, ສ່ວນ​ຫວຽດ​ນາມ ກໍ​ຫາ​ກໍ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ດ້ວຍ​ການ​ກຳ​ນົດ​ທິດ​ນຳ​ຫວຽດ​​ນາມກ້າວ​ຂຶ້ນ​ໄວ​ບົນ​ເສັ້​ນ​ທາງ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ. ​ ການ​ເດີນ​ທາງ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງຄັ້ງ​ນີ້ ໄດ້​ສ້າງກາ​ລະ​ໂອ​ກາດ ແລະ ກຳ​ລັງ​ຫນູນ​ໃໝ່ເພື່ອ​ເພີ່ມ​ທະ​ວີການພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ໃຫ້ຂ​ໍ້​ສັງ​ເກດ​ກ່ຽວ​ກັບ​ແງ່​ຫວັງ​ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ​ຫວຽດ​ນາມ-ສິງ​ກະ​ໂປ, ທ່ານ ຫງວຽນ​ຕ໊ຽນ​ມິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ, ຢືນ​ຢັນ​ວ່າ: ປັດ​ຈຸ​ບັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ ​ແມ່ນໃຫຍ່ຫຼວງທີ່​ສຸດ

        “ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ ຫວຽດ​ນາມ ແລະ ສິງ​ກະ​ໂປ  ລ້ວມ​ແຕ່​ມີ​ລັກ​ສະ​ນະໜູນຊ່ວຍ​​ແກ່ກັນ, ​ອັນ​ໄດ້​ສ້າງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ນຳ​ກັນ. ພິ​ເສດ,  ປັດ​ຈຸ​ບັນ​ໃນ​ສະ​ພາບ​ການ​ບັນ​ດາ​ສັນ​ຍາ​​ການ​ຄ້າ​ເສລີ (FTA) ​ໄດ້​ຮັບ​ການ​ສ້າງເປັນຮູບ​ປະ​ທຳ. FTA ໃນ​ພາກ​ພື້ນ​ປະ​ກອບມ​ີ ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ (AEC) , ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ພາກ​ພື້ນ (RCEP)  ແມ່ນ​ຂົງ​ເຂດ​ເສດ​ຖະ​ກິດ​ທີ່​ກວ້າງ​ຂວາງກວ່າ ​ລວມມີ 16 ປະ​ເທດ ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງນີ້​ຍັງ​ມີ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟິກ (TPP), ດັ່ງ​ນັ້ນ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ວມ​ມື ຫວຽດ​ນາມ-ສິງ​ກະ​ໂປ ບໍ່​ພ​ຽງ​ແຕ່​ຈຳ​ກັດ​ໃນ​ຂອບ​ເຂດ​ການ​ລົງ​ທຶນ​ ຂອງ​ສອງ​ປະ​ເທດ​ເທົ່າ​ນັ້ນ ແຕ່​ຍັງ​​ເປີດກວ້າງອອກ​ສູ່​ທົ່ວ​ພາກ​ພື້ນອາ​ຊຽນ, ອາ​ຊີ-ປາ​ຊີ​ຟິກ, ກ້າວ​ໄປ​ເຖິງ​ທັງ​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ອີກ​ດ້ວຍ”.

        ມີ​ຜົນ​ປະ​ໂຫຍດ​ຮ່ວມ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ

        ການ​ຢ້ຽມ​ຢາມ ບ​ຣູ​ໄນ ແລະ ສິງ​ກະ​ໂປ ຂອງ ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ, ແນ່​ໃສ່ ​ສົ່ງ​ສານກ່ຽວ​ກັບ​ການ​ພັດ​ທະ​ນາ ແລະ ບັນ​ດາ​ໂອ​ກາດ​ທີ່​ຍິ່ງໃຫຍ່ ຢູ່​ຫວຽດ​ນາມ. ການ​ຢ້ຽມ​ຢາມ​ໄດ້ສ້າງ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ຕື່ມ​ອີກ ເພື່ອ​ໃຫ້​ຫວຽດ​ນາມ ພ້ອມ​ກັບ ບ​ຣູ​ໄນ ແລະ ສິງ​ກະ​ໂປ ວາງ​​ອອກບັນ​ດາມ​າດ​ຕະ​ການ​ໃໝ່, ແບບ​ວິ​ທີ​ການ​ຮ່ວມ​ມື​ໃໝ່, ນຳການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດນ​ີ້ ຂື້​​ນສູ່​ລະ​ດັບ​ສູງ​ໃໝ່. ນີ້​ເປັນ​ໂອ​ກາດ​ເພື່ອ​ໃຫ້ ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ການ​ນຳ​ສອງ​ປະ​ເທດ​ ພ້ອມ​ກັນ​ແບ່ງ​ປັນ​ບັນ​ດາ​ຄວາມ​ສົນ​ໃຈ​ລວມ ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ຢູ່​ພາກ​ພື້ນ ເພື່ອ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ