ສ້າງຂີດໝາຍປະຫວັດສາດໃໝ່ໃນການພົວພັນອາເມລິກາ - ກູບາ

ສ້າງຂີດໝາຍປະຫວັດສາດໃໝ່ໃນການພົວພັນອາເມລິກາ - ກູບາ - ảnh 1
(ພາບປະກອບ: AFP)

(vovworld) - ນັບ​ແຕ່​ວັນ​ທີ 21-24/1, ຢູ່ລາ​ຮາ​ວານ ​ໄດ້​ດຳ​ເນີນ​ ​ການ​ເຈລະຈາ​ຕ່າງໆ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ກູ​ບາ ກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ. ການ​ເຈລະຈາ​ເຫຼົ່າ​ນັ້ນ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ເປັນ​ບາດ​ລ້ຽວ, ​ເພື່ອ​ມຸ່ງ​ໄປ​ເຖິງ​​ເລື່ອງ​ຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ​ເຊິ່ງ​ເຄີຍ​ຖືກ​ຕັດ​ຕອນ​ໃນ​ກວ່າ​ເຄິ່ງສະຕະວັດ​ຜ່ານ​ມາ.

ນຳ​ໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ ໃນ​ຄັ້ງ​ນີ້​ແມ່ນ​ທ່ານ​ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ຮັບຜິດຊອບ​ພາກ​ພື້ນ​ອາ​ເມ​ລິ​ກາ ລາ​ຕິນ, ທ່ານນາງ Roberta Jacobson. ຫົວໜ້າ​ກົມ​ຮັບ​ຜິດ​ຊອບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ອາ​ເມ​ລິ​ກາ, ທ່ານ​ນາງ Josephina Vidal ​ແມ່ນ​ຜູ້ຕາງໜ້າ​ຝ່າຍ​ກູ​ບາ. ​ເນື້ອ​ໃນ​ການ​ເຈລະຈາ​ແມ່ນ​ສຸມ​ໃສ່​ບັນຫາການ​ເຂົ້າ​​ເມືອງ ​ແລະ ຂັ້ນ​ຕອນ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ​ຢູ່​ແຕ່ລະ​ປະ​ເທດ​.
        ກ່ອນ​ໜ້າ​ນັ້ນ, ທັງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ນຳ​ກັນ. ອາ​ເມ​ລິ​ກາ ​ໄດ້​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ໄປມາ ​ແລະ ການ​ຄ້າ​ກັບ​ກູ​ບາ​ສ່ວນ​ໜຶ່ງ. ກົງກັນຂ້າມ, ກູ​ບາ ​ກໍ່​ໄດ້​ປ່ອຍ​ຕົວ​ ​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຝ່າຍ​ຄ້ານ 53 ຄົນ. ກ່ອນ​ດຳ​ເນີນ​ການ​ເຈລະຈາ​ນີ້, ສະມາຊິກ​ລັດຖະສະພາ​ອາ​ເມ​ລິ​ກາ ຄະນະ​ໜຶ່ງ​ທີ່ສະໜັບສະໜູນ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ ​ແລະ ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ທີ່​ມີ​ຕໍ່​ກູ​ບາ ​ໄດ້​ໄປ​ຢ້ຽມຢາມ​ກູ​ບາ​ ໃນ​ລະຫວ່າງ​ວັນ​ທີ 16-18/1. ​ເນື້ອ​ໃນ​ການ​ຢ້ຽມຢາມ​ນີ້ ​ແມ່ນ​ດຳ​ເນີນ​ການ​ພົບ​ປະ​ກັບ​ກະຊວງ​ຕ່າງໆຂອງ​ກູ​ບາ ​ເພື່ອ​ປຶກສາ​ຫາລື​ເລື່ອງ​ແລກປ່ຽນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ໃນ​ອະນາຄົດ.

ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

ຖັດຈາກ​ຖະ​ແຫຼ​ງການ ​​ແລະ ບັນດາ​ການ​ກະທຳ​ສ້າງ​ການ​ພົວພັນ​ເປັນ​ປົກ​ກະຕິ​ລະຫວ່າງ​ການ​ນຳ​ອາ​ເມ​ລິ​ກາ ​ແລະ ກູ​ບາ​ ​ເມື່ອ​ທ້າຍ​ປີ 2014 ນັ້ນ. ການ​ເຈລະຈາ​ຄັ້ງ​ນີ້ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ກາລະ​ໂອກາດ​ປະຫວັດສາດ​ເພື່ອ​ໃຫ້​ສອງ​ຝ່າຍ​ຫຍັບ​ມໍ່​​ໃກ້​ກັນ. ​ເຖິງ​ວ່າ​ຫວ່າງ​ແລ້ວ​ນີ້, ທັງ​ອາ​ເມ​ລິ​ກາ ​ແລະ ກູ​ບາ​ໄດ້​ມີ​ການ​ກະທຳ​ຫຼາຍ​ຢ່າງ, ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ ພ້ອມ​ແລ້ວ​ທີ່​ຈະ​ລົບ​ລ້າງ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ອະດີດຕະການ​ກໍ່ຕາມ, ​ແຕ່​ຍ້ອນ​ບັນດາ​ບັນຫາ​ປະຫວັດສາດ, ສາຍ​ພົວພັນ​ນີ້​ຍາກ​ທີ່​ຈະ​ແກ້​ໄຂ​ໂດຍ​ໄວ​ໄດ້.

ທຳ​ອິດ​ແມ່ນ​ການ​ເຂົ້າ​ເມືອງ, ​ເຊິ່ງ​ແມ່ນ​ບັນຫາ​ທີ່​ໄດ້​ກໍ່​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ. ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ​ກູ​ບາ ກໍ່​ປະຕິ​ເສດ​ນະ​ໂຍບາຍ​ “ຕີນ​ແຫ້ງ, ຕີນ​ຊຸ່ມ“ ຂອງ​ອາ​ເມ​ລິ​ກາ ທີ່​ກຳນົດ​ວ່າ​, ພົນລະ​ເມືອງ​ກູ​ບາ ບໍ່​ວ່າ​ຜູ້​ໃດ​ຖ້າ​ຖືກ​ກຳລັງ​ປົກ​ກັນ​ຝັ່ງ​ທະ​ເລ​ອາ​ເມ​ລິ​ກາ ພົບ​ເຫັນ​ພວມ​ມີໜ້າ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຂອງ​ອາ​ເມ​ລິ​ກາ ກໍ່ຖືກ​ສົ່ງ​ຄືນ​ໃຫ້​ກູ​ບາ, ​ແຕ່​ເມື່ອ​​ເຂົ້າ​ດິນ​ຕໍ່​ແຜ່ນ​ຂອງ​ອາ​ເມ​ລິ​ກາ ​ແລ້ວ, ​ເຂົາ​ເຈົ້າ​ຈະ​ໄດ້​ຮັບບັດ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ ພາຍຫຼັງ​ຍື່ນ​ບັດປະຈຳຕົວ​ກູ​ບາ. ນະ​ໂຍບາຍ​ນີ້ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ອົບ​ພະຍົບຈາກ​ກູ​ບາ ​ໄປ​ອາ​ເມ​ລິ​ກາ​ ຢ່າງ​ຜິດ​ກົດໝາຍ ​ແລະ ​ເຮັດ​ໃຫ້​ຊາວ​ກູ​ບາ ບໍ່​ຫົວຊາ​ຕໍ່​ຊີວິດ​ຂອງ​ຕົນ, ຂ້າມ​ທະ​ເລ​ໄປ​ຍັງ​ອາ​ເມ​ລິ​ກາ. ກູ​ບາ​ ໄດ້​ຕຳ​ໜິຕິຕຽນ​ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ​ ຫຼາຍ​ເທື່ອ​ແລ້ວ​ວ່າ, ​ແມ່ນ​ບໍ່​ເໝາະ​ສົມ​ກັບ​ລາຍການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ກູ​ບາ​ໃນ​ບັນຫາກີດຂວາງການ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ ​ແລະ ການ​ຄ້າ​ມະນຸດ. ກ່ອນ​ໜ້າ​ນັ້ນ, ​ເມື່ອ​ເດືອນ 7/2014, ​ບັນດາເຈົ້າ​ໜ້າ​ທີ່ສອງ​ປະ​ເທດ ​ໄດ້​ມີ​ການ​ພົບ​ປະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ການ​ເຂົ້າ​ເມືອງ ​ແຕ່​ບໍ່​ທັນ​ນຳ​ມາ​ເຊິ່ງໝາກຜົນ​ລະອຽດ​ໃດ​ເທື່ອ. ຍັງ​ມີ​ບັນຫາ​ໜຶ່ງ​ອີກ​ທີ່​ຖືກ​ນຳ​ມາ​ປຶກສາ​ຫາລື​ໃນ​ການ​ເຈລະຈາ​ລະຫວ່າງ​ອາ​ເມ​ລິ​ກາ - ກູ​ບາ ຄັ້ງ​ນີ້, ນັ້ນ​ແມ່ນ​ເລື່ອງ​ກູ​ບາ​ຮຽກຮ້ອງ​ອາ​ເມ​ລິ​ກາ ຍົກ​ເລີກ​ຊື່​ຂອງ​ກູ​ບາ ອອກ​ຈາກ​ບັນຊີ​ລາ​ຊື່​ບັນດາ​ປະ​ເທດ​ໜູນ​ຫຼັງ​ການ​ກໍ່​ການ​ຮ້າຍ, ​ເຊິ່ງໄດ້​​ເປັນສິ່ງ​ທີ່​ກີດຂວາງ​ໃຫ້​ກູ​ບາ ​ໃນ​ການ​ສຳ​ພັດ​ກັບ​ອົງການ​ການ​ເງິນ​ໂລກ. ​ແລະ ສຸດ​ທ້າຍ​ແມ່ນ​ເລື່ອງ​ຍົກ​ເລີກ​ບັນດາ​ຂໍ້​ຈຳກັດ​ໃນ​ການ​ໄປມາ ​ເຊິ່ງກູ​ບາ​ ຈັດ​ວາງ​ສຳລັບ​ບັນດາ​ນັກ​ການ​ທູດ​ອາ​ເມ​ລິ​ກາ.

ການ​ພົບ​ປະລະ​ຫວ່າງ​ສອງ​ຝ່າຍ​ພຽງ​ແຕ່​​ເປັນ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເທົ່າ​ນັ້ນ. ​ເຖິງ​ວ່າ​ມີ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ, ​ແຕ່​ວິວັດ​ການ​ສ້າງສາ​ຍພົວພັນ​ເປັນ​ປົກ​ກິ​ຕິ​ນີ້​ຍັງ​ປະສົບ​ກັບສິ່ງ​ກີດຂວາງ​​ໃດ​ໜຶ່ງຢ່າງ​ແນ່ນອນ. ສຳລັບ​ຝ່າຍ​ອາ​ເມ​ລິ​ກາ ​ແມ່ນ​ກຳລັງ​ດັນ​ຈາກ​ບັນດາ​ສະມາຊິກ​ລັດຖະສະພາ​ຂອງ​ພັກສາ​ທາ​ລະນະ​. ສ່ວນ​ທາງ​ຝ່າຍ​ກູ​ບາ ​ແມ່ນ​ການ​ຄັດຄ້ານ​ຂອງ​ຊາວ​ກູ​ບາ ພາກສ່ວນ​ໜຶ່ງທີ່​ພວມ​ດຳລົງ​ຊີວິດ​ຢູ່​ອາ​ເມ​ລິ​ກາ ​ແລະ ບາງ​ປະ​ເທດ​ຢູ່​ໃນ​ໂລກ. ກວ່າ 50 ປີທີ່​ຖືກຮັບ​ຜົນ​ສະທ້ອນ​ຈາກ​ນະ​ໂຍບາຍ​ປິດ​ລ້ອມ, ຂວຳ້​ບາດ​ຂອງ​ອາ​ເມ​ລິ​ກາ, ​ໄດ້​ເຮັດ​ໃຫ້​ຊາວ​ກູ​ບາ ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ອາ​ເມ​ລິ​ກາ, ສິ່ງ​ດັ່ງກ່າວ​ໄດ້​ກໍ່​ຄວາມ​ສົງ​​ໄສ​ໃຫ້​ແກ່​ເຂົາ​ເຈົ້າ​ຢ່າງ​ແນ່ນອນ.

ຍັງ​ມີ​ໄລຍະ​ທາງ​ຢູ່​ຕໍ່ໜ້າ

ຄຳ​ຖາມ​ເຊິ່ງຫາງ​ສຽງ​ພວມ​ລໍຖ້າ​ໃນ​ປະຈຸ​ບັນ, ​ນັ້ນ​ແມ່ນວິວັດ​ສ້າງ​ການ​ພົວພັນ​ເປັນ​ປົກ​ກະຕິ​ລະຫວ່າງ​ອາ​ເມ​ລິ​ກາ - ກູ​ບາ ຈະ​ຕ້ອງ​ເສຍ​ເວລາດົນ​ປານ​ໃດ ? ຫຼາຍ​ຄົນ​ໄດ້​ຄາດ​ຄະ​ເນ​ວ່າ, ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ກູ​ບາ​ ຈະ​ມີ​ບາດກ້າວ​ທີ່​ຕັ້ງໜ້າ. ປັດ​ໃຈ​ສະດວກ​ນັ້ນ​ແມ່ນ​ສອງ​ປະ​ເທດ​ຢູ່​ໃກ້​ກັນ​, ພຽງ​ແຕ່​ຫ່າງ​ກັນ 145 ກມ ທາງ​ທະ​ເລ​ເທົ່າ​ນັ້ນ, ການ​ຄົມມະນາຄົມ ​ແລະ ການ​ຄ້າ​ມີ​ຄວາມ​ສະດວກ​ທີ່​ສຸດ. ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ, ທັງ​ສອງ​ປະ​ເທດ​ບໍ່​ມີ​ບັນດາ​ບັນຫາ​ກ່ຽວ​ກັບ​ມໍລະດົກ​ສົງຄາມ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດຖະບານ​ກູ​ບາ ​ໄດ້​ປະຕິບັດ​ນະ​ໂຍບາຍ​ປະຕິ​ຮູບ​ເສດຖະກິດ​​ເທື່ອ​ລະ​ກ້າວ​ຢ່າງ​ແຮງ.​ ເຖິງ​ວ່າ​ກູ​ບາ ​ຍັງ​ຄົງ​ຮັກສາ​ທ່າອ່ຽງສັງຄົມ​ອາ​ເມ​ລິ​ກາ​ລາ​ຕິນ ກໍ່ຕາມ, ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ພາຍຫຼັງ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ຍັງ​ສາມາດ​ດຳ​ເນີນ​ໄປ​ຢ່າງ​ໄວ ​ແລະ ສະດວກ​ກວ່າ​ຢູ່.

ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ກູ​ບາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ທີ່​ສັບສົນ​ໃນ​ປະຫວັດສາດ​ໂລກ, ດັ່ງ​ນັ້ນ​ເພື່ອ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ຢ່າງ​ສົມ​ບຸນ, ມັນ​ຮຽກຮ້ອງ​ຕ້ອງ​ມີ​ເວລາ​ຫຼາຍ ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຈາກ​ສອງ​ຝ່າຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ, ທັງ​ສອງ​ຝ່າຍ​ໄດ້​ມີ​ບາດກ້າວ​ໂດຍ​ພື້ນຖານ ​ແລະ ຫຍຸ້ງຍາກ​ທີ່​ສຸດ, ນັ້ນແມ່ນ​ປິດ​ອະດີດຕະການ​ໄວ້, ສ້າງ​ເຈດ​ຕະນາ​ດີ, ກຽມພ້ອມ​ໃຫ້​ແກ່​ການ​ສ້າງ​ສາຍ​ພົວພັນ​, ບົນ​ພື້ນຖານ​ເຄົາລົບ​ຄວາມ​ແຕກ​ຕ່າງ​ກັນ. ການ​ເຈລະຈາ​ໃນ​ຄັ້ງ​ນີ້​ແມ່ນ​ບາດກ້າວ​ທຳ​ອິດ ​ເພື່ອ​ໃຫ້​ສອງ​ຝ່າຍ​ຫຍັບ​ມໍ່​ໃກ້​ກັນ​, ມຸ່ງ​ໄປ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ໃນ​ໄລຍະ​ຍາວ.

ຂ່າວ/ບົດ​ອື່ນ