ສ້າງຈຸດຢືນໃຫ້ແກ່ໝາກໄມ້ຫວຽດນາມໃນຕະຫຼາດໂລກ

ພ້ອມ​ກັບບັນ​ດາ​ປະ​ເພດ​ສິນ​ຄ້າ​ຕົ້ນ​ຕໍ​ນັ້ນ, ການ​ສົ່ງ​ອອກ​ໝາກ​ໄມ້​ຫວຽດ​ນາມ​ໃນ​ປີ 2016 ໄດ້​ເປັນ​ຂີດ​ໝາຍ​ການ​ເຕີບ​ໂຕ​ສູງ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນ​ລຸ​ປະ​ມານ 2,6 ຕື້ USD. ພິ​ເສດ ແມ່ນ​ພາຍຫຼັງຫຼາຍ​ປີ, ສິນ​ຄ້າ​ປະ​ເພດ​ໝາກ​ໄມ້​ໄດ້​ແຊກ​ຊຶມ​ເຂົ້າ​ຕະຫຼາດໃຫຍ່​ບາງ​ແຫ່ງ ແລະ ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ສິນ​ຄ້າ​ປະ​ເພດ​ສົ່ງ​ອອກ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ປີ 2016, ອັນ​ໄດ້​ສ້າງ​ກຳ​ລັງ​ຊຸກ​ຍູ້​ໃຫ້​ແກ່​ສິນ​ຄ້າ​ປະ​ເພດນີ້​ສາ​ມາດ​ຢຶດ​ຄອງ​ຕະຫຼາດ​ດ້ວຍ​ອັດ​ຕາ​ສູງ​ກ່​ວາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

ສ້າງຈຸດຢືນໃຫ້ແກ່ໝາກໄມ້ຫວຽດນາມໃນຕະຫຼາດໂລກ - ảnh 1
ໝາກ​ໄມ້​ຫວຽດ​ນາມ​ຖືກວາງ​ຂາຍ​ຢູ່​ຕະຫຼາດ ສ.ເຊັກ​ໂກ

        ປີ 2016, ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ດ້ວຍ​ການ​ຜັນ​ແປ​ທີ່ຫຼຸດ​ລົງ​ແຮງ ນັບ​ທັງ​ການ​ສະ​ໜອງ ແລະ ຄວາມຕ້ອງ​ການ​ໃນ​ຕະຫຼາດ, ແຕ່​ວົງ​ເງິນ​ສົ່ງ​ອອກ​ເວົ້າ​ລ​ວມຂອງ​ຫວຽດ​ນາມ​ຍັງ​ຄົງ​ສືບ​ຕໍ່​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ, ໃນ​ນັ້ນ​ສິນ​ຄ້າ​ປະ​ເພດ​ໝາກ​ໄມ້​ແມ່ນ​ໝວກ​ສິນ​ຄ້າ​ມີ​ການ​ເຕີບ​ໂຕ​ດີ​ທີ່​ສຸດ​ກ່ຽວ​ກັບ​ມູນ​ຄ່າ​ການ​ສົ່ງ​ອອກ.

     ບາດກ້າວ​ກະ​ໂດດ​ຂັ້ນທີ່​ເປັນ​ໜ້າ​ປະ​ທັບ​ໃຈ

   ເດືອນ 6/2016, ພາຍຫຼັງດຳ​ເນີນ​ການ​ເຈ​ລະ​ຈາເປັນ​ເວ​ລາ 12 ປີ, ໝາກ​ລີ້ນ​ຈີ​ງວດ​ທຳ​ອິດ​ຂອງ​ຫວຽດ​ນາມ​ໄດ້​ຮັບ​ໜັງ​ສື​ອະ​ນຸ​ຍາດ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ອົດ​ສະ​ຕາ​ລີ​ຢ່າງ​ເປັນ​ທາງ​ການ. ໝາກ​ລີ້ນ​ຈີຫວຽດ​ນາມ ບໍ່​ພຽງ​ແຕ່​ດຶງ​ດູດ​ຜູ້​ບໍ​ລິ​ໂພກ​ຊາວ​ຫວຽດ​ນາມ​ຢູ່​ອົດ​ສະ​ຕາ​ລີ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ທັງ​ຊາວອົດ​ສະ​ຕາ​ລີ​ອີກ​ດ້ວຍ. ຕາມ​ບົດ​ລາຍ​ງານ​ຈາກ​ທູດ​ການ​ຄ້າ​ອົດ​ສະ​ຕາ​ລີແລ້ວ, ໃນ​ຮອບ​ເວ​ລາ 1 ຊົ່ວ​ໂມງ​ທຳ​ອິດ​ທີ່​ປະ​ກົດ​ຕົວ​ຢູ່​ແມນ​ເບີນ, ໄດ້​ມີໝາກ​ລີ້ນ​ຈີກວ່າ 300 ກິ​ໂລ​ກຣາມໄດ້​ຖືກ​ຂາຍ​ດ້ວຍ​ລາ​ຄາ 14,99 ໂດ​ລາ​ອົດ​ສະ​ຕາ​ລີ/ກິ​ໂລ​ກຣາມ, ເທົ່າ​ກັບ 220.000 ດົງ (ສະ​ກຸນ​ເງິນ​ຫວຽດ​ນາມ). ແລະ ໃນ​ຊຸມ​ປີຕໍ່ໆ​ໄປ, ໄດ້​ມີໝາກ​ລີ້ນ​ຈີ 30 ໂຕນຂອງຫວຽດ​ນາມ​ຖືກ​ສົ່ງ​ອອກ​ຂາຍ​ຢູ່​ແມນ​ເບີນ, ຊິດ​ນີ ແລະ ຫຼາຍ​ຕົວ​ເມືອງ​ອື່ນໆ​ຂອງ​ອົດ​ສະ​ຕາ​ລີ. ທ່ານ ເລ​ືອງ​ແທງ​ງິ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ​ເວົ້າ​ວ່າ :

   “ ຕະຫຼາດອົດ​ສະ​ຕາ​ລີແມ່ນ​ຕະຫຼາດ​ທີ່​ຕ້ອງ​ການນຳ​ເຂົ້າ​ສິນ​ຄ້າທີ່​ມີ​ຄຸນ​ນະ​ພາ​ບ ສູງດ້ວຍ​ບັນ​ດາ​ມາດ​ຕະ​ຖານສູງ​ທີ່​ສຸດ. ເມື່ອ​ສິນ​ຄ້າ​ຂອງ​ຫວຽດ​ນາມ​ໄດ້​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ອົດ​ສະ​ຕາ​ລີ​ແລ້ວ, ກໍ​ແມ່ນ​ກຳ​ລັງ​ຊຸກ​ຍູ້​ເພື່ອ​ເປີດ​ກ້​ວາງ​​ຕະຫຼາດ​ຈຳ​ໜ່າຍ​ສິ​ນຄ້າ, ເປັນ​ຕົ້ນ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ ”

      ໂດຍ​ສືບ​ຕໍ່​ຜົນ​ສຳ​ເລັດ​ຈາກ​ການ​ຢຶດ​ຄອງ​ຕະຫຼາດ​ອົດ​ສະ​ຕາ​ລີ​ຂອງໝາກ​ລີ້ນ​ຈີ​ແຂວງ​ບັກ​ຢາງນັ້ນ, ໝາກ​ນ້ຳ​ນົມ​ຂອງ​ຫວຽດ​ນາມ​ກໍ​ໄດ້​ຮັບ​ໜັງ​ສື​ອະ​ນຸ​ຍາດ​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ການັບ​ແຕ່ໄຕມາດ​ທີ 4/2016 ເປັນ​ຕົ້ນ​ໄປ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ຖັດ​ຈາກ​ໝາກ​ມັງ​ກອນ, ໝາກ​ເງາະ, ໝາກ​ລຳ​ໄຍ, ໝາກ​ລີ້ນ​ຈີ ແລະ ໝາກ​ນ້ຳ​ນົມ​ນັ້ນ, ຄາດ​ວ່າ ໝາກມ່ວງ​ຈະ​ສືບ​ຕໍ່​ປະ​ກົດ​ຕົວ​ຢູ່​ຕະຫຼາດ​ອາ​ເມ​ລິ​ກາ​ອີກ​ດ້ວຍ. ສິ່ງ​ທີ່​ໜ້າ​ພາກ​ພູມ​ໃຈ​ກວ່າໝູ່, ນັ້ນ​ແມ່ນບໍ່​ພຽງ​ແຕ່​ສຳ​ລັບ​ຕະຫຼາດ​ອາ​ເມ​ລິ​ກາ​ເທ່ົານັ້ນ, ຫາກ​ນັບ​ທັງ​ຕະຫຼາດ​ອື່ນໆ​ອີກ, ໝາກ​ໄມ້​ຫວຽດ​ນາມ​ກໍ​ເລີ່ມ​ສາ​ມາດ​ຢຶດ​ຄອງ ແລະ ແຊກ​ຊຶມ​ຢ່າງກ້​ວາງ​ເລິກ​ເຂົ້າ​ບັນ​ດາ​ຕະຫຼາດ​ຄື ນິວ​ຊີ​ແລນ, ຈີນ, ຍີ​ປຸ່ນ, ລັດ​ເຊຍ, ສ.ເກົາຫຼີ, ມາ​ເລ​ເຊຍ…

     ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ມາ​ເລ​ເຊຍ ຝ້າມ​ກາວ​ຟອງ ໃຫ້​ຮູ້​ວ່າ : ມາ​ເລ​ເຊຍ​ແມ່ນ​ຕະຫຼາດ​ທີ່​ມີ​ຈຳ​ນວນ​ຊາວ​ຫວຽດ​ນາມ​ພວມ​ອອກ​ແຮ​ງານ, ຮ່ຳ​ຮຽນ ແລະ ດຳ​ລັງ​ຊີ​ວິດ​ຢູ່​ປະ​ເທດນີ້​ຢ່າງຫຼວງຫຼາຍ, ແຕ່​​ການ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ມາ​ເລ​ເຊຍ​ຂອງໝາກ​ໄມ້​ຂອງ​ຫວຽດ​ນາມ ກໍ​ບໍ່​ແມ່ນ​ງ່າຍ. ຍ້ອນ​ແມ່ນ​ຕະຫຼາດ​ປະ​ເທດ​ອິດ​ສະ​ລາມ, ດັ່ງ​ນັ້ນ ບັນ​ດາ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ, ຫຼັກ​ອະ​ນາ​ໄມຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ​ສຳ​ລັບ​ບັນ​ດາ​ຜູ້​ເຊື່ອ​ຖື​ສາສາ​ໜາອິດ​ສະ​ລາມ​ກໍ​ເຄັ່ງ​ຄັດ​ທີ່​ສຸດ. ນອກ​ຈາກນັ້ນ, ຊາວ​ມາ​ເລ​ເຊຍ ກໍບໍ່​ແມ່ນບັນ​ດາ​ຜູ້​ເປີດ​ອົກ​ເປີດ​ໃຈ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່ບໍ່​ແມ່ນ​ຂອງ​ເຂົາ​ເຈົ້າ.   ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ມາ​ເລ​ເຊຍ ຝ້າມ​ກາວ​ຟອງ ໃຫ້​ຮູ້​ວ່າ :

    “ໝາກ​ລີ້ນ​ຈີຂອງ​ພວກ​ເຮົາ​ແຊບກວ່າ, ຫວານ​ກ່​ວາ, ນີ້​ແມ່ນ​ບັນ​ດາ​ຈຸດ​ດີ​ເພື່ອ​ໃຫ້​ພວກ​ເຮົາ​ສົມ​ທຽບ​ກັບ​ໝາກ​ໄມ້​ຊະ​ນິດ​ອື່ນໆ​ຂອງ​ເຂົ້າ​ເຈົ້າ​ໃນ​ທ້ອງ​ຕະຫຼາດ. ພວກ​ເຮົາ​ເອົາໝາກ​ລີ້ນ​ຈີໃຫ້​ເຂົາ​ເຈົ້າ​ເປັນ​ຂອງ​ຕ້ອນ, ໃຫ້​ເຂົາ​ເຈົ້າ​ລອງ​ກິນ​ເບິ່ງ​ເປັນ​ແນວ​ໃດ, ເມື່ອ​ເຂົາ​ເຈົ້າຕິດ​ໃຈ​ແລ້ວ , ພວກ​ເຮົາກໍ​ບໍ່​ຄວນ​ເວົ້າ​ຫຍັງຫຼາຍ​ອີກ ແລະ ເຂົາ​ເຈົ້າຈະ​ຮັບ​ບໍ​ລິ​ໂພກໝາກ​ລີ້ນ​ຈີ​ຂອງ​ພວກ​ເຮົາ​ຢ່າງ​ງ່າຍ​ດາຍ ”

     ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຍາວ​ນານ.

    ເພື່ອ​ສ້າງເຄື່ອງ​ໝາຍ​ການ​ຄ້າ​ ແລະ ຈຸດ​ຢືນ​ຍາ​ວນານຢູ່​ບັນ​ດາ​ຕະຫຼາດ​ທີ່​ຕ້ອງ​ການ​ຄຸນ​ນະ​ພາບສູງສຳ​ລັບ​ໝາກ​ໄມ້​ຫວຽດ​ນາມນັ້ນ, ໄລ​ຍະ​ທີ່​ຜ່ານ​ມາ, ໄດ້​ມີ​ການ​ສົມ​ທົບ, ຮ່ວມ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ, ທ້ອ​ງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ​ຊາວ​ສວນ​ໃນ​ການ​ວາງ​ແຜນຜັງເຂດ​ປູກ​ຕົ້ນ​ໄມ້​ກິນ​ໝາກ, ສ້າງ​ພື້ນ​ຖານ​ຮັກ​ສາ, ຫຸ້ມ​ຫໍ່, ຂົນ​ສົ່ງ...ແນ​ໃສ່​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ເປັນ​ຕົ້ນ​ແມ່ນ​ທາງ​ດ້ານ​ລາ​ຄາ ແລະ ຄຸນ​ນະ​ພາບ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ສູງ​ສດ​ໃຫ້​ແກ່​ຊາວ​ສວນ ແລະ ວິ​ສາ​​ຫະ​ກິດ. ທ່ານ ຮ​ວ່າງ​ຮີ​ແຄ້ງ, ສັງ​ກັດ​ບໍ​ລິ​ສັດ ດາ​ລາດ Import, ຫົວ​ໜ່ວຍ​ສົ່ງ​ອອກ​ໝາກ​ໄມ້​ຈາກ​ຫວຽດ​ນາມ​ໄປ​ຍັງ ​ອົດ​ສະ​ຕາ​ລີ​ຖື​ວ່າ : 

  “ ເພື່ອ​ໃຫ້ໝາກ​ລີ້ນ​ຈີເວົ້າ​ສະ​ເພາະ, ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ​ເວົ້າ​ລວມ​ສາ​ມາ​ດ​ແຊກ​ຊຶມ​ເຂົ້າ​ບັນ​ດາຕະຫຼາດທີ່​ຕ້ອງ​ການ​ຄຸ​ນະ​ພາບ​ສູງ, ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ເຖິງ​​ທັງວິ​ວັດ​ການ, ຈາກ​ຊາວ​ກະ​ສີ​ກອນຕະຫຼອດຮອດ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໃຫ້​ຖືກ​ຕາມ​ບັນ​ດາ​ຂັ້ນ​ຕອນ. ບັນ​ດາຜູ້​ສົ່ງ​ອອກ ກໍ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ມາດ​ຕະ​ຖານ​ຜະ​ລິດ​ຕະ​ພັນ​ຂອງ​ປະ​ເທດ​ນຳ​ເຂົ້າ”

      ພາຍຫຼັງ​ດຳ​ເນີນ​ການ​ເຈ​ລະ​ຈາ​ເປັນ​ເວ​ລາຫຼາຍ​ປີ, ສຸດ​ທ້າຍ, ໝາກ​ລີ້ນ​ຈີ, ໝາກ​ມ່ວງ​ຂອງ​ຫວຽດ​ນາມ​ສາ​ມາດ​ແຊກ​ຊຶມ​ຕະຫຼາດ​ທີ່​ຕ້ອງ​ການ​ຄຸນ​ນະ​ພາບ​ສູງ ແລະ ໄດ້​ຮັບ​ບໍ​ລິ​ໂພກ​ເປັນ​ຈຳ​ນວນຫຼາຍ. ເມື່ອ​ຝ່າຍ​ຄູ່​ຮ່ວມ​ໄດ້​ຮັບ​ບໍ​ລິ​ໂພກນັ້ນ, ໝາກ​ລີ້ນ​ຈີ, ໝາກ​ມ່ວງຫຼື​ໝາກ​ມັງ​ກອນ ກໍ​ລ້ວນ​ແຕ່​ກາຍ​ເປັນ​ສິ່ງ​ເຊື່ອມ​ຕໍ່​ລະ​ຫວ່າງ​ຫວຽດ​ນາມ​ກັບ​ໂລກ​ພາຍນອກ, ເຊື່ອມ​ຕໍ່​ຫວຽດ​ນາມກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ໝາກ​ຜົນ​ນີ້ ໄດ້​ສ້າງ​ກຳ​ລັງ​ໜູນ​ໃໝ່​ເພື່ອ​ໃຫ້​ຫວຽດ​ນາມສືບ​ຕໍ່​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສົ່ງ​ອອກ​ໃນ​ປີ 2017 ແລະ ໃນ​ຊຸມ​ປີ​ຕໍ່ໆ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ