ສ້າງປະຖົມປັດໄຈສະດວກໃຫ້ແກ່ອາຍຸການໃຫມ່

(vovworld)-ທີ່ກອງ​ປະ​ຊຸມ​ສະ​ໄຫ​ມ​ສາ​ມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ດຳ​ເນີນ​ໃນ​ວັນ​ທີ 22/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ບົດ​ລາຍ​ງານ​ວຽກ​ງານ​ອາ​ຍຸ​ການ 5 ປີ ຄື​ແຕ່​ປີ 2011-2016. ບົດ​ລາຍ​ງານ​ໄດ້​ຮັບ​ການ​ຕ​ີ​ລາ​ຄາ​ຢ່າງ​ຕັ້ງ​ຫນ້າ​​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ). ສ​ສ​ຊ ຫລາຍ​ທ່ານ​ໄດ້​ຢືນ​ຢັນ​ວ່າ: ລັດ​ຖະ​ບານ ໄດ້​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່​ຫລວງ, ຮັບ​ມື​ຢ່າງ​ມີ​ໄຫວ​ພິບ​ໃນ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ ສັງ​ຄົມ, ປະ​ກອບ​ສ່ວນ​ບັນ​ລຸ ແລະ ລື່ນ​ກາຍ​ຫລາ​ຍ​ຄາດ​ໝາຍຊື່ງສະ​ພາ​ແຫ່ງ​ຊາດໄດ້​ວາງ​ອອກແຕ່​ຕົ້ນ​ອາ​ຍຸ​ການ. ນີ້​ກໍ​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ສຳ​ລັບ​ລັດ​ຖະ​ບານ​ອາ​ຍຸ​ການ​ຈະ​ມາ​ເຖິງ​ເພື່ອ​ສູ້​ຊົນ​​ເຮັດສຳ​ເລັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ຫມາຍ​ເປັນ​ຢ່າງ​ດີ.
ສ້າງປະຖົມປັດໄຈສະດວກໃຫ້ແກ່ອາຍຸການໃຫມ່ - ảnh 1
ກອງ​ປະ​ຊຸມ​ສະ​ໄຫ​ມ​ສາ​ມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
ພາບ:cpv.org

        ບັນ​ດາ ສ​ສ​ຊ ໄດ້​ຕີ​ລາ​ຄາ​ສູງ​ການ​ຊີ້​ນຳ​ນຳ​ພາ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຕົ້ນ​ໃນ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ປະ​ຕິ​ບັດ​ຫລາຍ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ.

        ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ເປັນ​ຢ່າງ​ດີ, ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ອາ​ຍຸ​ການ​ໃຫມ່

        ທ່ານ ເຈີນງອກວີງ, ສ​ສ​ຊ ນະ​ຄອນ ຫາຍ​ຟ່ອງ ຕີ​ລາ​ຄາ​ວ່າ ນັບ​ແຕ​່​ຕົ້ນ​ອາ​ຍຸ​ການ, ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ແລະ ພາກ​ພື້ນ ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຫວຽດ​ນາມ. ລັດ​ຖະ​ບານ ໄດ້​ມີ​ບັນ​ດາ​ມາດ​ຕະ​ການ​ທັນ​ການ, ຊ່ວຍ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ທ້າຍ​ອາ​ຍຸ​ການ​ບັນ​ລຸ​ຄາດ​ໝາຍ, ພິ​ເສດ​ໃນ​ປີ 2015, GDP ຂອງ​ຫວຽດ​ນາມ ບັນ​ລຸ​ໄດ້ ແລະ ລື່ນ​ກາຍ​ຄາດ​ໝາຍ​ຊື່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ​ລັດ​ຖະ​ບານ ຍາມ​ໃດ​ກໍ​ຢືດ​ໝັ້ນ​ໄປ​ຕາມ​ວິ​ວັດ​ການ​ຄື: ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ບົນ​ພື້ນ​ຖານນັ້ນ ຍາດ​ແຍ່ງ​ບັນ​ດາ​ແຫລ່ງ​ລາຍ​ຮັບ, ລາຍ​ຈ່າຍ​ໃຫ້​ແກ່​ປະ​ຊາ​ຊົນ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ມີ​ທັດ​ສະ​ນະ​ເຊັນ​ດຽວ​ກັນ, ທ່ານ ເຈີນ​ຮ່​ວາງ​ເງິນ, ສ​ສ​ຊ ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ ເລື່ອງ​ລັດ​ຖະ​ບານ​ໄດ້​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ ແລະ ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ. ນັບ​ແຕ່​ຕົ້ນ​ອາ​ຍຸ​ການ ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ມະ​ຕິ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ຕ້ອງ​ປະ​ຕິ​ບັດ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ໃນ​ລະ​ດັບ​ເໝາະ​ສົມ. ໃນ​ 5 ປີ​ຜ່ານ​ມາ, ລັດ​ຖະ​ບານ​ໄດ້​ຜັນ​ຂະ​ຫຍາຍ ແລະ ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ​ເປັນ​ຢ່າງ​ດີ. “

        ຕາມ​ທ່ານ ບຸ່ຍ​ດືກ​ທູ້, ສ​ສ​ຊ ແຂວງ ລາຍ​ເຈົາ ແລ້ວ, ຈຸດ​ໃຫ​ມ່ ໃນ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ອາ​ຍຸ​ການ​ຜ່ານ​ມາ ນັ້ນ​ແມ່ນ​ເມື່ອ​ສະ​ພາບ​ການ​ມີ​ການ​ປ່ຽນ​ແປງ, ໄດ້​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຢ່າງ​ທັນ​ການ​ເພື່ອ​ປັບ​ປຸງ​ກົນ​ໄກ, ນະ​ໂຍ​ບາຍ. ຕົວ​ຢ່າງ​ຄື: ຫັນປ່ຽນ​ຈາກ​ແຜນ​ນະ​ໂຍ​ບາຍ​ເອົ​າ​ໃຈ​ໃສ່​ເຖິງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄປ​ສູ່​ຄາດ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແມ່ນ​ຫນ້າ​ທີ່​ສຳ​ຄັນ​ຕົ້ນ​ຕໍ, ດັດ​ປັບ​ບັນ​ດາ​ອົງ​ປະ​ກອບ​ລາຍ​ຮັບ​ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ, ບັນ​ດາ​ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​ອາ​ກອນ ເພື່ອ​ຫນູນ​ຊ່ວຍ​ການ​ເຕີບ​ໂຕ, ຟື້ນ​ຟູເສ​ດ​ຖະ​ກິດ, ປະ​ຕິ​ຮູບ​ບໍ​ລິ​ຫານ.

        “ກ່ຽວ​ກັບ​ວຽກ​ງານ​ຂອງ​ລັດ​ຖະ​ບານ, ນອກ​ຈາກ​ການ​ປ່ຽນ​ໃຫມ່, ປະ​ຕິ​ຮູບ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ເສດ​ຖະ​ກິດ​ສັງ​ຄົມ, ຈຸດ​ພົ້ນ​ເດັ່ນ​ນັ້ນ​ແມ່ນ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ. ໃນ​ອາ​ຍຸ​ການ​ຜ່ານ​ມາ, ລະ​ບຽບ​ການ​ບໍ​ລິ​ຫານ​ສຳ​ລັບ​ຂົງ​ເຂດ​ພາ​ສີ​ອາ​ກອນ, ປະ​ກັນ​ສັງ​ຄົມ​ໄດ້​ຮັບ​ຄວາມ​ເອົ​າ​ໃຈ​ໃສ່​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ​ຈາກ​ລັດ​ຖະ​ບານ. ໂດຍ​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານນັ້ນ, ບັນ​ຫາ​ປະ​ຕິ​ຮູບ​ບໍ​ລິ​ຫານ ຄວນ​ໄດ້​ຮັບ​ການ​ທະ​ວີ​ຄູນ, ເປີດກວ້າງ ແລະ ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດກວ່າ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ.”

        ທ່ານ ເຢືອງ​ຈູງກວກ, ສ​ສ​ຊ ແຂວງ ດົງ​ນາຍ ຖື​ວ່າ: ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ຕິດ​ພັນ​ກັບ​ອາ​ຍຸ​ການ 5 ປີ, ຊ່ວຍ​ໃຫ້​ເຫັນ​ຈຸດ​ດີ, ຈຸດ​ອ່ອນ ເພື່ອ​ຖອດ​ຖອນ​ບົດ​ຮຽນ​ທີ່​ມີ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ຜູ້​້​ສ​ືບ​ທອດ. ໃນ​ໄລ​ຍະ​ນັ້ນ, ຫວຽດ​ນາມ ແກ້​ໄຂ​ຈຸດ​ອ່ອນ​ຫລາຍ​ຢ່າງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ຫາກບໍ່​ທັນ​ເວົ້າ​ເຖິງ​ບັນ​ດາ​ປັດ​ໄຈ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ກາຍ​ເປັນ​ການ​ພົວ​ພັນ​ຂອງ​ທັງ​ສັງ​ຄົມ.

        ສ້າງ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ສັງ​ຄົມ

        ສ​ສ​ຊ ຫລາຍ​ທ່ານ ກໍ​ຕີ​ລາ​ຄາ​ສູງ​ຕໍ່ການ​ບໍ​ລິ​ຫານ​ປະ​ຕິ​ບັດ​ມະ​ຕິຂອງ​ສະ​ພາ​ແຫ່ງ​ຊາດ, ຂອງ​ລັດ​ຖະ​ບານ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໃນ​ການ​ຮັ​ບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ຂົງ​ເຂດ​ຄຸ້ມ​ຄອງ​ສັງ​ຄົມ​ຂອງ​ລັດ​ຖະ​ບານ ໄດ້​ສ້າງ​ຂີດ​ໝາຍ​ຫລາຍ​ຢ່າງ​ເພື່ອ​ກ້າວ​ໄປ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ສັງ​ຄົມ​ໃຫ້​ດີກວ່າ. ຈຸດ​ພົ້ນ​ເດັ່ນ​ຫນຶ່ງ​ອີກ ນັ້ນ​ແມ່ນ ລັດ​ຖະ​ບານ ຍາມ​ໃດ​ກໍ​​ບ້​ເດີນ​ຕາມ ແລະ ສ້າງ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ສັງ​ຄົມ​ໃຫ້​ສົ​ມ​ບູນ​ແບບ, ນັ້ນ​ແມ່ນ: ສະ​ພາບ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ປີ 2015 ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ສິ​້ນ​ເຊິງ, ມາດ​ຖານ​ທຸກ​ຍາກ​ແມ່ນ​ຕາມ​ການ​ຕີ​ລາ​ຄາ​ຈາກຫລາຍ​ສົ້ນ ຫາກບໍ່ຕີ​ລາ​ຄາ​ສະ​ເພາະລາຍ​ຮັບ.

        ປ​ະ​ຖົມ​ປັດ​ໄຈ​ສະ​ດວກ​ໃຫ້​ອາ​ຍຸ​ການ​ລັດ​ຖະ​ບານ 2016-2021

        ເມື່ອ​ເຕື້ອງ​ເຖິງ​ຂໍ້​ຈຳ​ກັດ, ບົດ​ຮຽນ ຊື່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ້ງ ໃນ​ບົດ​ລາຍ​ງານ, ມີ ສ​ສ​ຊ ຫລາຍ​ທ່ານ​ຖື​ວ່າ ສິ່ງນີ້​ຈະ​ຊ່ວຍ​ໃຫ້​ລັດ​ຖະ​ບານ​ຊຸດ​ໃຫມ່ ຮັບ​ຮູ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ແກ້​ໄຂ​ຂໍ້​ຄົງ​ຄ້າງ​ຂອງ​ອາ​ຍຸ​ການ​​ຜ່ານ​ມາ, ບົນ​ພື້ນ​ຖານນັ້ນ ວາງ​ອອກ​ບັນ​ດ​ມາດ​ຕະ​ການ​ຕັ້ງ​ຫນ້າກວ່າ, ແທດ​ຈິງກວ່າ ເພື່ອ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ພັດ​ທະ​ນາ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຄື: ປີ​ຫນ້າ​ສູງກວ່າ​ປີ​ກ່ອນ. ບົນ​ພື້ນ​ຖານນັ້ນ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ມີ​ເງື່ອນ​ໄຂ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເອ​ກະ​ລາດ, ຫນູນ​ຊ່ວຍ​ສັງ​ຄົມ, ຮັບ​ປະ​ກັນຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ໃຫ້​ດີກວ່າ. ທ່ານ ທ່າວ​ຊວນ​ຊຸ່ງ, ສ​ສ​ຊ ແຂວງ ເຊີນ​ລາ ຖ​ື​ວ່າ:

        “ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ຈາກ​ບົດ​ລາຍ​ງານນີ້, ລັດ​ຖະ​ບານ​ຊຸດ​ໃຫມ່ ຈະ​ຖອດ​ຖອນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໄດ້​ຫລາຍ​ຢ່າງ​ໃຫ້​ແກ່​ວຽກ​ງານ​ບໍ​ລິ​ຫານ, ເຮັດ​ແນວ​ໃດ​ເພື່ອ​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ​ກວ່າ. ນີ້​ແມ່ນ​​ຂອດ​ຫັນ​ແນວ​ທາງ​ຂອງ​ພັກ, ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດກາຍ​ເປັນ​ບັນ​ດາມ​າດ​ຕະ​ການ​ລະ​ອຽດ​ໃນ​ຊີ​ວິດ​ເພື່ອ​ໃຫ້​ນະ​ໂຍ​ບາຍ​ມີ​ປະ​ສິດ​ທິ​ຜົນ ແລະ ຄົບ​ຊຸດ.”

        ບັນ​ດາ​ຜົນ​ງານ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ບັນ​ລຸ​ໄດ້​ໃນ​ອາ​ຍຸ​ການ 5 ປີ​ຜ່ານ​ມາ 2011- 2016 ໄດ້​ສ້າງ​ຂີດ​ໝາຍ​ຈະ​ແຈ້ງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ບັນ​ດາ​ໝາກ​​ຜົນນີ້​ແມ່ນ​ກຳ​ລັງ​ຫນູນ​ສຳ​ຄັນ​ເພື່ອ​ໃຫ້​ລັດ​ຖະ​ບານ​ອາ​ຍຸ​ການ​ຈະ​ມາ​ເຖິງ​ເສີມ​ຂະ​ຫຍາຍ, ນຳ​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ