ສ້າງພື້ນຖານສື່ມວນຊົນເໝາະສົມກັບ ການພັດທະນາ ຕົວຈິງຂອງຫວຽດນາມ


(vovworld)-ຫນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຊື່ງ​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11 ​ທີ່ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ນັ້ນ​ແມ່ນ​ຮ່າງ​ແຜນ​ກຳ​ນົດ ແລະ ຄຸ້ມ​ຄອງ​ສື່ມວນ​ຊົນ​ຮອດ​ປີ 2025. ກ່ຽວ​ກັບ​ບັນ​ຫານີ້, ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: “ສ້າງ​ພື້ນ​ຖານ​ສື່ມວນ​ຊົນ​ເໝາະ​ສົມ​ກັບ​ ການ​ພັດ​ທະ​ນາ​ຕົວ​ຈິງຂອງ​ຫວຽດ​ນາມ.”

ສ້າງພື້ນຖານສື່ມວນຊົນເໝາະສົມກັບ ການພັດທະນາ ຕົວຈິງຂອງຫວຽດນາມ - ảnh 1
ພາບ​ປະ​ກອບ:internet

        ໃນ​ບົດ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ນີ້​ ເອົາ​ໃຈ​ໃສ່​ເຖິງ​ການປະ​ກອບ​ຄຳ​ເຫັນ​ໃສ່​ແຕ່​ລະ​ບັນ​ຫາ, ເປັນ​ຕົ້ນ​ແມ່ນ​ການ​ຍົກ​ສູງ​ຄຸນ​ນະ​ພາບ, ໂຮມ​ອົງ​ການ​ສື່ມວນ​ຊົນ​ເຂົ້າ​ກັນ, ດັດ​ປັບ​ອົງ​ການ​ຄຸ້ມ​ຄອງ ແລະ ເພີ່ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ​ສື່ມວນ​ຊົນ​ໃນ​ສະ​ພາບ​ການ​ໃຫມ່. ສິ່ງ​ດັ່ງ​ກ່າວ​ແມ່ນ​ເລີ່ມ​​ຈາກ​ຄວ​າມ​ໝາຍ, ຄວາມ​ສຳ​ຄັນ​ພິ​ເສດ​ຂອງ​ສື່ມວນ​ຊົນ​ປະ​ຕິ​ວັດ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ ໃນ​ໄລ​ຍະ​ໃຫມ່.

         ສື່ມວນ​ຊົນ​ຫວຽດ​ນາມ​ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ

        ຕາມ​ຕົວ​ເລກ​ສະ​ຖິ​ຕິ​ທີ່ກອງ​ປະ​ຊຸ​ມ​ສື່ມວນ​ຊົນ​ທົ່ວ​ປະ​ເທດ​ດຳ​ເນີນ​ໄປຫວ່າງ​ແລ້ວນີ້, ປະ​ຈຸ​ບັນ ທົ່ວ​ປະ​ເທດ ມີ 845 ອົງ​ການ​ຫນັງ​ສື​ພິມ ແລະ ວາ​ລະ​ສານ, ມີສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ 1 ແຫ່ງ,   ສື່​ເອ​ເລັກ​ໂຕ​ນິກ 98 ແຫ່ງ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ 67 ແຫ່ງ. ໄລ່​ສະ​ເພາະ​ປີ 2014, ມີ​ຕື່ມ​ອີກ 7 ອົງ​ການ​ຫນັງ​ສື​ພິມ, 6 ອົງ​ການ​ສື່​ເອ​ເລັກ​ໂຕ​ນິກ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ນອກນັ້ນ, ຍັງ​ມີຊ່ອງ​ໂທ​ລະ​ພາບ​ປ່ຽນ​ແປ່ງ​ ເນື້ອ​ໃນ​ການ​ເຄື່ອນ​ໄຫວ ​ຕື່ມ​ອີກ 2 ແຫ່ງ. ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ວັນ​ຢືງ, ຫົວ​ຫນ້າ​ພະ​ແນກ​ສື່ມວນ​ຊົນ, ສະ​ຖາ​ບັນ​ສື່ມວນ​ຊົນ ແລະ ໂຄ​ສະ​ນາ ຖື​ວ່າ: ຂົງ​ເຂດ​ສື່ມ​ວນ​ຊົນ ມີ​ສັນ​ຍານ​ໄປ​ຝືນ​ກັບ​ໂລກ.

        “ໄປ​ຝືນ​ກັບ​ໂລກ​ຢູ່​ບ່ອນ​ວ່າ ໃນ​ຂະ​ນະ​ທີ່​ງ​ສື່​ສິ່ງ​ພິມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ມີ​ຫລາຍ​ອົງ​ການ​ສື່​ສິ່ງ​ພິ​ມ​ໃນ​ໂລກ​ຖືກ​ຍຸບ​ເລີກ, ໂຮມ​ເຂົ້າ​ກັນ, ສ່ວນ​ອົງ​ການ​ ສື່​ສິ່ງ​ພິ​ມ​ຂອງ​​ຫວຽດ​ນາມ ປີ​ໃດ​ກໍ​ເພີ່ມ​​ຂຶ້ນ. ການ​ສ້າງ​ຕັ້ງ​ຂອງ​ອົງ​ການ​​ສື່ສິ່ງ​ພິ​ມ​ ນັ້ນ ​ບາງ​ເທື່ອບໍ່​ເລີ່ມ​ຈາກ​ຄວາມ​ຕ້ອງ​ການ​ຕົວ​ຈິງ.”

         ຍົກ​ສູງ​ຄຸນ​ນະ​ພາບ, ໂຮມ​ອົງ​ການ​ສື່ມວນ​ຊົນ​ຈຳ​ນວນ​ຫນຶ່ງ​ເຂົ້າ​ກັນ

        ເມື່ອຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ສື່ມວນ​ຊົນ​ຫວຽດ​ນາມ ປະ​ຈຸ​ບັນ, ທ່ານ ຫງວ​ຽນ​ບັກ​ຊອນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ຖື​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ ມີ​ອົງ​ການ​ສື່ມວນ​ຊົນ​ຫລາຍ​ແຫ່ງ ​​ຂະ​ຫຍັນ​ຂັນ​ເຄື່ອນ, ປ່ຽນ​ໃຫມ່, ຕັ້ງ​ຫນ້າ, ຮັບ​ມື​ກັບ​ກົນ​ໄກ​ຕະ​ຫລາດຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ. ການ​ເຄື່ອ​ນ​ໄຫວ​ຂອງ​ສື່ມວນ​ຊົນ, ສື່​ອອນ​​ລາຍ​ສັງ​ຄົມ​ໄດ້​ນຳ​ມາ​​ຂໍ້​ມູນ​ຂ່າວ​ສານ​ດີ​ຫລາຍ​ຢ່າງ​ໃຫ້​ແກ່​ປະ​ຊາ​ຊົນ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ສື່ມ​ວນ​ຊົນ​ຍັງ​ສະ​ແດງ​ໃຫ້​ເຫັນ​ການຟ​ຸມ​ເຟືອຍ​ກ່ຽວ​ກັບ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຂາດ​ສີ​ສັນ​ສະ​ເພາະ. ພ້ອມ​ກັນ​ນັ້ນ, ການ​ພັດ​ທະ​ນາ​ຢ່າງ​ແຮງ​ກ່ຽວ​ກັບ​ຈຳ​ນວນ​ອົງ​ການ​ສື່ມວນ​ຊົນ​ຄື​ແນວນັ້ນ ຍາກ​ທີ່​ຫລີກ​ລ້ຽງ​ການ​ແກ້ງ​ແຍ້ງ​ກ່ຽວ​ກັບ​ຂໍ້​ມູນ​ຂ່​າວ​ສານ, ພາ​ໄປ​ເຖິງ​ມີ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານບໍ່​ທັນ​ໄດ້​ຮັບ​ການກວດ​ກາ, ຜິດ​ກັບ​ຄວາມ​ຈິງ, ບໍ່​ຖືກ​ກັບ​ການ​ກຳ​ນົດ​ທິດ, ການ​ສຶກ​ສາ​ຂອງ​ສື່​ມວນ​ຊົນ​ຫວຽດ​ນາມ. ສະ​ນັ້ນ ການ​ວາງ​ແຜນ​ກຳ​ນົດ​ສື່ມວນ​ຊົນ​ປະ​ຈຸ​ບັນ ແມ່ນ​ຈຳ​ເປັນ​ທີ່​ສຸດ. ໃນ​ຄ​ໍ​ລຳ “ປະ​ຊາ​ຊົນ​ຖາມ, ລັດ​ຖະ​ມົນ​ຕີ​ຕອບ” ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ເມື່ອ​ເດືອນ 6/2014, ທ່ານ ຫງວ​ຽນ​ບັກ​ຊອນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຢືນ​ຢັນ​ວ່າ:

        “ການ​ວາງ​ແຜນ​ກຳ​ນົດ​​ສື່ມວນ​ຊົນບໍ່​ພຽງ​ແຕ່​ເພື່ອ​ພ​ິ​ຈາ​ລະ​ນາ​ຫລຸດ​ຜ່ອນ​ຈຳ​ນວນ​ສື່ມວນ​ຊົນ​​ລົງເທົ່າ​ນັ້ນ ຫາກ​ສຳ​ຄັນ​ກວ່າ ​ແມ່ນ​ພວກ​ເຮົາ​ຕ້ອງ​ສ້າງກອບ​ກົດ​ໝາຍ, ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ສ້າງ​ສື່ມວນ​ຊົນ​ໃຫ້​ເໝາະ​ສົມ​ກ່ຽວ​ກັບ​ດ້ານ​ຈຳ​ນວນ, ພິ​ເສດ ຍົກ​ສູງ​ຄຸນ​ນະ​ພາບ. ນີ້​ກໍ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ພວກ​ເຮົາ​ປະ​ຕິ​ບັດ​ພັນ​ທະ, ສິດ​ຜົນ​ປະ​ໂຫຍດ​ຂອງ​ພົນ​ລະ​ເມືອງ​ໃນ​ການ​ປະ​ຕິ​ບັດ​ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ, ສິດ​ເສ​ລີ​ສື່ມວນ​ຊົນ​ຊື່ງ​ໄດ້​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ໃຫ້​ດີກວ່າ.”

         ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ສື່ມວນ​ຊົນ​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຢູ່​ຫວຽດ​ນາມ

        ໂດຍ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ສື່ມວນ​ຊົນ​ໃນ​ສະ​ພາ​ວະ​ເຊື່ອມ​ໂຍງ ແລະ ຄວາມ​ຕ້ອງ​ການ​ຂໍ້​ມູນ​ຂ່າວ​ສານ​ຢ່າງກະ​ໂດດ​ຂັ້ນ​ຄື​ປະ​ຈຸ​ບັນ ສະ​ນັ້ນ ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11 ໄດ້​ພິ​ຈາ​ລະ​ນາ, ປຶກ​ສາ​ຫາ​ລື​ຮ່າງ​ແຜນ​ກຳ​ນົດ​ພັດ​ທະ​ນາ ແລະ ຄຸ້ມ​ຄອງ​ສື່ມວນ​ຊົນ​ຮອດ​ປີ 2025 ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ, ກຳ​ນົດ​ທິດ​ສ້າງ​ພື້ນ​ຖານ​ສື່​ມວນ​ຊົນ​ມີ​ຄຸນ​ນະ​ພາບ, ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:

        “ເມື່ອ​ພິ​ຈາ​ລະ​ນາ​ແຜນ​ຮ່າງ, ຂ້າ​ພະ​ເຈົ້າ​ສະ​ເຫນີຄວນ​ສຸມ​ໃສ່ປຶກ​ສາ​ຫາ​ລື​ເຮັດ​ແຈ້ງ, ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ, ປະ​ກາດ​ໃຊ້ ແລະ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ແຜນ​ກຳ​ນົດ​ພັດ​ທະ​ນາ ແລະ ຄຸ້ມ​ຄອງ​ສື່ມວນ​ຊົນ​ຮອດ​ປີ 2025. ຕີ​ລາ​ຄາ​ໝາກ​ຜົນ, ຜົນ​ງານ​ທີ່​ບັນ​ລຸ​ໄດ້​ ແລະ ບັນ​ດາ​ຂໍ້​ຈຳ​ກັດ, ອ່ອນ​ດ້ອຍ, ຂໍ້​ຄົງ​ຄ້າງ​, ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງຢ່າງ​ຖືກ​ຕ້ອງ, ຄວນ​ສືບ​ຕໍ່​ປ່ຽນ​ໃຫມ່, ແກ້​ໄຂ​ໃນ​ການ​ຈັດ​ຕັ້ງ, ເຄື່ອນ​ໄຫວ, ພັດ​ທະ​ນາ ແລະ ຄຸ້ມ​ຄອງ​ຂອງ​ລະ​ບົບ​ສື່​ມວນ​ຊົນ​ຫວຽດ​ນາມ ປະ​ຈຸ​ບັນ ລວມ​ທັງ ສ​ື່​ສິ່ງພິມ, ກະ​ຈາຍ​ສຽງ, ໂທ​ລະ​ພາບ ແລະ ສື່​ເອ​ເລັກ​ໂຕ​ນິກ. ຄວນ​ເອົາ​ໃຈ​ໃສ່​ຢ່າງ​ຮອບ​ດ້ານ​ເຖິງ​ຈຳ​ນວນ, ຄຸນ​ນະ​ພາບ, ເນື້ອ​ໃນ, ຮູບ​ການ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ການ​ເງິນ, ວິ​ທ​ີ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ ແລະ ການ​ຊີ້​ນຳ​ນຳ​ພາ, ການ​ຄຸ້ມ​ຄອງ​ຂອງ​ບັນ​ດາ​ອົງ​ການ, ຄະ​ນະ, ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ. ຕ້ອງ​ຄາດ​ຄະ​ເນ​ຕາມ​ທ່າອ​່ຽງ​ຈະ​ມາ​ເຖິງ ຈາກນັ້ນ ກຳ​ນົດ​ຢ່າ​ງຖືກ​ຕ້ອງ​ບັນ​ດາ​ທັດ​ສະ​ນະ, ຈຸດ​ໝາຍ, ການ​ກຳ​ນົດ​ທິດ​ວາງ​ແຜນ​ກຳ​ນົດ ແລະ ບັນ​ດາ​ຫນ້າ​ທີ່, ມາ​ດ​ຕະ​ການ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ແຜນ​ກຳ​ນົດ​ຢ່າງ​ມີ​ໄຊ.”

        ແຜນ​ຮ່​າງວາງ​ແຜນ​ກຳ​ນົດ ແລະ ພັດ​ທະ​ນາ​ສື່ມວ​ນ​ຊົນ​ຮອດ​ປີ 2025 ແລະ ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11 ຈະ​ແມ່ນ​ທິດທາງ​ພື້ນ​ຖານ ແລະ ແທດ​ຈິງ ເພື່ອ​ໃຫ້​ສື່ມວນ​ຊົນ​ຫວຽດ​ນາມ ສືບ​ຕໍ່​ພັດ​ທະ​ນາ​ເໝາະ​ສົມ​ກັບ​​ສະ​ພາບ​ຕົວ​ຈິງ​ຂອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ