ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂົ້າຮ່ວມໃນບັນດາ ອົງການສຳນັກງານຕົວແທນປະຊາຊົນ

ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່ຫຼວງ​ຂອງ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ໃນ​ບັນ​ດາອ​າ​ຍຸ​ການມໍ່ໆ​ມານີ້, ອັດ​ຕາ​ຜູ້​ແທນທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບັນ​ດາ​ອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນ​ຢູ່​ຫວຽ​ດ​ນາມ​ນັ​ບມື້​ນັບ​ສູງ​ຂຶ້ນ. ໃນ​ການ​ເລືອກ​ຕັ້ງ​ທີ່​ຈະ​ມາ​ເຖິງນີ້, ບັນ​ດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ໃນ​ບັນ​ດາ​ ອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນຫຼາຍກວ່າ​ເກົ່າ.

 

ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂົ້າຮ່ວມໃນບັນດາ ອົງການສຳນັກງານຕົວແທນປະຊາຊົນ - ảnh 1
ທ່ານ​ນາງ​ຕ່ອງ​ທິ​ຟ້ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດມອບ​ຂອງ​ຂວັນ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາວ​ເຜົ່າ​ສ່ວນ​ໜ໊ອຍ​ໃນ​ແຂວງ​ຟູ້​ເຖາະ
                                       (baophutho)

       ໃນ 4 ອາ​ຍຸ​ການຂອງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ໃນມໍ່ໆ​ມານີ້, ອັດ​ຕາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍກວມ​ແຕ່ 15,6% ຫາ ກວ່າ 17 % ຈຳ​ນວນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທັງ​ໝົດ.​ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ໃກ້​ຈະ​ມາ​ເຖິງນີ້, ຕ​າມ​ບັນ​ຊີ​ລາຍ​ຊື່​ໂດຍ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ປະ​ກາດນັ້ນ, ​ຈຳນວນ​ຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​​ກວມ 23,45%. ​ຜູ້​ແທນແມ່ນຊາວ​ເຜົ່າ​ສ່ວນ​ໜ້ອຍທີ່​ເຂົ້າ​ຮ່ວມສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ​ອາ​ຍຸ​ການ 2011-2016 ໄດ້​ກວມ​ເອົາ 18%; ຂັ້ນ​ເມືອງ ແລະ ຂັ້ນ​ຕາ​ແສງກວມກວ່າ 20%.

      ຜູ້​ແທນຊາວ​ເຜົ່າ​ສ່ວນ​ໜ້ອຍມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ

              ທີ່​ເວ​ທີ​ປາ​ໄສ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຫຼາຍ​ທ່ານ​ທີ່ແມ່ນຊາວ​ເຜົ່າ​ສ່ວນ​ໜ້ອຍໄດ້​ປະ​ກອບ​ສ່ວນສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ໃນບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຂອງ​ສະ​ພາ​ແຫ່​ງ​ຊາດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຊົນ​ເຜົ່າ. ອາ​ຍຸ​ການ​ຊຸດ​ທີ 13 ທີ່​ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ​ຢູ່​ບັນ​ດາ​ນິ​ຄົມ​ກະ​ເສດ, ນິ​ຄົມ​ປ່າ​ໄມ້​ທີ່​ຂຶ້ນ​ກັບ​ລັດ. ແລະ ກໍ​ໃນ​ອາ​ຍຸ​ການນີ້, ເປັນ​ຄັ້ງ​ທຳ​ອິດ​ທີ່​ລັດ​ຖະ​ມົນ​ຕີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ຢາງ​ແຊງ​ຝື ໄດ້​ຂຶ້ນ​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ບັນ​ດາ​ຕາ​ແສງ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ຢູ່​ເຂດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ​ເຊັ່ນ: ສະ​ພາບ​ຕົວ​ຈິງ ແລະ ວິ​ທີ​ການ​ແກ້​ໄຂ​ຈັດ​ສັນ​ຊຸມ​ຊົນ​ຢູ່​ເຂດ​ເຄີຍ​ປະ​ສົບ​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ, ບັນ​ດາ​ອົບ​ພະ​ຍົບ​ຢ່າງ​ເສ​ລີ, ການ​ບຳ​ລຸງ​ສ້າງວິ​ຊາ​ຊີບ, ດິນ​ປຸກ​ສ້າງ, ດິນ​ທຳ​ການ​ຜະ​ລິດ​ໃຫ້​ແກ່ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ແທນຊາວ​ເຜົ່າ​ສ່ວນ​ໜ້ອຍນັບ​ມື້​ນັບ​ມີ​ສຽງ​ເວົ້າ​ລວມ​ໃນ ບັນ​ດາ​ອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນ.

    ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທີ່​ເປັນຊາວເຜົ່າ​ສ່ວນ​ໜ້ອຍ

    ເຖິງວ່າ​ໃນ​ບັນ​ດາ​ອາ​ຍຸ​ການມໍ່ໆ​ມານີ້, ອັດ​ຕາຜູ້​ແທນທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບັນ​ດາ​ອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນຍາມ​ໃດ​ກໍ​ສູງກວ່າ​ເມື່ອ​ທຽບ​ໃສ່​ຈຳ​ນວນ​ປະ​ຊາ​ກອນ, ແຕ່​ຍັງ​ຄົງ​ມີ​ບາງ​ຊົນ​ເຜົ່າ​ຍັງ​ບໍ່​ທັນ​ມີ​ຕົວ​ແທນ​ເທື່ອ. ໃນ​ຕົວ​ຈິງ, ​ເບິ່ງ​ລວມ​ແລ້ວ, ລະ​ດັບ​ຄວາມ​ຮູ້​ຂອງ​ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍຍັງ​ຕ່ຳ​ຢູ່, ເງື່ອນ​ໄຂ​ທາງ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ມີຫຼາຍ​ຄົນ​ບໍ່​ຮູ້​ໜັງ​ສື ແລະ ພາ​ສາ​ກາງ, ດັ່ງ​ນັ້ນ​ກໍ​ເປັນ​ການ​ຍາກ​ທີ່​ສຸດ​ໃນ​ວຽກ​ງານ​ໂຄ​ສະ​ນາ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ແລະ ປ່ອນ​ບັດ​ເລືອກ​ຕັ້ງ. ເປັນ​ຄັ້ງ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເຂົ້າ​ເປັນ​ສະ​ມາ​ຊິກອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນ, ອ້າຍ​ຮ່​ວາງ​ກ໋ວກ​ແຄ້ງ ຊາວ​ເຜົ່າ​ໄຢ໋​ຢູ່​ແຂວງ​ລາຍ​ເຈົາ​ໃຫ້​ຮູ້​ວ່າ : ເຖິງວ່າ​ໄດ້​ຮັບ​ການ​ສະ​ເໜີ ແລະ ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ຈາກ​ອົງ​ການ​ສຳ​ນັກ​ງານເພື່ອ​ເຂົ​້າ​ຮ່​ວມ​ບັນ​ດາ​ຊຸດ​ບຳລຸງ, ອົບ​ຮົມເພື່ອ​ຊອກ​ຮູ້, ກຳ​ແໜ້ນ​ຂໍ້​ມູນ​ຂ່າວ​ສານ​ຮັບ​ໃຊ້​ການ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ແຕ່​​ສຳ​ລັບບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ພູ​ດອຍ​ຄື​ອ້າຍ​ແຄ້ງນັ້ນ, ຕ່າງ​ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຄວາມ​ຈຳ​ກັດ​ທາງ​ດ້ານ​ຂໍ້​ມູນ​ຂ່າວ​ສານ, ທັກ​ສະ​ໃນ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ສ້າງ​ໂຄງ​ການ​ດຳ​ເນີນ​ງານ….ນີ້​ແມ່ນ​ຮົ້ວ​ກີດ​ຂວາງບໍ່​ໜ້ອຍ​, ເຮັດ​ໃຫ້​ໂອ​ກາດ​ປະ​ສົບ​ຜົນ​ສ​ຳ​ເລັດ​ສຳ​ລັບ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຖືກ​ຈຳ​ກັດ​ຢູ່. ອ້າຍ​ຮ່​ວາງ​ກ໋ວກ​ແຄ້ງ ໃຫ້​ຮູ້ວ​່າ :

    “ ຢູ່​ເສດ​ພູ​ດອຍ, ເຂດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍນັ້ນ, ເລື່ອງ​ພວກ​ຂ້າ​ພະ​ເຈົ້າ​ຮັບ​ຂໍ້​ມູນ​ຂ່າວ​ສານ​ໃໝ່​ແມ່ນ​ມີ​ຄວາມ​ຈຳ​ກັດ​ເມື່ອ​ທຽບໃສ່​ເຂດທົ່ງ​ພຽງ. ທີ 2 ແມ່ນຢູ່ເຂດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍນັ້ນ, ລະ​ດັບ​ຄວາມ​ຮູ້​ຂອງ​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ສະ​ເໝ່ຳ​ສະ​ເໝີ​ຢູ່, ດັ່ງ​ນັ້ນ​ໃນ​ວິ​ວັດ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງເພື່ອ​ຂົນ​ຂວາຍ ກໍ​ຕ້ອງ​ໃຊ້​ເວ​ລາ ແລະ ເຫື​ອ່​ແຮງ​ຢ່າງຫຼວງຫຼາຍ​ເພື່ອ​ໃຫ້​ພໍ່​ແມ່​ພີ​ນ້ອງ​ກຳ​ໄດ້​ສານ​ທີ່​ຕົນ​ຍົກ​ອອກ​ມາ ”

         ພ້ອມ​ກັນ​ນັ້ນ, ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍຍັງ​ຕ້ອງ​ສາ​ມາດ​ຕອບ​ສະ​ໜອງ​ມາດ​ຖານຕ່າງໆ​ເຊັ່​ນ: ແມ່ນ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຍິງ, ຍັງ​ໜຸ່ມ, ແມ່ນ​ຜູ້ບໍ່​ແມ່ນ​ສະ​ມາ​ຊິກ​ພັກ. ນີ້​ກໍ​ແມ່ນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຮັບ​ປະ​ກັນ​ເປົ້າ​ໝາຍ​ມີ​ຢ່າງ​ໜ້ອຍ 18% ຈຳນວນສະ​ມາ​ຊິກ​ສະ​ພາ​ແຫງ​ຊາດທັງໝົດ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫງ​ຊາດທີ່​ຈະ​ມາ​ເຖິງນີ້.

    ເປີດ​ຊຸດ​ອົບ​ຮົມ​ດ້ານ​ທັກ​ສະ​ໃຫ້ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

     ທ່ານ​ຫງວຽນ​ເລີ່ມ​ແທ່ງ, ຮອງ​ປະ​ທານ​ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຖື​ວ່າ : ຜົນ​ຂອງ​ການ​ເລື​ອກ​ຕັ້ງ​ຈະ​ຮັບ​ໄຊຊະ​ນະຫຼືບໍ່​ນັ້ນ, ແມ່ນ​ຂຶ້ນ​ກັບ​ວິ​ວັດ​ການ​ເລືອກ​ເອົາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ ແລະ ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ. ດັ່ງ​ນັ້ນ, ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ຕາມ​ການ​ຄາດ​ຄະ​ເນ, ຈຳ​ເປັນ​ຕ້ອງ​ມີ​ການ​ຊີ້​ນຳ​ແບບ​ລວມ​ສູນ, ເປັນ​ເອ​ກະ​ພາບ​ກັນ​ຈາກ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ຄວາມ​ມາ​ນະ​ພະ​ຍາຍ​າມ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໃນ​ວຽກ​ງານ​ການ​ເລືອກ​ຕັ້ງ. ເພື່ອ​ສະ​ໜອງ​ຄວ​າມ​ຮູ້, ທັກ​ສະ​ການ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງໃຫ້​ແກ່ ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​ເປີດ​ບັນ​ດາ​ຊຸ​ດອົບ​ຮົມດ້ານ​ທັກ​ສະການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງໃຫ້​ແກ່​​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ແມ່ນຊາວ​ເຜົ່າ​ສ່ວນ​ໜ້ອຍນັບ​ຮ້ອຍ​ຄົນເປັນສະ​ມາ​ຊິກ​ສະ​ພາ​ແຫງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021. ທ່ານ ຫງວຽນ​ເລີມ​ແທ່ງ ຮອງ​ປະ​ທານ​ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໃຫ້​ຮູ້​ວ່າ :

    “ ມີ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງຫຼາຍ​ຄົນ​ແມ່ນ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ ແລະ ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ. ດັ່ງ​ນັ້ນ, ຊຸດ​ອົບ​ຮົບ​ຄັ້ງ​ນີ້ຂອງສະ​ພາ​ຊົນ​ເຜົ່າ​​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ເພື່ອ​ຊ່ວຍ​ໃຫ້ ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ມີ​ບົດ​ຮຽນ​, ທັກ​ສະ​​ຕື່ມອີກເພື່ອ​ດຳ​ເນີນ​ການ ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງໃຫ້​ແກ່ຕົນ​ເອງ​ເປັນ​ຢ່າງ​ດີກວ່າ”

         ການ​ເປີດ​ຊຸ​ດອົບ​ຮົມແມ່ນ​ຈຳ​ເປັນ​ເພື່ອ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ທີ່​ດີ​ໃຫ້​ແກ່ ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ໃນ​ຍາ​ວ​ນານ, ບັນ​ດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ​ຈະ​ຕ້ອງ​ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດກວ່າ​ອີກ​ເພື່ອ​ວາງ​ແຜນ​ກຳ​ນົດ, ສ້າງ ແລະ  ບຳ​ລຸງ​ຖັນ​ແຖວ​ພະ​ນັກ​ງານຊາວ​ເຜົ່າ​ສ່ວນ​ໜ້ອຍໃນ ​ບັນ​ດາອົງ​ການ​​ສຳ​ນັກ​ງານຕົວ​ແທນ​ປະ​ຊາ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ