ຫລຸດຜ່ອນຄາດໝາຍການເຕີບໂຕເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ

ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ການ​ຄາດ​ຄະ​ເນ​ລະດັບເຕີບ​ໂຕ​​ເສດຖະກິດ​ຂອງ​ຫວຽດນາມ ​​ໄດ້​ຮັບ​ການ​ອັບ​ເດັດ​ເປັນ​ປະຈຳຈາກບັນດາ​ອົງການ​ຈັດຕັ້ງສາກົນ​ຄື: ທະນາຄານ​ພັດທະນາ​ອາຊີ (ADB), ທະນາຄານ​ໂລກ (WB), ​ແລະ ຫວ່າງ​ມໍ່ໆ​ມາ​ນີ້​ແມ່ນ ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແມ່ນຢູ່​ໃນ​ລະດັບ​ກ່ວາ 5%, ຕ່ຳ​ກ່ວາ​ລະດັບ​ຄາດ​ຄະ​ເນ​ກ່ອນ​ນີ້ 4 ​ເດືອນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຈຸດ​ເວລານີ້, ບັນດາ​ຜູ້​ຊ່ຽວຊານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ນີ້​ແມ່ນ​ລະດັບ​ເຕີບ​ໂຕ​ເໝາະ​ສົມ​ຍ້ອນ​ວ່າ​ຫວຽດນາມ ພວມ​ສຸມ​ໃສ່ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ໃຫ້​ພື້ນຖານ​ເສດຖະກິດ​ພັດທະນາ​ດີ​ກ່ວາ​ໃນ​ປີ 2013 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໆໄປ​.

ຫລຸດຜ່ອນຄາດໝາຍການເຕີບໂຕເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 1

(ພາບ:baohiemxahoi.gov.vn)

​   ເຖິງ​ວ່າ, ການຄາດ​ຄະ​ເນ​ລະດັບ​ເຕີບ​ໂຕ GDP ຂອງ​ຫວຽດນາມ ​ໄດ້​ຫລຸດ​ລົງ​ໃນ​ປີ 2012 ກໍ່ຕາມ​ແຕ່​ບັນດາ​ອົງການ​ຈັດຕັ້ງສາກົນ​ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ໃນ​ປີ 2013, ລະດັບ​ເຕີບ​ໂຕ​ນີ້​ຈະ​ໄດ້​ຮັບ​ການ​ປັບປຸງ, ນະ​ໂຍບາຍ​ການ​ເງິນ​ຄ່ອຍໆ​ໄດ້​ຮັບ​ການ​ໂຍະຍານ, ຫວຽດນາມ ​ໄດ້​ຫລຸດ​ອັດຕາ​ດອກ​ເບ້ຍ​ຢ່າງ​ລຽນ​ຕິດ, ຈາກ 15%​ ໃນ​ທ້າຍ​ປີ 2011 ລົງ​ເຫຼືອ​ພຽງ 11%​ ໃນ​ກາງ​ປີ 2012 ​ເພື່ອ​​ເໝາະ​ສົມ​ກັບ​​ອັດ​ຕາການ​ຫລຸດ​ລົງ​ຂອງ​ໄພ​ເງິນ​ເຟີ້. ລັດຖະບາ​ນຫວຽດນາມ ຈະ​ສືບ​ຕໍ່​ແກ້​ໄຂ​ບັນດາ​ທະນາຄານ​ອ່ອນ​ດ້ອຍ​ໃນ​ປີ 2013 ​ເພື່ອ​ເຮັດ​ໃຫ້​ລະບົບ​ການ​ເງິນ​ທະນາຄານ​ມີ​ຄວາມ​ປອດ​ໃສ. ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ດັດສົມ​ເສດຖະກິດ​ມະຫາ​ພາກ​ຢ່າງ​ມີ​ໄຫວ​ພິບ​ນັ້ນ, ຫວຽດນາມ ພວມ​ຍູ້​ໄວ​ລະດັບ​ຄວາມ​ໄວ​ໃນ​ການ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ພິ​ເສດ​ແມ່ນ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃໝ່. ທ່ານ Bui Quang Vinh ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຢືນຢັນ​ວ່າ:

   “ການ​ລົງທຶນ​ຂອງ​ລັດ​ພວມ​ຫລຸດ​ລົງ, ​ເປີດ​ໂອກາດ​ໃຫ້​ແກ່ພາກເອກະ​ຊົນ​ເທື່ອ​ລະ​ກ້າວ. ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ຂອງສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ, ​ໃນ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃໝ່, ຈຸດ​ສຸມ​ຈະ​ແມ່ນ​ການສ້າງ​ໂຄງ​ປະກອບ​ການ​ລົງທຶນຂອງ​ລັດ​ຄືນ​ໃໝ່. ຕາມ​ນັ້ນ​ແລ້ວ, ສິ່ງ​ທີ່​ພາກ​ເອກະ​ຊົນສາມາດ​ລົງ​ທຶນ​ໄດ້, ລັດ​ຈະ​ສະຫງວນ​ໃຫ້​ພາກ​ເອກະ​ຊົນ. ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ລັດ​ຈະ​ຫລຸດຜ່ອນ​ອັດຕາ​ສ່ວນ​ການ​ລົງທຶນ​ຈາກ​ງົບປະມານ​ແຫ່ງ​ລັດ ​ແລະ ພັນທະບັດ​ລັດຖະບານ, ລະດົມ​ຈາ​ກບັນດາ​ພາກສ່ວນ​​ເອກະ​ຊົນເພື່ອ​ເຂົ້າຮ່ວມ​ການ​ລົງທຶນ, ນັບ​ທັງ​ການ​ລົງທຶນເຂົ້າ​ໃນ​ພື້ນຖານ​ໂຄງ​ລ່າງ​ໃຫ້​ຫຼາຍ​ກ່ວາ​ອີກ“

ຫລຸດຜ່ອນຄາດໝາຍການເຕີບໂຕເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 2

WB: ເສດຖະກິດ​ຫວຽດນາມ​ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຈະ​ແຈ້ງ

(ພາບ: hanoitv.vn)

   ການ​ຕໍ່​ກຳນົດ​ເວລາ​ມອບອາກອນ​ມູນ​ຄ່າ​ເພີ່ມ​ກໍ່​ແມ່ນ​ມາດ​ຕະການ​ອັນຕັ້ງໜ້າ​ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້​ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ, ຊຸກຍູ້​ການ​ສົ່ງ​ອອກ. ພ້ອມກັນນັ້ນ​ແມ່ນ​ການ​ຍູ້​ແຮງ​ນະ​ໂຍບາຍ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ. ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ ​ແລ້ວ, ​ໃນ​ເດືອນ 9/2012, ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ທີ່ຈົດ​ທະບຽນ​ເຂົ້າຫວຽດນາມ ບັນລຸ​ກ່ວາ 1 ຕື້​ໂດ​ລາ​ສະຫະລັດ. ​ໄລ່​ລວມ​ໃນ 9 ​ເດືອນ, ຍອດ​ຈຳນວນ​ທຶນ FDI ຈົດ​ທະບຽນ​ບັນລຸ 9,52 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​​ປ່ອຍ​ເງິນໄດ້​ກ່ວາ 8,1 ຕື້​ໂດ​ລາ​ສະຫະລັດ. ນີ້​ແມ່ນ​ສັນຍານ​ອັນຕັ້ງໜ້າ​ຈາກ​ກະ​ແສ​ທຶນ FDI. ທ່ານ Nguyen Van Toan ຮອງ​ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ:

   “​ໃນ 9 ​ເດືອນ​ຕົ້ນປີ, ​ທຶນ​ຈົດ​ທະບຽນ​ຕ່ຳ​ກ່ວາ​ເມື່ອ​ທຽບກັບ​ປີ 2011 ​ແຕ່​​ພວກ​ເຮົາ​ກໍ່​ບັນລຸ​ລະດັບ​ປ່ອຍ​ເງິນໄດ້​​ເທົ່າ​ກັບ​ປີ 2011 ຄື 98%, ນີ້​ແມ່ນ​ສັນຍານ​ທີ່​ດີ. ທີ 2 ​ແມ່ນ​ການ​ລົງທຶນ​ເຂົ້າ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ ​ແລະ ການ​ຜະລິດກໍ່ສູງ​ພໍ​ສົມຄວນ. ກ່ອນ​ປີ 2012, ບໍ່​ມີ​ບໍລິ​ສັດ​ໃດ​ລົງທຶນ​ໃນ​ລະດັບ 1 ຕື້​ໂດ​ລາ​ສະຫະລັດ, ​ແຕ່​ໃນ 9 ​ເດືອນ​ປີ 2012, ມີ 2 ບໍລິສັດ​ຂອງ​ຍີ່ປຸ່ນ ​ໄດ້​ລົງທຶນ​ເຂົ້າຫວຽດນາມ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ​ຫຼາຍ​ພໍ​ສົມຄວນ, ​ໃນ​ນັ້ນມີ​ບໍລິ​ສັດ​ອະສັງຫາລິມະ​ຊັບ.

   ບັນດາ​ຜູ້​ຊ່ຽວ​ຊານກໍ່​ໃຫ້​ຂໍ້​ສັງ​ເກດວ່າ, ​ເຖິງ​ວ່າ​ສາຍສຳພັນ​ລະຫວ່າງ​ຫວຽດນາມ ​ແລະ ​ໂລກ​ຍັງ​ບໍ່​ທັນມີ​ຄວາມ​ແຫນ້​ນ​ແຟ້ນຢ່າງ​ແທ້​ຈິງ ​ແຕ່​ຫວຽດນາມ ​ຍັງ​ຄົງ​ຮັບ​ຜົນ​ສະທ້ອນ​​ໃນ​ລະດັບ​ໃດ​ໜຶ່ງ​ຈາກ​ການ​ຊຸດ​ໂຊມ​ຂອງ​ພື້ນຖານ​ເສດຖະກິດ​ໂລກ. ຫວ່າງ​ແລ້ວນີ້ ລັດຖະບານ​ຫວຽດນາມ ​ໄດ້​ຕົກລົງ​ເຂົ້າຮ່ວມ​ໂຄງການ​ຕີ​ລາຄາ​ຂະ​ແໜງ​ການ​ເງິນ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ ​ແລະ ທະນາຄານ​ໂລກ ຊື່​ງຄາດ​ວ່າ​ຈະສຳ​ເລັດ​ໃນ​ໄຕ​ມາດ​ທີ 1 ປີ 2013. ຜ່ານ​ນັ້ນ, ອີງ​ຕາມ​ການ​ປະກາດ​ບັນດາ​ໝາກຜົນ​ຕົ້ນຕໍ​ຂອງ​ໂຄງການ, ບັນດາ​ຄຳໝັ້ນໝາຍຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປະຕິ​ບັດ​ຂັ້ນຕອນ​ການ​ປະຕິ​ຮູບ​ດ້ວຍ​ບັນດາ​ການ​ກະທຳ​ທີ່​​ກຳນົດ​​ໄລຍະເວລາຢ່າງ​ລະອຽດ ຈະ​ແມ່ນ​ສັນ​ຍານທີ່​ດີ​ສ້າງ​ຄວາມ​ອຸ່ນ​ອຽນ​ໃຈ​ໃຫ້​ບັນດາ​ນັກ​ລົງທຶນ. ບັນດາ​ນັກ​ອຸ​ປະຖຳສາກົນ​ໄດ້​ຕີ​ລາຄາ​ສູງຕໍ່​ສິ່ງ​ດັ່ງກ່າວ. ທ່ານ Rajat Nag ຜູ້ອຳນວຍການ​ໃຫ່ຍບໍລິຫານ​ທະນາຄານ​ພັດທະນາ​ອາຊີ ພາກ​ພື້ນ​ອາຊີ-​ປາຊີ​ຟິກ ຖື​ວ່າ:

   “​ພວກ​ຂ້າພະ​ເຈົ້າຍັງ​ມີ​ຄວາມ​ເຊື່ອໝັ້ນທີ່​ສຸດ​ຕໍ່​ກັບການ​ເຕີບ​ໂຕ​​ໃນ ໄລຍະ​ຍາວ​ຂອງ​ຫວຽດນາມ. ​ແຕ່​ສິ່ງ​ສຳຄັນ​ໃນ​ປະຈຸ​ບັນ​ແມ່ນ​ຫວຽດນາມ ​ຄວນ​ສືບ​ຕໍ່​ວິວັດ​ການ​ປະຕິ​ຮູບ​ຢ່າງ​ແຮງ. ຫວຽດນາມ ຕ້ອງ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ນະ​ໂຍບາຍ​ທີ່​ໄດ້​ວາງ​ອອກ​, ​ເພີ່ມ​ທະວີ​ການ​ບໍລິຫານ​ລັດ​ໃຫ້​ດີ​ກ່ວາ, ສ້າງ​ໂຄງ​ປະກອບ​ບັນດາ​ວິ​ສາ​ຫະກິດ​ ​ແລະ ພື້ນຖານ​ເສດຖະກິດຄືນ​ໃໝ່​ເພື່ອ​ໃຫ້​ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ​ກ່ວາ​ອີກ

​  ເຖິງ​ວ່າ​ພວມ​ຢືນ​ຢູ່​ຕໍ່ໜ້າບັນດາ​ຄວາມ​ຫຍຸງ​ຍາກ​ໃນ​ປະຈຸ​ບັນ​ກໍ່ຕາມ, ​ແຕ່​​ສັນຍານ​ອັນຕັ້ງໜ້າ​ຈຳນວນໜຶ່ງຊຶ່​ງຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ຄື: ທ່າ​ອ່ຽງ​ເພິ່ມປະສິດທິພາບ​ການ​ອອກ​ແຮງ​ງານ​ຂອງຫວຽ​ດນາມ ​ຢ່າງ​ຈະ​ແຈ້ງ ​ເມື່ອ​ທຽບ​ກັບ​​ປະ​ເທດ​ຕ່າງໆໃນ​ພາກ​ພື້ນ, ດ້ວຍ GDP ສະ​ເລ່ຍ​ໃສ່ຫົວ​ຄົນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ທ່າ​ໄດ້​ປຽບ​ໃນ​ການ​ສົ່ງ​ອອກ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ…., ພ້ອມ​ກັບ​ການ​ເດັດ​ດຽວ​ປະຕິບັດ​ບັນດາ​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກະຕິທີ່​ໄດ້​ວາງອອກນັ້ນ, ບັນດາ​ຜູ້​ຊ່ຽວຊານ​ໄດ້​ໃຫ້​ຂໍ້​ສັງ​ເກ​ດວ່າ, ລະດັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດຂອງ​ຫວຽດນາມ ຈະ​ໄດ້​ຮັບ​ປັບປຸງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງຢ່າງ​ແນ່ນອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ