ຫວຽດນາມ: ຈຸດພົ້ນເດັ່ນຂອງການເຕີບໂຕ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ

(VOVWORLD) -  ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ເປັນປະເທດທີມີຄວາມຮັບຜິດຊອບ, ພ້ອມແລ້ວຈະມີການກະທຳເພື່ອຜົນປະໂຫຍດລວມ ແລະ ມີຄວາມໝັ້ນໃຈກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍທິດທາງນັບມື້ນັບຈະແຈ້ງ.
ຫວຽດນາມ: ຈຸດພົ້ນເດັ່ນຂອງການເຕີບໂຕ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ - ảnh 1(ພິທີເລີ່ມເຄື່ອນໄຫວສູນດີເລີດກ່ຽວກັບ Digital Twin ແລະ ປັນຍາປະດິດ (AI)

ຫວຽດນາມ ໄດ້ ແລະ ພວມຫັນປ່ຽນຈາກພື້ນຖານເສດຖະກິດ້ອຍພັດທະນາ, ກາຍເປັນຈຸພົ້ນເດັ່ນຂອງການເຕີບໂຕຢູ່ ອາຊີ. ບໍ່ພຽງແຕ່ຮັບຮູ້ບັນຜົນງານດ້ານເສດຖະກິດທີ່ໜ້ປະທັບໃຈເທົ່ານັ້ນ, ຫາກບັນອົງການຈັດຕັ້ງສາກົນ, ວົງການນັກ່ຽຊານ ແລະ ສື່ມວນຊົນຕ່າງປະເທດ ນັບມື້ນັບເນັ້ນໜັກເຖິງບົດບາ, ຄວາມຮັບຜິດຊອບຂອງ ຫວຽດນາມ ໃນລະບົບຕ່ອງໂສ້ການສະອງທົ່ວໂລກ, ການພັດທະນາແບບຍືນຍົງ ແລະ ການຮ່ວມມືຫຼາຍຝ່າຍ. ບັນດາໝາກຜົນດັ່ງກ່າວຫຼັກຖານພະຍານທີ່ມີຊີວິດຊີວາໃຫ້ແກ່ການຊາບຊຶມ, ຜັນຂະຫຍາຍບັນດາທິດທາງໃຫຍ່ທີ່ໄດ້ກຳນົດໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ, ທັງໄດ້ຮັບການສືບທອດ ແລະ ພັດທະນາຢູ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັ.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ເປັນປະເທດທີມີຄວາມຮັບຜິດຊອບ, ພ້ອມແລ້ວຈະມີການກະທຳເພື່ອຜົນປະໂຫຍດລວມ ແລະ ມີຄວາມໝັ້ນໃຈກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍທິດທາງນັບມື້ນັບຈະແຈ້ງ.

ຄວາມໄວ້ເນື້ອເຊື່ອໃຈສາກົນໄດ້ສ້າງຂຶ້ນບົນຫຼາຍພື້ນຖານ

ຫວນຄືນປີ 2025 ແລະ 5 ປີຜ່ານມາ, ໃນສະພາບການໂລກທີ່ມີການຜັນແປສັບສົນຫຼາຍຢ່າງ, ຫວຽດນາມ ຍັງຄົງຮັກສາໄດ້ພື້ນຖານເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ ແລະ ທ່າເຕີບໂຕທີ່ຕັ້ງໜ້າ. ປີ 2025, ຫວຽດນາມ ໄດ້ປະຕິບັດສຳເລັດ, ບັນລຸ ແລະ ລືນກາຍ 15/15 ຄາດໝາຍເສດຖະກິດ - ສັງຄົມຕົ້ນຕໍ; ພ້ອມທັງ ບັນລຸລະດັບເຕີບໂຕຍອດຜະລິດຕະພັນພາບໃນ (GDP) ປະມານ 8,02% ລື່ນກາຍຄວາມຄາດຫວັງ. ປີ 2025, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ບັນລຸກວ່າ 27,5 ຕື້ USD, ເຊິ່ງເປັນລະດັບສູງສຸດໃນ 5 ປີຜ່ານມາ.

ວັນທີ 08 ມັງກອນ ຜ່ານມາ, ຫວຽດນາມ ໄດ້ກາຍເປັນ “ຈຸດທີ່ໝັ້ນ” R&D (ຄົ້ນຄວ້າ ແລະ ພັດທະນາ) ແລະ ສູນດີເລີດກ່ຽວກັບ Digital Twin ແລະ ປັນຍາປະດິດ (AI) ຂອງກຸ່ມບໍລິສັດ Dassault Systèmes (ຝລັ່ງ). ທີ່ພິທີເປີດຕົວ, ທ່ານ Samson Khaou, ຮອງປະທານຜູ້ປະຈຳການຮັບຜິດຊອບພາກພື້ນອາຊີ - ປາຊີຟິກ ຂອງກຸ່ມບໍລິສັດ Dassault Systèmes, ເນັ້ນໜັກວ່າ:

ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາມີຫຼາຍເປົ້າໝາຍລວມເພື່ອກໍ່ສ້າງສູນ R&D ແລະ ສູນດີເລີດກ່ຽວກັບDigital Twin ແລະ AI. ຍ້ອນວ່າ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນພົນລະເມືອງ ແລະ ການປະຕິຮູບຂອງລັດຖະບານ, ໃນນັ້ນ ມີມະຕິເລກທີ 57, ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງ”.

ຫວຽດນາມ: ຈຸດພົ້ນເດັ່ນຂອງການເຕີບໂຕ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ - ảnh 2ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານເສດຖະກິດກອງທຶນ VinaCapital
(ພາບ: congthuong.vn)

ບັນດາຄຳໝັ້ນສັນຍາເປີດຕະຫຼາດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ຊຸກຍູ້ການເຊື່ອມຕໍ່ພາກພື້ນ ສືບຕໍ່ປັບປຸງພາບພົດຂອງ ຫວຽດນາມ ໃຫ້ກະຈາງແຈ້ງ, ສະເໝີຕົ້ນສະເໝີປາຍ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈ. ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານເສດຖະກິດກອງທຶນ VinaCapital, ຜູ້ທີ່ໄດ້ຄົ້ນຄວ້າກ່ຽວກັບເສດຖະກິດ ຫວຽດນາມມາຫຼາຍປີແລ້ວ, ຖືວ່າ:

ທີໜຶ່ງແມ່ນການຫັນປ່ຽນຢ່າງຫຼວງຫຼາຍໃນຈິນຕະນາການຂອງລະບົບອຳາດການປົກຄອງ. ບັນດາການນຳຮັບຟັງ, ຮັບຮູ້ ແລະ ມີການກະທຳໄວກວ່າ. ທີສອງ, ເຂົາເຈົ້າວາງເປົ້າໝາຍດ້ວຍຄວາມມັກໃຫຍ່ໄຝ່ສູງ. ທີສາມແມ່ນ ຄວາມດຸ່ນດ່ຽງລະຫວ່າງກາລົງທຶນ FDI ແລະ ພາຍໃນ, ການປະຮູບຈະເປີດໂອກາດລົງທຶນຫຼາຍຢ່າງ”.

ການກະທຳທີ່ມິຄວາມຮັບຜິດຊອບເພື່ອຜົນໂຫຍລວມ

ໃນຂອບເຂດກວ້າງກວ່າ, ຫວຽດນາມ ພວມນັບມື້ນັບຢືນຢັນບົດບາດ ແລະ ຄວາມຮັບຜິດຊອບໃນການຊຸກຍູ້ການພັດທະນາແບບຍືນຍົງ ແລະ ການຮ່ວມມືຫຼາຍຝ່າຍ. ຈາກການຫັນປ່ຽນພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕະຫຼອດຮອດການປະກອບສ່ວນຢູ່ບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ, ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ ຫາກຍັງເປັນເຈົ້າການສະເໜີມາດຕະການແກ້ໄຂ ແລະ ຊຸກຍູ້ການໂອ້ລົມສົນທະນາອີກດ້ວຍ.

ຫວຽດນາມ: ຈຸດພົ້ນເດັ່ນຂອງການເຕີບໂຕ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ - ảnh 3(ພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ ປີ 2025)

ເລື່ອງ ຫວຽດນາມ ຈັດພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ ປີ 2025 ແມ່ນຫຼັກຖານພະຍານທີ່ຈະແຈ້ງໃຫ້ແກ່ບົດບາດນັ້ນ. ເຫດການບໍ່ພຽງແຕ່ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນການຮ່ວມມືປ້ອງກັນຄວາມໝັ້ນຄົງທາງໄຊເບີເທົ່ານັ້ນ, ຫາກຍັງເປີດໂອກາດລົງທຶນຢ່າງໃຫຍ່ຫຼວງໃນບັນດາຂົງເຂດເຕັກໂນໂລຊີດີຈີຕອນ ແລະ ຄວາມໝັ້ນຄົງທາງໄຊເບີອີກດ້ວຍ. ທ່ານ Bruno Sivanadan, ປະທານຮ່ວມຄະນະກຳມະການເຕັກນິກດີຈີຕອນຂອງສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham), ຖືວ່າ:

ເມື່ອເວົ້າເຖິງກອງປະຊຸມສົນທິສັນ ຮ່າໂນ້ຍ ທຸກຄົນເລີຍຄິດເຖິງ  ຫວຽດນາມ ເມື່ອເວົ້າເຖິງຄວາມໝັ້ນຄົງທາງໄຊເບີ ແລະ ເຕັກໂນໂລຊີ. ນີ້ແມ່ນສັນຍານທີ່ດີໃຫ້ແກ່ຂະແໜງເຕັກໂນໂລຊີຢູ່ ຫວຽດນາມ. ສິ່ງນີ້ກໍ່ຈະບັງຄັບໃຫ້ບັນດາບໍລິສັດຂອງ ຫວຽດນາມ ຕ້ອງບັນລຸໄດ້ບັນດາມາດຕະຖານສາກົນ ແລະ ຄວາມເຄົາລົບມັນ. ສຳລັບພວກຂ້າພະເຈົ້າ, ຜູ້ທີ່ລົງທຶນນັບມື້ນັບຫຼາຍເຂົ້າ ຫວຽດນາມນັ້ນ, ນີ້ແມ່ນໂອກາດຢ່າງໃຫຍ່ຫຼວງເພື່ອນຳໃຊ້”.

ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍບັນດານະໂຍບາຍຍຸດທະສາດທີ່ກຳນົດຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ພວມມີພື້ນຖານທິດທາງນັບມື້ນັບຈະແຈ້ງ ເພື່ອສືບຕໍ່ປັບປຸງຖານະບົດບາດເປັນຈຸດພົ້ນເດັ່ນຂອງການເຕີບໂຕ, ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ເປັນປະເທດກະທຳທີ່ມີຄວາມຮັບຜິດຊອອບເພື່ອຜົນປະໂຫຍດລວມ.

ຕອບກັບ

ຂ່າວ/ບົດ​ອື່ນ