ຫວຽດນາມ ຢັ້ງຢືນຄວາມຕັດສິນໃຈໃນການປົກປ້ອງ ແລະຊຸກຍູ້ສິດທິມະນຸດ

(VOVWORLD) - ສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) ຫາກໍ່ປະກາດບົດລາຍງານແຫ່ງຊາດຂອງ ຫວຽດນາມ ຕາມກົນໄກທົບທວນ ປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ IV. ເລື່ອງ ຫວຽດນາມ ຮັບຮູ້ 271 ໃນຍອດຈຳນວນ 320 ຂໍ້ສະເຫນີແນະຂອງບັນດາປະເທດທີ່ໄດ້ຍົກອອກມາ, ບັນລຸ 84,7% ນັ້ນ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ທີ່ມີຕໍ່ວິວັດການ UPR ກໍ່ຄືຢືນຢັນຄວາມປາດຖະຫນາ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ.

ຫວຽດນາມ ຢັ້ງຢືນຄວາມຕັດສິນໃຈໃນການປົກປ້ອງ ແລະຊຸກຍູ້ສິດທິມະນຸດ - ảnh 1ພາບປະກອບ: dangcongsan.vn

ຕົ້ນປີ 2024, ຫວຽດນາມ ໄດ້ສົ່ງບົດລາຍງານແຫ່ງຊາດຕາມກົນໄກ UPR ຮອບວຽນທີ IV ໄປຍັງສະພາສິດທິມະນຸດ ແລະ ໄດ້ດຳເນີນວາລະໂອ້ລົມສົນທະນາກັບຫນ່ວຍງານຂອງ ສະພາສິດທິມະນຸດ ກ່ຽວກັບ UPR ເມື່ອເດືອນ ພຶດສະພາປີ 2024, ໃນນັ້ນ ຫວຽດນາມ ໄດ້ຮັບ 320 ຄຳສະເຫນີແນະຈາກບັນດາປະເທດ.

ວິວັດການກະກຽມທີ່ຍາວນານ ຂອງ ລັດຖະບານ ຫວຽດນາມ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ, ຫົວຫນ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຮັບຮອງເອົາບົດລາຍງານແຫ່ງຊາດ ຂອງ ຫວຽດນາມ (ແຕ່ວັນທີ 26 -28 ກັນຍາ ຢູ່ ສະວິດ) ໄດ້ໃຫ້ຮູ້ວ່າ: ເລື່ອງ ສະພາສິດທິມະນຸດ ສປຊ ຮັບຮອງເອົາບົດລາຍງານຕາມກົນໄກ UPR ຮອບວຽນທີ IV ຢ່າງເປັນທາງການ ນັ້ນແມ່ນໝາກຜົນຂອງວິວັດການກະກຽມທີ່ຍາວນານຂອງລັດຖະບານ ຫວຽດນາມ. ພາຍຫລັງວາລະໂອ້ລົມສົນທະນາເມື່ອເດືອນ ພຶດສະພາປີ 2024, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນເຈົ້າພາບສົມທົບກັບບັນດາກະຊວງ, ຂະແຫນງການ, ອົງການ ປະຕິບັດການສຳຫລວດກວດກາຢ່າງລະອຽດ 320 ຄຳສະເຫນີແນະຈາກບັນດາປະເທດ, ເພື່ອລາຍງານເຖິງນາຍົກລັດຖະມົນຕີ ໃຫ້ອະນຸມັດ. ຕາມທ່ານຮອງລັດຖະມົນຕີ ແລ້ວ, ທີ່ວາລະປະຊຸມເມື່ອວັນທີ 27 ກັນຍາ, ຫວຽດນາມ ໄດ້ປະກາດຂໍ້ຕົກລົງຮັບຮອງ 271 ໃນຍອດຈຳນວນ 320 ຄຳສະເຫນີແນະຊື່ງ ບັນດາປະເທດໄດ້ຍົກອອກມາ ແມ່ນບັນລຸ 84,7%.

“ນີ້ແມ່ນອັດຕາສ່ວນຮັບຮອງສູງສຸດຂອງ ຫວຽດນາມ ໃນ 4 ຮອບວຽນ. ສິ່ງນີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ມີຕໍ່ວິວັດການ UPR, ກໍ່ຄືຢືນຢັນຄວາມປາດຖະຫນາ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ມີປະມານ 90 ປະເທດ, ອົງການຈັດຕັ້ງສາກົນ ແລະ ບາງອົງການບໍ່ຂຶ້ນກັບລັດຖະບານ ເຂົ້າຮ່ວມວາລະປະຊຸມ. ອາດເວົ້າວ່າ ຄຳເຫັນປະກອບສ່ວນຫລາຍນັ້ນ ລ້ວນແຕ່ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ, ການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ໃນການແລກປ່ຽນ, ໂອ້ລົມສົນທະນາຢ່າງເປີດເຜີຍ, ກົງໄປກົງມາ ມີຫລາຍຂໍ້ມູນທີ່ມີປະໂຫຍດ, ຊ່ວຍປະຊາຄົມສາກົນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບສະພາບການຢູ່ ຫວຽດນາມ”

ເນື່ອງໃນໂອກາດນີ້ ຄະນະຜູ້ແທນ ຫວຽດນາມ ກໍ່ໄດ້ອັບເດດຂໍ້ມູນກ່ຽວກັບບັນດາຄວາມຄືບຫນ້າໃຫມ່ ນັບແຕ່ເມື່ອວາລະໂອ້ລົມສົນທະນາໃນເດືອນ ພຶດສະພາປີ 2024 ໃນບັນດາຂົງເຂດ ພ້ອມກັນນັ້ນ ຄະນະຜູ້ແທນ ຫວຽດນາມ ກໍ່ໄດ້ມີຄຳເຫັນຢ່າງທັນການເພື່ອປະຕິເສດບັນດາຖ້ອຍທຳນອງຜິດເຂວ, ນຳໃຊ້ຂໍ້ມູນທີ່ຍັງບໍ່ທັນໄດ້ຮັບການກວດກາເພື່ອສະແດງເຖິງທັດສະນະອະຄະຕິຕໍ່ ຫວຽດນາມ ໃນບົດກ່າວຄຳເຫັນຂອງບາງອົງການບໍ່ຂຶ້ນກັບລັດຖະບານ ທີ່ວາລະປະຊຸມນີ້.

ຮັບຮອງເອົາແຜນການສັງລວມເພື່ອແນໃສ່ຜັນຂະຫຍາຍ 271 ຄຳສະເຫນີແນະ

ເລື່ອງ ສະພາສິດທິມະນຸດ ສປຊ ຮັບຮອງເອົາໝາກຜົນບົດລາຍງານແຫ່ງຊາດ ຂອງ ຫວຽດນາມ ໄດ້ສ້າງຂີດໝາຍສຳເລັດການທົບທວນຄືນດ້ານສິດທິມະນຸດປະຈຳ ໄລຍະ ຮອບວຽນທີ 4 ກ່ຽວຂ້ອງເຖິງການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ. ຈາກນີ້ ຫວຽດນາມ ກ້າວເຂົ້າສູ່ໄລຍະປະຕິບັດບັນດາຄຳສະເຫນີແນະ. ຕາມທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ແລ້ວ, ເພື່ອປະຕິບັດ 271 ຄຳສະເຫນີແນະ ຂອງບັນດາປະເທດ, ຫວຽດນາມ ຈະຜັນຂະຫຍາຍບາງວຽກງານລະອຽດ.

“ກະຊວງການຕ່າງປະເທດ ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແຫນງການ ເພື່ອສ້າງ ແລະ ລາຍງານເຖິງນາຍົກລັດຖະມົນຕີ ຮັບຮອງເອົາແຜນການສັງລວມ ເພື່ອແນໃສ່ຜັນຂະຫຍາຍປະຕິບັດ 271 ຄຳເຫນີແນະທີ່ໄດ້ຮັບຮູ້ນັ້ນ. ຫວຽດນາມ ກໍ່ດຳເນີນການສຳຫລວດກວດກາງສະໄຫມເພື່ອກຳນົດຄວາມຄືບຫນ້າປະຕິບັດ ແລະ ບັນດາຂົງເຂດທີ່ຄວນຍູ້ແຮງຄວາມມານະພະຍາຍາມກວ່າອີກ. ໃນວິວັດການນີ້ ຫວຽດນາມ ຈະສືບຕໍ່ຮ່ວມມືກັບ ສປຊ, ບັນດາຄູ່ຮ່ວມມືສາກົນ, ບັນດາປະເທດເພື່ອນມິດເພື່ອມີແຫລ່ງກຳລັງຕື່ມອີກ ຊ່ວຍ ຫວຽດນາມ ສາມາດປະຕິບັດບັນດາຄຳສະເຫນີແນະດັ່ງກ່າວໃຫ້ໄດ້ເປັນຢ່າງດີ”

ເລື່ອງ ຫວຽດນາມ ຮັບຮູ້ຄຳສະເຫນີແນະເປັນສ່ວນໃຫຍ່ດັ່ງກ່າວແລະກະກຽມແຜນການສັງລວມ ເພື່ອແນໃສ່ຜັນຂະຫຍາຍ 271 ຄຳສະເຫນີແນະນັ້ນ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ກັບວິວັດການ UPR ເວົ້າສະເພາະ, ການປົກປ້ອງ ແລະຊຸກຍູ້ສິດທິມະນຸດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ