ຫວຽດນາມ - ອາເມລິກາແບ່ງປັນວິໄສທັດ, ມຸ່ງໄປສູ່ອະນາຄົດ


(vovworld) - ກ່ອນ​ທີ່​ດຳ​ເນີນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 6-10/7/2015. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຢືນຢັນ​ຄວາມ​ປາຖະໜາ​ ຕໍ່​ບັນດາ​ສຳນັກ​ຂ່າວສານ, ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ ວ່າ, ຫວຽດນາມ ​ແລະ ອາ​ເມ​ລິ​ກາຈະ​ແບ່ງປັນ​ວິ​ໄສ​ທັດ “ມຸ່ງ​ໄປ​ສູ່​ອະນາຄົດ“, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ການ​ພົວພັນ​ມິດຕະພາບ, ການຮ່ວມ​ມື​ສະຖຽນ​ລະ​ພາບ​ຢ່າງ​ຍາວ​ນານ. ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ສຳພາດ​ນີ້.

ຫວຽດນາມ - ອາເມລິກາແບ່ງປັນວິໄສທັດ, ມຸ່ງໄປສູ່ອະນາຄົດ - ảnh 1


ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ເລີ່ມຕົ້ນການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​

(ພາບ: ອິນເຕີແນດ)

​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ບັນດາ​ນັກ​ຂ່າວ​ອາ​ເມ​ລິ​ກາ ​ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ: 40 ປີ ຫຼັງ​ສົງຄາມ, 20 ປີ​ແຫ່ງ​ການ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ, ຈາກປະ​ເທດ“​ທີ່ເປັນ​ປໍ​ລະ​ປັກ“, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ກາຍ​ເປັນ “​ເພື່ອນ“ ​ແລະ ນັບ​ແຕ່​ປີ 2013 ມາ​ຮອດ​ປະຈຸ​ບັນ​ “​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ“ ນີ້​ແມ່​ນບາດ​ກ້າວ​ທີ່​ຍາວ​ໄກ​ຢ່າງ​ແທ້​ຈິງ. ກ່ຽວ​ກັບ​ການ​ທ້າ​ທາຍ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ພົວພັນ​ສອງ​ປະ​ເທດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຖື​ວ່າ: ສຳລັບ​ບັນດາ​ສິ່ງ​ທີ່​ຍັງແຕກ​ຕ່າງ​ກັນ, ວິທີ​ດີ​ທີ່​ສຸດ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ​ແມ່ນ​ ສອງ​ຝ່າຍ​ສືບ​ຕໍ່​ການ​ເຈລະຈາ​ຢ່າງ​ກົງ​ໄປ​ກົງ​ມາ​ເພື່ອ​ເຂົ້າ​ໃຈ​ກັນ​ກວ່າ, ບໍ່​ປະ​ໃຫ້​ຄວາມ​ແຕກ​ຕ່າງ​ກັນ​ນັ້ນ​ກີດ​ຂວາງ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ລວມ

ພ້ອມ​ກັນ​ກໍ່ສ້າງ​ອະນາຄົດ

ກ່ຽວ​ກັບ​ບັນດາ​ຈຸດໝາຍ​ຂອງ​ການ​ຢ້ຽມຢາມ​ປະຫວັດສາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ: ຊີ້​ແຈ້ງວ່າ, ນີ້​ແມ່ນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ, ກົງ​ກັບ​ໂອກາດ​ທີ່​ສອງ​ປະ​ເທດ​ພວມ​ສະ​ເຫຼີ​ມສະຫຼອງ 20 ປີແຫ່ງ​ວັນ​ສ້າງ​ຕັ້ງ​ສາຍພົວພັນ​ທາງ​ການ​ທູດ. ນີ້​ແມ່ນ​ຈຸດ​ເວລາທີ່​ດີ​ເພື່ອ​ຕີ​ລາຄາ​ຄື​ນ​ໄລຍະ​ທາງ​ຜ່ານ​ມາ ​ແລະ ​ແບ່ງປັນ​ວິ​ໄສ​ທັດ “ມຸ່ງ​ໄປ​ສູ່ອະນາຄົດ”, ຮ່ວມ​ແຮງ​ຮ່ວມ​ໃຈ​ເພ່ື່ອສ​້າງການ​ພົວພັນ​ມິດ​ຕະພາບ, ການ​ຮ່ວມ​ມື​, ສະຖຽນ​ລະ​ພາບ​ອັນ​ຍາວ​ນານ, ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ​ເຄົາລົບ​ລະບອບ​ການ​ເມືອງ​ຂອງ​ກັນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ຫວຽດນາມ ຍາ​ມ​ໃດ​ກໍ​ຖື​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ເປັນ​ສຳຄັນ, ຖືອາ​ເມ​ລິ​ກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງຫວຽດນາມ. ການ​ຢ້ຽມຢາມ​ຄັ້ງ​ນີ້​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ​​​ເລິກ​ເຊິ່ງກ່ວາ​ອີກ. ຄຽງ​ຂ້າງ​ການ​ຮ່ວມ​ມື 2 ຝ່າຍ​ແລ້ວ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຈະ​ແລກປ່ຽນ​ວິ​ໄສ​ທັດ​​​ໃນໄລຍະ​ຍາວ​ກ່ຽວກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕາງ​ຝ່າຍ​ຕາງ​ມີ​ຄວາມ​ສົນ​ໃຈ, ຄື​ສະພາບ​ການ​ຢູ່ພາກພື້ນອາຊີ - ປາຊີ​ຟິກ, ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ, ບັນຫາ​ການປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ບັນດາ​ກົນ​ໄກ​ຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ຄວາມ​ໝັ້ນຄົງ​​ໃນພາກ​ພື້ນ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ. ທ່ານ​ເລຂາທິການ​ໃຫຍ່ ຫວັງ​ວ່າ​, ນີ້​ແມ່ນ​ໂອກາ​ດ​ເພື່ອ​ໃຫ້ 2 ຝ່າຍ​ອາດ​ສາມາດ​ແລກປ່ຽນ​​ບັນຫາ​ຕ່າງໆເຊິ່ງທັງ 2 ຝ່າຍ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ​, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈຫລຸດ​ຜ່ອນ​ຄວາມ​ແຕກ​ຕ່າງ​ກັນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈລະຫວ່າງ 2 ຝ່າຍ​ເທື່ອ​ລະ​ກ້າວ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​​ນັບ​ມື້​ນັບ​ພັດທະນາ​, ມີສະຖຽນ​ລະ​ພາບ ​ແລະ ​ແທດ​ຈິງ​ກ່ວາ​ອີກ.

ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ ​​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ດ້ານເສດຖະກິດ

        ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ບັນດາ​ນັກ​ຂ່າວອາ​ເມ​ລິ​ກາ ກ່ຽວ​ກັບ​ສະພາບ​ການ​ສິດທິ​ມະນຸດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢັ້ງຢືນ​ວ່າ: ສະພາບ​ຕົວ​ຈິງ​​ໄດ້​ສະ​ແດງ​ໃຫ​້​ເຫັນ​ວ່າ: ຜ່ານ 30 ປີ​​ແຫ່ງ​ການ​ປ່ຽນ​ໃໝ່, ສິດ​ຂອງ​ຊາວຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ ​ແລະ ຮັບປະກັນ. ສິ່ງ​ດັ່ງກ່າວ​ໄດ້ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ, ກົດໝາຍ, ກໍ່​ຄື​ໄດ້​ກຳນົດ​ຢ່າງ​ລະ​ອຽດດ້ວຍ​ບັນດາ​ນະ​ໂຍບາຍ, ມາດ​ຕະການ​ປະຕິບັດ​ຢ່າງ​ລະອຽດ​ຈາ​ກສູນ​ກາງ ລົງ​ຮອດ​ທ້ອງ​ຖິ່ນ. ຜ່ານ​ບັນດາ​ຄວາມ​ມານ​ະພະຍາຍາມນັ້ນ, ຫວຽດນາມ ບັນລຸ​ໄດ້ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​​ໃນ​ທຸກໆ​ຂົງ​ເຂດ​ພົນລະ​ເຮືອນ, ການ​ເມືອງ, ​ເສດຖະກິດ, ວັດທະນະ​ທຳ, ສັງຄົມ… ​ໃນ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ຍັງ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ແຕກ​ຕ່າງ​ກັນ​ກ່ຽວກັບ​ສິດທິ​ມະນຸດ. ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຄວນ​ສືບ​ຕໍ່​ຮັກສາ​ບັນດາ​ຊ່ອງ​ໂອ້​ລົມ​ສົນທະນາ​ບົນ​ຈິດ​ໃຈ​ເປີດ​ເຜີຍ, ກົງ​ໄປ​ກົງ​ມາ ​ແລະ ສ້າງສັນ ​ເພື່ອ​ເພີ່ມ​ທະວີ​ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຫຼຸດຜ່ອນ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການ​ຮ່ວມ​ມື, ພະຍາຍາມ, ບໍ່​ປະ​ໃຫ້​ບັນດາ​ຄວາມ​ແຕກ​ຕ່າງ​ກັນ​ນັ້ນ​ກາຍ​ເປັນ​ສິ່ງ​ກີດຂວາງ​​ການ​ພົວພັນ 2 ຝ່າຍ.

        ກ່ຽວ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ເສດຖະກິດຫວຽດນາມ ​ແລະ ​ເລື່ອງ ຫວຽດນາມ ​ເຂົ້າຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມປາຊີ​ຟິກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢັ້ງຢືນ​ວ່າ: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ມີ​ຂອບ​ຂະໜາດ​ໃຫຍ່, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ຫຼາຍ​ພື້ນຖານ​ເສດຖະກິດ​ຫຼັກ​ແຫຼ່ງ​ໃນ​ພາກ​ພື້ນ ​ແລະ ​ໂລກ. ດ້ວຍ​ການ​ກະກຽມ​ຢ່າ​ງ​ເຂັ້ມ​ງວດ, ຫວຽດນາມ ມີຄວາມ​ເຊື່ອ​ໝັ້ນຢ່າງ​ພຽງພໍ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ວິວັດທະນາ​ການ​ສຳຄັນ​ນີ້​ສຳ​ເລັດ​ຜົນ​ແລະ​ບົນ​ພຶດຕິ​ກຳ​ຕົວ​ຈິງນັ້ນ, ຫວຽດນາມ​ ພວມ​ພ້ອມ​ກັບ ອາ​ເມ​ລິ​ກາ ​ແລະ ບັນດາ​ສະມາຊິກ​ອື່ນໆ​ມານ​ະພະຍາຍາມ​ເພື່ອ​ສາມາດ​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ໄລຍະ​ໄວ​ທີ່​ສຸດ.

        ຊົມ​​ເຊີຍ​ອາ​ເມ​ລິ​ກາ​ເພີ່ມ​ທະວີ​ບົດບາດ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ

        ກ່ຽວ​ກັບ​ບົດບາດ​ຂອງ​ອາ​ເມ​ລິ​ກາ ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ​ເວົ້າ​ລວມ, ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ເວົ້າ​ສະ​ເພາະ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຖື​ວ່າ, ​ໂດຍ​ແມ່ນ​ປະ​ເທດ​ມະຫາ​ອຳນາດ​ແຖງ​ໜ້າ​ຂອງ​ໂລກ, ທັງ​ແມ່ນ​ກຳມະການ​ປະຈຳ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາຊາ​ດ, ອາ​ເມ​ລິ​ກາ​ ມີ​ຜົນ​ປະ​ໂຫຍ​ດ, ທັງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃຫຍ່​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ໂລກ, ​ໃນ​ນັ້ນ​ມີ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ຫວຽດນາມ ຊົມ​ເຊີຍ​ອາ​ເມ​ລິ​ກາ ​ເພີ່​ມທະວີ​ການ​ຮ່ວມ​ມື, ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຫຼາຍ​ດ້ານ​ກັບ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ບົນ​ພື້ນຖານ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ. ອາ​ເມ​ລິ​ກາ ສາ​ມາດ​ຍູ້​ແຮງ​ການ​ພົວພັນ​ສອງ​ຝ່າຍ​​ໃນ​ຫຼາຍ​ດ້ານ​ກັບ​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນກວ່າ​ອີກ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ​ອາ​ເມ​ລິ​ກາ ມີບັນດາ​ຄວາມ​ເຫັນທີ່​ຕັ້ງໜ້າ, ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ ດ້ວຍ​ສັນຕິ​ສິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (unclos) ປີ 1982, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)  ​ແລະ ສະໜັບສະໜູນ​ເລື່ອງ​ກ້າວ​ໄປ​ເຖິງ​ການ​ບັນລຸ​ປະມວນຂໍ້​ກຳນົດກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC); ຫວັງ​ວ່າ​ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ມີ​ທັດສະນະ​ ​ແລະ ການ​ກະທຳ​ທີ່​ເໝາະ​ສົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ບົນ​ທະ​ເລ​ໂດຍ​ສັນຕິ ຕາມ​ກົດໝາຍ​ສາກົນ, ປະກອບ​ສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່ ພາກ​ພື້ນ ອາຊີ - ປາຊີ​ຟິກ ກໍ່​ຄື​ຢູ່​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ