ຫວຽດນາມ ແລະ ສະໂລວາເກຍຊຸກຍູ້ການຮ່ວມມື 2 ຝ່າຍ

ວັນ​ທີ 18/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ສະ​ໂລ​ວາ​ເກຍ Robert Fico ໄດ້​ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ທີ 2 ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ສະ​ໂລ​ວາ​ເກຍ Robert Fico ແລະ ໄດ້​ຮັບ​ການ​ດຳ​ເນີນ​ພາຍຫຼັງ​ທີ່​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ເມື່ອ​ເດືອນ 3. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ສະ​ໂລ​ວາ​ເກຍ Robert Fico ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ, ພ້ອມ​ກັນ​ນັ້ນ ກໍ​ເປັນ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ພິ​ເສດ​ແມ່ນ​ເສດ​ຖະ​ກິດ-ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ ແລະ ກໍ່​ສ້າງ. 

 

ຫວຽດນາມ ແລະ ສະໂລວາເກຍຊຸກຍູ້ການຮ່ວມມື 2 ຝ່າຍ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​    ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ສະ​ໂລ​ວາ​ເກຍ Robert Fico

       ປະ​ຈຸ​ບັນ, ສະ​ໂລ​ວາ​ເກຍແມ່ນ​ສະ​ມາ​ຊິກ​ຂອງສະ​ຫະ​ພາບ​ເອີ​ລົບ EU, ອົງ​ການ NATO  ແລະ ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ OECD . ນັບ​ແຕ່​ວັນ​ທີ 1/7/2016 ສະ​ໂລ​ວາ​ເກຍໄດ້​ຮັບ​ໜ້າ​ທີ່​ເປັນປະ​ທານ​ໝູນ​ວຽນ​ຂອງ​ສະ​ພາ​ EU .

    ຫວຽດ​ນາມ ແລະ ສະ​ໂລ​ວາ​ເກຍໄດ້​ຖະ​ແຫຼງ​ສືບ​ທອດ​ບັນ​ດາ​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ເຊັກ​ໂກ​ເມື່ອ​ກ່ອນນີ້ ແລະ ຖື​ເອົາ​ວັນ​ທີ 2/2/1950 ແມ່ນ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ. ປີ 2015, ຫວຽດ​ນາມ ແລະ ສະ​ໂລ​ວາ​ເກຍໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 65 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ.

     ການ​ພົວ​ພັນ​ທີ່​ເດ​ປັນ​ມູນ​ເຊື້ອ​ອັນ​ດີ​ງາມ

    ແຕ່​ປີ 1993 ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ໂລ​ວາ​ເກຍໄດ້​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານຫຼາຍ​ສະ​ບັບ​ເພື່ອ​ສ້າງກອບ​ກົດ​ໝາຍ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ໄລ​ຍະ​ໃໝ່. ມາ​ຮອດ​ປະ​ຈຸ​ບັນ, 2 ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ແມ່ 15 ສະ​ບັບ​ກ່ຽວ​ກັບຫຼາຍ​ຂົງ​ເຂດ​ຄື​ໜູນ​ຊ່ວຍ​ດ້ານ​ຍຸ​ຕິ​ທຳ, ສ້າງວິ​ຊາ​ຊີບ​ໃຫ້​ແກ່​ພ​ົນ​ລະ​ເມືອງ​ຫວຽດ​ນາມ, ສາ​ທາ​ລະ​ນະ​ສຸກ, ການ​ບິນ, ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ.

    ວົງ​ເງິນ​ການ​ຄ້າ 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີມໍ່ໆ​ມານີ້​ໄດ້​ເພີ່ມ​ຂຶ້ນ​ເປັນ​ປົກ​ກະ​ຕິ. ປະ​ຈຸ​ບັນ, ສະ​ໂລ​ວາ​ເກຍແມ່ນ​ນັກ​ລົງ​ທຶນ​ລາຍ​ໃຫຍ່​ກ່​ວາ​ໝູ່​ຂອງ​ພາກ​ພື້ນ​ເອີ​ລົບ​ຕາ​ເວັນ​ອອກ​ກາງ​ທີ່​ລົງ​ທຶນ​ຢູ່​ຫວຽດ​ນາມ​ດ້​ວຍ 5 ໂຄງ​ການ​ທີ່​ມີ​ຍອດ​ທຶນ​ຈົດ​ທະ​ບຽນ​ກວ່າ 230 ລ້ານ USD , ຢືນ​ອັນ​ດັບ​ທີ 35 ໃນ​ຍອດ​ຈຳ​ນວນ 105 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ມີ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ຫວຽດ​ນາມ. ບັນ​ດາ​ໂຄງ​ການ​ຂອງ ສະ​ໂລ​ວາ​ເກຍ ຕັ້ນ​ຕໍ​ແມ່ນ​ສຸມ​ໃສ່​ຂົງ​ເຂດ​ການກໍ່​ສ້າງຊຶ່​ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈິ​ມິນ, ແຂວງ​ຮ່​ວາ​ບິນ. ໃນ​ຂະ​ນະ​ນັ້ນ, ກຸ່ມ​ບໍ​ລິ​ສັດ FPT ຂອງ​ຫວຽດ​ນາມ​ກໍ​ໄດ້​ໂຮ​ມ​ເຂົ້າ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ RWEIT ສະ​ໂລ​ວາ​ເກຍປີ 2014.

    ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກ​ສາ ແລະ ກໍ່​ສ້າງ​ໄດ້​ຮັບ​ຖື​ວ່າ ແມ່ນ​ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. 2 ຝ່າຍ​ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງວິ​ຊາ​ຊີບ​ໃຫ້​ແກ່​ພົນ​ລະ​ເມືອງ​ຫວຽດ​ນາມ. ປະ​ຈຸ​ບັນ 2 ຝ່າຍ​ພວມ​ຊຸກ​ຍູ້​ການ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື ທາງ​ດ້ານ​ການ​ສຶກ​ສາ ແລະ ກໍ່​ສ້າງໄລ​ຍະ 2015-2019. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສະ​ໂລ​ວາ​ເກຍ ຂອງ​ອະ​ດີດ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ມິນ​ຈຽດ​ເມື່ອ​ທ້າຍ​ປີ 2009, ສະ​ໂລ​ວາ​ເກຍໄດ້​ນຳ​ຫວຽດ​ນາມ​ເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ບຸ​ລິ​ມະ​ສິດ​ຮັບ​ການ​ໜູນ​ຊ່ວຍ​ທຶນ ODA ຊຶ່ງ​ເລີ່ມ​ແຕ່​ປີ 2010 ເປັນ​ຕົ້ນ​ໄປ.

     ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ເດືອນ 5/2015, 2 ຝ່າຍ​ໄດ້​ເຊັນ “ຂໍ້​ຕົກ​ລົງ​ຮ່ວມ​ມືທາງ​ດ້ານວັດ​ທະ​ນະ​ທຳ​ໄລ​ຍະ 2015 – 2019; ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 65 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ  ”

     ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື

  ສະ​ໂລ​ວາ​ເກຍໄດ້​ກຳ​ນົດ​ຫວຽດ​ນາມ​ແມ່ນ​ຄູ່​ຮ​່ວມ​ມື​ທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ພາກ​ພື້ນ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື​ອາ​ຊີ​ຕາ​ເວັນ​ອອກ. ປະ​ຈຸ​ບັນ, ສະ​ໂລ​ວາ​ເກຍແມ່ນ​ສະ​ມາ​ຊິກ​ຂອງ EU, ໃນ​ຂະ​ນະ​ນັ້ນ, ​ຫວຽດ​ນາມກໍ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ​ອາ​ຊຽນ. ດ້​ວຍ​ນະ​ໂຍ​ບາຍ​ເປີດ​ປະ​ຕູ ແລະ ກົນ​ໄກ​ເສດ​ຖະ​ກິດ​ທີ່​ມີ​ໄຫວ​ພິ​ບ, ຫວຽ​ດ​ນາມ​ສາ​ມາດ​ແບກ​ຫາບ​ໜ້າ​ທ​ີ່ ບົດ​ບາດ​ແມ່ນ​ຂົວ​ຕໍ່ ແລະ ສະ​ຖານ​ທີ່​ທີ່​ດີ​ເພື່ອ​ໃຫ້​ສິນ​ຄ້າ​ຂອງ ສະ​ໂລ​ວາ​ເກຍບໍ່​ພຽງ​ແຕ່​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ເຂົ້າ​ຕະຫຼາດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ອີກ​ດ້ວຍ. ກົງ​ກັນ​ຂ້າມ, ສະ​ໂລ​ວາ​ເກຍກໍ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ, ແມ່ນ​ປະ​ຕູ​ເພື່ອ​ໃຫ້​ສິນ​ຄ້າ​ຫວຽດ​ນາມ​ແຊກ​ຊຶມ​ເຂົ້າ EU ແລະ ເອີ​ລົບ.

     ປະ​ຈຸ​ບັນ, ບັນ​ດາ​ວິ​ສາ​ຫະ​ກິດ ສະ​ໂລ​ວາ​ເກຍ ມີ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ກ່​ວາ​ເຖິງ​ຕະຫຼາດ​ຫວຽດ​ນາມ ແລະ ຢາກ​ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນຫຼາຍ​ຂົງ​ເຂດ​ເຊັ່ນ: ພະ​ລັງ​ງານ, ພື້ນ​ຖານ​ໂຄງ​ລ່າງ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ພະ​ລັງ​ງານ​ນິວ​ເຄຼຍ. ເພາະ​ສະ​ນັ້ນ, ຕ​ິດ​ຕາມທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ສະ​ໂລ​ວາ​ເກຍ Robert Fico ມາ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້ ຍັງ​ມີ​ວິ​ສາ​ຫະ​ກິດ​ປະ​ມານ 20 ແຫ່ງ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດຜະ​ລິດ​ນ້ຳ​ມັນ, ພະ​ລັງ​ງານ, ເຄື່ອງ​ປາ​ຂອງ​ດົງ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ນຳ​ໃຊ້​ເຄື່ອງຄອມ​ພິ​ວເຕີ, ການ​ເງິນ, ທະ​ນາ​ຄານ, ການ​ບໍ​ລິ​ການ​ໂທ​ລະ​ຄົມ, ໂທ​ລະ​ພາບ ແລະ ການ​ຂົນ​ສົ່ງ. ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ເສດ​ຖະ​ກິດ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຄັ້ງ​ນີ້, ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ- ສະ​ໂລ​ວາ​ເກຍໄດ້​ຖືກ​ຈັດ​ຂຶ້ນ.

    ຫວຽດ​ນາມ ແລະ ສະ​ໂລ​ວາ​ເກຍມີຫຼາຍ​ກາ​ລະ​ໂອ​ກາດ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ນັບ​ທັງ​ລວງ​ກ້​ວາງ ແລະ ລວງ​ເລິກ. ບັນ​ດາ​ເອ​ກະ​ສານ​ໄດ້​ຮັບ​ການ​ລົງ​ນາມ ແລະ ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ສະ​ໂລ​ວາ​ເກຍ Robert Fico ຄັ້ງ​ນີ້ ຈະ​ສ້າງ​ແຜນ​ການ​ຮ່ວມ​ມື​ລະ​ອຽດ, ສ້າງ​ທ່ວງ​ທ່າ​ໃຫ້​ແກ່​ການພັດ​ທະ​ນາໃໝ່​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ