ຫວຽດນາມດັດປັບໃຫ້ແທດເໝາະກັບສະພາບການ ປ່ຽນແປງຂອງດິນຟ້າອາກາດໃນການຜະລິດກະສີກຳ

ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ຕ້ອງ​ຮັບ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດດ້ວຍ​ບັນ​ດາ​ປະ​ກົດ​ການ​ອາ​ກາດ​ທີ່ບໍ່​ດີ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ກະ​ສີ​ກຳ. ຫຼາຍ​ໂຄງ​ການ, ມາດ​ຕະ​ການ​ແກ້​ໄຂ​ໄດ້​ຖືກ​ຜັນ​ຂະ​ຫຍາຍ​ໃນ​ຂົງ​ເຂດນີ້ ແນ​ໃສ່​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ. 

ຫວຽດນາມດັດປັບໃຫ້ແທດເໝາະກັບສະພາບການ ປ່ຽນແປງຂອງດິນຟ້າອາກາດໃນການຜະລິດກະສີກຳ - ảnh 1
ບັນ​ດາ​ວາ​ລະ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ

           ກະ​ສີ​ກຳ​ແມ່ນ​ຈຸດ​ສຸມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ, ປະ​ກອບ​ສ່ວນກວ່າ 18% GDP. ກະ​ສີ​ກຳນຳ​ໃຊ້​ເຖິງ​ເກືອບ​ເຄິ່ງ​ໜຶ່ງ​ກຳ​ລັງ​ແຮງ​ງານ​ຂອງ​ທົ່ວ​ປະ​ເທດ​ດ້ວຍ​ຮູບ​ແບບ​ທົ່ວ​ໄປ​ແມ່ນ​ການ​ຜະ​ລິດ​ແບບ​ຄອບ​ຄົວ​ທີ່​ມີ​ຂອບ​ຂະ​ໜາດ​ນ້ອຍ. ຜົນ​ກະ​ທົບ​ຈາກ ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ​ແມ່ນ​ແຕກ​ຕ​່າງ​ກັນລ​ະ​ຫວ່າງ​ບັນ​ດາ​ເຂດ​ດິນ​ຟ້າ​ອາ​ກາດ​ຂອງ​ຫວຽດ​ນາມ ແຕ່​ກໍ​ລ້ວນ​ແຕ່ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ຜະ​ລິດກະ​ສີ​ກຳ, ປ່າ​ໄມ້ ແລະ ການ​ປະ​ມົງ.

    ໃນ​ສະ​ພາ​ວະ​ດັ່ງ​ກ່​າວ, ການ​ຊອກ​ຫາ​ວິ​ທີດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ ກໍ​ແມ່ນ​ຈຸດ​ສຸມ​ໃນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ. ໃນ​ຂົງ​ເຂດກະ​ສີ​ກຳ, ​ການດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ ແມ່ນ​​ໄດ້ຮັບ​ຄວາມ​ເປັນ​ເຈົ້າການຜັນ​ຂະ​ຫຍາຍ​ຢູ່ຫຼາຍ​ຂັ້ນ, ຫຼາຍ​ຂົງ​ເຂດ.

      ເປັນ​ເຈົ້າ​ການ​ດັດ​ປັບ​ໃຫ້​ແທດ​ເໝາະໃນຫຼາຍ​ຂົງ​ເຂດ

   ຕາມ​ການ​ພະ​ຍາ​ກອນ​ອາ​ກາດ​ແລ້ວ, ຄາດ​ວ່າ ນ້ຳ​ທະ​ເລ​ຂຶ້ນ​ສູງ 100 ຊັງ​ຕີ​ແມັດ ອາດ​ຈະ​ພາ​ໃຫ້​ແຂວງ​ເຫົ້າ​ຢາງ ແລະ ກຽນ​ຢາງຖືກ​ນ້ຳ​ຖ້ວມ​ໃນ​ເນື້ອ​ທີ່ທຳ​ມະ​ຊາດ 77%. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ແຂວງ: ທ້າຍ​ບີງ, ນາມດິ້ງ, ຊອກ​ຈັງ, ບາກ​ລຽວ​, ກາ​ເມົາ ຖືກ​ນ້ຳ​ຖ້ວມ ສະ​ເລ່ຍ 50%. ຄິດ​ໄລ່​ໃນ​ທົ່​ວ​ເຂດ, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ​ຖືກ​ນ້ຳ​ຖ້ວມ 16,8% ເນື້ອ​ທີ່​ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ທາງ​ພາກ​ໃຕ້​ຫວຽດ​ນາມ ຖືກ​ນ້ຳ​ຖ້ວມເກືອບ 40% ເນື້ອ​ທີ່. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ເລ​ກ໋ວກ​ແຢງ ໃຫ້​ຮູ້​ວ່າ ສຳ​ລັບ​ຂະ​ແໜງ​ປູກ​ຝັງ, ຕ້ອງ​ສຸມ​ໃສ່ ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ການ​ລົງ​ທຶນ ແລະ ປົວ​ແປງ​ພື້ນ​ຖານ​ໂຄງ​ລ່າງ, ເປັນ​ຕົ້ນ​ແມ່ນ​ໂຄງ​ລ່າງ​ການ​ຜະ​ລິດ ແລະ ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ປ່ຽນ​ໃໝ່​ນະ​ໂຍ​ບາຍ. ນອກ​ຈາກນັ້ນ,  ກໍ​ຄວນ​ເອົາ​ໃຈ​ໃສ່ເປີດ​ກ້​ວາງ​ເນື້ອ​ທີ່, ການ​ປູກ​ຝັງ​ແບບ​ກະ​ເສດ​ສຸ​ມ, ເພີ່ມ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ​ສຳ​ລັບ​ບັນ​ດາ​ຕົ້ນ​ໄມ້​ໃຫ້​ໝາກ​ທີ່​ມີ​ຕະຫຼາດ​ຈຳ​ໜ່າຍ​ເປັນ​ຢ່າງ​ດີ. ໂດຍ​ມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ, ທ່ານ ໂຮ່​ຊວນ​ຮຸ່ງ ປະ​ທານ ສະ​ມາ​ຄົມ​ໃຫຍ່​ກະ​ສີ​ກຳ​ຫວຽດ​ນາມ ຖື​ວ່າ :

    “ ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຈຸ​ບັນ, ແມ່ນ​ຕ້ອງ​ພິ​ຈາ​ລະ​ນາ​ໂຄງ​ປະ​ກອບ​ຜົນ​ລະ​ປູກ​ຄືນ​ໃໝ່. ພວກ​ເຮົາ​ຕ້ອງດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ. ຖ້າ​ຫາກ​ພວກ​ເຮົາ​ພະ​ຍາ​ກອນ​ອາ​ກາດ​ໄດ້​ໂດຍ​ໄວ​ນັ້ນ, ກໍ​ສາ​ມາດ​ຫັນ​ປ່ຽນ​ໂຄງປະ​ກອບ, ຈັດ​ຕັ້ງ​ການ​ຜະ​ລິດ​ຄືນ​ໃໝ່​ໃຫ້​ຊາວ​ກະ​ສີ​ກອນ.  ທ່າ​ໄດ້ປຽບ​ຂອງ​ກະ​ສີ​ກຳ​ເພື່ອ​ເຕີບ​ໂຕ​ໃນ​ປະ​ຈຸ​ບັນ ແມ່ນ​ຂົງ​ເຂດ​ລ້ຽງ​ສັດ, ສິນ​ໃນ​ນ້ຳ, ຖັດ​ມາ ແມ່ນ​ແນວ​ປູກ​ພິ​ເສດ, ຜັກ ແລະ ໝາກ​ໄມ້, ພ້ອມ​ກັນ​ນັ້ນ ກໍ​ເລັ່ງ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ປ້າ​ໄມ້ ”

       ໃນ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດຄື ຕ້ານ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະເລ​ຊຶມຍາວ​ນານນັ້ນ, ກໍ​ຄວນ​ຄິດ​ໄລ່​ເຖິງ​ການ​ວາງ​ແຜນ​ກຳ​ນົດ​ລະ​ບົບ​ຊົນ​ລະ​ປະ​ທານ​ໃຫ້​ຄົບ​ຊຸດ​ຕາມ​ເຂດ​ເພື່ອ​ຮັກ​ສາ​ບົດ​ບ​າດ​ດັດ​ປັບ​ແຫຼ່ງ​ນ້ຳ, ສະ​ກັດ​ກັ້ນ​ສະ​ພາບ​ນ້ຳ​ທະ​ເລ​ຊຶມ, ຮັກ​ສາ​ແຫຼ່ງ​ນ້ຳ​ຈືດ. ທ່ານ ຫງວຽນ​ວັນ​ເຕີມ ຫົວ​ໜ້າ​ພະ​ແນກກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ​ກຽນ​ຢາງ ມີ​ຄຳ​ເຫັນ​ດັ່ງ​ນີ້ : 

        “ ໃນ​ຍາວ​ນານ, ກໍ​ຄວນ​ເອົາ​ໃຈ​ໃສ່ຫຼາຍ​ກ່​ວາ​ເຖິງ​ແຫຼ່ງ​ທຶນ​ເພື່ອກໍ່​ສ້າງ​ລະ​ບົບ​ຊົນ​ລະ​ປະ​ທານ, ເຮັດ​ແນວ​ໃດ​ເພື່ອ​ແທດ​ເໝາະ​ກັບ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ການ​ຜະ​ລິດ​ໃນ​ແຕ່​ລະ​ເຂດ. ທີ 2 ແມ່ນ​ລະ​ບົບ​ຖະ​ແຫຼງ​ຂ່າວ ແມ່ນ​ຕ້ອງ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຢ່າງ​ທັນ​ການ, ກ່າວ​ເຕືອນ​ແຫຼ່ງ​ນ້ຳ​ຢູ່​ບາງ​ແຫ່ງ​ຕໍ່​ໜ້າ​ສະ​ພາບນ້ຳ​ທະ​ເລ​ຊຶມ​ໄວ ”

      ເພີ່​ມ​ທະ​ວີການດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດຢູ່​ຂັ້ນ​ທ້ອງ​ຖິ່ນ

    ການດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດກໍ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຕາມ​ເງື່ອນ​ໄຂພິ​ເສດ​ສະ​ເພາະ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ແຂວງ ແຄ້ງ​ຮ່​ວາ​ເລັ່ງ​ໃສ່​ໃຫ້​ບຸ​ລິ​ມະ​ສິດ​ບາງ​ຂົງ​ເຂດ​ຄື ພື້ນ​ຖານ​ໂຄງລ່າງຜະ​ລິດ​ກະ​ສີ​ກຳ, ການ​ຜະ​ລິດ​ເກືອ, ລ້ຽງ​ປູກ​ສິນ​ໃນ​ນ້ຳ. ທ່ານ ຫງວຽນ​ແຄ້ງ​ຮ​ວານ ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ ແລະ ຊອ​ກ​ຫາ​ກູ້​ໄພ​ກູ້​ຊີບ​ແຂວງ​ເບັນ​ແຈ ໃຫ້​ຮູ້​ວ່າ ທາງ​ທ້ອງ​ຖິ່ນ​ໄດ້​ຕັ້ງ​ໜ້າ​ໂຄ​ສະ​ນາ​ກ່ຽວ​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ໜ້າ​ທີ່​ປັກ​ປັກ​ຮັກ​ສາ​ປ່າ, ແຫຼ່ງ​ນ້ຳ. ທ່ານ ຫງວຽນ​ແຄ້ງ​ຮ​ວານ ກ່າວ​ວ່າ :

“ ບັນ​ຫາ​ຮັກ​ສາ​ແຫຼ່ງ​ນ້ຳ​ຈືດ ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ ແລະ ການ​ຜະ​ລິດ​ແມ່ນ​ສຳ​ຄັນ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າສຸມ​ໃສ່ໂຄ​ສະ​ນາ​ທາງ​ພາ​ຫະ​ນະ​ສື່ມວນ​ຊົນ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ. ຜ່ານນັ້ນ ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ກໍ​ຄ່ອຍໆ​ຖືກ​ຍົກ​ສູງ​ຂຶ້ນ. ຊາວ​ທ້ອງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ​ສະ​ສົມ​ແຫຼ່ງນ້ຳ​ຈືດ, ແກ້​ໄຂ​ຜົນ​ຮ້າຍ​ຂອງ​ໄພ​ທຳ​ມະ​ຊາດ ”

      ເພື່ອ ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດໃນ​ຂົງ​ເຂດ​ກະ​ສີ​ກຳ, ຫວຽດ​ນາມ​ກໍ​ໄດ້​ເປັນ​ເຈົ້າ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກັບ​ອົງ​ການ​ ສ.ປ.ຊ ເພື່ອ​ຜັນ​ຂະ​ຫຍາຍຂໍ້​ລິ​ເລີ່ມ​ນຳ​ກະ​ສີ​ກຳ​ເຂົ້າ​ໃນ​ແຜນ​ການ ​ດັດ​ປັບ​ໃຫ້​ແທດ​ເໝາະ​ລະ​ດັບ​ຊາດ. ແຜນ​ການ​ທີ່​ແກ່​ຍາວ 3 ປີນີ້ ຈະ​ຊ່ວຍ​ຊອກ​ຫາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ທີ່​ຍັງ​ບໍ່​ທັນ​ສອດ​ຄ່ອງ ເພື່ອ​ຍົກ​ອອກວິ​ທີ​ການ​ແກ້​ໄຂ.

    ຜົນ​ກະ​ທົບ​ທີ່ບໍ່​ດີ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດໃນ​ຂົງ​ເຂດ​ກະ​ສີ​ກຳ ແມ່ນ​ໄພ​ອັນ​ຕະ​ລາຍ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ເປົ້າ​ໝາຍ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ເລື່ອງ​ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດດັດ​ປັບ​ໃຫ້​ແທດ​ເໝາະ​, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຮັບ​ມື​ກັບ ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ, ເປັນ​ຕົ້ຍ​ແມ່ນ​ໃນ ຂົງ​ເຂດ​ກະ​ສີ​ກຳແມ່ນ​ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ທີ່ບໍ່​ດີ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດລົງ​ໃນ​ລະ​ດັບ​ຕ່ຳ​ສຸດ .

ຕອບກັບ

ຂ່າວ/ບົດ​ອື່ນ