ຫວຽດນາມຕັ້ງໜ້າຊຸກຍູ້ບົດບາດຂອງແມ່ຍິງໃນໂລກ

ວັນ​ທີ 12/12, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິ​ນ ໄດ້​ເລີ່ມ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ໂລກ​ຄັ້ງ​ທີ 11 ຊຶ່ງ​ຈັດ​ຂຶ້ນ​ຢູ່​ສະ​ຫະ​ລັດ​ອາ​ຣັບ​ເອມ​ມີ​ເລັດ (UAE). ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ​ພ້ອມ​ກັບ​ບັນ​ດາປະ​ທານ​ສະ​ພາ​ແຫ່ງ​ຊາດຍິງ​ຄົນ​ອື່ນໆ​ໃນ​ໂລກ​ພ້ອມ​ກັນ​ແບ່ງ​ປັນ​ບົດ​ຮຽນ, ປຶກ​ສາ​ຫາ​ລື​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ສຳ​ລັບ​ບັນ​ຫາ​​ຂາດຄວາມ​ສະ​ເໝີ​ພາ​ບ​ລະ​ຫວ່າງ​ຍິງ-ຊາຍ,​​ຂາດຄວາມ​ສະ​ເໝີ​ພາ​ບທາງ​ດ້ານ​ເສດ​ຖະ​ກິດ, ມ​ຸ່ງ​ໄປ​ສູ່​ຄ​ວາມ​ສາ​ມັກ​ຄີ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ.  

 

ຫວຽດນາມຕັ້ງໜ້າຊຸກຍູ້ບົດບາດຂອງແມ່ຍິງໃນໂລກ - ảnh 1

ພິ​ທີ​ຕ້ອນ​ຮັບປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິ​ນ ຢູ່​ສະ​ໜາມ​ບິນ Abu Dhabi - Royal Jet ທີ່​ນະ​ຄອນຫຼວງ Abu Dhabi

       ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ໂລກ​ຄັ້ງ​ທີ 11ດ້ວຍ​ຫົວ​ຂໍ້ “ ສາ​ມັກ​ຄີ​ພ້ອມ​ກັນ​ສ້າງ​ຮູບ​ປະ​ທຳ​ໃຫ້​ແກ່ອະ​ນາ​ຄົດ​”. ກອງ​ປະ​ຊຸມ​ຄັ້ງ​ນີ້​ຄາດ​ວ່າ ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງປະ​ທານ​ສະ​ພາ​ແຫ່ງ​ຊາດຍິງ​ປະ​ມານ 50 ຄົນ​ໃນ​ໂລກ. ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິ​ນ ເຂົ້າ​ຮ່ວມກອງ​ປະ​ຊຸມ, ດ້ານ​ໜຶ່ງ​ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ການ​ພົວ​ພັນຫຼາຍ​ດ້ານ​ກັບ​ປະ​ເທດ​ເຈົ້າ​ພາບ ສະ​ຫະ​ລັດ​ອາ​ຣັບ​ເອມ​ມີ​ເລັດ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ, ດ້ານ​ອື່ນ​ກໍ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າໃນໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ, ຊຸກ​ຍູ້​ບົດ​ບາດ​ຂອງ​ແມ່​ຍິງ​ທີ່​ປະ​ກອບ​ສຽງ​ເວົ້າ​ອັນ​ໃຫຍ່​ກ່​ວາ​ຂອງ​ຕົນ​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ.

​  ສາ​ມັກ​ຄີກັນ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ

    ກອງ​ປະ​ຊຸມ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ໂລກ ແມ່ນກົນໄກ​ພົບ​ປະ​ສ​ັງ​ສັນ​ຂອງ​ບັນ​ດາປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງຄັ້ງ​ທຳ​ອິດ​ທີ່​ຖືກ​ດຳ​ເນີນ​ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 2 ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດເມື່ອ​ປີ 2005 ຢູ່​ນິວຢອກ-ສະ​ຫະ​ລັດ​ອາ​ເມ​ລິ​ກາ. ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ໃນ​ແຕ່​ລະ​ປີ, ກອງ​ປະ​ຊຸມ​ຖືກ​ຈັດ​ຂຶ້ນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​​ຄວາມ​ສະ​ເໝີ​ພາ​ບລະ​ຫວ່າງ​ຍິ​ງ-ຊາຍ, ເພີ່ມ​ທະ​ວີ​ບົດ​ບາດ ແລະ ການ​ເຂົ້າ​ຮ່ວມ​ຂ​ອງ​ເພດ​ຍິງ​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ, ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສຳ​ລັບ​ເດັກ​ຍິງ ແລະ ແມ່​ຍິງ​ຄື: ປົກ​ປ້ອງ ແລະ ມອບ​ສິດໃຫ້​ແກ່ເດັກ​ຍິງ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລັບ​ແມ່​ຍິງ ແລະ ເດັກ​ນ້ອຍ… ໃນກ​່​ວາ 30 ປີ​ທີ່​ຜ່ານ​ມາ, ໃນ​ຂອບ​ເຂດ​ທົ່ວ​ໂລກ, ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ເຂົ້າ​ໃນ​ຊີ​ວິດ​ການ​ເມືອງ​ສັງ​ຄົມ​ແມ່ນ​ນັບ​ມື້​ນັບຫຼາຍ​ຂຶ້ນ, ພິ​ເສດ​ແມ່ນ​ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ. ຖ້າ​ຫາກວ່າ ໃນ​ປີ 1995, ອັດ​ຕາ​ສ່ວນ​ສະ​ເລ່ຍ​ຂອງ​ແມ່​ຍິງ​ໃນ​ໂລກ​ທີ່​ເຂົ້າ​ຮ່ວມສະ​ພາ​ແຫ່ງ​ຊາດ​ແມ່ນ 11% ນັ້ນ, ມາ​ຮອດ​ປະ​ຈຸ​ບັນ, ອັດ​ຕາ​ສ່ວນນີ້​ໄດ້​ເພີ່ມ​ຂຶ້ນ​ເປັນ 22%. ແຕ່​ຕົວ​ເລກ​ດັ່ງ​ກ່າວ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຕາມ​ຄວາມ​ມຸ່ງຫວັງ. ຍ້ອນ​ເຫດນີ້​ເອງ, ກອງ​ປະ​ຊຸມ​ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ໂລກ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຊຸກ​ຍູ້ຄວາມ​ສະ​ເໝີ​ພາ​ບລະ​ຫວ່າງ​ຍິງ-ຊາຍ, ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ເຂົ້າ​ໃນ​ດ້ານ​ຕ່າງໆ​ຂອງ​ຊີ​ວິດ​ສັງ​ຄົມ, ປົກ​ປ້ອງ​ສິດ​ຂອງ​ແມ່​ຍິງ; ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຢຸດ​ຕິ​ການ​ໃຊ້​ຄວ​າມ​ຮຸນ​ແຮງ​ສຳ​ລັບ​ແມ່​ຍິງ, ເພື່ອ​ໃຫ້​ແມ່​ຍິງ​ອາດ​ຈະ​ໄດ້​ຮັບ​ສິດທາງ​ດ້ານ​ເສດ​ຖະ​ກິດຫຼາຍກວ່າ​ອີກ.

    ຫວຽດ​ນາມ, ປະ​ເທດ​ນຳ​ໜ້າ​ໃນ​ບັນ​ຫາຄວາມ​ສະ​ເໝີ​ພາ​ບລະ​ຫວ່າງ​ຍິງ-ຊາຍ

  ຢູ່​ຫວຽດ​ນາມ, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພັກ ແລະ ລັດ​ໄດ້​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ, ຈາກ​ແງ່​ມຸມ​ດ້ານ​ກົດ​ໝາຍ, ນະ​ໂຍ​ບາຍ​​ຕະຫຼອດ​ຮອດ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​ກ່ຽວ​ກັບຄວາມ​ສະ​ເໝີ​ພາ​ບລະ​ຫວ່າງ​ຍິງ-ຊາຍ. ຫວຽດ​ນາມ​ໄດ້​ຮັບ​ການ​ຕີ​ລ​າ​ຄາວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສາ​ມາດ​ລົບ​ລ້າງ​ຄວາມ​ແຕກ​ໂຕ່ນ​ກັນ​ລະ​ຫວ່າງ​ຍິງ-ຊາຍ​ໄວ​ກວ່າ​ໝູ່​ໃນ​ກວ່າ 2 ທົດ​ສະ​ວັດ​ທີ່​ຜ່ານມາ. ອັດ​ຕາ​ແມ່​ຍິງ​ທີ່​ເ​ຂົ້າ​ຮ່ວມສະ​ພາ​ແຫ່ງ​ຊາດ​ບັນ​ລຸ​ເກືອບ 25%, ອັນ​ໄດ້​ນຳ​ຫວຽດ​ນາມ​ຖືກ​ຈັດ​ເຂົ້າ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ທີ່​ມີ​ອັດ​ຕາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​​ຍິງ​ສູງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ແມ່​ຍິງ​ໄດ້​ດຳ​ລົງບັນ​ດາຕຳ​ແໜ່ງການ​ນຳ​ຫຼັກ​ແຫຼ່ງ​ຂອງ​ປະ​ເທດ​ຊາດ. ຢູ່​ບັນ​ດາ​ທ້ອງ​ຖິ່ນ, ມີ​ແມ່​ຍິງຫຼາຍ​ຄົນ​ໄດ້​ສວມ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ບັນ​ດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ, ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສຳ​ຄັນ. ນັກ​ທຸ​ລະ​ກິດ​ຍິງ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ…ທ່ານ​ນາງ Pratibha Mehta ອະ​ດີດ​ຜູ້​ປະ​ສານ​ງານ​ ສ.ປ.ຊ ປະ​ຈຳ​ຫວຽດ​ນາມ ໄດ້​ແບ່ງ​ປັນ​ວ່າ :

   “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​ຕໍ່​ບົດ​ບາດ​ຂອງ​ແມ່​ຍິງ​ຫວຽດ​ນາມ. ຢູ່​ຫວຽດ​ນາມ, ບົດ​ບາດ​ຂອງ​ແມ່​ຍິງ​ນັບ​ມື້​ນັບ​ສຳ​ຄັນ, ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ, ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼ​ວງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງປະ​ເທດ​ຊາດ, ເຂົ້າ​ໃນ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ສັງ​ຄົມ ”

     ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນຄວາມ​ສະ​ເໝີ​ພາ​ບລະ​ຫວ່າງ​ຍິງ-ຊາຍ​ຂອງ​ຫວຽດ​ນາມ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ. ທ່ານ​ນາງ Hon Rosaline J. Smith , ສ.ສ.ຊ Sierra Leone ໃນ​ການ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 32 ໄດ້​ຢືນ​ຢັນ​ວ່າ :

    “ ຫວຽດ​ນາມ​ໄດ້​ເຮັດ​ວຽກ​ງານ​ຮັບ​ປະ​ກັນຄວາມ​ສະ​ເໝີ​ພາ​ບລະ​ຫວ່າງ​ຍິງ-ຊາຍ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ມີ​ແມ່​ຍິງ​ຫວຽດ​ນາມຫຼາຍ​ຄົນ​ໄດ້​ດຳ​ລົງ​ບັນ​ດາ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ໃນ​ສະ​ພາ​ແຫ່ງ​ຊາດ. ຍົກ​ຕົ​ວ​ຢ່າງ​ຄື ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຖື​ວ່າ ຫວຽດ​ນາມ​ພວມ​ກ້າວ​ເດີນ​ຢ່າງ​ຖືກ​ທິດ ແລະ ສືບ​ຕໍ່​ສ້າງ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ ”

        ບົນ​ພື້ນ​ຖານ​ບັນ​ດາ​ຜົນ​ງານ​ດັ່ງ​ກ່າວ, ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໂດຍ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິ​ນນຳ​ໜ້າ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ, ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ຂອງ​ຫວຽດ​ນ​າມ ຢັ້ງ​ຢືນນະ​ໂຍ​ບາຍ​​ຮັບ​ປະ​ກັນຄວາມ​ສະ​ເໝີ​ພາ​ບລະ​ຫວ່າງ​ຍິງ-ຊາຍຂອງ​ພັກ ແລະ ລັດ​ຫວຽດ​ນາມ, ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຫວຽດ​ນາມ​ເວົ້າ​ລວມ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ເວົ້າ​ສະ​ເພາະ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ສາ​ກົນ, ພ້ອມ​ກັບ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ຄົນ​ອື່ນໆ​ໃນ​ໂລກ​ລະ​ດົມ​ກຳ​ລັງ​ແຮງ​ແຫ່ງ​ສາ​ມັກ​ຄີ, ເປີດ​ກ້​ວາງ​ເຄືອ​ຂ່າຍ​ຮ່ວມ​ມື​ສາ​ກົນ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ສຳ​ລັບ​ບັນ​ຫາຂາດ​ຄວາມ​ສະ​ເໝີ​ພາ​ບລະ​ຫວ່າງ​ຍິງ-ຊາຍ, ຂາດຄວາມ​ສະ​ເໝີ​ພາ​ບທາງ​ດ້ານ​ເສດ​ຖະ​ກິດ, ມ​ຸ່ງ​ໄປ​ສູ່​ຄ​ວາມ​ສາ​ມັກ​ຄີ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ