ຫວຽດນາມຕັ້ງໜ້າເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ

ພາຍຫຼັງ 2 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ຈັດ​ສົ່ງ​ພະ​ນັກ​ງານ 12 ເທື່ອ​ຄົນໄປ​ປະ​ຕິ​ບັດ​ໜ້າ​ທີ່​ໃນ 2 ຄະ​ນະ​ປະ​ຕິ​ບັດ​ງານ​ຢູ່ ຊູ​ດານ​ໃຕ້ ແລະ ສ.ອາ​ຟະ​ລິ​ກາ​ກາງ. ຈຳ​ນວນ​ທະ​ຫານນີ້ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ເປັນ​ອັນ​ວ່າ ຫວຽດ​ນາມ​ໄດ້ ແລະ ພວມ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ບໍ່​ພຽງ​ແຕ່​ດ້ວຍ​ຄຳ​ໝັ້ນສັນຍາ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ກະ​ທຳ​ໂດຍ​ລະ​ອຽດ, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ.

 

ຫວຽດນາມຕັ້ງໜ້າເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ   - ảnh 1
ພັນ​ໂທ ໝາກ​ດຶກ​ຈ້ອງ ແບ່ງ​ປັນ​ບົດ​ຮຽນ​ກັບ​ພະ​ນັກ​ງານ​ກະ​ກຽມ​ເດີນ​ທາງ​ເຂົ້າ​ຮ່ວ​ມ​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ

      ມີ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ຄຸນ​ທາດ​ການ​ເມືອງ, ເປັນ​ເຈົ້າ​ການ, ບໍ່​ທໍ້​ຖອຍ​ໃຈ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ທຸກ​ຢ່າງ​ເພື່ອ​ເຮັດ​ສຳ​ເລັດ​ໜ້າ​ທີ່ ຍາມ​ໃດ​ກໍ​ແມ່ນ​ເປົ້າ​ໝາຍ​ຂອງ​ບັນ​ດາ​ນາຍ​ທະ​ຫານ​ຫວຽດ​ນາມ​ເມື່ອ​ເດີນ​ທາງ​ຮັບ​ໜ້າ​ທີ່​ເຂົ້າ​ຮ່ວ​ມ​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ.

      ຍົກ​ສູງ​ພາບ​ພົດ​ຫວຽດ​ນາມ​ໃນ​ສາຍ​ຕາ​ເພື່ອນ​ມິດ​ສາ​ກົນ.

   ພັນ​ໂທ ໝາກ​ດຶກ​ຈ້ອງ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ນາຍ​ທະ​ຫານ 2 ຄົນ​ທຳ​ອິດ​ຂອງ​ຫວຽດ​ນາມ​ທີ່​ເຂົ້າ​ຮ່ວມ​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ດ້ວຍ​ໜ້າ​ທີ່​ແມ່ນ​ນາຍ​ທະ​ຫານ​ຮັບ​ຜິດ​ຊອບ​ການຕິດ​ຕໍ່​ສື່​ສານຢູ່​ຄະ​ນະ​ປະ​ຕິ​ບັດ​ງານສະ​ຫະ​ປະ​ຊາ​ຊາດຢູ່​ຊູ​ດານ​ໃຕ້ ເມື່ອ​ເດືອນ 6/2014 ໃຫ້​ຮູ້​ວ່າ : ດ້ວຍ​ການ​ກະ​ກຽມ​ຢ່າງ​ລະ​ອຽດ​ຈາກ​ດ້ານ​ພາ​ສາ​ຕ່າງ​ປະ​ເທດ, ລະ​ດັບ​ວິ​ຊາ​ສະ​ເພາະ​ທະ​ຫານ​ຊ່າງ​ແສງ, ເສ​ນາ​ຮັກ, ຄວາມ​ຮູ້​ດ້ານ​ການ​ທະ​ຫານ, ພິ​ເສດ​ແມ່ນ​ບັນ​ດາ​ລະ​ດັບ​ຄ​ວາມ​ຮູ້ກ່ຽວ​ກັບ​ກ​ານ​ເຄື່ອນ​ໄຫວ ຮັກ​ສາ​ສັນ​ຕິ​ພາບ​, ດັ່ງ​ນັ້ນ, ບັນ​ດານາຍ​ທະ​ຫານຫວຽດ​ນາມ ຍາມ​ໃດ​ກໍ​ເສີມ​ຂະ​ຫຍາຍ​ຄວາມ​ເປັນ​ເຈົ້າ​ການ, ແກ້​ໄຂຄວາມ​ຫຍຸ້ງ​ຍາກ​ທຸກ​ຢ່າງ​ເພື່ອ​ເຮັດ​ສຳ​ເລັດ​ໜ້າ​ທີ່ເປັນ​ຢ່າງ​ດີ. ພັນ​ໂທ ໝາກ​ດຶກ​ຈ້ອງ ເວົ້າ​ວ່າ : 

   “ ມີ​ບັນ​ດາ​ບັນ​ຫາ​ປະ​ທະ​ກັນ, ກຳ​ລັງ​ຢູ່​ກັບ​ທີ່ 2-3 ຄົນ​ໄດ້​ຄວບ​ຄຸມ​ບໍ​ລິ​ເວນ, ບັງ​ຄັບ​ໃຫ້​ຊຸມ​ຊົນ​ເສຍ​ຄ່າ​ອາ​ກອນ, ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ແຊກ​ແຊງ​ເພື່ອ​ຮຽກ​ຮ້ອງ​ເຂົາ​ເຈົ້າ​ບໍ່​ຕ້ອງ​ເຮັດ​ເຊັ່ນ​ນັ້ນ. ເມື່ອ​ໄດ້​ຮູ້​ຈັກ​ພວກ​ຂ້າ​ພະ​ເຈົ້າ​ແມ່ນກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ​ແລ້ວ, ເຂົາ​ເຈົ້າ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ຈິງ​ໃຈ, ເພາະ​ບັນ​ດາ​ຜູ້​ບັນ​ຊາ​ການ ເຂົາ​ເຈົາ​ກໍ​ໄດ້​ເຄີຍ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ, ປະ​ເທດ​ຊາດ​ຫວຽດ​ນາມ. ຈາກ​ບັນ​ຫາ​ສະ​ເພາະ​ເຫຼົ່າ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ​ສາ​ມາດ​ແກ້​ໄຂບັນ​ກາ​ລວມ​ໄດ້ ”

   ສ່ວນ​ພັນ​ຕີ ຫງວຽນ​ຊວນ​ແທ່ງ, ໜຶ່ງໃນ​ບັນ​ດາ​ນາຍ​ທະ​ຫານ​ທີ່​ໄດ້​ສຳ​ເລັດ​ໜ້າ​ທີ່ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ​ທີ່ ສ. ອາ​ຟະ​ລິ​ກາ​ກາງ, ໃຫ້​ຮູ້​ວ່າ : ບັນ​ດານາຍ​ທະ​ຫານທີ່ ເຂົ້າ​ຮ່ວ​ມ​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດກໍ​ໄດ້ມີ​ລະ​ບຽບ​ວິ​ໄນ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ຮັບ​ປະ​ກັນ​ອິດ​ທິ​ພົນ ແລະ ພາບ​ພົດ​ຂອງ​ປະ​ເທດ​ຊາດ​ຫວຽດ​ນາມ. ພິ​ເສດ​ບັນ​ດານາຍ​ທະ​ຫານຫວຽດ​ນາມ ຍັງ​ຕັ້ງ​ໜ້າ​ໂຄ​ສະ​ນາ​ເຜີຍ​ແຜ່​ຮູບ​ພາບ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ກອງ​ທັບ​ຫວຽດ​ນາມ​ໃຫ້​ແກ່ກວ່າ 40 ປະ​ເທດ​ທົ່ວ​ທະ​ວີບ. ກ່ຽວ​ກັບ​ການ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ຫວຽດ​ນາມ ໄດ້​ກາຍ​ເປັນອະ​ນຸ​ສອນ​ທີ່​ເປັນ​ຈົດ​ຈຳ​ສຳ​ລັບ ພັນ​ຕີ ຫງວຽນ​ຊວນ​ແທ່ງດ້ວຍ​ບົດ​ບາດ​ເປັນ​ນາຍ​ທະ​ຫານ ເສ​ນາ​ທິ​ການ​ດ້ານ​ການ​ທະ​ຫານ​ຢູ່ ຄະ​ນະ​ປະ​ຕິ​ບັດ​ງານ​ທີ່ ສ. ອາ​ຟະ​ລິ​ກາ​ກາງ. ພັນ​ຕີ ຫງວຽນ​ຊວນ​ແທ່ງ ໃຫ້​ຮູ້​ວ່າ : 

     “ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ຄຳ​ກ່າວ​ປາ​ໄສ​ຂອງ​ພົນ​ຕີ​ທ່ານ​ໜຶ່ງ ເປັນ​ຜູ້​ຮັກ​ສາ​ການ​ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ ບ​ັງ​ກ​ລາ​ເທດ ຕໍ່​ໜ້າພະ​ນັກງານ, ນາຍ​ທະ​ຫານ 150 ຄົນ​ທີ່​ວ່າ : ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະຫຼອງວັນ​ຊາດ​ຫວຽດ​ນາມ​ໃນ​ມື້ນີ້. ອາດ​ເວົ້າ​ໄດ້​ວ່າ ປະ​ເທດ​ບັງ​ກ​ລາ​ເທດ ກໍ​ຄືຫຼາຍ​ປະ​ເທດ​ອື່ນ​ທີ່ໄດ້​ຜ່ານ​ສົງ​ຄາມ ສາ​ມາດ​ເຂົົ້າ​ໃຈ​ໄດ້​ເຖິງ​ຄຸນ​ຄ່າ​ເອ​ກະ​ລາດ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ເຂົາ​ເຈົ້າ​ຮູ້​ເຖິງ​ຫວຽດ​ນາມ, ເຂົາ​ເຈົ້າ​ເຫັນ​ວ່າ ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລ​າດ​ແມ່ນ​ສຳ​ຄັນ​ທີ່​ສຸດ ບໍ່​ພຽງ​ແຕ່​ສຳ​ລັບ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບ​ປະ​ເທດ​ອື່ນໆ​ອີກ​ດ້ວຍ ”

      ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ຂອງ​ຫວຽດ​ນາມ

   ຈາກ​ຈຳ​ນວນນາຍ​ທະ​ຫານ 2 ຄົນ​ຂອງ​ຫວຽດ​ນາມ​ໃນ​ເບື້ອງ​ຕົ້ນ, ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ມີພະ​ນັກ​ງານ 12 ເທື່ອ​ຄົນເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ໜ້າ​ທີ່ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດໃນ 2 ຄະ​ນະ​ປະ​ຕິ​ບັດ​ງານ​ຢູ່ ຊູ​ດານ​ໃຕ້ ແລະ ສ.ອາ​ຟະ​ລິ​ກາ​ກາງ. ພັນ​ເອກ ຮ່​ວາງ​ກິມ​ຟຸງ ຜູ້​ອຳ​ນວຍ​ການ​ສູນຮັກ​ສາ​ສັນ​ຕິ​ພາບ​ຫວຽດ​ນາມຢືນ​ຢັນ​ວ່າ : ການ​ສ້າງ​ຕັ້ງສູນຮັກ​ສາ​ສັນ​ຕິ​ພາບ​ຫວຽດ​ນາມ ແລະ ການ​ຈັດ​ສົ່ງ​ບັນ​ດານາຍ​ທະ​ຫານເຂົ້າ​ຮ່ວ​ມ​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດແມ່ນ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມື​ອງຢ່າງ​ໃຫ​ຍ່ຫຼວງ, ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ຂອງ​ຫວຽດ​ນາມ​ເທື່ອ​ລະ​ກ້າວ. ພັນ​ເອກ ຮ່​ວາງ​ກິມ​ຟຸງ ກ່າວ​ວ່າ : 

           “ ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດ​ນາມ​ໄດ້​ຈັດ​ສົ່ງ​ກຳ​ລັງ​ຂອງ​ຕົນ​ອອກ​ໄປ​ນອກ​ດິນ​ແດນ​ຂອງ​ຕົນ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ສົງ​ຄາມ, ຊ່ວຍ​ກູ້​ໂດຍ​ມະ​ນຸດ​ສະ​ທຳ ປະ​ກອບ​ສ່ວນ​ພ້ອມ​ກັບ​ວົງ​ຄະ​ນະ​ຍາດ​ສາ​ກົນ​ໃນ​ຖາ​ນະເປັນ​ປະ​ເທດ​ພາ​ຄີ​ຂອງ​ສະ​ຫະ​ປະ​ຊາ​ຊາດທີ່​ມີ​ຄວາມ​ຮັບ​ຜິດ​ຊອບ. ສິ່ງນີ້​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ສະ​ຫະ​ປະ​ຊາ​ຊາດ, ພ້ອມ​ກັນ​ນັ້ນ ກໍ​ຊຸກ​ຍູ້​ສາຍ​ພົວ​ພັນ​ກັບ​ກຳ​ລັງ​ອື່ນໆ​ທີ່​ເຂົ້າ​ຮ່ວມ​ໃນ​ບໍ​ລິ​ເວນ ”

      ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ​່ ສ.ປ.ຊ ບານ​ກີ​ມຸນ ໄດ້​ຕີ​ລາ​ຄາ​ວ່າ : 

     “ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ການ​ນຳ​ພັກ, ລັດ, ລັດ​ຖະ​ບານຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເປັນ​ຢ່າງ​ດີກ່ຽວ​ກັບ​ການຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ປະ​ຈັກ​ຕາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ພາ​ລະ​ກອນ​ຫວຽດ​ນາມ​ຢູ່​ບັນ​ດາຄະ​ນະ​ປະ​ຕິ​ບັດ​ງານຮັກ​ສາ​ສັນ​ຕິ​ພາບ, ຂ້າ​ພະ​ເຈົ້າ​ອາດ​ຈະ​ຕີ​ລາ​ຄາ​ວ່າແມ່ນ ດີ​ທີ່​ສຸດ”

          ປະ​ຈຸ​ບັນ, ຫວຽດ​ນາມ​ພວມ​ຕັ້ງ​ໜ້າ​ຍູ້​ແຮງວຽກ​ງານ​ຝຶກ​ຊ​ອ້ມ, ສ້າງ​ລະ​ບຽບ​ການ​ດ້ານກົດ​ໝາຍ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ, ແນ​ໃສ່​ປະ​ຕິ​ບັດ​ບົດ​ບາດ​ຂອງ​ຕົນ​ເປັນ​ຢ່າງ​ດີ​ເມື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ຜ່ານນັ້ນ ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ສັນ​ຕິ​ພາບ​ໃນ​ໂລກ, ນັບ​ມື້​ນັບ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ