ຫວຽດນາມບຸລິມະສິດໃຫ້ແກ່ການຄົ້ນຄ້ວາ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ


(vovworld)- ພ້ອມ​ກັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ສັງ​ຄົມ, ລະ​ດັບ​ການ​ພັດ​ທະ​ນາ​ເຕັກ​ນິກ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ວັດ​ແທກ​ເພື່ອ​ຕີ​ລາ​ຄາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຫນຶ່ງ. ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ໂຄງ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ມີ​ວິ​ໄສ​ທັດ​​ອະ​ນາ​ຄົດ​ຂອງ​ຫວຽດ​ນາມ ໄລ​ຍະ​ຜ່ານ​ມາ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ພັກ, ລັດ ແລະ ລັດ​ຖ​ະ​ບານ ຫວຽດ​ນາມ ສຳ​ລັບ​ຂົງ​ເຂດນີ້. 

ຫວຽດນາມບຸລິມະສິດໃຫ້ແກ່ການຄົ້ນຄ້ວາ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ - ảnh 1
ພາບປະ​ກອບ:(dantri.com.vn)

        ຢູ່​ຫວຽດ​ນາມ ພຽງ​ໃນ​ປີ 2013 ມີ​​ເກືອບ 3000 ກິດ​ຈະ​ກຳ​ວິ​ທະ​ຍາ​ສາດ​ທີ່​ມີ​ຄຸນ​ນະ​ພາບ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງ​ການ​ວິ​ຊາ​ການ. ເປັ​ນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ເລື່ອງ​ເປັນ​ເຈົ້າ​ ດາວ​ທຽມ​ສັງ​ເກດ​ຫນ່ວຍ​ພິ​ພົບ​ທຳ​ອິດ​ຂອງ​ຫວຽດ​ນາມ VNRETSAT1, ຜະ​ລິດ​ສຳ​ເລັດ​ດາວ​ທຽມ​ຂະ​ຫນາດນ້ອຍ PicoDragon ເຄື່ອນ​ໄຫວ​ໃນ​ຫ່ວງ​ອາ​ວະ​ກາດ ແລະ ສົ່ງ​ສັນ​ຍານ​ເຖິງ​ຫນ້າ​ດິນ​ສຳ​ເລັດ​ຜົນ.  ຈາກ​ແຫລ່ງ​ທຶນ​ຫນູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ ໃຫ້​ແກ່ ຫວຽດ​ນາມ(ODA), ປະ​ຈຸ​ບັນ ສະ​ພາ​ມະ​ຫາ​ບັນ​ດີດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ພວມ​ສ​້າງ​ຕັ້​ງ​ສູ​ນ ດາ​ວ​ທ​ຽມ​ແຫ່ງ​ຊາດ ມຸ່ງ​ໄປ​ສູ່​ຈຸດ​ໝາຍ ຮອດ​ປີ 2018 ຈະ​ສົ່ງດາວ​ທຽມຜ​ະ​ລິດ​ຢູ່ ຍີ່​ປຸ່ນ ແລະ ຮອດ​ປີ 2020 ຈະ​ສົ່ງ​ດາວ​ທຽມ​ຜະ​ລິດ​ຢູ່​ຫວຽດ​ນາມ. ນີ້​ແມ່ນ​ບັນ​ດາ​ກິ​ດ​ຈະ​ກຳ ປະ​ກອບ​ສ່ວນບໍ່​ຫນ້ອຍ ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ໃນ​ຫລາຍ​ຂົງ​ເຂດ.

        ພັດ​ທະ​ນາ ແລະ ໝ​ູນ​ໃຊ້​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ຕົ້ນ​ຕໍ

        ​ກ່ອນນີ້ບໍ່ດົນ, ທີ່​ພິ​ທີ​ປະ​ກາດ​ວັນ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ(18/5), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ໄດ້ຊີ້​ແຈ້ງ​ວ່າ ໃນ​ຍຸກ​ໂລ​ກາ​ພິ​ວັດ ແລະ ເຊ​ື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ເຂົ້າ​ກັບ​ສ​າ​ກົນ, ປະ​ເທດ​ໃດ​ມີ​ຄຸນ​ນະ​ພາບ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ ຈະ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ. ສະ​ນັ້ນ ຫນ້າ​ທີ່​ພັດ​ທະ​ນາ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ແມ່ນ​ຫນ້າ​ທີ່​ສຳ​ຄັນ ຄວນ​ໄດ້​ຮັບ​ການ​ສຸມ​ໃສ່​ບຸ​ລິ​ມະ​ສິດ, ລະ​ດົມ​ທຸກ​ແຫລ່ງ​ກຳ​ລັງ ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ:

        “ມະ​ຕິ​ສູນ​ກາງ​​ຄັ້ງ​ທີ 6 ຊຸດ​ທີ 11 ຂອງ​ພັກກອມ​ມູ​ນິດ ຫວຽດ​ນາມ ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ເນັ້ນ​ຫນັກ​ເຖິງ​ການ​ພັດ​ທະ​ນາ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ຕົ້ນ​ຕໍ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກຳ​ລັງ​ຫນູນ​ສຳ​ຄັນ​ທີ່​ສຸດ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊ​ີ​ ແມ່ນ​ການ​ກະ​ຕຸ​ກ​ຊຸກ​ຍູ້​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່, ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ​ກຳ​ລັງຄວາມ​ສາ​ມາດ​ແກ້ງ​ແຍ້ງຂອງ​ພື້​ນ​ຖານ​ເສດ​ຖະ​ກິດ ມູ່ງ​ໄປ​ເຖິງ​ຈຸດ​ໝາຍ ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໂດຍ​ໄວ.”

        ຈາກ​ຄວາມ​ຮຽກ​ຮ້ອງ​ຂອງ​ພຶດ​ຕິ​ກຳ, ລັດ​ຖະ​ບານ ກໍ​ມີ​ດຳ​ລັດ​ກ່ຽວ​ກັບ​ການລົງ​ທຶນ​ພັດ​ທະ​ນາ​ແຫລ່ງ​ກຳ​ລັງ ແລະ ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໃນ​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ຈະ​ມີ​ຜົນ​ສັກ​ສິດ​ປະ​ຕິ​ບັດ​ແຕ່​ວັນ​ທີ 15/12/2014 ເປັນ​ຕົ້ນ​ໄປ. ໃນ​ນັ້ນ ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ບັນ​ດາ​ສ່ວນ​ບຸກ​ຄົນ ຊື່ງ​ແມ່ນ​ນັກ​ສຶກ​ສາ, ຄູ​ອາ​ຈານ ແມ່ນ​ບັນ​ດາ​ວິ​ທະ​ຍາ​ສາດ​ຫນຸ່ມ​. ບັນ​ດາ​ຜູ້​ຄົນ​ເຫລົ່າ​ນີ້ ຈະ​ໄດ້​ຄັດ​ເລືອກ​ສົ່ງ​ໄປ​ຮຽນ​ຢູ່​ພາຍ​ໃນປະ​ເທດ​ຫລື​ຢູ່​ຕ່າງ​ປະ​ເທດ ເພື່ອ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້. ນອກນັ້ນ ເຂົາ​ເຈົ້າ​ຍັງ​ໄດ້​ສ້າງ​ເງື່ອນ​ໄຂ​​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້ວ​າ​ວິ​ທະ​ຍາ​ສາດ ເພື່ອເສີມ​ຂະ​ຫຍາຍ, ພັດ​ທະ​ນາ​ການ​ກຳ​ນົດ​ທິດ​ວິ​ຊາ​ສະ​ເພາະ.

        ຫວຽດ​ນາມ ສຸມ​ໃສ່​ບຸ​ລິ​ມະ​ສິດ​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ

       ພ້ອມ​ກັບ​ການ​ຊີ້​ນຳ, ນະ​ໂຍ​ບາຍ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ໃນ​ການ​ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ເປັນ​ຄັ້ງ​ທຳ​ອິດ ກ​ະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊ​ີ ໄດ້​ປຸກ​ລະ​ດົມ​ຂະ​ບວນ​ການ​ປ່ຽນ​ໃຫມ່​​ຫົວ​ຄິດ​ປະ​ດ​ິດ​ສ້າງ​ ຜ່ານ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້​ວາວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ. ມີ​ກອງ​ທຶນ​ຫນູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ປ່ຽນ​ໃຫມ່ຫົວ​ຄິດ​ປະ​ດິດ​ສ້າງສະ​ຫງວນ​ໃຫ້​ແກ່​ນັກ​ທຸ​ລະ​ກິດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ​ກໍ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ດ້ວຍ​ຂອບ​ຂະ​ຫນາດ​ຂຶ້ນ​ເຖິງ 2000 ຕື້​ດົ່ງ. ໃນ​ສະ​ພາ​ວະ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ມີ​ສັນ​ຍານ​ຟື້ນ​ຕົວ, ເລື່ອງ​ກະ​ຊວງວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ປຸກ​ລະ​ດົມ​ຂະ​ບວນ​ການ​ດັ່ງ​ກ່າວ ໄດ້​ຮັບ​ຖື​ວ່າ ແມ່ນ​ປັດ​ໄຈ​ໃຫມ່, ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ ຫງວຽນ​ກວນ, ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ​ໃຫ້​ຮ​ູ້​ວ່າ:

        “ທີ​ຫນຶ່ງ, ພວກ​ຂ້າ​ພະ​ເຈົ້າ​ສຸມ​ໃສ່​ລົງ​ທຶນ ແລະ ດຶງ​ດູດ​ແຫລ່ງ​ທຶນ ODA ຂອງ​ຕ່າງ​ປະ​ເທດ ເພື່ອກໍ່​ສ້າງ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ມີ​ພື້ນ​ຖານ​ດ້ານ​ວັດ​ຖຸ, ອຸ​ປະ​ກອນ​ທັນ​ສະ​ໄຫມ​ເທົ່າ​ທ​ຽມ​ກັບ​ບ​ັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຂອງ​ຕ່າງ​ປະ​ເທດ. ທີ​ສອງ ພວກ​ຂ້າ​ພະ​ເຈົ້າ​ໝູ​ູນ​ໃຊ້​ບັນ​ດາ​ກົນ​ໄກ​ຄ​ຸ້ມ​ຄອງ​ທີ່​ກ້າວ​ຫນ້າ.”

        ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ​ອ້ນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຮັບ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ

        ວຽກ​ງານ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ຮັບ​ໃຊ້​ວຽກ​ງານ​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ກໍ​ໄດ້​ຮັບ​ຖື​ວ່າ ແມ່ນ​ຫນ້າ​ທີ່​ສຳ​ຄັນ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ. ພ້ອມ​ກັບ​ການ​ສ້າງ​ສຳ​ເລັດ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ, ມີ​ຫລາຍ​ໂຄງ​ການ​ໄດ້​ປະ​ກ​ອບ​ສ່ວນ​ດຶງ​ດູດ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ​ກັບ​ຄືນ​ເມືອ​ປະ​ເທດ ໄດ້ ແລະ ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ. ໃນ​ນັ້ນ ພົ້ນ​ເດັ່ນ ແມ່ນ ໂຄງ​ການ “ຍູ້​ແຮງ​ການ​ປ່ຽນ​ໃຫມ່​ຫົວ​ຄິດ​ປະ​ດິດ​ສ້າງ​ຜ່ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ” ມ​ີ​ຍອດ​ຈຳ​ນວ​ນ​ເງິນ​ລົງ​ທຶນ​ແມ່ນ 110 ລ້ານ USD.  

ຄ​ຽງ​ຄູ່​ກັນ​ນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ກໍ​ສົ່ງ​ເສີມ, ບຸ​ລິ​ມະ​ສິດ​ໃຫ້​ບັນ​ດາ​ສ່ວນ​ບຸກ​ຄົນ​ພ້ອມ​ກັນ​ປະ​ກອບ​ສ່ວນ​ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ພັດ​ທະ​ນາ. ທ່ານ ຫງວຽນ​ກວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ໃຫ້​ຮູ້​ວ່າ:

        “ພັກ ແລະ ລັດ ຍາມ​ໃດ​ກໍ​ສົ່ງ​ເສີມ​ປະ​ຊາ​ຊົນ​ທຸກ​ຄົນ ຖ້າ​ມີ​ຄວ​າມ​ເມົາ​ມົວ​ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຄອບ​ຄົວ​ຕົນ ແລະ​ສັງ​ຄົມ. ໃນ​ຫລາຍ​ປີ​ຜ່ານ​ມາ, ມີການ​ປະ​ດິດ​ສ້າງຂອງ​ປະ​ຊາ​ຊົນ​ຫລາຍ​ຄົນ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຜ່ານ​ບັນ​ດາ​ງານ​ຕະ​ຫລາດ​ນັດ​ເຕັກ​ໂນ​ໂລ​ຊີ ອ​ຸ​ປະ​ກອນ ແລະ ປະ​ຊາ​ຊົນຫລາຍ​ຄົນ​ໄດ້​ກາຍ​ເປັນ​ເຈົ້າ​ຂອງວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ບັນ​ດາ​ການ​ປະ​ດິດ​ສ້າງ​ຂອງ​ຕົນ.”

ພື້ນ​ຖານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ພັດ​ທະ​ນ​າ ແລະ ພວມ​ມີ​ການ​ປ່ຽນ​ໃຫມ່, ຜ່ານ​ຜົ້ນ​ຄວາມ​ຈຳ​ກັດ, ອ່ອນ​ດ້ອຍ ເພື່ອ​ສອດ​ຄ​ອ່ງ​ກັບ​ການ​ພັດ​ທະ​ນາ​ລວມ​ຂອງ​ໂລກ, ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນທີ່​ມີ​ຢູ່​ແລ້ວ. ພ້ອມ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ສຸ​ມ​ໃສ່​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຄວາມ​ຕັດ​ສິນ​ໃຈ​ຂອງ​ບັນ​ດາ​ອົງ​ການ, ກະ​ຊວງ, ຂະ​ແຫນງ​ການ​ ຕັ້ງ​ຄວາມ​ຫວັງ​ວ່າ ຈະ​ບັນ​ລຸ​ຈຸດ​ໝາຍ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໃນ​ປີ 2020 ຕາມ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 8 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ທີ່​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ