ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ຜົນສຳເລັດລວມຂອງບັນດາກອງປະຊຸມອາຊຽນ


(vovworld)-  ກອງ​ປະຊຸມ​​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງທີ 47 (AMM47) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຫາ​ກໍ່​ອັດ​ລົງ​ຢູ່ ນະຄອນຫຼວງ​ Nay Pi Taw ຂອງມຽນມາ. ບັນດາ​ກອງ​ປະຊຸມ​ໄດ້​ບັນລຸ​ຫຼາຍ​ຜົນງານ​ທີ່​ສຳຄັນ, ອີກ​ເທື່ອ​ໜຶ່ງ​ໄດ້​ຢັ້ງຢືນ​ນ້ຳ​ໃຈ​ສາມັກຄີ​ພາຍ​ໃນ​ກຸ່ມ​ອາ​ຊຽນ ບົນ​ເສັ້ນທາງ​ສ້າງຈຸດໝາຍ​ລວມ. ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ຄັ້ງນີ້​ສື​ບຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ, ຮັບປະກັນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ​ເພື່ອ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ກຳນົດ​ທິດ, ​ເປີດ​ກ້ວາງ ​ແລະ ​ເຮັດ​ໃຫ້​ການພົວພັນຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ເລິກ​ເຊິ່ງກ່ວາ​ອີກ.

 ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ຜົນສຳເລັດລວມຂອງບັນດາກອງປະຊຸມອາຊຽນ - ảnh 1

(ພາບ: vov)

   ນີ້​ແມ່ນ​ບັນ​ດາກອງ​ປະຊຸມ​ສຳຄັນ​ທີ່​ສຸດ​ໃນ​ປີ​ຂອງ​ອາ​ຊຽນ​ໃນ​ຂັ້ນລັດຖະ ມົນຕີ​ການ​ຕ່າງປະ​ເທດ. ​ແມ່ນ​ໂອກາດ​ດຽວ​ທີ່​ອາ​ຊຽນສາມາດ​ພົບ​ປະ​ຄູ່​ຮ່ວມ​ມື​ທັງ​ໝົດ 10 ປະ​ເທດ​ຢ່າ​ງຄົບ​ຖ້ວນ. ດ້ວຍ​ການ​ປະຊຸມ​ປະມານ 20 ຄັ້ງທີ່​ຈັດ​ຂຶ້ນ​ໃນ​ເວລາ​ກ່ວາ 2 ວັນ (8-10/8/2014), ບັນດາ​ກອງ​ປະຊຸມ​ຄັ້ງນີ້​ໄດ້​ສຸມ​ໃສ່​ສຳ​ຫຼວດກວດຄືນ ​ແລະ ວາງ​ອອກ​ທິດ​ທາງ​ຊຸກຍູ້​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ອາ​ຊຽນ ກໍ່​ຄື​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື ກໍ່​ຄື​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຕ່າງ​ກໍ່​ມີ​ຄວາມສົນ​ໃຈ ​ແລະ ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫຼາຍ​ຢ່າງ.


ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ຜົນສຳເລັດລວມຂອງບັນດາກອງປະຊຸມອາຊຽນ - ảnh 2

ຕຳຫຼວດ​ມຽນມາ​ຮັບ​ໃຊ້​ກອງ​ປະຊຸມ

(ພາບ: Reuters)

​ເສີມ​ຂະຫຍາຍ​ສຽງ​ເວົ້າລວມຫຼາຍ​ຢ່າງ

​ ໝາກຜົ​ນທີ່​ພົ້ນ​ເດັ່ນ​ທີ່​ບັນດາ​ກອງ​ປະຊຸມ​ຄັ້ງນີ້​ແມ່ນ​ທຸກໆ​ປະ​ເທດ​ອາ​ຊຽນ ລ້ວນ​ແຕ່​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ຄວາມ​ສຳຄັນ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ​ ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ອາດ​ເຫັນ​ໄດ້​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ຢູ່​ພາກ​ພື້ນ​ພວມ​ເກີດ​ຂຶ້ນ​ນັ້ນ, ຄວາມ​ສາມັກຄີ​ໃນ​ອາ​ຊຽນ​ແມ່ນ​ຄວາມ​ຮັບ​ຮູ້​ລວມຂອງ​ບັນດາ​ປະ​ເທດ​ສະມາຊິກ, ຖື​ວ່າ, ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້ການ​ສ້າງ​ປະຊາ​ຄົມ​ອາ​ຊຽນລວມຖືກ​ທິດ. ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື, ອາ​ຊຽນຕັດສິນ​ໃຈ​ຍົກ​ສູງ​ຄວາມ​ສຳຄັນ ​ແລະ ຄຸນຄ່າ​ບັນດາ​ມາດຖານ​ການ​ປະພຶດ, ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

   ພິ​ເສດ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຊື່ງ​ແມ່ນ​ຫົວ​ເລື່ອງທີ່​ເຄັ່ງຮ້ອນ​ໃນ​ໄລຍະ​ຜ່ານ​ມາ​ທີ່​ບັນດາ​ເວທີ​ປາ​ໄສ​ອາ​ຊຽນ, ​ໃນຄັ້ງນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ​ເຫັນ​ດີ​ເຫັນ​ພ້ອມຢ່າງ​ສູງ. ບັນດາ​ທ່ານ​ລັດຖະມົນຕີ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ຫ່ວງ​ກັງວົນ​ອັນ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຫວ່າງ​ແລ້ວ​ນີ້​ຢູ່​ພາກ​ພື້ນ​ນີ້ ​ແລະ​ ເນັ້ນໜັກ​ຄຳ​ຮຽກຮ້ອງ​ບໍ່ປະ​ໃຫ້​ເກີດ​ກໍລະນີ​ຄ້າຍຄື​ກັນ​ຄືນ​ໃໝ່. ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່ວຍທະ​ເລ​ປີ 1982 (UNCLOS), ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ​ລະງັບ​ໃຈ, ບໍ່​ນາບ​ຂູ່​ຫຼື​ນຳ​ໃຊ້​ກຳລັງ​ອາວຸດ, ປະຕິບັດ​ຖະ​ແຫຼ​ງການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແມ່ນ​ບັນດາ​ຫຼັກການ​ໄດ້​ສ່ອງ​ແສງ​ໃນ​ແຈ້ງ​ການ​ຮ່ວມ​ຂອງ AMM47 ​ແລະ ບັນດາ​ຄຳ​ຖະ​ແຫຼ​ງປະທານ​ອື່ນໆ.

ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເຂົ້າສູ່​ຄວາມແທດ​ຈິງ

  ທີ່​ບັນດາ​ກອງ​ປະຊຸມ​ຄັ້ງນີ້, ອາ​ຊຽນກໍ່​ປະສົບ​ຜົນສຳ​ເລັດ​ໃນ​ຂະນະ​ໄດ້​ຊຸກຍູ້​ການ​ປະຕິບັດ​ບັນດາ​ແຜນການ​ດຳ​ເນີນ​ງານ​ທີ່​ມີ​ໃນ​ປະຈຸ​ບັນ​ລະຫວ່າງ​ອາ​ຊຽນກັບ​ຄູ່​ຮ່ວມ​ມືແຕ່ລະປະ​ເທດ, ພ້ອມ​ທັງ​ໄດ້​ກະກຽມ​ສ້າງ​ບັນດາ​ແຜນການ​ດຳ​ເນີນ​ງານ​ໄລຍະ​ຕໍ່​ໄປ. ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ລ້ວນ​ແຕ່​ຢັ້ງຢືນ​ຈະ​ສະໜັບສະໜູນ​ອາ​ຊຽນໜຶ່ງ​ທີ່ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ໃນ​ພາກ​ພື້ນ, ​ໃຫ້​ຄຳໝັ້ນສັນຍາ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຂອງ​ອາ​ຊຽນກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ, ​ເຊື່ອມ​ຈອດ, ການ​ຄ້າ, ລົງທຶນ, ການ​ເງິນ.

ຫວຽດນາມ​ມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ບັນດາ​ກອງ​ປະຊຸມ​ອາ​ຊຽນ

  ຄະນະ​ຜູ້​ແທນ​ຫວຽດນາມ​ ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ໄດ້​ມີ​ບັນດາ​ການ​ປະກອບສ່ວນ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ, ສຽງ​ເວົ້າລວມຂອງ​ອາ​ຊຽນ ​ແລະ ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ໃຫ້​ບຸລິມະສິດ​ຂອງ​ກອງ​ປະຊຸມ. ຫວຽດນາມ ຍົກ​ສູງ​ເລື່ອງ​ອາ​ຊຽນມີ​ຄວາມ​ສາມັກຄີ, ​ເສີມ​ຂະຫຍາຍ​ບົດບາດ​ຮັບຜິດຊອບ, ​ເປັນ​ເຈົ້າການ​ໃນ​ໂຄງ​ປະກອບ​ພາກ​ພື້ນ​ພວມ​ຖືກ​ສ້າງ​ຂຶ້ນ ​ແລະ ກ່ຽວ​ກັບ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ທີ່​ກ່ຽວ​ຂ້ອງ​ເຖິງ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ​ໃນ​ນັ້ນມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ບັນດາປະ​ເທດ​ພາຍ​ໃນ ​ແລະ ນອກ​ອາ​ຊຽນລ້ວນ​ແຕ່​ໄດ້​​ແບ່ງປັນ, ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດສະນະ​ຖືກຕ້ອງ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ສິ່ງ​ດັ່ງກ່າວ​ໄດ້​ລະບຸ​ໄວ້​ໃນ​ບັນດາ​ເອກະສານ, ພິ​ເສດ​ແມ່ນ​ໃນ​ແຈ້ງ​ການ​ຮ່ວມ​ຂອງ​ກອງ​ປະຊຸມ AMM47. ຫວຽດນາມ ​ເນັ້ນໜັກ​ການ​ສະໜັບສະໜູນ​ອາ​ຊຽນສືບ​ຕໍ່​ເປີດ​ກ້ວາງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເລິກ​ເຊິ່ງຂຶ້ນ​ຕື່ມ, ສະ​ພາບ​ແວດ​ລ້ອມທີ່​ອຳນວຍ​ຄວາມ​ສະດວກ​ ​ແລະ ຍາດ​ແຍ່ງ​ແຫຼ່ງກຳລັງ​ໃຫ້​ແກ່​ວິວັດທະນາ​ການ​ແຫ່ງ​ການສ້າງປະຊາ​ຄົມ​ອາ​ຊຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຄື​ເຊື່ອມ​ຈອດ, ​ເສດຖະກິດ, ການ​ຄ້າ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ…

  ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ຫວຽດນາມ ພວມ​ມານະ​ພະຍາຍາ​ເພີ່ມ​ທະວີນ້ຳ​ໃຈ​ສາມັກຄີ, ຮັກສາບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ​ເພື່ອ​ສ້າງ​ປະຊາ​ຄົມໝັ້ນຄົງ​ເຂັ້ມ​ແຂງ, ຮ່ວມ​ສຳພັນ​ຢ່າງ​ແໜ້​ນ​ແຟ້ນ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ປີ 2015. ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ສ້າງສັນ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິ່ງ​ມິ​ງ ນຳ​ໜ້າ​ທີ່​ບັນດາ​ກອງ​ປະຊຸມ​ອາ​ຊຽນຄັ້ງນີ້, ອີກ​ເທື່ອ​ໜຶ່ງ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ດັ່ງກ່າວ​ຂອງ​ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ